ຢາງພາລາວຽດນາມສ້າງບັນຫາ ໃຫ້ຊາວບ້ານ

ການປູກ ຢາງພາລາ ຂອງ ບໍຣິສັດ ວຽດນາມ ໄດ້ສົ່ງ ຜົລກະທົບ ຕໍ່ການ ເປັນຢູ່ ຂອງ ປະຊາຊົນໃນ 20 ໝູ່ບ້ານ ຢູ່ ແຂວງ ເຊກອງ.

ຈາກໜັງສືພິມ ວຽງຈັນໃໝ່ ພົລເມືອງດີ ນໍາມາລົງໃນ ເຟັສບຸກ Vientianemai.net

 

ເຈົ້າຫນ້າທີ່ຣະດັບສູງ ທີ່ບໍ່ປະສົງອອກຊື່ ໄດ້ເປີດເຜີຍຕໍ່ເອເຊັຽເສຣີ ໃນທ້າຍສັປດາຜ່ານມາວ່າ ການລົງທຶນ ຂອງບໍຣິສັດ LVE ຈໍາກັດ ຂອງ ວຽດນາມ ທີ່ໄດ້ຮັບສໍາປະທານປູກຢາງພາລາ ໃນເນື້ອທີ່ກວ່າ 3 ພັນເຮັກຕາ ໃນແຂວງເຊກອງ ແລະ ການສ້າງໂຮງງານແປຮູບ ຢາງພາລາ ໃນແຂວງ ດັ່ງກ່າວນັ້ນ ໄດ້ສົ່ງຜົລກະທົບ ຕໍ່ການດໍາຣົງຊິວິດ ຂອງປະຊາຊົນຢ່າງໃຫຍ່ໃນເຂດ 18 ໝູ່ບ້ານໃນເມືອງທ່າແຕງ ແລະ 2 ບ້ານ ໃນເມືອງລະມາມ ໃນປັດຈຸບັນນີ້.

ຜົລກະທົບທີ່ເກີດຈາກການປູກຢາງພາລາ ຂອງ ບໍຣິສັດວຽດນາມໃນ ແຂວງເຊກອງ ກໍແມ່ນການບຸກເບີກ ພື້ນທີ່ ເກີນຂອບເຂດໄປກວມເອົາ ດິນຊາວບ້ານ ຊື່ງເປັນໄຮ່ນາ ຫລາຍຮ້ອຍເຮັກຕາ ຍິ່ງໄປກວ່ານັ້ນ ບໍຣິສັດວຽດນາມ ຍັງໄດ້ນໍາເຂົ້າ ແຮງງານຈາກວຽດນາມ ມາເຮັດວຽກໃນ ພື້ນທີ່ດັ່ງກ່າວນໍາອິີກ ຊື່ງເປັນການຍາດແຍ່ງວຽກງານ ຂອງແຮງງານລາວ ການກະທໍາດັ່ງກ່າວ ຂອງບໍຣິສັດ ວຽດນາມ  ພາໃຫ້ເກີດບັນຫາ ຂັດແຍ່ງຣະຫວ່າງ ຄົນລາວ ກັບຄົນວຽດນາມ ຫລາຍຂື້ນ ແລະ ກໍກາຍເປັນບັນຫາ ທາງດ້ານສັງຄົມ ໃນເວລານີ້.

ສໍາລັບໂຮງງານແປຮູບຢາງພາລາ ທີ່ຕັ້ງຢູ່ເມືອງທ່າແຕງນັ້ນ ກໍໄດ້ສົ່ງມົລພິດ ທາງອາກາດ ໃຫ້ປະຊາຊົນ ແລະສານເຄມີ ກໍໄຫລລົງສູ່ແມ່ນໍ້າ ລໍາທານນໍາອີກຍ້ອນວ່າ ໂຮງງານແປຮູບຢາງພາລາໄດ້ປ່ອຍແກັສ carbon dioxide ອອກສູ່ຊຸມຊົນ ໃນການຕົ້ມຢາງ ແລະປ່ອຍສານເຄມີ ຈາກຢາຂ້າຫຍ້າ ແລະ ຂ້າສັດຕຣູພືດ ລົງໃສ່ ແຫລ່ງນໍ້າ ທັມມະຊາດ ທີ່ໄຫລເຂົ້າໄປສູ່ພື້ນທີ່ ການກະເສດ ຂອງປະຊາຊົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org