ຖນົນເມືອງທົ່ງມີໄຊ ໄປມາ ລໍາບາກ
ປະຊາຊົນ ຫລາຍບ້ານ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ຍັງໄປມາ ລຳບາກ ຍ້ອນຖນົນ ຫົນທາງ ເປ່ເພ.
-
ມະນີຈັນ
2017-05-26 -
-
-
Your browser doesn’t support HTML5 audio
ປະຊາຊົນຫລາຍບ້ານ ຢູ່ເມືອງທົ່ງມີໄຊ ແຂວງໄຊຍະບູລີ 600 ປາຍຄອບຄົວ ເດີນທາງໄປມາ ລຳບາກຫລາຍ ຍ້ອນຫົນທາງບໍ່ດີ, ເປັນ ທາງດິນແດງ, ໃນຍາມຝົນ ກໍເປັນຂີ້ຕົມ, ໃຊ້ຣົດຈັກ ຣົດຖີບບໍ່ໄດ້. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ເມືອງທົ່ງມີໄຊ:
"ມັນມີຢູ່ 4 ບ້ານ ບ້ານດອນພູນ ບ້ານນາມົນ ແລະ ມີບ້ານທາດ ບ້ານແຄນ ຄັນຍາມຝົນນີ້ ກະຫຍູ້ງຍາກຢູ່ ກະດີລະວ່າ ຖ້າມີທຶນມີຮອນ ກະຢາກຫາ ຄວາມຊ່ວຍເຫລືອ ຈາກທາງ ສູນກາງພຸ້ນແຫລະ ຍາດແຍງທຶນ ມາພັທນາ".
ບ້ານ ທີ່ມີຄວາມຫຍຸ້ງຍາກ ໃນການເດີນທາງໄປມາ ມີ 4 ບ້ານ ຄືບ້ານດອນພູນ, ໄລຍະທາງ 5 ກິໂລແມັດ, ບ້ານນາມົນ 3.6 ກິໂລແມັດ, ບ້ານທາດ 5 ກິ ໂລແມັດ ແລະບ້ານແຄນ 8.5 ກິໂລແມັດ. ຣົດໃຫຍ່ແລ່ນ ໄປມາບໍ່ໄດ້.
ເພື່ອແກ້ໄຂບັນຫາດັ່ງກ່າວ ທີ່ຜ່ານມາ ທາງເມືອງທົ່ງມີໄຊ ກໍໄດ້ສເນີຂໍ ງົບປະ ມານ ໄປຍັງແຂວງ ໄຊຍະບູລີ ເພື່ອປັບປຸງ ປົວແປງເສັ້ນ ທາງ ໃຫ້ປະຊາຊົນ ເດີນທາງ ໄດ້ສະດວກ. ແຕ່ຈົນມາເຖິງ ປັດຈຸບັນ ກໍຍັງບໍ່ທັນໄດ້ ຮັບຄຳຕອບເທື່ອ.
ທ່ານເວົ້າຕື່ມອີກວ່າ ນອກຈາກ 4 ບ້ານ ທີ່ວ່າມີຄວາມຫຍຸ້ງຍາກ ໃນການເດີນ ທາງນັ້ນແລ້ວ ໃນເມືອງນີ້ ກໍຍັງມີອີກ ຫລາຍບ້ານ ໃນເຂດ ຫ່າງໄກ ທີ່ບໍ່ທັນມີ ຫົນທາງດີໃຊ້, ເຮັດໃຫ້ ປະຊາຊົນ ເປັນຕົ້ນນັກຮຽນ ທຽວໄປໂຮງຮຽນ ໃນແຕ່ລະມື້ ໄດ້ຮັບຄວາມ ຫຍຸ້ງຍາກຫລາຍ ໂດຍສະເພາະ ໃນຣະດູຝົນ ຫົນທາງ ເປັນຂີ້ຕົມ ຣົດທຸກປະເພດ ບໍ່ສາມາດ ແລ່ນໄປມາ ໄດ້ເລີຍ.