ຜຸ້ເຄາະຮ້າຍນໍ້າຖ້ວມ ອະນາມັຍ ບ້ານເຮືອນ
ຊາວບ້ານ ຜູ້ປະສົບພັຍ ນໍ້າຖ້ວມ ແຂວງສວັນນະເຂດ ສາມາດ ກັບເຂົ້າບ້ານເຮືອນ ໄດ້ແລ້ວ ຫຼັງຈາກ ນໍ້າບົກແຫ້ງ, ແຕ່ຍັງຕ້ອງການ ຄວາມຊ່ອຍເຫຼືອ ຫຼາຍຢ່າງຢູ່.
-
ສຸພັດຕາ
2020-11-02 -
-
-
Your browser doesn’t support HTML5 audio
ມາຮອດປັດຈຸບັນຊາວບ້ານທັງ 8 ເມືອງ ຢູ່ແຂວງສວັນນະເຂດ ທີ່ເຮືອນຖືກນໍ້າຖ້ວມ ຈົນຕ້ອງໄດ້ອົພຍົບ ໄປຢູ່ບ່ອນທີ່ປອດພັຍນັ້ນ ສາມາດ ກັບເຂົ້າມາບ້ານເຮືອນຂອງຕົນໄດ້ແລ້ວ ພ້ອມທັງອະນາມັຍສ້ອມແປງ ເຮືອນທີ່ເສັຍຫາຍ ພາຍຫຼັງໃນຫຼາຍພື້ນທີ່ ນໍ້າຖ້ວມໄດ້ບົກແຫ້ງແລ້ວ, ແຕ່ຊາວບ້ານຫຼາຍຄົນ ກໍຍັງຕ້ອງການຄວາມຊ່ອຍເຫຼືອ ຈາກພາກຣັຖ ແລະ ບັນດາຜູ້ໃຈບຸນ ອີກຫຼາຍອັນຫຼາຍແນວ ໂດຍສະເພາະ ແມ່ນ ເຣື່ອງເຂົ້າກິນ, ເພາະເນື່ອງຈາກວ່າ ເຂົ້າທີ່ປູກໃນນານັ້ນ ໄດ້ຖືກນໍ້າຖ້ວມໝົດ, ດັ່ງຊາວບ້ານ ໃນເມືອງເຊໂປນ ຄົນນຶ່ງ ເວົ້າຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 2 ພຶຈິກາ ນີ້ວ່າ:
“ນໍ້າຫັ່ນແມ່ນບົກແລ້ວ ເຂົ້າຢູ່ດຽວນີ້ ອະນາມັຍບ້ານ ມັນປົກປະມານ 3 ມື້ 4 ມື້ນີ້ ເບື້ອງຣັຖ ກະເຂົ້າມາຊ່ວຍເນາະ ມີແຕ່ວ່າ ເຂົາຊ່ວຍແບບ ສຸກເສີນຫັ້ນນະ ຊ່ວຍນໍ້າ ກັບມີ່ຫັ້ນ ຕ້ອງການເຂົ້າຫັ່ນສ່ວນຫຼາຍ ບໍ່ໄດ້ ກ່ຽວເລີຍ ເຂົ້ານາດຽວນີ້ນະ ຢາກໃຫ້ຂະເຈົ້າ ສນອງແນວພັນເຂົ້າປູກ ຫັ້ນແຫຼ້ວ ປີໜ້າເດ້.”
ຊາວບ້ານ ຢູ່ເມືອງສອງຄອນ ຄົນນຶ່ງ ທີ່ເຄີຍອົພຍົມອອກຈາກເຮືອນ ຍ້ອນໜີ ນໍ້າຖ້ວມ ໃນທ້າຍເດືອນຕຸລາ ທີ່ຜ່ານມາເວົ້າວ່າ ປັດຈຸບັນ ຄອບຄົວຂອງຕົນ ແລະບັນດາເພື່ອນບ້ານ ກໍສາມາດຍ້າຍເຄື່ອງຂອງ ກັບເຂົ້າເຮືອນໄດ້ແລ້ວ ພ້ອມທັງເຮັດການອະນາມັຍ ສະພາບພາຍຫຼັງ ນໍ້າຖ້ວມ, ແຕ່ຊາວບ້ານຫຼາຍຄົນ ຍັງຕ້ອງການຄວາມຊ່ອຍເຫຼືອ ເພີ້ມຕື່ມຢູ່ ໂດຍສະເພາະເຂົ້າກິນ ເນື່ອງຈາກໄຮ່ນາ ຫຼາຍເຮັກຕ່າຣ ທົ່ວເມືອງ ໄດ້ຖືກນໍ້າຖ້ວມເຊັ່ນດຽວກັນ, ດັ່ງນາງກ່າວວ່າ:
“ຖ້ວມ ເຮົາກໍໄດ້ຮອດຊັ້ນ 2 ຍັງ 3 ຂັ້ນ ກະເສັຍຫາຍຫຼາຍຢູ່ ທີ່ວ່າເສັຍຫາຍ ຂະເຈົ້າກະມີແຕ່ເຂົ້າຫັ້ນແຫຼະ ຂາດເຂີນເຣື່ອງເຂົ້າ ເຂົ້ານໍ້າ ກະເບິດ ໃຜກະຕາຍເບິດ ຂາດແຄນກະຄືເຂົ້າສານ ສ່ວນຫຼາຍກະມີແຕ່ ເຂົ້າສານ ເພາະວ່ານໍ້າຖ້ວມເຂົ້າເບິດຫັ້ນ.”
ໃນຂນະທີ່ ຊາວບ້ານຢູ່ແຄມນໍ້າເຊບັງຫຽງ ເມືອງພີນ ທີ່ຖືກນໍ້າຖ້ວມເຊັ່ນດຽວກັນນັ້ນ ແຕ່ບໍ່ໄດ້ໜັກໜ່ວງ ຄື ເມືອງເຊໂປນ ແລະ ເມືອງ ສອງຄອນ ລ່າສຸດນີ້ ກໍໄດ້ເຣີ່ມອະນາມັຍ ແລະສ້ອມແປງເຮືອນແລ້ວ. ໃນຂນະດຽວກັນ ພາກສ່ວນເອກກະຊົນ ຈໍານວນນຶ່ງ ກໍໄດ້ນໍາເຄື່ອງ ຂອງ ທີ່ໄດ້ຮັບຈາກການ ບໍຣິຈາກ ມາແຈກຢາຍໃຫ້ແກ່ຜູ້ ປະສົບພັຍ ເນື່ອງຈາກຜ່ານມາ ຍັງບໍ່ສາມາດເດີນທາງ ເຂົ້າໃນເມືອງທີ່ຖືກນໍ້າ ຖ້ວມໜັກນັ້ນໄດ້, ດ່ັງຊາວບ້ານ ໃນເມືອງພີນ ຄົນນຶ່ງກ່າວວ່າ:
“ມັນຖ້ວມຢູ່ແຄມເຊບັງຫຽງ ລຽບເຊບັງຫຽງ ລະເບິດ ຖ້ວມເບິດ ມັນກະບົກແລ້ວດຽວນີ້ ເພິ່ນຮັບເບິດ ມາແຕ່ຊ່ວຍດຽວນີ້ ຄົນມາຊ່ວຍແຕ່ ວຽງຈັນ ເພິ່ນກະແຊວໆຢູ່ເມືອງພີນ, ເຊໂປນ ເພິ່ນມາຊ່ວຍຣົດເປັນ ຂບວນ ຣົດຄາຣາວານເລີຍ ເພິ່ນມາຫັ້ນນະ.”
ເຈົ້າໜ້າທີ່ ທາງການເມືອງເຊໂປນ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ ປັດຈຸບັນ ທັງທາງເຈົ້າໜ້າທີ່ ແລະພາກເອກກະຊົນຫຼາຍ ພາກສ່ວນ ກໍາລັງລົງພື້ນທີ່ ຊ່ອຍເຫຼືອຊາວບ້ານ ຢ່າງຕໍ່ເນື່ອງ ແລະ ສໍາລັບ ຊາວບ້ານ ບ້ານວັງຄົດ 26 ຄອບຄົວ ທີ່ເຮືອນຖືກນໍ້າພັດ ເຮືອນໄປ ຈົນບໍ່ເຫຼືອຊາກນັ້ນ ກໍຈະໄດ້ຮັບການຊ່ອຍເຫຼືອ ຈາກທາງການ ໂດຍສ້າງເຮືອນພັກຊົ່ວຄາວໃຫ້ ແຕ່ຈະມີການສ້າງເຮືອນຖາວອນ ໃຫ້ ຫຼືບໍ່ນັ້ນ ກໍຍັງຄົ້ນຄວ້າກັນຢູູ່, ດັ່ງທ່ານກ່າວວ່າ:
“ເຮືອນນີ້ກໍາລັງ ກໍາລັງຊອກໄມ້ຊອກຫຍັງ ຊິປຸກໃຫ້ໃດ໋ ໄດ້ຍິນວ່າແນວນັ້ນແຫຼະ ເຂົາກະມີພວກນັ້ນມາຊ່ວຍຢູ່ ຫຼາຍພາກສ່ວນ ເຂົ້າມາຊ່ວຍ.”
ສ່ວນຢູ່ເມືອງສອງຄອນ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກໍາລັງມີການຊ່ອຍເຫຼືອຊາວບ້ານ ທີ່ໄດ້ຮັບຜົລກະທົບ ຊຶ່ງໄດ້ພາກັນທະຍອຍກັບ ເຂົ້າມາ ເຮືອນ, ອີກທັງຍັງໄດ້ຫາຣື ຕຽມຊ່ອຍເຫຼືອ ບັນດາຊາວນາ ທີ່ສູນເສັຍເຂົ້າ ຈໍານວນຫຼາຍ ທີ່ຈໍາເປັນຕ້ອງໄດ້ຮັບ ການຊ່ອຍເຫຼືອ, ດັ່ງເຈົ້າໜ້າທີ່ ເມືອງສອງຄອນ ທ່ານນຶ່ງ ທີ່ບໍ່ສົງບອກຊື່ ແລະ ຕໍາແໜ່ງກ່າວວ່າ:
“ແມ່ນກັບຄືນ ຢູ່ບ້ານໝົດແລ້ວ ຈໍານວນນຶ່ງ ກະຢູ່ໄຮ່ຢູ່ນາ ແຕ່ວ່າຜົລການຜລິດ ຂະເຈົ້ານີ້ ໂອ ຖືກເສັຍຫາຍ ໝົດແລ້ວ ໃນນວນ 2,000 ກວ່າຄອບຄົວ ພຸ້ນໃດ ເນື້ອທີ່ ມັນຖືກທັງໝົດ ກະ 5,000 ປາຍເຮັກຕ່າຣ ພາກສ່ວນຕ່າງໆ ນີ້ກະຍັງທະຍອຍ ກັນມາຢູ່ ພວກເຮົາກະໄດ້ ໄປແຈກຢາຍ ໃຫ້ຄອບຄົວເປົ້າໝາຍ ໝົດຫັ້ນເດ້.”
ເຫດການນໍ້າຖ້ວມ ຢູ່ 8 ເມືອງ ຂອງແຂວງສວັນນະເຂດໃນເທື່ອນີ້ ເບື້ອງຕົ້ນ ມີບ້ານທີ່ໄດ້ຮັບຜົລກະທົບ 149 ບ້ານ, ມີຜູ້ໄດ້ຮັບຜົລກະທົບ ທັງໝົດ 10 ພັນປາຍ ຄອບຄົວ, ພົລເມືອງ 52 ພັນປາຍຄົນ. ໃນຂນະທີ່ ເຂົ້ານາປີ ຂອງປະຊາຊົນ ເສັຍຫາຍປະມານ 23,000 ປາຍ ເຮັກຕ່າຣ ແລະບັນດາສັດລ້ຽງ ເປັນຕົ້ນ: ງົວ-ຄວາຍ, ໝູ ແລະອື່ນໆ ຈົມນໍ້າຕາຍຢ່າງໜ້ອຍ 90 ໂຕ, ສ່ວນມູນຄ່າຄວາມເສັຍຫາຍ ທັງໝົດນັ້ນ ປັດຈຸບັນ ຍັງບໍ່ສາມາດປະເມີນ ໄດ້ເທື່ອ ເພາະຍັງຢູ່ໃນຣະຫວ່າງ ການລົງເກັບກໍາຂໍ້ມູນ.
ສໍາລັບເມືອງເຊໂປນ ຊຶ່ງເປັນເມືອງ ທີ່ໄດ້ຮັບຜົລກະທົບນໍ້າຖ້ວມໜັກ ຫຼາຍກວ່າເມືອງອື່ນໆນັ້ນ ມີເຮືອນຂອງປະຊາຊົນ ຖືກນໍ້າຖ້ວມ 2,700 ຄອບຄົວ ໃນ 47 ບ້ານ, ນອກຈາກນີ້ ຍັງມີຜູ້ເສັຽຊີວິດ 1 ຄົນ ໂດຍອີງຕາມການບອກເລົ່າ ຂອງໜ່ວຍກູ້ພັຍແຂວງສວັນນະເຂດ ວ່າຜູ້ຕາຍ ນັ້ນ ບໍ່ແມ່ນຕາຍຍ້ອນນໍ້າຖ້ວມ ແຕ່ຍ້ອນພຍາດຂອງຜູ້ກ່ຽວ. ເຮືອນເປ່ເພ ແລະ ຖືກນໍ້າພັດໄຫຼໄປ ທັງໝົດ 109 ຫຼັງ,
ເຂົ້ານາເສັຍຫາຍ 1,764 ເຮັກຕ່າຣ ຮວມມູນຄ່າຄວາມເສັຍຫາຍທັງໝົດ ສະເພາະເມືອງເຊໂປນ ຈໍານວນ 317 ຕື້ປາຍກີບ, ອີງຕາມການ ຣາຍງານ ຈາກຫ້ອງວ່າການ ສໍານັກງານ ນາຍົກຣັຖມົນຕຣີ.