UN ທັກທ້ວງ ຣັຖບານລາວ ເຣື່ອງຜູ້ປະສົບພັຍ ເຂື່ອນແຕກ

ຣາຍງານພິເສດ ຂອງອົງການ ສະຫະປະຊາຊາຕ ໄດ້ທວງຖາມ ທາງການລາວ ກ່ຽວກັບ ການຟື້ນຟູຊີວິຕ ການເປັນຢູ່ ຂອງປະຊາຊົນ ຜູ້ທີ່ປະສົບພັຍ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຍ້ອນວ່າ ການຟື້ນຟູ ບໍ່ເປັນໄປຕາມ ທີ່ທາງການລາວ ແລະ ບໍຣິສັດ ໃຫ້ຄຳໝັ້ນສັນຍາ ເອົາໄວ້.

ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ປີ 2018. ນັກຂ່າວ ພົລເມືອງ

ບັນ​ດາ ຜູ້ຣາຍງານພິເສດ ຂອງອົງການ ສະຫະປະຊາຊາຕ ໄດ້ຮ່ວມກັນອອກໜັງສື ສະແດງຄວາມເປັນຫ່ວງ ກ່ຽວກັບຜົກະທົບ ທາງດ້ານສິດທິມະນຸສ ຫຼັງຈາກມທີ່ ເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ແຕກໄປເປັນເວລາ 4 ປີ. ຂໍ້ເປັນຫ່ວງດັ່ງກ່າວ ລວມມີ ປະຊາຊົນ ທີ່ໄດ້ຮັບຜົກະທົບ ຍັງຢູ່ໃນຄວາມທຸກຍາກ, ຂາດການເຂົ້າເຖິງ ການບໍຣິານ ສາທາລະນະສຸ, ຂາດນ້ຳດື່ມທີ່ສະອາດ ແລະ ສຸອະນາໄມ, ເຣື່ອງເຮືອນຢູ່ຖາວອນໃຫ້ປະຊາຊົນ ທີ່ໄດ້ຮັບຜົກະທົບ​, ປະຊາຊົນສູນເສັຽທີ່ດິນ ແລະ ໄດ້ຮັບຊົດເຊີຍທີ່ດິນ ບໍ່ພຽງພໍ.

ຄວາມ​ພະຍາຍາມ ໃນການຟື້ນຟູ ປະຊາຊົນ ທີ່ໄດ້ຮັບຜົກະທົບ ​​ດຳເນີນໄປດ້ວຍ ຄວາມບໍ່ໂປ່ງໃສ, ຂາດຄວາມຕໍ່ນື່ອງ ແລະ ຂາດການມີສ່ວນຮ່ວມ ຂອງປະຊາຊົນ. ຜູ້ທີ່ຖືກເຄາະຮ້າຍ ໄດ້ຮັບການສົ່ງເສີມ ແລະ ຊົດເຊີຍໜ້ອຍ ແລະ ນອກຈາກນີ້ ຍັງບໍ່ມີກົລໄກ ໃນການຕຳນິສົ່ງຂ່າວ ໃຫ້ແກ່ປະຊາຊົນ ທີ່ໄດຮັບຜົກະທົບ.

ຜູ້​ຣາຍງານພິເສດ ຂອງອົງການ ສະຫະປະຊາຊາຕ ຍັງໄດ້ລະບຸເອົາໄວ້ ໃນຈົດໝາຍອີກວ່າ: “ຫຼັງ​ຈາກສັນເຂື່ອນ D ທີ່ໄດ້ແຕກໃນປີ 2018 ໄດ້ຮັບການສ້ອມແປງໄປແລ້ວ, ​ແຕ່ ຍັງມີສັ້ນເຂື່ອນອີກບາງຈຸດ ຄື ສັນເຂື່ອນ E ແລະ ສັນເຂື່ອນ F ມີສະພາບຄືກັນກັບ ສັນເຂື່ອນ D ຕອນທີ່ຍັງບໍ່ທັນແຕກ ເຊິ່ງສະແດງໃຫ້ເຫັນເຖິງ ສັນຍານທີ່ສັນເຂື່ອນ ທັງ​ 2 ຈະຍຸບໂຕລົງອີກ, ຖ້າວ່າ ລະດັບນ້ຳຢູ່ໃນອ່າງເກັບນ້ຳຂອງເຂືອນເຊປຽນ-ເຊນ້ຳນ້ອຍ ສູງຂຶ້ນ ຢູ່ໃນລະດັບນ້ຳ ຕອນທີ່ເຂື່ອນແຕກ.”

ນອກ​ຈາກນີ້ ການກໍ່ສ້າງເຮືອນຢູ່ຖາວອນ​ 700 ຫຼັງ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົກະທົບ ກໍມີຄວາຊັກຊ້າ, ມີມູນຄ່າການກໍ່ສ້າງສ້າງ ປະມານ 24 ລ້ານໂດລ້າຣ໌ ເຊິ່ງຣັບານ ໄດ້ກ່າວໃນເດືອນພຶພາ 2020 ວ່າ ການກໍ່ສ້າງເຮືອນດັ່ງກ່າວ ຈະສຳເຣັດ ແລະ ມອບໃຫ້ຊາວບ້ານໃນທ້າຍປີ 2021.

ໃນ​ເດືອນກຸມພາ 2021 ມີຣາຍງານວ່າ ການກໍ່ສ້າງເຮືອນ 200 ຫຼັງມີຄວາມຊັກຊ້າ ໂດຍທີ່ທາງການລາວ ໄດ້ໃຫ້ເຫດຜົວ່າ ຈຳເປັນທີ່ຈະຕ້ອງ ມີການປະເມີນກ່ອນ ທີ່ຈະມອບໂອນເຮືອນ ດັ່ງກ່າວ ໃຫ້ຊາວບ້ານ ຜູ້ທີ່ມີອາຍຸ 65 ປີ ຂຶ້ນໄປກ່ອນອື່ນໝົດ.

ໃນ​ເດືອນມິຖຸນາ 2021 ຍັງຄົງມີການກໍ່ສ້າງເຮືອນ 505 ຫຼັງແລະ ມີພຽງ 182 ຫຼັງເທົ່ານັ້ນ ທີ່ຜ່ານການປະເມີນ ແລະ ໃຫ້ຊາວບ້ານເຂົ້າໄປຢູ່ໄດ້ ໃນທ້າຍປີ 2021. ວາມຊັກຊ້າ ໃນການກໍ່ສ້າງເຮືອນ ມາຈາກຫຼາຍປັດໄຈ ເປັນຕົ້ນ ການບຸກເບີກ ແລະ ການໝາຍເຂດ ແລະ ເອົາດິນສ່ວນບຸກຄົນ ມາສ້າງເຮືອນໃໝ່, ສະພາບອາກາດທີ່ບໍ່ດີ, ການເຂົ້າເຖິງພື້ນທີ່, ແລະ ການຣະບາດ ຂອງໂຄວິດ-19.

ໃນ​ເດືອນ ກຸມພາ 2022, ເຈົ້າເມືອງນາມໄຊ ແຂວງ ອັດຕະປື ກ່າວວ່າ ເຮືອນ 401 ຫຼັງ ໄດ້ສ້າງສຳເຣັດແລ້ວ ແລະ ມອບໂອນໃຫ້ປະຊາຊົນ, ສ່ວນວ່າ ອີກ 299 ຫຼັງ ຈະສຳເຣັດການກໍ່ສ້າງ ໃນເດືອນ ເມສາ 2022, ແຕ່ວ່າ ໃນເດືອນເມສາ 2022, ຣັມົນຣີ ກະຊວງ ຖແລງຂ່າວ ວັນະທັມ ແລະ ທ່ອງທ່ຽວ ໄດ້ໄປຢ້ຽມຢາມ ເມືອງນາມໄຊ ແຂວງອັດຕະປື ແລະ ທ່ານ ໄດ້ກ່າວວ່າ ເຮືອນ 403 ຫຼັງ ໄດ້ຖືກສ້າງຂຶ້ນ ເຊິ່ງໃນນັ້ນ 322 ຫຼັງ ສ້າງສຳເຣັດ​​ສົມບູນ.

ມີຣາຍງານວ່າ ການແຈກຢາຍເຂົ້າກິນ ແລະ ການຈ່າຍເງິນ ອັດຣາກິນ ໃຫ້ປະຊາຊົນ ບໍ່ມ່ຳ ສເມີ ແລະ ບາງກໍຣະນີ ກໍຈ່າຍຊັກຊ້າເຖິງ 3 ເດືອນ.

ບໍ​ຣິສັດ ເຊປຽນ ເຊນ້ຳນ້ອຍ ທີ່ເປັນເຈົ້າຂອງໂຄງການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ຢຸດການຈ່າຍເງິນອັຕຣາກິນ ໃຫ້ແກ່ຊາວບ້ານ ແລະ ຢຸດແຈກຢາຍ ເຂົ້າກິນໃຫ້ແກ່ຊາວບ້ານ.

ທີ່​ກ່າມານັ້ນ ແມ່ນຂໍ້ມູນຈາກຜູ້ຣາຍງານ ພິເສດ ຂອງອົງການ ສະຫະປະຊາຊາຕ ທີ່ໄດ້​​ເຜີຍແຜ່ ໃນເດືອນກໍຣະກະດາ 2022 ທີ່ຜ່ານມາ.

ສ່ວນ​ວ່າ ສຳນັກງານຜູ້ຕາງໜ້າ ຖາວອນ ແຫ່ງ ສລາວ ປະຈຳອົງການ ສະຫະປະຊາຊາຕ ກໍໄດ້ອອກໜັງສື ໃນວັນທີ 7 ພຶຈິກາ 2022 ເພື່ອຊີ້ແຈງ ຕໍ່ຄຳກ່າວອ້າງ ຂອງຜູ້ຣາງານພິເສດວ່າ: “ຣັ​ບານລາວ ໄດ້ສຸມໃສ່ທຸກຄວາມພະຍາຍາມ ເພື່ອໃຫ້ຄວາຊ່ວຍເຫຼືອ ທຸກຢ່າງທີ່ເປັນໄປໄດ້ ຕໍ່ປະຊາຊົນ ທີ່ໄດ້ຮັບຜົກະທົບຈາກເຫດການສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ທີ່ແຕກ ເພື່ອຟື້ນຟູຊີວິຕການເປັນຢູ່ ຂອງເຂົາເຈົ້າ ໃຫ້ກັບມາເປັນປົກຕິ ໃຫ້ໄວເທົ່າທີ່ຈະໄວໄດ້.”

ສຳ​ນັກງານ ຜູ້ຕາງໜ້າ ຖາວອນ ແຫ່ງ ສ ລາວ ຍັງໄດ້ຊີ້ແຈງວ່າ ຣັບານລາວ ໄດ້ນັບນູນໃຫ້ຫຼາຍພາກສ່ວນ ບໍ່ວ່າຈະເປັນ ພາກເອກຊົນ, ອົງການຈັດຕັ້ງ ພາກປະຊາສັງຄົມ ແລະ ອົງການຈັດຕັ້ງສາກົລ ເພື່ອໃຫ້ການປະກອບສ່ວນ ໃນຫຼາຍຮູບແບບ ເພື່ອຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົກະທົບ.

ນອກ​ຈາກນີ້ ບໍຣິສັດ ພັນາ ທີ່ເປັນເຈົ້າຂອງໂຄງການ ກໍໄດ້ປະກອບສ່ວນ ອັນໃຫຍ່ຫຼວງ ແລະ ໃຫ້ການຮ່ວມມື ດ້ວຍຄວາມຮັບຜິດຊອບສູງ ຕາມທີ່ຣັບານລາວ ໄດ້ຮຽກຮ້ອງໄປ ໃນການຊົດເຊີຍ ແລະ ການຟື້ນຟູຊີວິຕການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົກະທົບ, ອີງຕາມໜັງສືຊີ້ແຈງ ຂອງສຳນັກງານ ຜູ້ຕາງໜ້າຖາວອນ ແຫ່ງ ສ ລາວ.

ໜັງ​ສືຊີ້ແຈງ ຍັງໄດ້ລະບຸວ່າ ຣັບານ ໄດ້ດຳເນີນໂຄງການ ພັນາຕ່າງໆ ເພື່ອຟື້ນຟູ ໂຄງສ້າງພື້ນຖານ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົກະທົບ ເປັນຕົ້ນ ໂຄງການລະບົບນ້ຳ ແລະ ຊົນລະປະທານ, ໂຄງການຝຶກອົບຮົມວິຊາຊີພ, ໂຄງການຟື້ນຟູປ່າໄມ້, ໂຄງການກໍ່ສ້າງໂຮງຮຽນຄືນໃໝ່, ໂຄງການສຸຂສາລາ, ໂຄງການສວັດດີການ​.

ທີ່​ກ່າວມານັ້ນ ແມ່ນສ່ວນນຶ່ງ ຂອງໜັງສືຊີ້ແຈງ ຂອງສຳນັກງານ ຜູ້ຕາງໜ້າຖາວອນ ແຫ່ງ ສ ລາວ ປະຈຳ ອົງການ ສະຫະປະຊາຊາຕ.

ສ່ວນ​ວ່າ ຄວາມຄືບໜ້າຫຼ້າສຸດ ໃນເດືອນຕົ້ນເດືອນ ພຶຈິກາ ທີ່ຜ່ານມາ ກໍຄື ການກໍ່ສ້າງເຮືອນພັກຖາວອນ ໃຫ້ແກ່ປະຊາຊົນ ເຫຼືອພຽງ 12 ຫຼັງ.

ວິທະຍຸ ກະຈາຍສຽງ ແຫ່ງຊາຕລາວ ເມື່ອວັນທີ່ 7 ພຶສຈິກາ 2022 ໄດ້​ຣາຍ​ງານ ໂດຍ ອ້າງ​ຄຳ​ເວົ້າ​ຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ແຂວງອັດຕະປື ຕອນ​ນຶ່ງວ່າ: “ໂຄງການສ້າງເຮືອນຖາວອນ 700 ຫຼັງໃຫ້ແກ່ຜູ້ປະສົບພັຍ ເຂືອນເຊປຽນ-ເຊນ້ຳນ້ອຍແຕກນັ້ນ ໃກ້ຈະສຳເຣັດຮ້ອຍສ່ວນຮ້ອຍແລ້ວ ປັດຈຸບັນ ຍັງເຫຼືອພຽງແຕ່ 12 ຫຼັງ ຍັງບໍ່ສຳເຣັດ ໃນນັ້ນ 10 ຫຼັງຢູ່ບ້ານຫິນລາດ ແລະອີກ 2 ຫຼັງຢູ່ບ້ານດົງບາກໃໝ່ຫີນຄຳ; ແລະທາງການ ໄດ້ມອບເຮືອນທີ່ສ້າງສຳເຣັດ 688 ຫຼັງໃຫ້ແກ່ຜູ້ປະສົບພັຍ ເຂື່ອນແຕກຮຽບຮ້ອຍແລ້ວ.ແຕ່ ຜູ້ປະສົບພັຍເຂື່ອນແຕກ ຫຼາຍຄົນ ໄດ້​ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ່ 3 ເດືອນພຶສຈິກາ 2022 ນີ້ວ່າ:

ການກໍ່ສ້າງເຮືອນ ຖາວອນປະມານ 100 ຫຼັງ ຍັງບໍ່ທັນສໍາເຣັດເທື່ອ ໂດຍສະເພາະ ຜູ້ປະສົບພັຍ ຢູ່ບ້ານຕາມະຢອດ ແລະ ກຸ່ມບ້ານສມອງເໜືອ-ສມອງໃຕ້ ຍັງບໍ່ມີຄອບຄົວໃດ ໄດ້ຮັບເຮືອນຖາວອນເທື່ອ ແລະການສ້າງລ້າຊ້ານັ້ນ ໄດ້ເຮັດໃຫ້ການມອບ ເຮືອນຖາວອນ ໃຫ້ກັບຜູ້ປະສົບພັຍ ເຂື່ອນແຕກຈໍານວນນຶ່ງ ຖືກເລື່ອນອອກໄປ ຈາກເດືອນຕຸລາ ເປັນເດືອນທັນວາ ປີ 2022 ຕື່ມອີກ.

ຊີ​ວິຕການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົກະທົບ ຍັງບໍ່ສາມາດກັບຄືນ ໄປເປັນປົກກະຕິໄດ້ ແລະ ຍາກທີ່ຈະກັບຄືນໄປໃຫ້ໄດ້ດີຄືເກົ່າ ເພາະວ່າ ເຂົາເຈົ້າບໍ່ສາມາດເຮັດນາໄດ້.

ປະ​ຊາຊົນ ຜູ້ທີ່ໄດ້ຮັບຜົກະທົບ ຈາກເຂື່ອນແຕກ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

ໂອ້ໂຕນີ້ ອ້າຍວ່າ ຢ້ານບໍ່ທໍ່ເກົ່າ ເພາະວ່າ ເຮົາມາໃຊ້ຊີວິຕແບບນີ້ ມັນບໍ່ຄົງທີ່ ແຕ່ ຄວາມຈິງກະຢາກໃຫ້ມັນ ເຂົ້າສູ່ເດີມຫັ້ນແຫຼ ໂດຍສະເພາະແມ່ນ ທຳມາຫາກິນຫັ້ນນ່າ ໄຮ່ນາຕາກ້າຄືເກົ່າຫັ້ນແຫຼ. ນັບແຕ່ເກີດເຫດມາ ໄຮ່ນາຕາກ້າ ຍັງບໍ່ທົດລອງເຮັດຈັກເທື່ອນ່າ ສະເພາະນາ ຂອງມັນເຮັດບໍ່ໄດ້.” 

ປະ​ຊາຊົນບາງຄົນ ກໍບອກວ່າ ຊີວິຕການເປັນຢູ່ ຂອງເຂົາເຈົ້າ ຍັງບໍ່ດີຂຶ້ນ ແຕ່ຍິ່ງທຸກກວ່າເກົ່າ, ບາງຄົນກໍບອກວ່າ ຊີວິຕການເປັນຢູ່ ເຂົາ​​ເຈົ້າບໍ່ມີວັນທີ່ຈະກັບໄປດີຄືກັບ ຊີວິຕການເປັນຢູ່ ກ່ອນເຫດການເຂື່ອນແຕກ.

ປະ​ຊາຊົນ ທີ່ໄດ້ຮັບຜົກະທົບ ອີກທ່ານ ນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

ເວົ້າເຣື່ອງຄວາທຸກຫຼັງເຂື່ອນແຕກມາ ມັນກະທຸກກວ່າເກົ່າຫັ້ນແຫຼ ກະສ່ວນຫຼາຍກະແມ່ນຍັງທຸກຫັ້ນແຫຼ ນາບ້ານເກົ່າ ກະຍັງເຮັດບໍ່ໄດ້ ມັນຫຼົ່ມມັນຂີ້ຕົມເຂື່ອນແຕກມາໃສ່ ກະຜູ້ໃດເຮັດໄດ້ ກະຫອຍກິນແດ່. ດິນທີ່ເພິ່ນມອບໝາຍໃຫ້ ດິນທີ່ເພິ່ນປັນໃຫ້ກະໄດ້ແຕ່ໃບຕາດິນ ໃບຕາດິນຂອງທອງຄັກແນ່ ແຫຼເພິ່ນໃຫ້ ຫາກແຕ່ວ່າດິນບໍ່ໄດ້ ບ້ານເຂົາເອົາ ບ້ານເຂົາກະວ່າໄປບຸກລຸກບ້ານເຂົາ ເຂົາກະບໍ່ໃຫ້.”

ເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເກີດຂຶ້ນໃນມື້ວັນທີ 23 ກໍຣະກະດາ ປີ 2018 ເຮັດໃຫ້ຊາວບ້ານ ໃນເມືອງສນາມໄຊ ແຂວງອັດຕະປື ຈໍານວນ 19 ບ້ານ ໄດ້ຮັບຄວາມເສັຍຫາຍ ຢ່າງໜັກໜ່ວງ ໃນນັ້ນ ມີ 6 ບ້ານ, ເສັຍຫາຍຈົນໝົດ 100% ແລະມີຜູ້ເສັຍຊີວິຕ 71 ຄົນ, ຊາວບ້ານ ບໍ່ມີທີ່ຢູ່ອາສັຍຖາວອນ ປະມານ 14,000 ຄົນ ອີງ​ຕາມ​ຂໍ້​ມູນ​ຈາກ​ທາງ​ການລາວ.

ແຜນການຟື້ນຟູ ຜົລກະທົບ ແລະ ຄຸນນະພາບຊີວິຕ ຂອງຜູ້ປະສົບພັຍ ເມືອງສນາມໄຊ ລະບຸວ່າ ທາງການແຂວງອັດຕະປື ຈະກໍ່ສ້າງເຮືອນຢູ່ຖາວອນ ແລະ ມອບຮັບ ໃຫ້ສໍາເຣັດພາຍໃນປີ 2022 ແລະ ພາຍໃນປີ 2025 ທຸກໂຄງການພັທນາ ຕ້ອງສໍາເຣັດ ທັງໝົດ 100% ແລະ ຜູ້ປະສົບພັຍທຸກຄົນ ຕ້ອງມີຊີວິຕການເປັນຢູ່ ທີ່ດີຂຶ້ນ ໂດຍ​ການ​ໃຊ້​ເງິນ​ທຶນ ຈາກບໍຣິສັດ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ປະ​ມານ 800 ຕື້ ກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org