ເຂື່ອນແຕກ ກຸ່ມກ່ຽວຂ້ອງ ຖືກຮຽກຮ້ອງ

ເຄືອຂ່າຍ ພາກປະຊາສັງຄົມ ເກົາຫຼີໃຕ້ ອອກຖແລງການ ຮຽກຮ້ອງ ໃຫ້ພາກສ່ວນ ກ່ຽວຂ້ອງ ມີຄວາມຮັບຜິດຊອບ ຕໍ່ເຫຕການ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ໃຫ້ຫຼາຍກວ່າ ທີ່ເປັນຢູ່.

ເຄືອຂ່າຍພາກປະຊາສັງຄົມ ເກົາຫຼີໃຕ້ ພາກັນຮຽກຮ້ອງ ຢູ່ຕໍ່ໜ້າ ບໍຣິສັດ SK ວ່າໃຫ້ຮັບຜິດຊອບ ກໍຣະນີ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ RFA/PN

ໃນວັນທີ 20 ມີນາ ຜ່າມານີ້, ເຄືອຂ່າຍພາກປະຊາສັງຄົມເກົາຫຼີໃຕ້ ທີ່ນະຄອນຫຼວງໂຊລ ໄດ້ອອກຖແລງການຮຽກຮ້ອງ ໃຫ້ພາກສ່ວນ ກ່ຽວຂ້ອງ ທັງຣັຖບານ ເກົາຫຼີໃຕ້ ແລະ ຜູ້ພັທນາເຂື່ອນ ເຊປຽນ-ເຊນ້ຳນ້ອຍ ສະແດງຄວາມຮັບຜິດຊອບ ໃຫ້ຫຼາຍກວ່ານີ້ ພາຍຫຼັງທີ່ ຮອງນາຍົກຣັຖມົນຕຣີລາວ ທີ່ເປັນຫົວໜ້າຄນະສືບສວນສອບສວນ ຫາສາເຫຕເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ໄດ້ເປີດເຜີຍຂໍ້ມູນ ເບື້ອງຕົ້ນຂອງຜົລການສືບສວນສວບສວນ ຫາສາເຫຕທີ່ແທ້ຈິງ ທີ່ມີຄວາມເປັນໄປໄດ້ວ່າ ຈະເກີດມາຈາກຄວາມຜິດພາດ ຂອງມະນຸສ ຫຼາຍກວ່າຈະເປັນ ພັຍທຳມະຊາດ.
ດັ່ງຜູ້ຕາງໜ້າເຄືອຂ່າຍ ພາກປະຊາສັງຄົມເກົາຫຼີໃຕ້ ນາງນຶ່ງໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ວັນທີ 22 ມີນາ ນີ້ວ່າ:

ຍານາງວ່າ "ແມ່ນແລ້ວ, ພວກເຮົາອອກຖແລງການຮຽກຮ້ອງ ໃຫ້ຜູ້ພັທນາໂຄງການ ແລະຣັຖບານເກົາຫຼີໃຕ້ ສະແດງຄວາມຮັບຜິດຊອບ ໃຫ້ຫຼາຍກວ່ານີ້ ຕໍ່ຂບວນການສືບສວນສອບສວນ. ເພື່ອໃຫ້ ພວກເຮົາຮັບຮູ້ເຖິງ ຂະບວນການສືບສວນສອບສວນ ແລະ ພວກເຮົາກໍ ຕິດຕາມຢ່າງໃກ້ຊິດວ່າ ການຄົ້ນຄວ້າ ຂອງການສືບສວນສອບສວນ ຈະຖືກເຜີຍແຜ່ຕໍ່ສາທາຣະນະ."

ຍານາງກ່າວຕື່ມວ່າ:

"ໃນໄລຍະຜ່ານມາ, ພວກເຂົາ ໝາຍເຖິງບໍຣິສັດ SK ບໍ່ຍອມຮັບການຮ້ອງຂໍຂອງກຸ່ມພວກເຮົາ ທີ່ຈະເຂົ້າຮ່ວມກອງປະຊຸມຕ່າງໆ ແລະ ພວກເຂົາກໍມັກເວົ້າວ່າ ພວກເຂົາບໍ່ມີຫຍັງຈະເວົ້າ ຍ້ອນຜົລ ຂອງການສືບສວນສອບສວນ ຢ່າງເປັນທາງການ ຍັງບໍ່ອອກມາເທື່ອ ແລະ ພວກເຂົາກໍຍັງຄຶດສເມີວ່າ ເຫຕການດັ່ງກ່າວເປັນພັຍທຳມະຊາດ."

ຕໍ່ບັນຫາດັ່ງກ່າວ, ທ່ານ ອ່ຽນ ແບ່, ນັກຊ່ຽວຊານດ້ານການສ້າງເຂື່ອນ ກໍໄດ້ໃຫ້ສຳພາດ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນກ່ອນໜ້ານີ້ ໂດຍໄດ້ຕັ້ງຂໍ້ສັງເກດວ່າ ເຫຕການເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ບໍຣິສັດຄວນຮັບຜິດຊອບເຕັມສ່ວນ ເພາະໄດ້ມີຣາຍງານອອກມາ ທີ່ກວດພົບກ່ອນໜ້ານີ້ວ່າ ບໍຣິສັດຕັ້ງໃຈຫຼຸດສະເປັກການກໍ່ສ້າງ ເຮັດໃຫ້ຄວາມສ່ຽງຕົກມາສູ່ຄົນລາວໃນທ້ອງຖິ່ນເອງ.

“ໂຕນີ້ມັນເປັນບັນຫາໃຫຍ່ ທີ່ວ່າບໍຣິສັດຄວນຕ້ອງຮັບຜິດຊອບ ເຕັມສ່ວນ ເພາະວ່າ ຂະເຈົ້າບໍ່ແມ່ນວ່າຜິດພາດຊື່ໆ, ຂະເຈົ້າຕັ້ງໃຈຢາກປະຢັດ ເງິນໄວ້ ຢາກຫາກຳລັຍໃຫ້ໂຕເອງ, ໂດຍໃຫ້ຄົນລາວ ເປັນຄົນຮັບຄວາມສ່ຽງ.”

ຖແລງການຂອງເຄືອຂ່າຍພາກປະຊາສັງຄົມເກົາຫຼີໃຕ້ ທີ່ນະຄອນຫຼວງໂຊລ ໄດ້ມີອອກມາ ພາຍຫຼັງທີ່ຮອງນາຍົກຣັຖມົນຕຣີລາວ ໄດ້ເປີດເຜີຍຂໍ້ມູນເບື້ອງຕົ້ນ ຂອງຜົລການສືບສວນສວບສວນ ຫາສາເຫຕທີ່ແທ້ຈິງ ທີ່ທ່ານໄດ້ກ່າວໃນກອງປະຊຸມ ທີ່ນະຄອນຫຼວງວຽງຈັນ ເມື່ອຕົ້ນເດືອນມີນາ ນີ້ວ່າ ການວິຈັຍດິນໃນບໍຣິເວນເຂດກໍ່ສ້າງເຂື່ອນ ທີ່ບໍ່ເລິກເຊິ່ງພຽງພໍ, ອາຈເປັນນຶ່ງໃນສາເຫຕຕົ້ນຕໍ ເຮັດໃຫ້ສັນເຂື່ອນ D ແຕກພັງ ເມື່ອວັນທີ 23 ກໍຣະກະດາ ເມື່ອປີກາຍນີ້ ຈົນເຮັດໃຫ້ມີຜູ້ເສັຽຊີວິຕເກີນ 40 ສົພ ແລະ ມີຜູ້ໄຮ້ທີ່ຢູ່ອາໃສເກີນ 6,000 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org