ຂົນສົ່ງສິນຄ້າລາວ-ຈີນ ໄດ້ຮັບຜົນກະທົບ ນໍ້າຖ້ວມທາງ, ດິນເຈື່ອນ

ຜູ້ປະກອບການຂັບລົດຂົນສົ່ງສິນຄ້າ ລະຫວ່າງລາວ ແລະ ຈີນ ໄດ້ຮັບຜົນກະທົບຕື່ມອີກ ຍ້ອນວ່າ ເກີດດິນເຈື່ອນທັບເສັ້ນທາງ ຈາກເຂດບ້ານນາເຕີຍ ຜ່ານບໍ່ເຕັນ ຢູ່ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ເພື່ອໄປດ່ານສາກົນບໍ່ເຕັນ-ບໍ່ຫານ.

ດິນເຈື່ອນທັບຖົມເສັ້ນທາງເຂດເມືອງຫຼວງນ້ຳທາ ພາຍຫຼັງຝົນຕົກໜັກ ແລະເກີດເຫດການ້ຳຖ້ວມໃຫຍ່ (TS) ວັນທີ 11 ກັນຍາ 2024. RFA

ຜູ້ປະກອບການຂັບລົດຂົນສົ່ງສິນຄ້າ ລະຫວ່າງລາວ ແລະ ຈີນ ໄດ້ຮັບຜົນກະທົບຕື່ມອີກ ຍ້ອນວ່າ ເກີດດິນເຈື່ອນທັບເສັ້ນທາງ ຈາກເຂດບ້ານນາເຕີຍ ຜ່ານບໍ່ເຕັນ ຢູ່ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ  ເພື່ອໄປດ່ານສາກົນບໍ່ເຕັນ-ບໍ່ຫານ.

ເຫດການດິນເຈື່ອນທັບເສັ້ນທາງເກີດຂຶ້ນໃນວັນທີ 1 ຕຸລາ ເຮັດໃຫ້ລົດບັນທຸກຫຼາຍຄັນຕ້ອງຈອດລຽນແຖວກັນ ບໍ່ສາມາດຂັບຜ່ານໄປໄດ້.

ຜູ້ປະກອບການຂັບລົດຂົນສົ່ງສິນຄ້າລາວ-ຈີນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 2 ຕຸລາ ວ່າ:

ບໍ່ໄດ້ເທື່ອ ຕອນນີ້ ໄປບໍ່ໄດ້ເທື່ອເດີ ມີຫຼາຍແກ່ເຄື່ອງ ເຕັມກັນອັ່ງອໍຢູ່ຫັ້ນນ່າ ໄປຍັງບໍ່ໄດ້ເທື່ອນ່າ ເຂົາຍັງແກ້ໄຂເອົາລົດຈົກລົດຫຍັງມາເຄັຍຂີ້ຕົມ ອອກຈາກທາງ ເຄັຍພວກໄມ້ພວກຫຍັງນ່າ.

ນັບແຕ່ເກີດດິນເຈື່ອນໃນເສັ້ນທາງດັ່ງກ່າວ ລົດບໍ່ສາມາດຂົນສົ່ງສິນຄ້າໄປດ່ານບໍ່ເຕັນ-ບໍ່ຫານ ໄດ້ ສະນັ້ນ ຜູ້ປະກອບຂົນສົ່ງຈຶ່ງຍົກເລີກຂົນສົ່ງສິນຄ້າຊົ່ວຄາວ.

ຜູ້ປະກອບການຂົນສົ່ງສິນຄ້າ ທ່ານນຶ່ງ ໄດ້ກ່າວວ່າ:

ແມ່ນໆ ເຂົາເຈົ້າຍັງແປງຢູ່ນ່າ ຍັງແກ້ໄຂຢູ່ນ່າ 2-3 ມື້ນີ້ແຫຼະ ຢາກຊ້າໜ້ອຍນຶ່ງ ດຽວນີ້ ບໍ່ໄດ້ໄປແລ້ວ ບາດນີ້ນ່າ.”

ນັບແຕ່ເກີດສະພາບນໍ້າຖ້ວມ ແລະ ດິນເຈືຶ່ອນ ເປັນຕົ້ນມາ ນັ້ນເຮັດໃຫ້ການຂົນສົ່ງສິນຄ້າບໍ່ເປັນປົກກະຕິ ແລະ ຖ້າມື້ໃດຝົນຕົກໜັກ ກໍບໍ່ສາມາດຂົນສົ່ງສິນຄ້າໄດ້.

ຜູ້ປະກອບການອີກທ່ານນຶ່ງ ໄດ້ກ່າວວ່າ:

ກະໂຕນີ້ ບາງມື້ໄປໄດ້ ບາງມື້ໄປບໍ່ໄດ້ ກະເປັນບາງຖ້ຽວ ບາງຖ້ຽວກະໄປຍາກ ບາງຖ້ຽວກະໄປໄດ້ ຝົນຕົກແຮງໆ ກະບໍ່ໄດ້ ຝົນບໍ່ຕົກບາງມື້ກໍໄປໄດ້ ປະມານມື້ນຶ່ງກະວິດແລ້ວ.

ປັດຈຸບັນເຈົ້າໜ້າທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງນໍ້າທາ ກໍາລັງມີການແກ້ໄຂ ແລະ ສ້ອມແປງ ເສັ້ນທາງ ເພື່ອໃຫ້ລົດສາມາດສັນຈອນໄດ້ ສ່ວນວ່າ ລົດກະບະນ້ອຍ ກໍສາມາດແລ່ນໄດ້ແລ້ວບາງສ່ວນ.

ຊາວບ້ານນາເຕີຍ ໄດ້ກ່າວວ່າ:

ເຂົາເຈົ້າແປງຢູ່ແລ້ວ ເຂົາເຈົ້າຈົກແປງຢູ່ແລ້ວ ໄປໄດ້ແລ້ວ ມື້ນີ້ນ່າ ເຂົາເຈົ້າແປງຢູ່ແລ້ວ ດິນຖະຫຼົ່ມ ເຂົາແລ້ວ ດຽວນີ້ເຊົາແລ້ວ.

ນອກຈາກນີ້ ເສັ້ນທາງ ລະຫວ່າງເມືອງຫລວງນໍ້າທາ ໄປຫາເມືອງສິງ ເກີດການເຊາະເຈື່ອນເປັນບາງຈຸດ ແລະ ຍັງເກີດນໍ້າຖ້ວມຢູ່ເມືອງສິງ ໃນວັນທີ 2 ຕຸລາ ເຮັດໃຫ້ການຂົນສົ່ງສິນຄ້າລາວ-ຈີນ ບໍ່ສາມາດແລ່ນຜ່ານດ່ານປາງໄຮ-ດ່ານຊາເຫີ ໄດ້.

ຜູ້ປະກອບການຂົນສົ່ງສິນຄ້າເຂົ້າ-ອອກ ຢູ່ດ່ານປາງໄຮ ໄດ້ກ່າວວ່າ:

ນໍ້າຖ້ວມເມືອງສິງ ໂອ້ ຖ້ວມແລ້ວ ຖ້ວມທາງ ເມືອງສິງກະມາບໍ່ໄດ້ ນໍ້າທາມາເມືອງສິງຫັ້ນທາງເຈື່ອນ ມັນເຈື່ອນຢູ່ບ້ານຕີນຮໍ່ຫັ້ນນ່າ ອອກນໍ້າທາມາປະມານ 10 ກິໂລ ນີ້ ແຫຼະ ຄັນຢູ່ຫລວງນໍ້າທາມາເມືອງສິງບໍ່ໄດ້ ທາງເຈື່ອນ.

ກ່ຽວກັບເລື່ອງນີ້ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫານພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງນໍ້າທາ ເພື່ອຖາມລາຍລະອຽດເພີ່ມເຕີມ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງບໍ່ສະດວກໃຫ້ສໍາພາດ.

ກ່ອນໜ້ານີ້ ວັນທີ 9 ກັນຍາ ທີ່ຜ່ານມາ ລົດຂົນສົ່ງສິນຄ້າ ເຂດດ່ານສາກົນບໍ່ເຕັນ-ບໍ່ຫານ ເຄີຍປະສົບບັນຫາບໍ່ສາມາດແລ່ນຂົນສົ່ງສິນຄ້າໄດ້ ຍ້ອນນໍ້າຖ້ວມແຂວງຫລວງນໍ້າທາ ເຮັດໃຫ້ເສັ້ນທາງສັນຈອນເປ່ເພ.

ເຖິງວ່າ ພາກສ່ວນກ່ຽວຂ້ອງ ຈະພະຍາຍາມແກ້ໄຂສ້ອມແປງເສັ້ນທາງກໍຕາມ, ແຕ່ກໍຍັງປະສົບຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ເສັ້ນທາງກໍກັບມາເປ່ເພອີກ ຍ້ອນໄພທໍາມະຊາດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org