ການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ບໍ່ສາມາດທົດແທນ ໄມ້ທີ່ຖືກຕັດໄປ ໄດ້
ການປູກຕົ້ນໄມ້ ເນື່ອງໃນວັນທີປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ບໍ່ສາມາດທົດແທນໄມ້ ທີ່ຖືກຕັດໄປໄດ້.
-
ອຸ່ນແກ້ວ
2024-06-10 -
-
-
Your browser doesn’t support HTML5 audio
ການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ບໍ່ສາມາດທົດແທນຕົ້ນໄມ້ ແລະ ປ່າໄມ້ ທີ່ຖືກຕັດໄປ, ແຕ່ການປູກໃນວັນດັ່ງກ່າວ ເປັນພຽງແຕ່ພິທີກໍາເທົ່ານັ້ນ.
ເຈົ້າໜ້າທີ່ ທ່ານໜຶ່ງ ໄດ້ໃຫ້ສໍາພາດຕໍ່ເອເຊັຽເສຣີ ວ່າ:
“ບໍ່ໄດ້ດອກທົດແທນ ຕາມເຮົາເບິ່ງ ເຂົາເອີ້ນວ່າ ປູກພໍມັນແກ້ອາຍໜ້າຊື່ໆຫັ້ນແຫຼະ ເປັນຫຍັງຈັ່ງວ່າຈັ່ງຊັ້ນ ສົມມຸດວ່າ ເຈົ້າປູກຕົ້ນໄມ້ດູ່ຊາເນາະ ລະຈັກປີມັນຊິໃຫຍ່ ເທື່ອມັນຊິໃຫຍ່ ມັນເປັນເຊັ່ນຄົນພຸ້ນ ເຂົາເອີ້ນວ່າ ປູກແກ້ໜ້າຊື່ໆ ນ່າ ເຮັດແກ້ຊື່ໆ ແຕ່ກີ້ພາກັນເຮັດຫຍັງຊັ້ນນ່າ ໄປຕັດຖິ້ມ ຕັດຖິ້ມຕັດຂາຍ.”
ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກວ່າ:
“ຕັດເປັນດົງ ມາປູກຕ້າມຕົ້ນ ລະຈັກປີມັນຊິໃຫຍ່ ເຊັ່ນລູກ ເຊັ່ນຫຼານພຸ້ນເບາະ ຊິປູກເພື່ອໃຫ້ລູກໃຫ້ຫຼານເບາະ ປູກຊູ່ມື້ນີ້ ເຮັດເປັນຂະບວນການຊື່ໆ ມັນບໍ່ແມ່ນຕັ້ງໃຈປູກດອກ ອັນນີ້ ບ້ານເຮົາເຮັດ ເຮັດພໍແລ້ວຮີດ ພໍແກ້ບໍ່ໃຫ້ປະຊາຊົນ ເຂົາເວົ້າໃຫ້ຊື່ໆດອກ.”
ນອກຈາກນີ້, ປະຊາຊົນ ທ່ານໜຶ່ງ ໄດ້ໃຫ້ສໍາພາດຕໍ່ເອເຊັຽເສຣີ ວ່າ:
“ມັນກະຫຼາຍມຸມມອງ ຄັນຊິໃຫ້ຂ້ອຍຕອບກະຄືແບບວ່າ ກະສ້າງພາບຫັ້ນນ່າ ໂອເຄເນາະທີ່ວ່າຈິດໃຈ ໂອເຄ ຂ້ອຍປູກເນາະ ຂ້ອຍລົນນະລົງໃຫ້ປະຊາຊົນແບບ ປູກຫັ້ນນ່າ.”
ປະຊາຊົນ ທ່ານນີ້ ກ່າວຕື່ມວ່າ:
“ແຕ່ວ່າ ໂຕຈິງກະຄືເຫັນຫັ້ນແຫຼະ ເຂົາໄປຕັດໄປຫຍັງຫັ້ນນ່າ ເຈົ້າປູກແບບນີ້ ບໍ່ແມ່ນວ່າ ປຸບໆ ມັນຊິຂຶ້ນຫັ້ນນ່າ ມັນໃຊ້ເວລາ 50 ປີ 100 ປີ.”
ນັກທຸລະກິດ ຄ້າໄມ້ ທ່ານໜຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຕອນນີ້ ບໍ່ມີິການອະນຸຍາດໃຫ້ຕັດໄມ້ອອກ ມີແຕ່ ໄມ້ເກົ່າທີ່ຢູ່ໃນສາງ ຫຼື ໄມ້ທີ່ຕັດໄວ້ແລ້ວ ການປູກຕົ້ນໄມ້ທົດແທນ ຈະບໍ່ສາມາດທົດແທນໄມ້ທີ່ຕັດໄປໄດ້ ແຕ່ເປັນພຽງແຕ່ພິທີການ ຫຼື ຮູບການເທົ່ານັ້ນ ໄປປູກຢູ່ໂຮງຮຽນ ໄປປູກຢູ່ປ່າຜະລິດມັນບໍ່ໄດ້.”
ນັກທຸລິກິດ ທ່ານນີ້ ກ່າວຕື່ມວ່າ:
“ບໍ່ດອກ ຄື ຕອນນີ້ ກໍມີປະຊາຊົນບຸກເບີກ ເຮັດສວນມັນ ສວນຫຍັງແລ້ວ ຊິເອົາຫຍັງມາທົດແທນ ສ່ວນໃຫຍ່ ປູກແຕ່ນໍາວັດ ນໍາໂຮງຮຽນ ອິຫຍັງຊື່ໆ ນ່າ.”
ບັນຫາທີ່ເກີດຂຶ້ນ ກໍຄື ທີ່ຜ່ານມາ ມີການຕັດໄມ້ ແລ້ວສົ່ງອອກໄປຂາຍ ຢູ່ປະເທດຫວຽດນາມ ແລະ ຈີນ ເປັນຈໍານວນຫຼາຍ.
ເຈົ້າໜ້າທີ່ກ່ຽວຂ້ອງທາງການລາວ ໄດ້ກ່າວວ່າ ໃນປີ 2024 ນີ້ ປະເທດລາວ ຕັ້ງເປົ້າໝາຍປູກຕົ້ນໄມ້ໃຫ້ໄດ້ 34 ລ້ານປາຍເບ້ຍ ໃນເນື້ອທີ່ 42,000 ເຮັກຕ້າຣ໌ ເພື່ອໃຫ້ບັນລຸເປົ້າໝາຍ ການປົກຫຸ້ມຂອງປ່າໄມ້ ກວມ 70% ຂອງເນື້ອທີ່ທົ່ວປະເທດ ໂດຍສະເພາະໃນເນື້ອ ທີ່ປ່າໄມ້ 3 ປະເພດ ຄື: ປ່າປ້ອງກັນ, ປ່າສະຫງວນ ແລະປ່າຜະລິດ.
ລັດຖະບານລາວ ໄດ້ຮ່າງຍຸດທະສາດປ່າໄມ້ ສະບັບໃໝ່ ໄລຍະປີ 2021-2030 ໂດຍມີເປົ້າໝາຍ ເພີ່ມການປົກຫຸ້ມເນື້ອທີ່ປ່າ 70% ໃນປີ 2030, ແຕ່ ກະຊວງກະສິກໍາ ແລະປ່າໄມ້ ໄດ້ລາຍງານ ເມື່ອເດືອນພະຈິກ 2022 ທີ່ຜ່ານມາວ່າ ທາງການລາວກຽມຮ່າງຍຸທສາດ ປ່າໄມ້ສະບັບໃໝ່ ເພື່ອສະເໜີ ໃຫ້ສະພາແຫ່ງຊາດຮັບຮອງ ປົກຫຸ້ມໃຫ້ໄດ້ 70% ພາຍໃນປີ 2035 ຄືເລື່ອນເວລາອອກໄປຕື່ມອີກ.
ແຕ່ປີ 2013 ຫາປີ 2022 ລັດຖະບານລາວ ໄດ້ໃຫ້ສໍາປະທານທີ່ດິນ-ປ່າໄມ້ ທີ່ສະພາແຫ່ງຊາດຮັບຮອງ ທັງໝົດປະມານ 300 ໂຄງການ, ກວມເອົາເນື້ອທີ່ ປະ ມານ 600,000 ເຮັກຕ້າຣ໌.