ຄົນຈີນ ຂົນສິ່ງເສດເຫຼືອ ຖິ້ມຜິດລະບຽບ ກົດໝາຍ
ຊາວຈີນ 2 ຄົນ ທີ່ຂົນສິ່ງເສດເຫລືອແລະຂີ້ເຫຍື້ອໃສ່ຣົຖໄປຖິ້ມຊະຊາຍ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ແຄມທາງ ສາຍດົງນາໂຊກ-ໜອງບຶກ ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ ຄວນໄດ້ຮັບການລົງໂທດ.
-
ຈຳປາທອງ
2022-01-20 -
-
-
Your browser doesn’t support HTML5 audio
ຊາວຈີນ 2 ຄົນ ຂົນສິ່ງເສດເຫລືອ ແລະຂີ້ເຫຍື້ອໃສ່ຣົຖ ໄປຖິ້ມຊະຊາຍຢູ່ແຄມທາງຖນົນ ສາຍດົງນາໂຊກ-ໜອງບຶກ ເຂດບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃນມື້ວັນທີ 19 ມົກກະຣານີ້ ໂດຍບໍ່ສົນໃຈນໍາ ຂໍ້ຫ້າມຂອງລະບຽບກົດໝາຍລາວ. ຄົນລາວຫລາຍຄົນຢາກໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງດໍາເນີນຄະດີ ລົງໂທດພວກກ່ຽວຢ່າງຈິງຈັງ ເພື່ອໃຫ້ເປັນແບບຢ່າງ.
ດັ່ງປະຊາຊົນລາວ ຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 20 ມົກກະຣານີ້ວ່າ:
“ສ່ວນຶ່ງເປັນນໍາຄົນ ແຕ່ລະຄົນມັນມີຢູ່ແລ້ວມັກງ່າຍ ແຕ່ວ່າຜູ້ທີ່ໃຊ້ລະບຽບກັບເຂົາຫັ້ນ ບໍ່ໄດ້ເຮັດລະບຽບກັບເຂົາແທ້ ເວລາຖິ້ມມາລະ ບໍ່ເຫັນເຮັດຫຍັງເຂົາ ບໍ່ວ່າຢູ່ໃສ ອັນນີ້ກະຢູ່ຊຸມຊົນ ແຕ່ລະເຂດມີໝົດ ພວກຂ້ອຍກໍຢາກເຫັນວ່າ ຜູ້ເຂົາເຮັດຜິດນັ້ນແຫລະ ທາງການເຂົາຈະເຮັດແນວໃດ ກໍ ລະນີຄົນຈີນເຂົາຖິ້ມແບບນີ້ ລົງເຟສ ລົງຂ່າວແບບນີ້ ທາງການຈະເຮັດໄດ້ຫລືບໍ່ໄດ້ ປະຊາຊົນກໍຢາກເຫັນແນວນັ້ນ ມັນເປັນໂຕຢ່າງເດ ຄັນລະບຽບເຮັດບໍ່ໄດ້ກະຊິອ່ອນໄປເລີຍເຣຶ່ອງໂຕນີ້ ບໍ່ມີໃຜສົນໃຈ."
ຄົນລາວຫລາຍຄົນ ເປັນຫ່ວງນໍາເຣື່ອງການຖິ້ມສິ່ງດັ່ງກ່າວຢ່າງຊະຊາຍນັ້ນ ຍ້ອນມີການຖິ້ມກັນຫລາຍຢູ່ຕາມແຄມທາງ ທັງຄົນລາວແລະຄົນຕ່າງປະເທດ ເຊັ່ນຢູ່ເຂດບ້ານສິນໄຊ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
ການທີ່ຍັງມີຄົນເອົາສິ່ງເສດເຫລືອ ແລະຂີ້ເຫຍື້ອໄປຖິ້ມຕາມແຄມທາງຫລາຍນັ້ນ ກໍເປັນຍ້ອນວ່າ ບໍ່ມີການລົງໂທດຢ່າງຈິງຈັງ. ແຕ່ສໍາລັບຊາວຈີນ 2 ຄົນທີ່ວ່ານີ້ ດີແທ້ແມ່ນຢາກໃຫ້ທາງການດໍາເນີນຄະດີ ເປັນແບບຢ່າງໃຫ້ຄົນອື່ນໆ ຊຶ່ງທີ່ຜ່ານມາກໍມີແຕ່ປັບໃໝ.
ດັ່ງຊາວນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ເວົ້າຕາມຄວາມຈິງ ກໍຢາກໃຫ້ດໍາເນີນຄະດີພຸ້ນແຫລະ ກໍເປັນຫ່ວງເພາະວ່າມັນຈະເປັນແບບຢ່າງໃຫ້ຜູ້ອື່ນມາຖິ້ມຊະຊາຍ ສ່ວນຫລາຍກໍປັບໃໝຊື່ໆແລ້ວກໍປ່ອຍ ແລ້ວເຂົາເຈົ້າກໍເຮັດໄປເລື້ອຍໆ ໂຕຢ່າງທາງໄປວັດບ້ານສິນໄຊຫັ້ນນະ ທາງຕັດມຸມນັ້ນ ສີໂຄດຕະບອງນີ້ແຫລະ ເຂົາເຈົ້າໄປຖິ້ມຫລາຍ ເປັນເສດແກ້ວ ເສດວັດສະດຸມັນຂາຍບໍ່ໄດ້ຫັ້ນນະ ເຂົາເຈົ້າໄປຖິ້ມບັກຫລາຍໆ.”
ກ່ຽວກັບເຣື່ອງການລະເມີດລະບຽບກົດມາຍທີ່ວ່ານີ້ ເຈົ້າໜ້າທີ່ບໍລິຫານຕົວເມືອງສີໂຄດຕະ ບອງ ກໍເຫັນແລ້ວ ແລະກໍາລັງຕິດຕາມຊອກຫາຄົນຈີນ 2 ຄົນນັ້ນຢູ່, ເອົາມາປັບໃໝຕາມລະບຽບການ ໂດຍທີ່ຈະປັບໃໝຕາມນໍ້າໜັກຂອງຂີ້ເຫຍື້ອ ຄື 400 ກີບຕໍ່ກິໂລ.
ດັ່ງເຈົ້າໜ້າທີ່ບໍລິຫານຕົວເມືອງນີ້ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ເວົ້າຕໍ່ວິທຍະເອເຊັຍເສຣີໃນມື້ວັນທີ 20 ມົກກະຣານີ້ວ່າ:
“ກະເຫັນແລ້ວ ກໍາລັງຕິດຕາມຢູ່ນີ້ ຄົນຈີນມັນຖິ້ມໂດຍພະລະ ການຫັ້ນແຫລະນໍ ແຕ່ວ່າໄທເຮົາບໍ່ສາມາດຈັບຣົຖໄດ້ວ່າ ມັນໝາຍເລກຫຍັງ ເປັນພາບເບີໆແຫລະນໍ ຄັນໄດ້ເບີຣົຖແມ່ນໄດ້ແຫລະ ຄັນເຮົາຈັບໄດ້ກໍປັບໃໝຕາມລະບຽບຫັ້ນແຫລະ ກະປັບໃໝໂຕເວົ້າເຣື່ອງຂີ້ເຫຍື້ອນີ້ ເຮົາເວົ້າເປັນກິໂລນຶ່ງ 400 ກີບເດ ປະເມີນນໍາປະລິມາຂີ້ເຫຍື້ອນໍ.”
ທ່ານກ່າວຕື່ມວ່າ ຢູ່ນະຄອນຫລວງວຽງຈັນ ມີບ່ອນຖິ້ມຂີ້ເຫຍື້ອພຽງບ່ອນດຽວ ຄືສນາມຖິ້ມຂີ້ເຫຍື້ອຫລັກ 32. ແຕ່ທາງການມີຣົຖບໍລິການເກັບຂີ້ເຫຍື້ອຕາມບ້ານ ໂດຍເກັບເງິນນໍາເດືອນນຶ່ງປະມານ 40-50 ພັນກີບ.
ເຣື່ອງການຖິ້ມຂີ້ເຫຍື້ອຊະຊາຍ ຢູ່ນະຄອນຫລວງວຽງຈັນ ຊຶ່ງເປັນບັນຫາຕໍ່ສັງຄົມນັ້ນ ນັກວິ ຊາການດ້ານສິ່ງແວດລ້ອມ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ດຽວກັນນີ້ວ່າ ຍ້ອນຫລາຍເຂດບໍ່ມີບ່ອນຖິ້ມຂີ້ເຫຍື້ອ ເພາະຢູ່ນະຄອນຫລວງວຽງຈັນກໍມີບ່ອນຖິ້ມພຽງແຫ່ງດຽວ. ດັ່ງນັ້ນພາກສ່ວນທີ່ກ່ຽວຂ້ອງຂອງທາງການ ຈະຕ້ອງໄດ້ແກ້ໄຂບັນຫານີ້ຢ່າງຈິງຈັງ ໂດຍເພິ່ມບ່ອນຖິ້ມຂີ້ເຫຍື້ອໃຫ້ຫລາຍຂຶ້ນ, ເຖິງແມ່ນວ່າທາງພາກຣັຖຈະມີຣົຖເກັບຂີ້ເຫລື້ອຕາມບ້ານແລ້ວ ແຕ່ກໍຍັງບໍ່ທົ່ວເຖິງ, ປະຊາຊົນບໍ່ມີບ່ອນຖິ້ມຂີ້ເຫຍື້ອ, ຕ້ອງໄດ້ໄປຫາບ່ອນຖິ້ມ ຢູ່ບ່ອນທີ່ເປັນປ່າ ແລະຕາມແຄມທາງບ່ອນທີ່ບໍ່ມີຄົນ.
ດັ່ງທີ່ທ່ານກ່າວວ່າ:
“ປົກ ກະຕິເປັນແບບນີ້ ມັນຈະຕ້ອງເປັນພາກຣັຖໃນການຄຸ້ມຄອງຂີ້ເຫຍື້ອ ຫລືວ່າຈັດການໍ ມັນບໍ່ແມ່ນສະເພາະແຕ່ວ່າປະຊາຊົນບໍ່ຮູ້ກົດໝາຍ ເຂົາເຈົ້າບໍ່ມີບ່ອນຖິ້ມ ເຂົາເຈົ້າຕ້ອງຫາບ່ອນຖິ້ມ ເຂດທ້ອງຖິ່ນເຮົາກໍຍັງເຫັນການຖິ້ມຂີ້ເຫຍື້ອຊະຊາຍ ບ່ອນໃດທີ່ເປັນປ່ານະ ໄທບ້ານເຂົາເຈົ້າກໍມັກໄປຖິ້ມ.”
ການຖິ້ມສິ່ງເສດເຫລືອ ແລະຂີ້ເຫຍື້ອໃສ່ຕາມທາງຖນົນ ແຕ່ບ້ານດົງນາໂຊກ ໄປຫາບ້ານ ໜອງບຶກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນນີ້ ມີມາໄດ້ຫລາຍປີແລ້ວ, ທັງຄົນລາວ ແລະຄົນຕ່າງປະເທດ ເອົາໄປຖິ້ມໃສ່ ຊຶ່ງເປັນບັນຫາ ທີ່ທາງການລາວຍັງແກ້ບໍ່ຕົກ.
ເສັ້ນທາງສາຍດັ່ງກ່າວ ມີຜູ້ຄົນສັນຈອນໄປ-ມາຫລາຍ ແລະຢູ່ໃກ້ກັບເຂດທີ່ວ່ານັ້ນ ມີສໍານັກງານຣັຖວິສາຫະກິດໄຟຟ້າ ນະຄອນຫລວງວຽງຈັນ ແລະກະຊວງຊັພຍາກອນທໍາມະຊາດ ແລະສິ່ງແວດລ້ອມ ຕັ້ງຢູ່.
ຢູ່ນະຄອນຫລວງວຽງຈັນ ນອກຈາກເຂດທີ່ວ່ານີ້ແລ້ວ ກໍຍັງມີເຂດອື່ນໆອີກຫລາຍບ່ອນ ທີ່ມີຄົນເອົາຂີ້ເຫຍື້ອໄປຖິ້ມຊະຊາຍ ເຊັ່ນແຕ່ບໍລິເວນແຍກຕລາດດົງໝາກຄາຍ ໄປຫາບ້ານດົງໝາກຄາຍ ເມືອງໄຊທານີ ທີ່ມີ 2 ຈຸດ ຕາມເສັ້ນທາງລຽບປ່າສງວນຫ້ວຍຍາງ ທີ່ຄົນເອົາຂີ້ເຫຍື້ອໄປຖິ້ມໃສ່.
ນອກຈາກນະຄອນຫລວງວຽງຈັນແລ້ວ ຢູ່ແຂວງວຽງຈັນ ກໍມີຫລາຍບ່ອນ ທີ່ຄົນເອົາຂີ້ເຫຍື້ອໄປຖິ້ມໃສ່ຊະຊາຍ ຮວມທັງຢູ່ບໍລິເວນອ່າງນໍ້າມັງ 3 ຊຶ່ງເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ.