ໂຄງການເຂື່ອນແມ່ນໍ້າຂອງ ປາກລາຍ

ຊາວບ້ານ ທີ່ ຈະໄດ້ຮັບ ຜົນກະທົບ ຈາກ ໂຄງການ ເຂື່ອນ ແມ່ນໍ້າຂອງ ປາກລາຍ ກັງວົນ ຢ້ານບໍ່ໄດ້ ຮັບຄ່າ ຊົດເຊີຍ.

ໂຄງການເຂື່ອນແມ່ນໍ້າຂອງ ປາກລາຍ RFA

 

ຊາວເມຶອງ ປາກລາຍ ແຂວງ ໄຊຍະບູຣີ ທີ່ ຄາດວ່າ ຈະໄດ້ຮັບ ຜົນກະທົບ ຈາກ ໂຄງການ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ຢູ່ບ້ານ ຜາລຽບ ທາງເໜືອ ຂອງ ເມືອງ ປາກລາຍ ບອກກັບ ເອເຊັຽ ເສຣີ ວ່າ ພວກຕົນ ເປັນຫ່ວງ ຢ້ານວ່າ ເມື່ອຖືກຍ້າຍ ພູມລໍາເນົາ ໄປແລ້ວ ຈະບໍ່ໄດ້ ຮັບ ຄ່າຊົດເຊີຍ ທີ່ ສົມຄວນ ແລະ ຢ້ານວ່າຈະ ບໍ່ມີທີ່ດິນ ອຸດົມ ສົມບູນ ສໍາລັບ ທໍາໄຮ່ ທໍານາ ເພື່ອ ລ້ຽງຊີບ. ດັ່ງຊາວບ້ານ ຄົນນຶ່ງ ເວົ້າວ່າ:

"ຢ້ານວ່າເພິ່ນ ບໍ່ມີການ ໃຊ້ແທນໃຫ້ ແລ້ວຍ້າຍໄປ ແລ້ວຢ້ານໄປ ທຸກໄປຍາກ ຢູ່ນັ້ນນະ ເພິ່ນວ່າ ຜ່ານມາ ເຮົາຕັ້ງ ພູມລໍາເນົາ ທີ່ວ່າ ເປັນບ້ານ ອຸດົມສົມບູນ ມີທີ່ ທໍາກິນ ມີເຮືອນຢູ່ ແບບ ຖາວອນ, ແຕ່ວ່າ ເຣື້ອງ ເຮືອນຂະເຈົ້າ ບໍ່ຄິດງໍ້າງຽ່ງ ປານໃດ ແຕ່ວ່າ ເຣື້ອງທີ່ທໍາ ກິນ ນີ້ເນາະ ເຣື້ອງທີ່ດິນ ທໍາການ ຜລິດ ດິນກະສິກັມ ປູກຕົ້ນໄມ້ ອຸດສາຫະກັມ ພືຊຕ່າງໆ ທີ່ວ່າ ໄດ້ ປູກໄວ້ນະ ເພິ່ນ ຄິດງໍ້າງ່ຽງ ໂຕນີ້ແຫລະ ປະຊາຊົນ ນະ".

ຊາວບ້ານວ່າ ພວກຕົນ ເປັນຫ່ວງ ຍ້ອນວ່າ ດຽວນີ້ ບໍ່ທັນມີ ຣາຍຣະອຽດ ເຣື້ອງ ຄ່າຊົດເຊີຽ ຈາກ ທາງການ ເທື່ອ ຮູ້ແຕ່ວ່າ ເປັນບ້ານ ທີ່ຈະຕ້ອງ ໂຍກຍ້າຍ ອອກຖ້າຫາກ ວ່າ ມີການ ສ້າງເຂື່ອນ ຢູ່ບ້ານ ຜາລຽບ ແລະ ທາງການ ກໍສັນຍາ ວ່າຂະເຈົ້າ ຈະໄດ້ຮັບ ຄ່າຊົດເຊີຽ.

ຕາມຂໍ້ມູນ ການສຶກສາ ຜົນກະທົບ ສິ່ງ ແວດລ້ອມ ນັ້ນ ບ້ານທີ່ຈະໄດ້ ຮັບຜົນ ກະທົບ ຈາກໂຄງການ ເຂື່ອນ ບ້ານຜາລຽບ ເຂດເມືອງ ປາກລາຍ ແຂວງໄຊຍະບູຣີ ກໍມີບ້ານ ບ້ານຫ້ວຍ ໃຕ້ ບ້ານປາກຕຸງ ແລະ ບ້ານຜາລຽບ. ນອກນັ້ນ ກໍມີບ້ານ ປາກແຜນ ບ້ານ ດອນຊາຍ ງາມ ບ້ານ ນາອຸດົມໃຕ້ ແລະ ບ້ານ ປາກຍັນ ເຂດເມືອງແມດ ແຂວງ ວຽງຈັນ. ໄລ່ລວມ ແລ້ວ ປະຊາຊົນ ທັງໝົດ 790  ຄອບຄົວ ປະມານ 3,550 ຄົນ ຈະໄດ້ຮັບ ຜົນກະທົບ, ທົ່ງນາ ປູກເຂົ້າ ແລະ ປູກພືດ ອຸດສາຫະກັມ ປະມານ 10,700 ເຮັກຕາ ຖນົນຫົ ນທາງ ຫລາຍ 10 ຈຸດ, ໂຮງຮຽນ ແລະ ສະຖານທີ່ ຂອງຫລວງ ຫລາຍແຫ່ງ ຈະຖືກ ນໍ້າຖ້ວມ.

ໂຄງການ ເຂື່ອນ ແມ່ນໍ້າຂອງ ປາກລາຍ ມີກໍາລັງ ຜລິດ ໄຟຟ້າໄດ້ 770 ເມກາວັດ. ປັດຈຸບັນນີ້ ຍັງບໍ່ມີ ຣາຍຣະອຽດວ່າ ຍາມໃດ ຈະລົງມື ກໍ່ສ້າງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org