ຝຸ່ນລະອອງ ທີ່ປົກຄຸມ ໃນຫຼາຍແຂວງ ຂອງລາວ
2 ເດືອນຜ່ານມານີ້ ຢູ່ຫລາຍແຂວງຂອງລາວ ປົກຄຸມໄປດ້ວຍຝຸ່ນລະອອງ ຂະໜາດນ້ອຍ PM 2.5 ຍ້ອນມີການຈູດໄຮ່, ຈູດປ່າເຮັດໄຮ່ ຮວມທັງໄຟໃໝ້ປ່າ ຊຶ່ງສ່ວນໃຫຍ່ ແມ່ນຢູ່ພາກເໜືອຂອງປະເທດ.
-
ຈຳປາທອງ
2024-04-19 -
-
-
Your browser doesn’t support HTML5 audio
ໃນໄລຍະ 2 ເດືອນຜ່ານມານີ້ ຢູ່ຫລາຍເມືອງ ຫລາຍແຂວງຂອງລາວ ເປັນຕົ້ນຢູ່ທາງພາກເໜືອຂອງປະເທດ ປົກຄຸມໄປດ້ວຍຝຸ່ນລະອອງ ຂະໜາດນ້ອຍ PM 2.5 ຍ້ອນມີການຈູດໄຮ່, ຈູດປ່າເຮັດໄຮ່ ຮວມທັງໄຟໃໝ້ລາມປ່າຫລາຍ ຮ້ອນເປັນລະດູຮ້ອນ ຊຶ່ງເກີດຂຶ້ນຕັ້ງແຕ່ແຂວງຫລວງນໍ້າທາ ຈົນເຖິງວຽງຈັນ ທີ່ມີການເຮັດໄຮ່ ປູກມັນຕົ້ນ ປູກເຂົ້າ ດັ່ງນັກຊ່ຽວຊານດ້ານກະສິກໍາ ແລະປ່າໄມ້ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ເມສານີ້ວ່າ:
“ຢູ່ພາກເໜືອຈະຫລາຍ ນັບຕັ້ງແຕ່ຫລວງນໍ້າທາ ມາຮອດອັນນ່າ ຫລວງນໍ້າທາ, ອຸດົມໄຊ, ຫລວງນໍ້າທາ ມາຈົນຮອດວຽງຈັນ ຊິມີຫລາຍ. ສ່ວນຫລາຍແມ່ນເຜົາໄຮ່ ເປັນເທດສະການ ເປັນຊ່ວງທີ່ເຮັດໄຮ່ຫັ້ນນະ ມັນຕົ້ນກໍມີ ໄຮ່ເຂົ້າກໍມີ ມັນເປັນຮອບລະດູການຜະລິດ ບຸກເບີກໃໝ່ກໍມີ ເພາະ ວ່າປີນີ້ ມັນຕົ້ນມາຫລາຍ ຄົນປູກມັນຕົ້ນຫລາຍ ຢູ່ໃນເຂດນອກ ຊົນນະບົດ ຖ້າຢູ່ແຖວເມືອງ ກໍແຖວ ຮອບໆເມືອງນີ້ແຫລະ ກໍມີໄພຄືກັນຫັ້ນແຫລະ ໜັກຄືກັນ ໂອ ແຕ່ຊ່ວງນີ້ຍັງບໍ່ເຫັນມາດຕະການຫຍັງອອກມາເທື່ອຫັ້ນນະ.”
ຕາມປົກກະຕິ ແຕ່ເດືອນກຸມພາ ຫາເດືອນເມສາຂອງທຸກປີ ເປັນໄລຍະທີ່ຊາວຊົນນະບົດ ກຽມພື້ນທີ່ປູກຝັງ ແລະເຮັດໄຮ່ ຊຶ່ງສ່ວນຫລາຍກໍແມ່ນປູກມັນຕົ້ນ ໃນທົ່ວປະເທດ ດັ່ງເຈົ້າໜ້າທີ່ ດ້ານຊັບພະຍາກອນທໍາມະຊາດ ແລະສິ່ງແວດ ລ້ອມ ທ່ານນຶ່ງ ກ່າວວ່າ:
“ຊ່ວງນີ້ມັນກໍຊິເປັນຊ່ວງທີ່ວ່າ ເຂົາເຮັດການກະເສດນໍ ໂຕຢ່າງ ເຂົາເຜົາ ຖາງໄຮ່ ຈູດໄຮ່ເຮັດກະສິກໍາ ປູກມັນຕົ້ນ ແລ້ວອີກສ່ວນນຶ່ງກໍຊິເປັນນໍາເສັ້ນທາງ ເປັນຝຸ່ນລະອອງ ເປັນທາງດໍາ ມີ ສ່ວນຫລາຍກໍຊິມີແຕ່ມັນຕົ້ນຫັ້ນແຫລະ ກໍຊິເປັນທົ່ວປະເທດຫັ້ນແຫລະ ເຂດນອກ ເພາະວ່າໃນໂຕເມືອງເຂົາບໍ່ໄດ້ປູກ ມັນບໍ່ມີພື້ນທີ່ ມັນກໍມີທຸກພາກທີ່ວ່າເຮັດ ປູກມັນຕົ້ນ ເພາະວ່າມັນໄດ້ ມັນເປັນເສດຖະກິດອັນນຶ່ງ ເຮັດໃຫ້ປະຊາຊົນມີເງິນ.”
ປັດຈຸບັນ ປະຊາຊົນກໍາລັງປະສົບກັບຄວາມຫຍຸ້ງຍາກ ຝືດເຄືອງຫລາຍ ໃນການທໍາມາຫາກິນ ແລະດໍາລົງຊີວິດ, ຊາວບ້ານຈໍານວນນຶ່ງ ພາກັນເຮັດໄຮ່ປູກມັນຕົ້ນຂາຍຫລາຍຂຶ້ນ ໂດຍສະເພາະຢູ່ພາກເໜືອຂອງລາວ ຍ້ອນມັນຕົ້ນເປັນທີ່ຕ້ອງການຂອງຕະຫລາດຕ່າງປະເທດ ດັ່ງຊາວມົ້ງ ທີ່ຕ້ອງການຂະຫຍາຍພື້ນທີ່ການປູກມັນຕົ້ນ ຢູ່ແຂວງພາກເໜືອ ຜູ້ນຶ່ງເວົ້າວ່າ:
“ເພິ່ນໄປເຜົາ ເພິ່ນໄປຖາງປ່ານ່າ ເພິ່ນໄປຖາງປ່າ ຖາງປ່າໄດ້ແລ້ວເພິ່ນໄປເຜົາ ເຜົາໄດ້ແລ້ວເພິ່ນຈຶ່ງປູກຫັ້ນນະ ດຽວນີ້ເມືອງລາວກໍຍັງມີຢູ່ ພວກທີ່ເຮັດຈັ່ງຊີ້ກໍຍັງມີຢູ່ ພວກທີ່ຢູ່ບ້ານນອກ ເຂດທີ່ທາງລົດໄປບໍ່ຮອດ ແລ້ວພວກນີ້ນິ່ເຂົາເຈົ້າຖາງປ່າ ຖາງປ່າແລ້ວ ເຂົາເຈົ້າເຜົາ ເຜົາແລ້ວເຂົາເຈົ້າຈຶ່ງໄປປູກ ອ່າ ຢູ່ເຂດຫ່າງໄກສອກຫລີກ ແລ້ວດຽວນີ້ ລັດຖະບານເຮົາຍັງເຮັດທາງຍັງບໍ່ທັນຮອດບໍ່ ບາງເທື່ອມັນກໍດິນຂອງເຈົ້າຂອງຫັ້ນ ກໍຍັງຫ່າງໄກທາງລົດຫັ້ນນະ ແລ້ວພືດມັນບໍ່ມີ ພືດມັນບໍ່ພຽງພໍ ເຂົາສາມາດເອົາພືດໄປເຮັດມັນຕົ້ນໄດ້.”
ເວົ້າເຖິງລາຍໄດ້ຈາກການປູກມັນຕົ້ນ ເມື່ອກ່ອນ ຄື 6 ເດືອນຕົ້ນປີ 2022 ປະເທດລາວ ມີລາຍໄດ້ຈາກການສົ່ງມັນຕົ້ນອອກໄປຂາຍຕ່າງປະເທດ ເປັນມູນຄ່າ 250 ລ້ານໂດລາສະຫະຣັຖ ແລະໃນ 5 ເດືອນຕົ້ນປີ 2023 ກໍມີລາຍໄດ້ຈາກມັນຕົ້ນ 408 ລ້ານໂດລ້າຣ໌. ຕະຫລາດສໍາຄັນ ທີ່ສົ່ງອອກໄປຂາຍ ແມ່ນຈີນ, ວຽດນາມ ແລະອີຕາລີ.
ຕາມຂໍ້ມູນຂອງທາງການລາວ ໃນປີ 2020 ຢູ່ລາວມີເນື້ອທີ່ປູກມັນຕົ້ນຫລາຍກວ່າ 1 ແສນເຮັກຕາ ແລະໃນນັບແຕ່ປີ 2023 ເປັນຕົ້ນມາ ຊາວກະສິກອນລາວຢູ່ຫລສຍແຫ່ງ ໄດ້ພາກັນຫັນມາປູກມັນຕົ້ນ ເປັນອາຊີບຫລາຍຂຶ້ນ ຍ້ອນປູກງ່າຍກວ່າເຂົ້າ ແລະພືດຊະນິດອື່ນ. ແຕ່ຍັງບໍ່ຂໍ້ມູນວ່າ ປັດຈຸບັນ ເນື້ອທີ່ປູກມັນຕົນຢູ່ລາວ ມີຈັກເຮັກຕາກັນແທ້.
ເວົ້າເຖິງບັນຫາຝຸ່ນ PM 2.5 ແມ່ນມີຢູ່ພາກເໜືອຂ້ອນຂ້າງຫລາຍ ທຽບໃສ່ພາກອື່ນຂອງປະເທດ ເປັນຕົ້ນກໍຍ້ອນຈູດໄຮ່ ໄຟລາມປ່າຫລາຍ ຊຶ່ງທາງການຍັງບໍ່ສາມາດຄວບຄຸມໄດ້ ດັ່ງເຈົ້າໜ້າທີ່ ທີ່ຕິດຕາມສະພາບອາກາດ ຢູ່ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເອີ! ໝົດທຸກເມືອງ ສ່ວນຫລາຍມັນກໍໄຟໄໝ້ ໄຟໄໝ້ລາມປ່າຫລາຍກວ່າ ໜ້າຈະເກີດຈາກທໍາມະຊາດຫັ້ນແຫລະ ປ່າໃໝ່ ກໍຍັງບໍ່ເຖິງຂັ້ນຢູ່ໃນເຂດອັນຕະລາຍເທື່ອ ເພິ່ນຍັງຢູ່ໃນອັນນັ້ນຢູ່ ມີໆ ແຂວງຫລວງນໍ້າທາກໍມີ ເປັນສະຖານີ ສ່ວນຫລາຍກໍຢູ່ໄສກໍໜ້າຈະຄືກັນໂຕນີ້ ຍັງໆ ຂັ້ນຄວບຄຸມໄດ້ຢູ່.”
ໃນຂະນະດຽວກັນ ປະຊາຊົນຢູ່ເມືອງປາກງື່ມ ນະຄອນຫລວງວຽງຈັນ ຜູ້ນຶ່ງ ທີ່ຮູ້ເລື່ອງນີ້ ກໍເວົ້າວ່າ ບັນຫາທີ່ວ່ານັ້ນ ຍັງເກີດຂຶ້ນໃນບາງພື້ນທີ່ ຂອງ 6 ແຂວງພາກກາງ ແລະ 4 ແຂວງພາກໃຕ້ຂອງປະເທດນໍາດ້ວຍ ແລະເມື່ອທິດສອງທິດຜ່ານມານີ້ ກໍມີຝຸ່ນລະອອງທີ່ວ່ານັ້ນມາເຖິງ.
“ທິດນຶ່ງ ສອງທິດມານີ້ ມັນຝຸ່ນໂຕນີ້ ມັນກໍມາ ບໍ່ໄດ້ວ່າມາແຕ່ເຂດເຮົາ ມັນມາແຕ່ຫລາຍເຂດ ບາງເຂດມັນໄຟໄໝ້ພູ ໂຕເກົ່າເຂົາເຈົ້າບໍ່ໄດ້ເຜົາ ໄຖຖົມແລ້ວເຮັດໄປໃນໂຕເລີຍ ທີ່ບຸກເບີກ ປ່າໃໝ່ ແບບວ່າດິນປະຊາຊົນນໍ ທີ່ຂະເຈົ້າເປັນປ່າດົງດິບຫັ້ນນະ ຂະເຈົ້າຊິເຮັດການກະເສດ ເຂົາເຈົ້າກະຕ້ອງລົດຍົກ ໄຖເບີກລົງ ມັນກໍຕ້ອງໄດ້ເຜົາໃໝ້ ເຮັດສວນເດ ສ່ວນຫລາຍເຮັດມັນຕົ້ນ.”
ທ່ານກ່າວຕື່ມວ່າ ຝຸ່ນລະອອງ PM 2.5 ທີ່ວ່ານັ້ນ ແພ່ກະຈາຍໄປຫລາຍເມືອງ ແຕ່ຢູ່ເຂດນອກ ອາກາດໝຸນວຽນ ແລະລະບາຍໄດ້ດີກວ່າຢູ່ໃນໂຕເມືອງ.
ກ່ຽວກັບບັນຫາທີ່ວ່ານີ້ ທາງການທີ່ກ່ຽວຂ້ອງ ຢູ່ໃນລະຫວ່າງການຫາແນວທາງແກ້ໄຂ ເປັນຕົ້ນແມ່ນໄດ້ອອກມາດຕະການ ໃຫ້ປະຊາຊົນ ທີ່ຕ້ອງການເຜົາພື້ນທີ່ການຜະລິດ ເພື່ອກຽມດິນປູກຝັງນັ້ນ ແຈ້ງໃຫ້ອໍານາດການປົກຄອງບ້ານ ຮັບຮູ້ກ່ອນ. ແຕ່ການຈັດຕັ້ງປະຕິບັດມາດຕະການ ໃນພາກໂຕຈິງນັ້ນ ແມ່ນເຮັດໄດ້ ພຽງບາງສ່ວນເທົ່ານັ້ນ ດັ່ງເຈົ້າໜ້າທີ່ ດ້ານຊັບພະຍາກອນທໍາມະຊາດ ແລະສິ່ງ ແວດລ້ອມ ທ່ານດຽວກັນນັ້ນ ເວົ້າຕື່ມວ່າ:
“ອ່າ ອັນນີ້ກໍບໍ່ຮູ້ແນວຊິເວົ້າ ວ່າມັນຫລາຍ ຫລືມັນໜ້ອຍ ແມ່ນແຫລະ ມັນຕ້ອງໄດ້ເບິ່ງຄ່າມັນວ່າ ມີໜ້ອຍ ມີຫລາຍຊໍ່າໃດ ກໍມີປະຕິບັດຢູ່ ກໍປະຕິບັດ ອັນຄັນຊິໃຫ້ບໍ່ເຜົາເລີຍກໍເປັນໄປບໍ່ໄດ້ນໍ ມີແຕ່ວ່າຖ້າແມ່ນໃຜຈະໄປເຜົາ ກໍໃຫ້ໄປແຈ້ງ ໄປບອກຂັ້ນບ້ານ ໃຫ້ເຜົາເທື່ອລະຄອບຄົວຈັ່ງຊີ້ ບໍ່ໃຫ້ເຜົາພ້ອມບາດດຽວ 10 ຄົນ ເຂົາບໍ່ໃຫ້ເຜົາພ້ອມບາດດຽວ.”
ອີງຕາມຂໍ້ມູນໃນມື້ວັນທີ 8 ເມສານີ້ ກ່ຽວກັບອັກຄີໄພ ສໍາລັບລະບົບການຈັດ ການຊັບພະຍາກອນ ຫລື Fire Information for Resource Management System (FIRMS) ຂອງອົງການ NASA ທີ່ໄດ້ຮິບໂຮມຂໍ້ມູນ ຈຸດຄວາມຮ້ອນໃນທົ່ວໂລກ ພົບວ່າ ໃນພາກພື້ນອາຊີຕະເວັນອອກສ່ຽງໃຕ້ ແມ່ນຈຸດຄວາມຮ້ອນໜາແໜ້ນ ໃນຫລາຍພື້ນທີ່ ຊຶ່ງກວມເອົາພາກເໜືອ ພາກກາງ ແລະພາກໃຕ້ຂອງລາວ ນໍາດ້ວຍ.
ແລະເຈົ້າໜ້າທີ່ ດ້ານຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ຢູ່ແຂວງພາກໃຕ້ທ່ານນຶ່ງກໍເວົ້າວ່າ ພາກເອກກະຊົນ ທີ່ເຂົ້າມາດໍາເນີນໂຄງການພັທນາຕ່າງໆ ຢູ່ແຂວງພາກໃຕ້ນີ້ ກໍເລີ່ມເຫັນຄວາມສໍາຄັນຂອງບັນຫາດັ່ງກ່າວແລ້ວ ແຕ່ຍັງບໍ່ມີມາດຕະການແກ້ໄຂ ຢ່າງເປັນຮູບປະທໍາເທື່ອ.
“ແມ່ນໆ ມີຢູ່ ໂຕນີ້ມັນເປັນ ຂຶ້ນກັບຂອງເພິ່ນໃຫ້ ກະຊວງເພິ່ນໃຫ້ມາແຕ່ວຽງ ມັນເປັນເຄື່ອງແບບພົກພາຫັ້ນນະ ແມ່ນຄັນໂຕພີແອມ ຫັ້ນແບບວ່າມັນເປັນລະບົບແຝງ ມັນມີແຝງໂຊລານໍ ແມ່ນແຫລະໆ ມັນຕົ້ນນີ້ແຫລະ ຈາກທາງແມ່ນແຫລະ ເຮັດມັນຕົ້ນນີ້ແຫລະ ມັນກໍອັນນ່າ ປົນໆກັນໄປຫັ້ນນະ ມີຢູ່ ເຫັນຢູ່ເຈົ້າ ມັນກໍປົນໆກັນໄປຫັ້ນນະ ຄືລະດູແລ້ງ ລະດູຫຍັງກໍຄືລົນນະລົງກັນຢູ່ ຄວາມໝາຍວ່າ ພວກເຂື່ອນພວກຫຍັງ ຂະເຈົ້າກໍເຮັດວຽກຢູ່ ແມ່ນໆ ກໍປະມານນັ້ນ ເພິ່ນບໍ່ຢາກໃຫ້ເຮັດຫັ້ນແຫລະ ເພິ່ນກໍເຊີນເຈົ້າເມືອງອີ່ຫຍັງຕ່າງໆເຂົ້າຮ່ວມ.”
ໃນ 2 ສັບປະດາທີ່ຜ່ານມານີ້ ບັນຫາຝຸ່ນລະອອງຂະໜາດນ້ອຍ ຢູ່ລາວ ເພີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆ ຊຶ່ງອາດຈະສົ່ງຜົນກະທົບ ຕໍ່ສຸກຂະພາບຂອງປະຊາຊົນ ໃນໄລຍະສັ້ນ ແລະໄລຍະຍາວ.
ຂະນະທີ່ທາງການລາວ ຍັງບໍ່ທັນມີມາດຕະການແນວໃດ ທີ່ເປັນຮູບປະທໍາເທື່ອ, ມີພຽງແຕ່ເຜີຍແພ່ຂໍ້ມູນເບື້ອງຕົ້ນ ຜ່ານສື່ສັງຄົມອອນລາຍ ກ່ຽວກັບຜົນກະທົບ ຕໍ່ສຸກກະພາບ ໃຫ້ປະຊາຊົນຮູ້ ດັ່ງເຈົ້າໜ້າທີ່ ດ້ານສຸກຂະພາບ ຢູ່ແຂວງພາກ ເໜືອຂອງລາວ ນາງນຶ່ງເວົ້າວ່າ:
“ຍາມນີ້ເພິ່ນກໍຈູດໄຮ່ ຈູດນັ້ນແຫລະ ຈູດຂອງປະຊາຊົນເພິ່ນ ເພາະວ່າມັນຈະມີເປັນຫວັດ ເປັນໄອປົກກະຕິ ມັນຈະເປັນແບບນີ້ຢູ່ຕະຫລອດນັ້ນນະ ບໍ່ເປັນຫຍັງ ມັນກໍແມ່ນເປັນຫວັດ ເປັນໄອທໍາມະດາ ກໍບໍ່ຮູ້ວ່າແມ່ນຫຍັງ ແມ່ນແຫລະ ປົກກະຕິມັນຈະເປັນຍາມໜາວບໍ່ ຍາມໃດກໍເປັນຄືກັນ ອັນນີ້ຍັງບໍ່ເຫັນມາ ຜ່ານມາາແມ່ນແຫລະ ມັນກໍຍັງບໍ່ທັນໄດ້ເຖິງຂັ້ນນັ້ນເທື່ອ.”
ອີງຕາມລາຍງານ ຂອງເວັບໄຊ waqi.info ກ່ຽວກັບດັດສະນີອາກາດທີ່ເປັນມຸນລະພິດ ຢູ່ປະເທດຕ່າງໆທົ່ວໂລກ (World’s Air Pollution: Real Time Air Quality Index), ຢູ່ລາວ ຍັງມີຫລາຍພື້ນທີ່ ທີ່ມີຝຸ່ນລະອອງຂະໜາດນ້ອຍ PM 2.5 ເຂັ້ມຂຸ້ນ ລະຫວ່າງ 151 ຫາ 250 ຄືຢູ່ແຂວງຜົ້ງສາລີ, ເມືອງໄຊ ແຂວງອຸດົມໄຊ, ບ້ານໂພນສະຫວັນ ເມືອງຮຸມ ແຂວງອຸດົມໄຊ, ແຂວງຫລວງພະບາງ, ເມືອງປາກຊັນ ແຂວງບໍລິຄໍາໄຊ, ແຂວງວຽງຈັນ, ແລະເມືອງຊໍາເໜືອ ແຂວງຫົວພັນ, ຈາກຂໍ້ມູນ ວັນທີ 8 ເມສານີ້.
ແລະຈາກຂໍ້ມູນ ຂອງສະຖານີວັດແທກ ຂອງຫ້ອງທົດລອງສິ່ງແວດລ້ອມ ກະ ຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ແຕ່ລະປີ ປະເທດລາວ ມີຝຸ່ນລະອອງຂະໜາດນ້ອຍ PM 2.5 ເກີນມາດຕະຖານສູງສູດ ທີ່ອົງການອະ ນາໄມໂລກກໍານົດໄວ້ ປະມານ 5 ເທົ່າ. ສະບາຍດີ