ມ.ວັງວຽງມ້າງສິ່ງປຸກສ້າງ ກວມນໍ້າຊອງ

ທາງການ ເມືອງວັງວຽງ ແຂວງວຽງຈັນ ຮື້ຖອນ ສິ່ງປຸກສ້າງ ທີ່ຕໍ່ເຕີມ ໄປກວມເອົາ ແຄມນໍ້າຊອງ.

ທາງການເມືອງວັງວຽງ ຮື້ຖອນ ສິ່ງປຸກສ້າງ ທີ່ ຜິດກົດຣະບຽບ ຕໍ່ເຕີມ ທີ່ໄປກວມເອົາ ແຄມນໍ້າຊອງ. ນັກຂ່າວພົລເມືອງ

ຄະນະສະເພາະກິຈ ເມືອງວັງວຽງ ແຂວງວຽງຈັນ ຮື້ຖອນສິ່ງປຸກສ້າງ ທີ່ຜິດກົດຣະບຽບ ຕໍ່ເຕີມຕູບທີ່ມີໂຕະ, ຕຽງ ແລະສິ່ງກີດຂວາງ ອື່ນໆຫຍັບເຂົ້າໄປກວມເອົາ ແຄມນໍ້າຊອງ ກີດຂວາງການລົງຫລິ້ນນໍ້າ ຂອງ ນັກທ່ອງທ່ຽວ ແລະການແລ່ນເຮືອ ໃນເຂດເທສບານ ເມືອງວັງວຽງ ປະມານ 10 ຮ້ານ ໃນມື້ວັນທີ 16 ມິນາ 2021, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ທ່ອງທ່ຽງ ເມືອງວັງວຽງທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ມິນາ ນີ້:

“ກະມີຫລາຍນບ່ອນ ຫລາຍຈູດຢູ່ ແຕ່ຫາກມັນເປັນຈໍານວນນຶ່ງດອກ. ມັນບໍ່ແມ່ນວ່າໝົດທຸກຮ້ານ. ຄະນະກັມການໄປຈັດສັນຄວາມ ເປັນລະບຽບຮຽບຮ້ອຍ ອໍານວຍຄວາມສະດວກ ໃຫ້ແກ່ການຈັດກິຈກັມ ກົດທີ່ມັນມີຜົລກະທົບຫັ້ນ ເຂົາເຈົ້າຫຍັບອອກມານໍ້າຫລາຍ ແລ້ວ ມັນມີກິຈກັມລ່ອງເຮືອ ຮ້ອງເພັງ ມັນກະແຄບເຂົ້າ ໃຫ້ຍັງເຂົ້າຈາກຝັ່ງ ບໍ່ໃຫ້ມັນມາເກ໋ະກະ."

ທ່ານກ່າວຕື່ມວ່າ ເຈົ້າຂອງຮ້ານອາຫານ ທີ່ຕັ້ງຢູ່ຕາມແຄມນໍ້າຊອງ ຈະຮູ້ກົດຣະບຽບ ຕາມຂໍ້ຕົກລົງຂອງເມືອງວັງວຽງແຂວງວຽງຈັນ ເລກທີ 581 ທີ່ຫ້າມບໍ່ໃຫ້ຜູ້ປະກອບການ ຮ້ານອາຫານ, ຮ້ານກິນດື່ມ ແລະຮ້ານຂາຍເຄື່ອງ ຕັ້ງຕູບ, ເອົາໂຕະ, ຕຽງ ໄປຕໍ່ເຕີມ ກວມເອົາ ແຄມທາງນໍ້າຊອງ ເກີນຂອບເຂດ, ຖ້າຍັງຝືນເຮັດ ກໍຖືວ່າຜິດກົດຣະບຽບ, ຖ້າບໍ່ຮື້ຖອນ ເຈົ້າໜ້າທີ່ກໍມີສິດ ທີ່ຈະຮື້ຖອນ ອອກໄດ້ ແລະຈະຖືກປັບໃໝ ຕາມຣະບຽບກົດໝາຍ ຊຶ່ງຜູ້ປະກອບການ ກໍຮູ້ກ່ຽວກັບເຣື່ອງນີ້ດີ ດັ່ງທີ່ທ່ານກ່າວວ່າ:

“ເນື່ອງຈາກວ່າຊ່ວງນີ້ ກໍເປັນການກະກຽມໃສ່ບຸນປີໃໝ່ລາວ ຫັ້ນແດ່. ທີ່ຈິງແລ້ວຫັ້ນແຫລະເນາະ. ທີ່ຈິງແລ້ວກະບໍ່ໃຫ້ເອົາລົງນໍ້າ ຫັ້ນແຫລະ ຄັນເວົ້າຕາມຄວາມຈິງ. ຄັນຖ້າຜູ້ໃດບໍ່ຟັງ ຍັງຝ່າຝືນຫຍັງຢູ່ ກໍສິແມ່ນຄະນະກັມການ ໄດ້ໄປແນະນໍາ ແລ້ວກະໃຫ້ ໂຍກຍ້າຍອອກ ແລະກະປັບຕາມລະບຽບ ກະຖືວ່າແລ້ວ.”

ເຈົ້າໜ້າທີ່ທ້ອງຖິ່ນ ເມືອງວັງວຽງ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງຄືກັນນັ້ນ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ເຈົ້າໜ້າທີ່ ໄດ້ເຂົ້າໄປຮື້ຖອນຕູບ ແລະເອົາໂຕະ, ຕຽງອອກຈາກທີ່ນັ້ນ ກໍເພື່ອເຮັດໃຫ້ບໍຣິເວນ ດັ່ງກ່າວກວ້າງຂຶ້ນ ແລະເພື່ອຄວາມ ປອດພັຍ ຂອງຄົນຫລິ້ນນໍ້າ:

“ຣັຖເຮົາບໍ່ໄດ້ອະນຸຍາດເດ໋ ຜິດຫັ້ນແຫລະ ຖ້າອີງໃສ່ຣະບຽບກົດໝາຍ. ທາງໜ້າມັນກະເປິະເປື້ອນແດ່ ເຂົາກິນອາຫານເຂົາ ກະຖິ້ມລົງ ນໍ້າຊອງ. ແຂກຄົນຫລາຍ ມັນເຈີເຮືອຈັກ ເຮືອຫຍັງລ່ອງ ມັນມີບັນຫາ. ຜ່ານມາ ກະມີເຮືອໄປປາດ ເອົາຄໍເດັກນ້ອຍ.”

ກ່ຽວກັບເຣື່ອງທີ່ວ່ານີ້ ຜູ້ປະກອບການ ຢູ່ຕາມແຄມນໍ້າຊອງ ເວົ້າວ່າ ເຈົ້າໜ້າທີ່ທາງການລົງມາກວດກາຢູ່ ແຕ່ບໍ່ໄດ້ແຈ້ງເຕືອນໃຫ້ຮູ້ ຍ້ອນເຈົ້າຂອງຮ້ານນັ້ນ ກໍຮູ້ກົດຣະບຽບດີຢູ່ແລ້ວວ່າ ຫາກຕໍ່ເຕີມສິ່ງປຸກສ້າງ ອອກໄປທາງແຄມນໍ້າຫລາຍ ແມ່ນຜິດກົດຣະບຽບ, ເຈົ້າໜ້າທີ່ສາມາດຮື້ຖອນ ອອກໄດ້ ແລະວ່າ ສ່ວນໃຫຍ່ທີ່ເຈົ້າໜ້າທີ່ ຮື້ຖອນອອກນັ້ນແມ່ນຕູບ ທີ່ຜູ້ປະກອບການສ້າງເລື່ອມໜ້າ ນໍ້າຊອງ ເຂົ້າໄປ ດັ່ງທີ່ທ່ານກ່າວວ່າ:

“ມັນເປັນປະເພດ ທີ່ແບບວ່າ ມັນເກີນໜ້ານໍ້າ ອິຫຍັງຊີ້ຫັ້ນນ່າ. ມັນເກີນທີ່ເພິ່ນກໍານົດໄວ້ ວ່າຊັ້ນສະ. ແຕ່ເພິ່ນກໍມີລະບຽບຫຼັກການ ມາຫັ້ນແຫຼະໄປ໋ ເຂົາເຈົ້າກໍມີລະບຽບມາແຕ່ດົນແລ້ວ ເຂົາເຈົ້າກະລົງປະຕິບັດໂຕຈິງ ຫັ້ນນະ.”

ແລະແມ່ຄ້າຢູ່ແຄມນໍ້າຊອງ ນາງນຶ່ງເວົ້າວ່າ ເຈົ້າໜ້າທີ່ມາຮື້ຖອນ ແຕ່ຮ້ານອາຫານບາງຮ້ານ ທີ່ຜິດກົດຣະບຽບເທົ່ານັ້ນ ເປັນຕົ້ນຮ້ານ ໃດທີ່ປຸກຕູບເລື່ອມເຂົ້າໄປນໍ້າຊອງ, ເອົາໂຕະ ເອົາຕຽງໄປຕັ້ງ ກີດຂວາງທາງນໍ້າ ເຮືອແລ່ນລໍາບາກ:

“ເຂົາເຈົ້າເຮັດເປັນບ້ານພັກ ລຽບແຄມຊອງ ເຂົາກະໄປເຮັດຕູບ ເຮັດຕຽງນັ່ງຫັ້ນນະ ຢາຍໃສ່ແຄມນໍ້າຫັ້ນ ຕອນຄົນຫຼາຍໆຫັ້ນ ເຂົາເຈົ້າກະຕາກອອກໄປໄດ້.”

ກ່ຽວກັບເຣື່ອງການຮື້ຖອນ ສິ່ງປຸກສ້າງ ທີ່ຜິດກົດຣະບຽບຄືທີ່ວ່ານັ້ນ ເມື່ອເດືອນກັນຍາ 2020 ເຈົ້າໜ້າທີ່ເມືອງວັງວຽງ ແຂວງວຽງຈັນ ກໍໄດ້ສັ່ງໃຫ້ເຈົ້າຂອງ ຮ້ານອາຫານຕ່າງໆ ຮື້ຖອນ ສິ່ງຕໍ່ເຕີມ ທີ່ເລື່ອມນໍ້າໄປນັ້ນອອກ. ແຕ່ຈົນມາເຖິງຕົ້ນປີ 2021 ນີ້ ບໍ່ພຽງແຕ່ຍັງ ຮື້ຖອນ ອອກບໍ່ໝົດເທົ່ານັ້ນ ແຕ່ຍັງມີບາງຮ້ານຕໍ່ ເຕີມຂຶ້ນມາໃໝ່ຕື່ມອີກ ແຕ່ກໍຖືກເຈົ້າໜ້າທີ່ ຮູື້ຖອນອອກ ເພື່ອຄວາມເປັນຣະບຽບ ຮຽບຮ້ອຍ ຂອງສະຖານທີ່ທ່ອງທ່ຽວ ເມືອງວັງວຽງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org