ຕາດຫ່ຽນຢູ່ເມືອງນານ ແຕກ
ຕາດ ຫ່ຽນ ຢູ່ ເມືອງ ນານ ແຂວງ ຫລວງ ພຣະບາງ ແຕກ ບ້ານເຮືອນ ເພພັງ ເສັຽຫາຍ.
-
ໄມຊູລີ
2015-09-08 -
-
-
Your browser doesn’t support HTML5 audio
ໃນ ວັນ ອັງຄານ ທີ 8 ກັນຍາ 2015 ນີ້, ເວລາ ບ່າຍ 3:00 ປະຊາຊົນ ບໍຣິເວນ ບ້ານ ນາຝ້າຍ ເມືອງນານ ແຂວງ ຫລວງ ພຣະບາງ, ໄດ້ຍິນສຽງ ຄ້າຍກັບ ສຽງ ຣະເບິດ ແຕກ ດັງແຮງ ຂຶ້ນ, ຕໍ່ມາ ບໍ່ເກີນ ເຄິ່ງ ຊົ່ວໂມງ ກໍມີ ນໍ້າຂີ້ຕົມ ພ້ອມ ໂຄນດິນ ເຈື່ອນ ເພພັງ ໄຫລລົງ ມາຈາກ ພູເຂົາ ຊຸເຂົ້າ ບ້ານເຮືອນ ຂອງ ປະຊາຊົນ ໃນ 4 ໝູ່ບ້ານ ຄື້: ບ້ານຝ້າຍ, ບ້ານ ນາເລົ່າ, ບ້ານ ປ່າໄຜ່ ແລະ ບ້ານ ສີບຸນເຮືອງ, ເມືອງນານ ແຂວງ ຫຼວງພຣະບາງ, ເກີດຄວາມ ເສັຽຫາຍ ຢ່າງ ໜັກໜ່ວງ ສ່ວນຫຼາຍ ມີແຕ່ ດິນ ໂຄນ ແລະ ຮາກ ໄມ້.
ຕາມ ຄວາມ ບອກເລົ່າ ຂອງ ຊາວບ້ານ ເວົ້າວ່າ 3-4 ມື້ ຜ່ານມາ ກໍບໍ່ໄດ້ມີ ຝົນຕົກ ແລະ ຟ້າ ກໍແດດ, ໃນຕອນທີ່ ມີ ດິນ ໂຄນ ທະລຸ ລົງສູ່ ບ້ານ ເຮືອນ ຂອງ ປະຊາຊົນ ທຸກຄົນ ບໍ່ຮູ້ວ່າ ເປັນດ້ວຍ ເຫດໃດ.
ຕາດຫຽ່ນ ເປັນ ແຫຼ່ງ ທ່ອງທ່ຽວ ທັມມະຊາດ ຂອງ ເມືອງນານ ແຕ່ ປັຈຈຸບັນ ກັບເພພັງ ຈົນກ້ຽງ. ສໍາລັບ ຄວາມເສັຽຫາຍ ນັ້ນ ຊາວບ້ານ ເວົ້າວ່າ ຍັງ ບໍ່ຮູ້ວ່າ ມີຜູ້ເສັຽ ຊີວິດ ແລະ ຫາຍສາບສູນ ຈັກຄົນ ກັນແທ້, ຮູ້ແຕ່ວ່າ ມີ ປະຊາຊົນ ໄປ ຂາຍເຄື່ອງ ຢູ່ ຕາດ ຫ່ຽນ ນັ້ນ ບໍ່ເຫັນ ສອງຄົນ ແລະ ປະຊາຊົນ ໃນ ໝູ່ບ້ານ ຈໍານວນ ນຶ່ງ ຍັງ ຊອກບໍ່ເຫັນ, ຊາວບ້ານ ໃຫ້ ຣາຍລະອຽດ ຕຶ່ມວ່າ:
“ຢູ່ ບໍ່ຢູ່ ມັນ ແຕກນະ ຖ້ວມ ເຮືອນ ປະຊາຊົນ ເປັນຕົ້ນ ບ້ານ ຝາຍ ທັງງົວ ທັງຄວາຍ ແລະ ຄົນ ກໍ ຫາຍສາບສູນ ປະມານ 6 ຄົນ ແຕ່ວ່າ ໄດ້ແລ້ວ 3 ຄົນ”.
ຊາວບ້ານ ຜູ້ດຽວ ກັນນີ້ ເວົ້າ ຕຶ່ມວ່າ ເຫດການ ຕາດ ຫ່ຽນ ແຕກ ເພພັງ ນັ້ນ ເຮັດໃຫ້ ເສັ້ນທາງ ຣະຫວ່າງ ເມືອງ ນານ ໄປຫາ ຫຼວງພຣະບາງ ຂາດ, ຢູ່ ຕິນພູ ສະແກນ ຊຶ່ງ ເປັນ ພູ ສູງຊັນ ຂອງ ເສັ້ນທາງ ນໍາອີກ.