ມີການລັກຂຸດແຮ່ຄຳ ຢູ່ແຂວງອັດຕະປື ຊາຍແດນລາວ-ວຽດ
ປັດຈຸບັນ ມີກຸ່ມຄົນຈຳນວນນຶ່ງ ຊຶ່ງຄາດວ່າຈະເປັນຊາວບ້ານ ໃນພື້ນທີ່ໄປລັກຂຸດຄົ້ນເອົາແຮ່ຄຳ ຢູ່ຕາມຊາຍແດນ ລາວ-ວຽດນາມ ໃນເຂດເມືອງພູວົງ ແລະ ເມືອງຊານໄຊ ແຂວງອັດຕະປື ໂດຍການກະທຳດັ່ງກ່າວຖືວ່າ ບໍ່ຖືກຕ້ອງ ແລະຜິດກົດໝາຽ.
-
ໄຊຍາ
2022-11-16 -
-
-
Your browser doesn’t support HTML5 audio
ປັດຈຸບັນ ມີກຸ່ມຄົນຈຳນວນນຶ່ງ ຊຶ່ງຄາດວ່າຈະເປັນຊາວບ້ານ ໃນພື້ນທີ່ໄປລັກຂຸດຄົ້ນເອົາແຮ່ຄຳ ຢູ່ຕາມຊາຍແດນ ລາວ-ວຽດນາມ ໃນເຂດເມືອງພູວົງ ແລະ ເມືອງຊານໄຊ ແຂວງອັດຕະປື ໂດຍການກະທຳດັ່ງກ່າວຖືວ່າ ບໍ່ຖືກຕ້ອງ ແລະຜິດກົດໝາຽ.
ເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ ແຂວງອັດຕະປື ທ່ານນຶ່ງກ່າວວ່າ ຈຸດທີ່ມີການເຂົ້າໄປຂຸດຄົ້ນແຮ່ຄຳນັ້ນ ຖືເປັນພື້ນທີ່ຫ່າງໄກ ສອກຫລີກ ທີ່ບໍ່ມີເຈົ້າໜ້າທີ່ ໄປຕິດຕາມລາດຕາເວນ ຢ່າງຕໍ່ເນື່ອງເຮັດໃຫ້ກຸ່ມຄົນເລົ່ານັ້ນ ສວຍໂອກາດເຂົ້າໄປຂຸດຄົ້ນ ເອົາແຮ່ຄຳ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ພຶສຈິການີ້ວ່າ:
“ເອີ ລັກລອບຂຸດຄົ້ນແຮ່ທາດ ມັນຈະມີເຂດເມືອງຊານໄຊ ແລະເຂດເມືອງພູວົງ ເນາະ ວ່າເຮົາກາບໍ່ໄດ້ລົງໂຕຈິງຫາກໍໄດ້ຍິນ ຂະເຈົ້າເວົ້າການລົງພື້ນທີ່ ກວດກາມັນກາໄກ ກາໄກສົມຄວນຫັ້ນນ່າ.”
ອີງຕາມການຣາຍງານ ຂອງທ່ານ ວິທຍາ ພົມມະຈັກ ຫົວໜ້າຜແນກພລັງງານ ແລະບໍ່ແຮ່ ແຂວງອັດຕະປືທີ່ໄດ້ຣາຍງານ ຕໍ່ກອງປະຊຸມການ ປົກຄອງແຂວງ ປະຈຳງວດທີ 3 ເມື່ອບໍ່ດົນມານີ້ວ່າ ຢູ່ແຂວງອັດຕະປືຍັງເກີດມີກຸ່ມຄົນ ສວຍໂອກາດເຂົ້າມາລັກລອບຂຸດ ຄົ້ນຊື້-ຂາຍແຮ່ທາດ ແບບສະຊາຍຊຶ່ງ ໃນໄລຍະຜ່ານມາກໍໄດ້ອອກຄຳສັ່ງ ແລະແຕ່ງຕັ້ງຄະນະສະເພາະກິຈ ເຄື່ອນໄຫວພ້ອມທັງກັກໂຕ ຜູ້ລະເມີດມາສຶກສາອົບຮົມ ແລະປັບໃໝຫລາຍຄັ້ງ ທັງອອກແຈ້ງການ ຫ້າມແລະວາງມາຕການ ຕໍ່ຜູ້ລະເມີດ.
ກ່ຽວກັບເຣື່ອງນີ້ ຊາວບ້ານຜູ້ນຶ່ງໃນເມືອງຊານໄຊ ແຂວງອັດຕະປືກ່າວວ່າ ຊາວບ້ານທີ່ເປັນຊົນເຜົ່າທີ່າອາສັຍ ຢູ່ຕາມເຂດຊາຍແດນ ລາວ-ວຽດນາມ ກໍເຂົ້າໄປຂຸດຄົ້ນເອົາແຮ່ຄຳ ຄືດັ່ງວ່າເປັນອາຊີພເສີມ ຂອງພວກເຂົາເຈົ້າ ໄປແລ້ວ ແລະພວກຊາວບ້ານ ເລົ່ານັ້ນກໍບໍ່ໄດ້ໃຊ້ເຄື່ອງກົນຈັກ ໃນການຂຸດຄົ້ນ ທີ່ສົ່ງຜົລກະທົບຕໍ່ສິງແວດລ້ອມ ແລະສັງຄົມຢ່າງກ້ວາງຂວາງ ແຕ່ຢ່າງໃດ.
ສາເຫດທີີ່ຊາວບ້ານ ຕ້ອງເຂົ້າໄປລັກຂຸດຄົ້ນ ເອົາແຮ່ຄຳ ກໍເປັນຍ້ອນຊາວບ້ານ ທີ່ເປັນຊົນເຜົ່າເລົ່ານີ້ ບໍ່ມີພື້ນທີ່ ທຳການກະເສຕ ແລະອາຊີພທີ່ໝັ້ນຄົງ ເຮັດໃຫ້ພວກເຂົາເຈົ້າ ບໍ່ມີລາຍໄດ້ ສະນັ້ນການເຂົ້າໄປຂຸດຄົ້ນ ເອົາແຮ່ຄຳ ຫລືຮ່ອນຄຳ ຕາມສາຍນໍ້າທັມມະຊາຕ ກໍເປັນວຽກທີ່ເຂົາເຈົ້າ ພາກັນເຮັດມາແຕ່ດົນແລ້ວ. ດັ່ງຊາວບ້ານ ຜູ້ນີ້ໃນເມືອງຊານໄຊ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເຂົາກາຮ່ອນໃດແແຖວນັ້ນ ມັນກາມີຄຳຫັ້ນ ປາຍຫ້ວຍກາແມ່ນແລ້ວ ເຂົາກາບໍ່ໃຫ້ໄປອີກ ແບບຮ້ອນເອົາມັນບໍ່ຄືຂຸດຄົ້ນຫັ້ນແຫລະ ໄດ້ແບບເລັກໆ ນ້ອຍໆ ແຖວນັ້ນມັນກາມີຫລາຍ ແຕ່ວ່າດຽວນີ້ເພິ່ນຫວງຫ້າມຫລາຍ ເຂົາກາເລີຍບໍ່ໄດ້ໄປ.”
ຊາວບ້ານຜູ້ນີ້ກ່າວອີກວ່າ ພາຍຫລັງທາງການລາວ ສັ່ງຫ້າມຊາວບ້ານ ຫລືບຸກຄົນທີ່ບໍ່ມີໃບອະນຸຍາດ ຂຸດຄົ້ນແຮ່ທາດ ເຂົ້າໄປຂຸດຄົ້ນເອົາແຮ່ຄຳ ຫລືແຮ່ທາດອື່ນໆ ຢູ່ຕາມຊາຍແດນ ລາວ-ວຽດນາມ ປັດຈຸບັນກໍບໍ່ຄ່ອຍມີໃຜ ເຂົ້າໄປຂຸດຄົ້ນອີກແລ້ວ.
ສ່ວນຊາວບ້ານອີກຜູ້ນຶ່ງ ໃນເມືອງພູວົງ ແຂວງອັດຕະປື ກໍກ່າວວ່າ ຊາວບ້ານໄປຂຸຸດຄົ້ນ ແຮ່ຄຳ ກໍບໍ່ໄດ້ໃຊ້ເຄື່ອງຈັກ ຂນາດໃຫຍ່ ໃນການຂຸດຄົ້ນ ແລະການເຂົ້າໄປຂຸດຄົ້ນ ແຮ່ຄຳ ຫລືແຮ່ທາດອື່ນໆ ກໍບໍ່ໄດ້ມີປະຣິມານຫລາຍ ເພາະເຂົາເຈົ້າໄປຂຸດຄົ້ນ ເອົາແຮ່ ຍ້ອນຕ້ອງການເງິນມາຈັບຈ່າຍ ຊື້ເຄື່ອງອຸປໂພກ-ບໍຣິໂພກເທົ່ານັ້ນ ບໍ່ໄດ້ເຮັດເປັນຂະບວນການໃຫຍ່.
ດັ່ງຊາວບ້ານຜູ້ນີ້ ໃນເມືອງພູວົງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ປະຊາຊົນເຂົາຂຸດ ກາລັກຂຸດດ້ວຍຈົກ ດ້ວຍສຽມນີ້ແລ້ວ ແຕ່ວ່າດ້ວຍກົນຈັກນີ້ ບໍ່ໄດ້ດອກ ບໍ່ແມ່ນຊິໄດ້ຫລວງຫລາຍ ໄດ້ພໍແຕ່ກຸ້ມມື້ກຸ້ມວັນຫັ້ນແຫລະ ໄປຫາວັງຕັດ ໄປຫາ ເຂດຊາຍແດນ ວຽດນາມ ມີຄຳ.”
ຊາວບ້ານຜູ້ນີ້ກ່າວຕື່ມອີກວ່າ ສຳລັບຈຸດທີ່ຊາວບ້ານ ພາກັນໄປຂຸດຄົ້ນ ເອົາແຮ່ຄຳ ສ່ວນໃຫຍ່ກໍຈະຢູ່ຕາມຊາຍແດນ ລາວ-ວຽດນາມ ຫລື ຕາມສາຍນໍ້າຕ່າງໆ ຊຶ່ງປັດຈຸບັນເຕັມໄປດ້ວຍແຮ່ທາດ ແລະຊັພຍາກອນທີ່ອຸດົມສົມ ບູນອີກຫລາຍຢ່າງ ແຕ່ພື້ນທີ່ສ່ວນໃຫຍ່ ກໍໄດ້ຖືກບໍຣິສັດເອກຊົນ ທັງຈາກວຽກນາມ ແລະຈີນເຂົ້າໄປສັມປະທານ ເກືອບໝົດແລ້ວ.
ສ່ວນໃຫຍ່ ທີ່ຊາວບ້ານໄປຂຸດຄົ້ນນັ້ນ ຈະເປັນແຮ່ຄຳເປັນຫລັກ ເນື່ອງຈາກຊື້-ຂາຍໄດ້ງ່າຍ ແລະ ມີລາຄາແພງ ໂດຍປັດຈຸບັນລາຄາແຮ່ຄຳ ນໍ້າໜັກ 1 ສະລຶງ ຈະມີລາຄາປະມານ 2,000,000 ກີບ.
ທາງດ້ານເຈົ້າໜ້າ ທີ່ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງອັດຕະປື ທ່ານນຶ່ງ ກ່າວວ່າ ຈຸດທີ່ກຸ່ມຄົນເຂົ້າໄປລັກລອບຂຸດ ຄົ້ນເອົາແຮ່ຄຳ ຫລືແຮ່ທາດອື່ນໆ ສ່ວນໃຫຍ່ແລ້ວຈະຖືກ ຢູ່ໃນຂອບເຂດ ທີ່ດິນສັມປະທານ ຂອງບໍຣິສັດເອກຊົນ ເນື່ອງຈາກເກືອບທຸກໂຄງການ ເມື່ອໄດ້ຮັບສັມປະທານເນື້ອທີ່ໄປແລ້ວ ພວກເຂົາເຈົ້າ ກໍບໍ່ເຮັດຮົ້ວກັ້ນຂອບເຂດເອົາໄວ້ ເຮັດໃຫ້ມີກຸ່ມຄົນຈຳນວນນຶ່ງ ຄິດວ່າເປັນທີ່ດິນຫລວງ ຈຶ່ງພາກັນໄປຂຸດຄົ້ນເອົາແຮ່ຄຳ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເພາະວ່າໃນເຂດສັມປະທານ ຂອງບໍ່ຄຳຫັ້ນນ່າ ຂອງບໍ່ຢູ່ນີ້ນ່າໝາຽຄວາມວ່າ ຂະເຈົ້າມັນຈະເປັນພື້ນທີ່ ເປີດເນາະຈັ່ງຊັ້ນແຫລະ ມັນຈະຂຸດຄົ້ນແຮ່ ຢູ່ບາງຈຸດບາງບ່ອນຊື່ໆ ເປັນຈຸດໆ ໄປ.”
ປັດຈຸບັນພາຍໃນແຂວງອັດຕະປື ໄດ້ມີໂຄງການຊອກຄົ້ນ-ສຳຣວດແຮ່ທາດ ທີ່ສູນກາງເປັນຜູ້ອະນຸຍາດມີ 10 ບໍຣິສັດ 15 ກິຈການກວມເອົາ ເນື້ອທີ່ທັງໝົດ 2,766 ກິໂລຕາແມັດ ຫລື ປະມານ 276,600 ເຮັກຕ້າຣ໌. ໂຄງການສຳຣວດ ແຫລ່ງແຮ່ທີ່ແຂວງອັດຕະປື ເປັນຜູ້ອະນຸຍາດ ມີ 2 ໂຄງການ ກວມເອົາເນື້ອທີ່ທັງໝົດ 10 ກິໂລຕາແມັດ ຫລື ປະມານ 1,000 ເຮັກຕ້າຣ໌.
ໂຄງການ ແລະກິຈການ ທີ່ມີການເຄື່ອນໄຫວ ຂຸດຄົ້ນແລະປຸງແຕ່ງ ທີ່ສູນກາງເປັນຜູ້ອະນຸມັດ ມີທັງໝົດ 6 ບໍຣິສັດ, 6 ກິຈການ, ສ່ວນໃຫຍ່ເປັນການຂຸດຄົ້ນແຮ່ຄຳ-ແຮ່ເງິນ ສ່ວນຂັ້ນແຂວງອະນຸຍາດ ມີອີກ 6 ບໍຣິສັດ, 6 ກິຈການ ສ່ວນໃຫຍ່ເປັນແຮ່ໂລຫະ ສຳລັບການກໍ່ສ້າງ, ຫີນຊາຍ ແລະ ຂັ້ນເມືອງເປັນຜູ້ອະນຸຍາດມີ 14 ບໍຣິສັດ, 14 ກິຈການສ່ວນໃຫຍ່ ເປັນດິນໜຽວ ເພື່ອຜລິດດິນຈີ່. ອີງຕາມຂໍ້ມູນຂອງຜແນກພລັງງານ ແລະບໍ່ແຮ່ແຂວງອັດຕະປື.
ເມື່ອເວົ້າເຖິງການລັກລອບ ຂຸດຄົ້ນແຮ່ທາດ ແລ້ວບໍ່ພຽງແຕ່ແຂວງອັດຕະປື ເທົ່ານັ້ນທີ່ມີການລັກລອບ ຂຸດຄົ້ນແຕ່ແຂວງອື່ນໆ ກໍມີເຊັ່ນດຽວກັນ ດັ່ງຈະເຫັນໄດ້ໃນເຫດການ ໃນມື້ວັນທີ 08 ກັນຍາ 2022 ທີ່ຜ່ານມາ ທາງການແຂວງສວັນນະເຂດ ກໍໄດ້ຢຶດຣົຖບັນທຸກຂົນແຮ່ທາດ ທີ່ບໍ່ມີໃບອະນຸຍາດ ແລະບໍ່ມີເອກະສານເຄື່ອນຍ້າຍ ຕາມຣະບຽບກົດໝາຽ ແຕ່ບໍ່ມີການຣາຍງານ ປະຣິມານແຮ່ທາດ ແລະຜົລຂອງການສືບສວນເທື່ອ.
ໃນວັນທີ 21 ກັນຍາ 2022 ທີຜ່ານມາ ເຈົ້າໜ້າທີ່ພາສີ ຄຸ້ມຄອງ ແລະກວດກາສິນຄ້າ ປະຈຳດ່ານສາກົລນາເພົ້າ ແຂວງຄຳມ່ວນກວດພົບເຫັນ ແຮ່ທາດ ຈຳນວນ 1,386 ເປົາລວມນໍ້າໜັກ 57,200 ກິໂລກຣາມ ໄດ້ເຊື່ອງມານຳຣົຖບັນທຸກ ປ້າຍທະບຽນວຽດນາມ 74R003.16 ຈຶ່ງເຂົ້າຈັບຄົນຂັບຣົຖບັນທຸກ ຈຳນວນ 1 ຄົນ ບໍ່ມີການເປີດເຜີຍ ສັນຊາດ ພ້ອມກັບຍຶດຂອງກາງ ທັງໝົດເພື່ອກວດກາ ສືບສວນສອບສວນ ແລະດຳເນີນຄະດີຕາມກົດໝາຽ.
ໃນວັນທີ 08 ພຶສຈິກາ ຜ່ານມານີ້ ເຟສບຸກຄ໌ ທີ່ໃຊ້ສື່ວ່າ ເມືອງດາກຈຶງ ດິນແດນບໍ່ຄຳ ແຮ່ເມັດໜັກ ໄດ້ຣາຍງານວ່າ ກຸ່ມບໍຣິສັດລົງທຶນວຽດ ເຟືອງເພື່ອຂຸດຄົ້ນປຸງແຕ່ງ ແຮ່ບົກຊິດ ຈາກປະເທດວຽດນາມ ໄດ້ຂຸດຄົ້ນແຮ່ທາດເກີນເນື້ອທີ່ ຂອບເຂດທີ່ໄດ້ສັມປະທານ ຢູ່ເມືອງດາກຈຶງ ແຂວງເຊກອງ. ຊຶ່ງຕາມເອກສານ ຂອງຄະນະກັມການ ເມືອງດາກຈຶງທີ່ລົງວັນທີ 03 ສິງຫາ 2022 ໄດ້ລະບຸວ່າ ການຂຸດຄົ້ນແຮ່ ບົກຊິດ ຢູ່ເຂດດັ່ງກ່າວມີເນື້ອທີ່ແຕ່ພຽງ 5 ເຮັກຕ້າຣ໌ ແຕ່ອີງໃສ່ຂໍ້ມູນຈາກເຟສບຸກຄ໌ ທີ່ໃຊ້ສື່ດັ່ງກ່າວລະບຸວ່າເນື້ອທີ່ຂຸດຄົ້ນ ໂຕຈິງມີຮອດ 100 ເຮັກຕ້າຣ໌ ຖືວ່າເກີນຂອບເຂດ ທີ່ກຳນົດເຖີງ 95 ເຮັກຕ້າຣ໌.