ບັນຫານ້ຳເປື້ອນຈາກ ໂຮງງານແປ້ງມັນຕົ້ນຈີີນ ຢູ່ເມືອງປາກລາຍ
ບັນຫານໍ້າເສັຍ ຈາກໂຮງງານຜລິດແປ້ງມັນຕົ້ນ ຂອງບໍຣິສັດຈີນ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ທີ່ອອກສູ່ແມ່ນໍ້າຂອງ ເມື່ອວັນທີ 14 ມີນາ ທີ່ຜ່ານມານັ້ນ ໄດ້ຮັບການແກ້ໄຂ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະທາງໂຮງງານແລ້ວ: ເຈົ້າເມືອງ ເມືອງປາກລາຍ.
-
ສຸພັດຕາ
2024-03-18 -
-
-
Your browser doesn’t support HTML5 audio
ເມື່ອວັນທີ 15 ເດືອນມີນາ ທີ່ຜ່ານມານີ້ ທ່ານ ບຸນຫຼາຍ ວົງດາລາ, ວ່າການເຈົ້າເມືອງ, ເມືອງປາກລາຍ ແຂວງໄຊຍະບູຣີ ໄດ້ຊີ້ແຈງ ຕໍ່ຣາຍການ ຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາຕລາວ ເຖິງເຫດການ ໂຮງງານຜລິດແປ້ງມັນຕົ້ນ ຂອງນັກລົງທຶນຈີນ ຢູ່ບ້ານນໍ້າຊົ້ງ ເມືອງປາກລາຍ ທີ່ໄດ້ເຮັດນໍ້າເສັຍ ໄຫຼລົງໃສ່ແມ່ນໍ້າຂອງ ວ່າ ພາຍຫຼັງໄດ້ຮັບຮູ້ຂ່າວດັ່ງກ່າວ ທາງອົງການປົກຄອງເມືອງປາກລາຍ ກໍໄດ້ແຕ່ງຕັ້ງຄະນະກັມມະການ ເພື່ອລົງພື້ນທີ່ໄປກວດກາ ແລະແກ້ໄຂບັນຫາດັ່ງກ່າວ.
ເຊິ່ງຜ່ານການກວດກາ ໃນເບື້ອງຕົ້ນພົບວ່າ ໂຮງງານດັ່ງກ່າວ ບໍ່ໄດ້ຕໍ່ທໍ່ປ່ອຍນໍ້າເສັຍ ລົງແມ່ນໍ້າຂອງໂດຍຕຣົງ ແຕ່ອາດມີທໍ່ນໍ້າເປື້ອນ ຫຼື ນໍ້າຈາກອ່າງບໍາບັດນໍ້າເປື້ອນ ໄດ້ການຮົ່ວໄຫຼ ແລະໄຫຼລົງໃສ່ແມ່ນໍ້າຂອງ ແຕ່ກໍຈະມີການແກ້ໄຂ ກັບທາງໂຮງງານ ເພື່ອບໍ່ໃຫ້ເກີດບັນຫານີ້ອີກ ແລະຢືນຢັນວ່າ ແມ່ນໍ້າຂອງໃນເຂດດັ່ງກ່າວ ໄດ້ກັບສູ່ສະພາບປົກກະຕິແລ້ວ ແລະບໍ່ປະກົດມີປາຕາຍ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຫ້ອງການປົກຄອງເມືອງປາກລາຍ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ຮູ້້້ເຖິງຣາຍລະອຽດ ຫຼາຍໄປກວ່ານີ້ໄດ້ເທື່ອ.
ແຕ່ເຖິງຢ່າງໃດກໍຕາມ ພະນັກງານທ່ານນຶ່ງ ຢູ່ໂຮງງານຜລິດແປ້ງມັນຕົ້ນ ສໍາເຣັດຮູບ ຂອງ ຈີນ ຢູ່ບ້ານນໍ້າຊົ້ງ ທີ່ໄດ້ເຮັດໃຫ້ນໍ້າເສັຍ ໄຫຼລົງໃສ່ແມ່ນໍ້າຂອງ ກໍຍ້ອມຮັບວ່າ ທໍ່ນໍ້າເສັຍຂອງໂຮງງານໄດ້ແຕກ ຈຶ່ງເຮັດໃຫ້ນໍ້າເສັຍ ໄຫຼລົງໃສ່ແມ່ນໍ້າຂອງ ແຕ່ກໍຢືນຢັນວ່າ ໄດ້ຫາລື ກັບພາກສ່ວນທີ່ກ່ຽວຂ້ອງ ແລະມີການແກ້ໄຂແລ້ວ.
ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ມີນາ ນີ້ວ່າ:
“ໂອ້ ແກ້ໄຂແລ້ວໆ ບໍ່ແມ່ນມັນປ່ອຍ ອັນນ່າ ທໍ່ມັນແຕກຊື່ໆ ປະມານ 10 ປາຍນາທີແຫຼະລົງໄປ ເຕັກນິກຜິດພາດໜ້ອຍນຶ່ງ ດຽວນີ້ ສະພາບເປັນປົກກະຕິແລ້ວ."
ໃນຂະນະທີ່ ຊາວບ້ານໃກ້ຄຽງ ນາງນຶ່ງ ກ່າວວ່າ ເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະມີການກວດກາ ແລະກໍາລັງແກ້ໄຂບັນຫາດັ່ງກ່າວຢູ່ກໍຕາມ ແຕ່ກໍເຮັດໃຫ້ຊາວບ້ານ ໃນເຂດບ້ານດັ່ງກ່າວ ບໍ່ສາມາຫາປາໄດ້ຕາມປົກກະຕິ ຍ້ອນນັບຕັ້ງແຕ່ເກີດສະພາບນໍ້າຂຸ່ນ ໃນເຂດນັ້ນ ເຮັດໃຫ້ຝູງປາ ຕ້ອງໄດ້ຍ້າຍໄປຢູ່ບ່ອນອື່ນ ແລະສໍາລັບເຂດບ້ານ ທີ່ຢູ່ເທິງໂຮງງານຜລິດແປ້ງມັນຕົ້ນດັ່ງກ່າວ ບໍ່ໄດ້ຮັບຜົລກະທົບຫຼາຍ ແລະຍັງຫາປາໄດ້ຕາມປົກກະຕິຢູ່.
ດັ່ງນາງ ກ່າວວ່າ:
“ຢູ່ນໍ້າຊົ້ງ ກັບຄົກເຂົ້າດໍ ກະທັມມະດາ ບໍ່ໄດ້ຫຼາຍ ໄດ້ໜ້ອຍດຽວ ບ້ານເຮົາຢູ່ເທິງ ບ່ອນເຂົາເຮັດມັນຕົ້ນນ່າ ກໍເລີຍບໍ່ມີຜົລກະທົບ ເພາະວ່າ ນໍ້າມັນໄຫຼລົງ ບ້ານເຮົານໍ້າໄຫຼຂຶ້ນ."
ສ່ວນຜູ້ປະກອບການ ຮ້ານອາຫານ ນາງນຶ່ງ ຢູ່ເຂດບ້ານນໍ້າຊົ້ງ ຢືນຢັນວ່າ ປັດຈຸບັນ ຊາວບ້ານເຣີ່ມກັບມາຫາປາ ໄດ້ແລ້ວເປັນບາງສ່ວນ ເຖິງແມ່ນວ່າ ປາຢູ່ເຂດບ້ານກໍບໍ່ມີຫຼາຍຄືແຕ່ກ່ອນ ແລະບັນຫານໍ້າຂຸ່ນທີ່ເກີດຈາກ ໂຮງງານດັ່ງກ່າວ ກໍໄດ້ຫຼຸດຜ່ອນຜົລກະທົບໜ້ອຍລົງແລ້ວ ແຕ່ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງຄົງຕິດຕາມ ແລະກວດສອບ ບ່ອນທີ່ບັນຫາຢູ່ເລື້ອຍໆ ເພື່ອປ້ອງກັນບໍ່ໃຫ້ເກີດຂຶ້ນຕື່ມ.
ດັ່ງຍານາງ ກ່າວວ່າ:
“ແມ່ນແຫຼະ ຢູ່ເຂດນີ້ເຂົາເຈົ້າກະຫາຢູ່ສຸມື້ນີ້ແຫຼະ ເຂົາເຈົ້າລະກວດສອບຢູ່ ມັນເປັນນໍ້າເສັຍນ່າ ຢູ່ແຖວນີ້ເບາະ ເຂົາເຈົ້າກະຫາຢູ່ນີ້.”
ຢ່່າງໃດກໍຕາມ ຊາວບ້ານ ບ້ານນໍ້າຊົ້ງ ອີກທ່ານນຶ່ງ ກ່າວວ່າ ກ່ອນທີ່ໂຮງງານຂອງຈີນດັ່ງກ່າວ ຈະເຮັດນໍ້າເສັຍ ໄຫຼລົງໃສ່ແມ່ນໍ້າຂອງໃນເທື່ອນີ້ ກ່ອນໜ້ານັ້ນ ເມື່ອປະມານ 2 ຫາ 3 ປີມານີ້ ກໍເຄີຍເຮັດໃຫ້ນໍ້າເສັຍຈາກໂຮງງານ ໄຫຼລົງສູ່ຫ້ວຍນ້ອຍ ທີ່ຢູ່ໃກ້ກັບເຂດໂຮງງານມາແລ້ວ ແລະເຮັດໃຫ້ມີປາຕາຍຈໍານວນຫຼາຍ ແຕ່ໃນຄັ້ງນັ້ນ ກໍບໍ່ເຫັນພາກສ່ວນໃດ ລົງໄປແກ້ໄຂ ຫຼືເຮັດບົດບັນທຶກ ກັບທາງເຈົ້າຂອງໂຮງງານ.
ດັ່ງທ່ານກ່າວວ່າ:
“ມັນປ່ອຍລົງອັນນ່າ ໂຕມັນມີນໍ້າຫ້ວຍ 2 ອັນຫັ້ນເນາະ. 2 ຫ້ວຍຢູ່ຂອບເຂດນີ້ນ່າ. ມັນປ່ອຍລົງ ແລ້ວປານໍ້າຫ້ວຍຕາຍໝົດແຫຼະ. ມັນປ່ອຍມາຫຼາຍປີແລ້ວ ທາງຣັຖ ບໍ່ເວົ້າບໍ່ຫັ້ນນ່າ."
ກ່ອນໜ້ານີ້ ເມື່ອວັນທີ 14 ເດືອນມີນາ ທີ່ຜ່ານມານີ້ ຊາວບ້ານ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ໄດ້ຣາຍງານ ຜ່ານເຟສບຸກເພຈ ໂທລະໂຄ່ງ ວ່າ ໂຮງງານຜລິດແປ້ງມັນຕົ້ນແຫ່ງນຶ່ງ ຂອງນັກລົງທຶນຈີນ ທີ່ຢູ່ບ້ານນໍ້າຊົ້ງ ເມືອງປາກລາຍ ໄດ້ປ່ອຍນໍ້າເສັຍຈາກໂຮງງານ ປ່ອຍໄຫຼລົງສູ່ແມ່ນໍ້າຂອງ ເຮັດໃຫ້ນໍ້າ ໃນແມ່ນໍ້າຂອງ ບໍຣິເວນດັ່ງກ່າວ ເປັນນໍ້າຂຸ່ນຜິດປົກກະຕິ ແລະມີກິ່ນເໝັນ ສົ່ງຜົລໃຫ້ຊາວບ້ານເດືອດຮ້ອນ ເພາະບໍ່ສາມາດອາໄສນໍ້າຈາກເຂດດັ່ງກ່າວ ໄປໃຊ້ໃນຊີວິດປະຈໍາວັນ ແລະພະນັກງານ ຢູ່ໂຮງງານ ຢູ່ໂຮງງານຜລິດແປ້ງມັນຕົ້ນດັ່ງກ່າວ ກໍໄດ້ຍອມຮັບວ່າ ທາງໂຮງງານ ໄດ້ມີການເຮັດນໍ້າເສັຍລົງໃສ່ແມ່ນໍ້າຂອງແທ້ ແຕ່ທາງໂຮງງານກໍາລັງມີການປັບປຸງ ແລະປ້ອງກັນ ບໍ່ໃຫ້ນໍ້າເສັຍໄຫຼລົງແມ່ນໍ້າຂອງອີກ.
ຢ່າງໃດກໍຕາມ ປະມວນກົດໝາຍອາຍາ ມາດຕຣາ 348 ລະບຸໄວ້ຄັກແນ່ວ່າ ບຸກຄົນໃດ ປ່ອຍນໍ້າເປື້ອນ, ນໍ້າມັນ, ໄຂມັນ, ສານເຄມີ, ສານກັມມະຕະພາບລັງສີ ເກີນກວ່າມາຕຖານ, ຂີ້ເຫຍື້ອ, ຊາກພືດ-ຊາກສັດ, ແບັດທີເຣັຍໄມໂຄຣ, ຈຸລິນເຊື້ອພຍາດຣະບາດ ຫຼື ອົງປະກອບອື່ນໆທີ່ເປັນອັນຕລາຍ ລົງສູ່ແຫຼ່ງນໍ້າ ເຊິ່ງກໍ່ຄວາມເສັຍຫາຍຮ້າຍແຮງ ຈະຖືກລົງໂທດ ດ້ວຍການຈໍາຄຸກ ແຕ່ 6 ເດືອນ ຫາ 3 ປີ ຫຼື ດັດສ້າງ ແລະຈະຖືກປັບໃໝ ແຕ່ 5 ລ້ານກີບ ຫາ 50 ລ້ານກີບ.