ບາງຈຸດຂອງນ້ຳງາ ຍັງໜ້າເປັນຫ່ວງ ພາຍຫຼັງລົດຂົນສານເຄມີ ຕົກເຫວ
ຈຸດທີ່ນ່າເປັນຫ່ວງ ຈາກການວິໄຈ ລົດຂົນສານເຄມີອາຊິດຊູນຟູຣິກ ຂວ້ຳ ແລະພົບວ່າ ຈຸດເກີດເຫດ ຍັງມີຄວາມເປັນກົດ ສູງຢູ່ ເຖິງແມ່ນວ່າ ໃນບາງເຂດສະພາບນ້ຳ ເປັນປົກກະຕິແລ້ວກໍ່ຕາມ.
-
ພອນ ພູມມີທອນ
2024-06-05 -
-
-
Your browser doesn’t support HTML5 audio
ຄວາມຄືບໜ້າ ຕໍ່ເຫດການ ລົດບັນທຸກສານເຄມີ ອາຊິດ ຊູນຟູຣິກ (Sulfuric Acid) ຈໍານວນ 30 ໂຕນ ໄດ້ພິກປີ້ນ ລົງສູ່ຫວ້ຍຂອງຫົວນ້ໍາງາ ເມືອງໄຊ ແຂວງອຸດົມໄຊ ແລ້ວສານເຄມີນັ້ນ ໄດ້ໄຫລອອກຈາກແທ່ງ ລົງສູ່ຫວ້ຍນ້ໍາສາຍນ້ໍາງາ ເຊິ່ງການຂົນສົ່ງ ໄດ້ຂົນຈາກໂຮງງານຜະລິດສານເຄມີ ອາຊິດຊູນຟູຣິກ ຈາກເມືອງປາກແບງ ໄປແຂວງຊຽງຂວາງ ເມື່ອວັນທີ 2 ມີຖຸນາ 2024 ນັ້ນ.
ທີມງານ ພາກສະນາມ ລົງເກັບໂຕຢ່າງນໍ້າ ຈາກສາຍນໍ້າງາ ຢູ່ເຂດບ້ານຫລັກ 32 ບ່ອນລົດຂົນສານເຄມີ ອາຊິດຊູນຟູຣິກ ຂວ້ຳ ມາວິໄຈ ພົບວ່າ ຄວາມເປັນກົດດ່າງ ຂອງສາຍນໍ້າງາ ຢູ່ເຂດບ້ານຫລັກ 32 ເຂົ້າສູ່ພາວະປົກກະຕິ ແຕ່ຈຸດທີ່ໜ້າເປັນຫ່ວງ ຄື ຈຸດເກີດເຫດ ຍັງມີຄວາມເປັນກົດ ສູງຢູ່.
ຕອນແລງ ຂອງເມື່ອວັນທີ 4 ມີຖຸນາ 2024 ທີ່ຜ່ານມາ ທ່ານສົມດີ ເຕັງເບຼຍຈື ຫົວໜ້າຜະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ຖະແຫລງຕໍ່ ສະຖານນີ ວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ ວ່າ ນັບແຕ່ວັນທີ 2-4 ມີຖຸນາ 2024 ທີມງານພາກສະໜາມ ລົງເກັບໂຕຢ່າງນ້ໍາ ມາວິໄຈ ພົບວ່າ ຄວາມເປັນກົດ-ດ່າງ ຂອງສາຍນ້ໍາງາ ຢູ່ເຂດ ບ້ານຫລັກ 32 ເຂົ້າສູ່ພາວະ ປົກກະຕິ ແຕ່ຈຸດທີ່ໜ້າເປັນຫ່ວງ ຄື ຈຸດເກີດເຫດ ຍັງມີຄວາມເປັນກົດ-ດ່າງ ທີ່ສູງ.
ດັ່ງທ່ານ ກ່າວວ່າ:
“ຖືວ່າ ການເກັບກໍາຂໍ້ມູນ ນັບຕັ້ງແຕ່ມື້ເກີດເຫດ ວັນທີ 2 ຮອດວັນທີ 4 ນີ້ ກໍເຫັນວ່າ ຄ່າຄວາມເປັນກົດ ເປັນດ່າງ ຂອງສາຍນ້ໍາງາເນາະ ນັບຕັ້ງແຕ່ຈຸດເກີດເຫດລົງໄປຫັ້ນກໍ ເລີ່ມເຂົ້າສູ່ພາວະປົກກະຕິ ໂດຍສະເພາະ ແມ່ນ ເຂດຊຸມຊົນ ຄືວ່າ ບ້ານຫລັກ 32 ຖືວ່າ ຄ່າມາດຕະຖານ ເຂົ້າສູ່ ມາດຕະຖານປົກກະຕິແລ້ວ ແຕ່ຈຸດທີ່ເປັນຫ່ວງ ນ່າເປັນຫ່ວງຢູ່ຈຸດເກີດເຫດຫັ້ນ ຄວາມເປັນກົດຂອງສານ ອາຊິດຊູນຟູຣິກ ຫັ້ນສູງຢູ່.”
ທ່ານສົມດີ ເຕັງເບຼຍຈື ຍັງຖະແຫລງຕື່ມ ເຖິງແຜນການແກ້ໄຂ ໃນຕໍ່ໜ້າວ່າ ຈະວາງແຜນແກ້ໄຂ ຟື້ນຟູ ຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ຈະມີມາດຕະການ ໃນການແກ້ໄຂ ອີກຕື່ມ ກັບ ເຈົ້າຂອງບໍຣິສັດຈີນ ທີ່ເຄື່ອນຍ້າຍສານເຄມີ ອາຊິດຊູນຟູຣິກ ພາຍໃນປະເທດລາວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກ ພາກສ່ວນທີ່ກ່ຽວຂ້ອງ ແລະ ເປັນການເຄື່ອນຍ້າຍ ສານເຄມີ ທີ່ບໍ່ປອດໄພ ຕາມຫລັກວິຊາການ.
ດັ່ງທ່ານ ຖະແຫລງວ່າ:
“ແລະ ສໍາລັບແຜນການແກ້ໄຂ ໃນຕໍ່ໜ້ານີ້ກໍຄື ຂ້າພະເຈົ້າໄດ້ສະເໜີເນາະ ປັດຈຸບັນນີ້ ຖືວ່າ ທາງກະຊວງໄດ້ແຕ່ງຕັ້ງ ຄະນະຊ່ຽວຊານ ລົງມາສົມທົບກັບທ້ອງຖິ່ນ ເພື່ອຮ່ວມກັນ ປືກສາ ຫາລື ແລ້ວກໍລົງ ເພື່ອເກັບກໍາຂໍ້ມູນລະອຽດ ກ່ຽວກັບຜົນກະທົບຕ່າງໆ ທີ່ເກີດຈາກການຮົ່ວໄຫລຂອງສານເຄມີ ແລ້ວພ້ອມກັນວາງແຜນແກ້ໄຂ ແລ້ວກໍຟື້ນຟູ ຜົນກະທົບ ທາງດ້ານສິ່ງແວດລ້ອມ ສັງຄົມໃນຕໍ່ໜ້ານີ້ ພ້ອມທັງ ມີມາດຕະການ ໃນການແກ້ໄຂ ຕໍ່ກັບ ເຈົ້າຂອງກິດຈະການ ທີ່ມີການລະເມີດ ເຊິ່ງຜ່ານການເກັບກໍາຂໍ້ມູນ ຜ່ານເອົາຄວາມຄິດຄວາມເຫັນ ກໍເຫັນວ່າ ການເຄື່ອນຍ້າຍສານເຄມີ ດັ່ງກ່າວ ກໍເປັນການເຄື່ອນຍ້າຍ ທີ່ບໍ່ໄດ້ຮັບການອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ກໍເປັນການເຄື່ອນຍ້າຍ ທີ່ບໍ່ປອດໄພ ຕາມຫລັກວິຊາການຫັ້ນ.”
ຊາວບ້ານ ທີ່ອາໄສໃນເຂດຫລັກ 32 ເຊິ່ງເປັນຈຸດ ທີ່ລົດພິກປີ້ນ ກ່າວວ່າ ປັດຈຸບັນສະພາບນ້ໍາງາ ໃນເຂດຫລັກ 28 ບໍ່ປົກກະຕິ ນ້ໍາ ເປັນສີຂຸ່ນ ແລະຄ້າຍຄືນ້ໍາຂີ້ເຫຍື້ອ ແລະຄົງຢັ້ງຢືນປະໂຢກເກົ່າວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ໃຫ້ ຫາປາມາປ່ອຍ ແລະແນວໃດກະໄດ້ ໃຫ້ສາຍນ້ໍາງາ ກັບມາຢູ່ໃນສະພາບປົກກະຕິ.
ດັ່ງ ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 5 ມີຖຸນາ ນີ້ວ່າ:
“ດຽວນີ້ ນ້ໍາ ມັນກໍຂຸ່ນ ນ້ໍາມັນກໍເປັນອັນ ບໍ່ມີຫຍັງເດ້ ນ້ໍາມັນເປັນ ນ້ໍາຂີ້ເຫຍື້ອແລ້ວ ມີແຕ່ມື້ນັ້ນ ຕົກ ແລ້ວກໍ ເຫັນເອົາແຕ່ (ປູນຂາວ) 3ໂຕນມາ 3 ໂຕນມາວາງເອົາ ແຕ່ບ່ອນລົດ ໜັກຫັ້ນ ແລ້ວກໍ ເຂົາເຈົ້າໄປວາງບໍ່ໝົດນ່າ ແລ້ວເຂົາເຈົ້າ ວາງມື້ໜຶ່ງ ແລ້ວເຂົາເຈົ້າເອົາປູນໂຕນັ້ນເທໃສ່ນ້ໍາ, ເພາະວ່າ ນ້ໍາໂຕນີ້ ໂຕນີ້ ຕິດກັບສວນມີຫຍັງ ກໍໃຊ້ແຕ່ນ້ໍາໂຕນີ້ ຢາກໃຫ້ເຂົາເຈົ້າເຮັດ ໃຫ້ນ້ໍາມັນສະພາບເກົ່າໄວໆສ່າ ແນວນັ້ນ ດຽວນີ້ ນໍາບ້ານນີ້ ກໍມີໜອງຢູ່ບ້ານນີ້ 2-3 ໜອງ ເຂົາເຈົ້າມາພໍ້ນ້ໍາຂີ້ເຫື້ຍອນີ້ ກໍຊິແຫ້ງໄປແຫລະເນາະ (ຢາກໃຫ້) ເຂົາເຈົ້າຊື້ປາ ມາປ່ອຍໃສ່ ເພາະວ່າ ປາປູ ອິຫຍັງໄປໝົດບໍ່ມີ.”
ສໍາລັບສານເຄມີ ອາຊິດຊູນຟູຣິກ ນັກເຄມີສາດ ປະຈໍາ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຄວາມຮູ້ໃນມື້ນີ້ວ່າ ອາຊິດຊູນຟູຣິກ ມີຄວາມເປັນກົດສູງເຖິງ 98% ແລະໃນທາງວິທະຍາສາດ ຈະວັດຄວາມເປັນກົດ-ດ່າງ ຂອງສານເຄມີ ຈາກຄ່າ pH ເຊິ່ງ ສານເຄມີ ຊື່ວ່າ ອາຊິດຊູນຟູຣິກ ມີຄ່າ pH ຢູ່ລະຫວ່າງ 1-2 ເຊິ່ງຖືວ່າ ມີຄວາມເຂັ້ມຂົ້ນ ຂອງກົດຫລາຍ.
ສະນັ້ນ ຖ້າອາຊິດຊູນຟູຣິກ ລົງນ້ໍາແລ້ວ ກໍຈະເຮັດໃຫ້ນ້ໍາ ມີຄວາມເປັນກົດ ເຮັດໃຫ້ຄ່າ pH ຂອງນ້ໍາຢູ່ ລະຫວ່າງ 3-5 ເຊິ່ງບໍ່ຢູ່ໃນເກນປົກກະຕິຂອງ ຄ່າ pH ຂອງນ້ໍາທົ່ວໄປ ທີ່ນໍາກົດໃຫ້ຢູ່ 6.5 - 8.5 ຈຶ່ງຈໍາເປັນຕ້ອງ ໃສ່ປູນຂາວ ເພື່ອໃຫ້ຄ່າຄວາມເປັນກົດ ໃນນ້ໍາ ເຈື່ອຈາງລົງ ຕາມມາດຕະຖານສິ່ງແວດລ້ອມ ແຫ່ງຊາດລາວ.
ດັ່ງ ທ່ານກ່າວວ່າ:
“ເພາະວ່າ ໂດຍທົ່ວໄປແລ້ວ Sulfuric Acid ນີ້ ມັນຈະເຂັ້ມຂົ້ນ ຢູ່ປະມານ 98% ໝາຍຄວາມວ່າ ຄວາມເປັນກົດມັນສູງໄດ້ ເພາະວ່າ ເຮົາຈະວັດໄດ້ຈາກຄ່າ pH ເນາະ pH ມັນ ຈະວັດຄວາມເປັນກົດ ເປັນດ່າງ ສະນັ້ນ pH ຂອງ Sulfuric Acid ຈະຢູ່ລະຫວ່າງ 1-2 ຖືວ່າຄວາມເຂັ້ມຂົ້ນສູງຫລາຍ ສະນັ້ນ ເວລາ ຖ້າຫາກມັນລົງນ້ໍາ ກໍຈະເຮັດໃຫ້ນ້ໍານີ້ ກາຍເປັນ ມີລັກຊະນະເປັນກົດ ແລ້ວບາດນີ້ ເພິ່ນກໍຈະໄປວັດຄ່າ pH (ຂອງນ້ໍາ) ຍັງເຂັ້ມຂົ້ນຢູ່ ເທົ່າກັບ 3, 4, 5 ໂຕນີ້ ຈະຕ້ອງໄດ້ເຕີ່ມປູນຂາວລົງໄປ ຫລືວ່າ ຕື່ມປະລິມານນ້ໍາລົງ, ມັນຈະມີມາດຕະຖານ ສິ່ງແວດລ້ອມແຫ່ງຊາຕ ເນາະ ວ່າຄ່າ pH ຂອງນ້ໍາທົ່ວໄປ ມັນຈະຢູ່ລະຫວ່າງ 6.5-8.5.”
ນັກເຄມີ ທ່ານນີ້ ຍັງໃຫ້ຄວາມຮູ້ຕື່ມເຖິງ ຜົນກະທົບຕໍ່ຄົນ ສັດນ້ໍາ ສັດບົກ ແລະ ພືດ ວ່າ:
“ຖ້າວ່າ ຕົ້ນໄມ້ ກໍບໍ່ຕ່າງຫຍັງ ກໍທີ່ວ່າ ເຮົາປູກຢູ່ດິນສົ້ມ ຫລືວ່າ ເປັນດິນປ້ຽວເນາະ ເຮັດໃຫ້ຕົ້ນໄມ້ນີ້ເຫລືອງ ມັນບໍ່ສາມາດຊິດູດຊືມ ທາດອາຫານໄດ້ ເພາະວ່າ ຖ້າມັນເຫລືອງ ມັນກໍບໍ່ສາມາດສັງເຄາະແສງໄດ້ ກໍເຮັດໃຫ້ ຕົ້ນໄມ້ມັນຕາຍ, ບາດນີ້ ຖ້າວ່າສັດນ້ໍານີ້ ສັດນ້ໍາ ມັນຈະຢູ່ບໍ່ໄດ້ ມັນຈະຕາຍ ພວກແບກທີເຣັຍ ອີຫຍັງຕ່າງໆ ຢູ່ບໍ່ໄດ້ຫລາຍ ໃນສະເພາະ ບ່ອນທີ່ມັນຢູ່ຫັ້ນ ແລະ ບ່ອນທີ່ມັນໄຫລລົງໄປ, ກັບພວກສັດລ້ຽງ ຖ້າເປັນສັດຢູ່ເທິງບົດເນາະ ກໍບໍ່ຕ່າງຫຍັງ ກັບກິນນ້ໍາສົ້ມສາຍຊູນ່າ ແຕ່ວ່າ ກິນສົ້ມສາຍຊູ ທີ່ເຂັ້ມຂົ້ນ ເຂັ້ມຂົ້ນ ມັນຈະເຮັດໃຫ້ ກະເພາະອືດ ມັນກໍຈະກິນຫຍັງບໍ່ໄດ້ ບໍ່ຕ່າງຫຍັງ ກັບຄົນເຮົາ ທີ່ເປັນກົດໄຫລຢ້ອນ ກໍຄ້າຍໆ ກັບກິນນ້ໍາກົດເຂົ້າໄປເນາະ ຖ້າກິນຫລາຍນີ້ ກໍມີສິດຕາຍເດ້ ເພາະ ກະເພາະມັນຊິຊອດ.”
ນັກວິທະຍາສາດ ທ່ານນີ້ ກ່າວມ້ວນທ້າຍວ່າ ຄ່າຄວາມເປັນກົດ ຂອງສານເຄມີ ອາຊິດຊູນຟູຣິກ ຈະເຈືອຈາງລົງໄດ້ຫລາຍ ຫລື ໜ້ອຍນັ້ນ ຂຶ້ນຢູ່ກັບປະລິມານ (Quantity) ການໄຫລຂອງນ້ໍາ ແລະ ປະລິມານ (Volume) ຂອງນ້ໍາ ເປັນຕົ້ນ ຫາກນ້ໍາໄຫລແຮງ ເປັນນ້ໍາທີ່ມີພື້ນທີ່ ຂະໜາດໃຫຍ່ ມີປະລິມານນ້ໍາ ຈໍານວນຫລາຍ ແລະ ບໍ່ໄດ້ເປັນຈຸດຖ້ວມຂັງ ກໍຈະເຮັດໃຫ້ ການເຈືອຈາງ ຄ່າຄວາມເປັນກົດຂອງສານເຄມີ ອາຊິດຊູນຟູຣິກ ຫລຸດລົງ, ສະນັ້ນ ຈຶ່ງບໍ່ສາມາດກໍານົດ ມື້ ເດືອນ ປີ ໄດ້ຄັກແນ່ວ່າ ຄ່າ pH ຂອງນ້ໍາ ຈະກັບມາປົກກະຕິມື້ໃດ. ມີພຽງການທົດລອງ ທາງດ້ານວິທະຍາສາດ ຄື ການລົງເກັບໂຕຢ່າງນ້ໍາ ຢູ່ສາຍນ້ໍາງາ ໃນແຕ່ລະວັນ ເພື່ອພິສູດ ຄ່າຄວາມເປັນກົດ-ດ່າງ ຫລື ຄ່າ pH ຂອງນ້ໍາເທົ່ານັ້ນ.
ເຖິງຢ່າງໃດກໍຕາມ ທ່ານສົມດີ ເຕັງເບຼຍຈື ຖະແຫລງມ້ວນທ້າຍວ່າ ຈະສືບຕໍ່ ເກັບໂຕຢ່າງໃນແຕ່ລະວັນ ສົ່ງໄປວິໄຈ ເພື່ອກວດກາ ເບິ່ງຄ່າມາດຕະຖານຂອງນ້ໍາ ໃຫ້ກັບສູ່ສະພາບປົກກະຕິ ຫາກຜົນວິໄຈອອກມາວ່າ ລະດັບນ້ໍາ ຕາມສາຍນ້ໍາງາ ຢູ່ໃນລະດັບປອດໄພແລ້ວ ຈະແຈ້ງໃຫ່ພໍ່ແມ່ ປະຊາຊົນ ຢູ່ຕາມສາຍນ້ໍາງາ ສາມາດໃຊ້ ອຸປະໂພກ ແລະ ບໍລິໂພກ ຕໍ່ໄປ.