ຈີນຂຍາຍເຂດຂຸດຄົ້ນບໍ່ຄໍາ ປາກອູ

ຊາວບ້ານ ໃນເມືອງ ປາກອູ ແຂວງ ຫລວງພຣະບາງ ບໍ່ພໍໃຈ ທີ່ຈະຖືກ ໂຍກຍ້າຍ ຍ້ອນການ ຂຍາຍ ໂຄງການ ບໍ່ຄໍາ ຂອງຈີນ.

ຖໍ້າປາກອູ ປະມານ 25 ກິໂລແມັດ ຈາກຫລວງພຣະບາງ Erik/Heather

 

ຊາວບ້ານທີ່ອາສັຍຢູ່ບໍຣິເວນໂຄງການຂຸດຄົ້ນບໍ່ຄໍາພະປົ່ນໃນເມືອງປາກອູແຂວງຫລວງພຣະບາງ ບໍ່ພໍໃຈທີ່ຈະຖືກໂຍກຍ້າຍ ໄປຢູ່ບ່ອນອື່ນ. ເຖິງແມ່ນວ່າທາງບໍຣິສັດໄດ້ລົງໄປເຈຣະຈາ ແຕ່ກໍບໍ່ສາມາດຕົກລົງກັນໄດ້ ກ່ຽວກັບການຊົດເຊີຍແລະເວລາຍ້າຍ.ຕາມຄໍາເວົ້າຂອງເຈົ້າ ໜ້າທີ່ກ່ຽວຂ້ອງທ່ານນຶ່ງໃນວັນທີ 26 ກຸມພາ 2014:

"ບໍຣິສັດ ຂະເຈົ້າມັກຂັດນໍາຣັຖ ເຮົາມີແຕ່ບ້ານພະປົ່ນພີ່ບໍ່ຄໍາພະປົ່ນພີ່ ຕົວເລກຫັ້ນນະເປົ້າໝາຍຍົກຍ້າຍກໍມີແຕ່ 68 ຫລັງຄາ".

ທ່ານເວົ້າວ່າບັນຫາຄວາມຂັດແຍ່ງເກີດຂຶ້ນຍ້ອນບໍຣິສັດເອກຊົນຂອງຈີນທີ່ເຂົ້າມາສັມປະທານແທນບໍຣິສັດເກົ່າໃນຊ່ວງ 2 ປີຫລັງມານີ້ໄດ້ ເລີ່ມຂຍາຍພື້ນທີ່ໂຄງການອອກແລະຖືກເນື້ອທີ່ປູກຝັງແລະເຮືອນຂອງຊາວບ້ານເຮັດໃຫ້ຕ້ອງມີການຍ້າຍຊາວບ້ານອອກໄປ.ແຕ່ຊາວບ້ານ ສ່ວນຫລາຍຊຶ່ງເປັນຊົນເຜົ່າມົ້ງບໍ່ຢາກຍ້າຍອອກ.

ໂຄງການບໍ່ຄໍາພະປົ່ນ ຕັ້ງຢູ່ແຄມແມ່ນໍ້າອູ ໃກ້ທາງເລກທີ 13 ໃນເຂດເມືອງປາກອູ ແຂວງຫລວງພຣະບາງເປັນໂຄງການຂຸດຄົ້ນບໍ່ຄໍາ ຂອງບໍຣິສັດຈາກປະເທດຈີນຊຶ່ງຂຸດຄົ້ນມາແຕ່ປີ 2000 ມາໃນປີ 2012 ໄດ້ມີການປ່ຽນບໍຣິສັດສັມປະທານຊຶ່ງມີແຜນທີ່ຈະຂຍາຍພື້ນ ທີ່ຂຸດຄົ້ນອອກຕື່ມ.ຂໍ້ຮຽກຮ້ອງຂອງຊາວບ້ານຄື:ບໍ່ຕ້ອງການໂຍກຍ້າຍ.ຖ້າຕ້ອງໂຍກຍ້າຍແທ້ໆກໍຕ້ອງໃຫ້ຄ່າຊົດເຊີຍທີ່ເໝາະສົມຫາ ບ່ອນປຸກເຮືອນແລະດິນປູກຝັງທົດແທນໃຫ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org