ທາງການຈະອອກກວດກາສວນ ປູກກ້ວຍ
ເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ຈະ ອອກກວດກາ ສວນກ້ວຍ ຂອງຈີນ ທີ່ ຖິ້ມສິ່ງເສດເຫຼືອ ຊະຊາຍ ຈົນເກີດມີ ບັນຫາ.
-
ອຸ່ນແກ້ວ ສຸກສະຫວັນ
2016-04-05 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ຈາກ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ຈະລົງພື້ນທີ່ ກວດກາ ສວນກ້ວຍ ຂອງຈີນ ຢູ່ເຂດ ບ້ານປຸ່ງ ຫລັງຈາກ ມີຊາວບ້ານ ໄດ້ ຮ້ອງຮຽນວ່າ ຄົນງານ ໃນສວນກ້ວຍ ຖິ້ມຂີ້ເຫຍື້ອ ຫລື ສິ່ງເສດເຫລືອ ຈາກສວນກ້ວຍ ແບບ ຊະຊາຍ ຢູ່ຕາມແຄມ ທາງ ໂດຍສະເພາະ ຖົງຢາງ ທີ່ ໃຊ້ຫຸ້ມຫໍ່ ກ້ວຍ. ດັ່ງ ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງ ຫ້ວຍຊາຍ ໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 4 ເມສາ ວ່າ:
"ຖິ້ມເສດເນາະ ຊະຊາຍ ເລື້ອງການຖິ້ມ ການນັ້ນ ທາງເຂດ ເພິ່ນເຮັດ ບົດບັນທຶກ ຊິເກັບມ້ຽນ ເວລາ ເອົາກ້ວຍອອກ ຫັ້ນນ່າ ຊິພົວພັນອີກ ກ່ອນເຂົາ ຊິລົງທຶນ ເນາະ ເຮົາ ກະເຮັດ ບົດບັນທຶກ ການເກັບມ້ຽນ ເນາະ ໃຫ້ມັນຖືກ ຕາມຫລັກ ວິຊາການ ເຮົາຫັ້ນນະ".
ທ່ານ ກ່າວຕື່ຶມ ອີກວ່າ ຖ້າວ່າ ກວດກາແລ້ວ ສວນກ້ວຍ ໄດ້ ສ້າງຄວາມ ເສັຽຫາຍ ຕໍ່ ສິ່ງແວດລ້ອມ ແທ້ ກໍຈະມີ ການຕັກເຕືອນ ແລະ ປັບໃໝ ເຈົ້າຂອງສວນ ເພື່ອໃຫ້ ເຂົາເຈົ້າ ປະຕິບັດ ຕາມຣະບຽບການ ຂອງລາວ ຢ່າງ ເຄັ່ງຄັດ.
ສວນກ້ວຍ ດັ່ງກ່າວ ມີເນື້ອທີ່ ລາຍຮ້ອຍ ເຮັກຕາ ຊຶ່ງ ນັກລົງທຶນ ຈີນ ເປັນຜູ້ເຊົ່າ ດິນ ປະຊາຊົນ. ຖົງປຸ໋ຍ ແລະ ອຸປກອນ ບັນຈຸ ສານເຄມີ ກໍປະຖິ້ມ ຊະຊາຍ ຢູ່ໃນສວນ ຈົນເກີດກິ່ນ ເໝັນ ແລະ ເປັນອັນຕະລາຍ ຕໍ່ ສຸຂພາບ ຂອງຄົນ ແລະສັດລ້ຽງ.
ນອກນີ້ ໃນອາທິດ ຜ່ານມາ ຢູ່ສວນກ້ວຍ ຂອງຈີນ ຢູ່ບ້ານ ສີເມືອງງາມ ເມືອງຕົ້ນເຜິ້ງ ກໍເກີດມີ ສານເຄມີ ໄຫລລົງໃສ່ ໜອງປາ ຂອງ ຊາວບ້ານ ທີ່ ຢູ່ຕິດກັບ ສວນກ້ວຍ ຈົນເຮັດໃຫ້ ປາຕາຍ ກວ່າ 900 ກິໂລກຣາມ, ກ່ຽວກັບ ເລື້ອງນີ້ ເຈົ້າຂອງ ສວນກ້ວຍ ໄດ້ ຮັບຜິດຊອບ ຈ່າຍ ຄ່າເສັຽຫາຍ 15 ລ້ານກີບ ໃຫ້ເຈົ້າຂອງ ໜອງ ລ້ຽງປາ.