ການຂຸດຄົ້ນບໍ່ແຮ່ ແລະສິ່ງແວດລ້ອມ
ການຂຸດຄົ້ນ ບໍ່ແຮ່ ແລະ ການສ້າງ ໂຮງຈັກ ໂຮງງານ ຢູ່ ແຂວງວຽງຈັນ ຈະສົ່ງ ຜົນກະທົບ ຕໍ່ ສິ່ງແວດລ້ອມ.
-
2013-05-02 -
-
-
Your browser doesn’t support HTML5 audio
ການຂຸດຄົ້ນ ບໍ່ແຮ່ ແລະ ການສ້າງ ໂຮງຈັກ ໂຮງງານ ຢູ່ ແຂວງວຽງຈັນ ຈະສົ່ງ ຜົນກະທົບ ຕໍ່ ສິ່ງແວດລ້ອມ.
ປັດຈຸບັນ ກຳລັງມີການ ຂຸດຄົ້ນ ບໍ່ຄຳ ຢູ່ ບໍຣິເວນ ພູເບັ້ຍ ຫຼາຍ ເຊັ່ນ ບໍ່ພູຄຳ ແລະ ບໍ່ຫ້ວຍຊາຍ ທີ່ ປ່ອຍສານເຄມີ ອັນຕະຣາຍ ລົງສູ່ ແມ່ນ້ຳ ລຳທານ. ດັ່ງ ນັກຊ່ຽວຊານ ດ້ານ ສິ່ງແວດລ້ອມ ທ່ານນຶ່ງ ເວົ້າວ່າ:
“ການພັທນາ ການຂຸດຄົ້ນ ບໍ່ຄຳ ມີຜູ້ລັກລອບ ປ່ອຍສານພິດ ລົງສູ່ແຫລ່ງນ້ຳ ອັນນັ້ນ ມັນເປັນບ່ອນ ທຳຣາຍ ແຫລ່ງ ຊັພຍາກອນ ນ້ຳ ຫລາຍເກີນໄປ ຈ່ັງຊີ່ ເນາະ.”
ນັກຊ່ຽວຊານ ດ້ານ ສິ່ງແວດລ້ອມ ທ່ານນີ້ ມີຄວາມຫ່ວງ ຢ້ານ ສານພິດຕ່າງໆ ຈະເຮັດໃຫ້ ປາ ແລະ ສັດປ່າ ສູນພັນ ໄປເລີຍ ແລະ ກໍເປັນໄພ ອັນຕະຣາຍ ຕໍ່ ສຸຂພາບ ຂອງຄົນ. ນອກຈາກ ການຂຸດຄົ້ນ ບໍ່ແຮ່ ແລ້ວ ຣັຖບານລາວ ຍັງມີ ໂຄງການ ພັທນາໃຫຍ່ໆ ອີກ ເຖິງ 14 ໂຄງການ ເຊັ່ນໂຄງການ ສ້າງໂຮງງານ ປູນຊີເມັນ. ດັ່ງເຈົ້າໜ້າທີ່ ກະຊວງ ພະລັງງານ ແລະບໍ່ແຮ່ ທ່ານນຶ່ງ ທີ່ ບໍ່ປະສົງ ບອກຊື່ ເວົ້າວ່າ:
“ຄືຍົກຕົວຢ່າງ ມັນກໍມີ ບໍ່ຄຳຫ້ວຍຊາຍ ເນາະ ເກີດຂື້ນ ມາອີກ ທີ່ວ່າການ ລົງທຶນ ຖືວ່າ ພູເຍັ້ຍ ກໍຖືວ່າຍັງ ອັນເກົ່າຢູ່ ຕົວຫ້ວຍຊາຍນີ້ ເກີດຂື້ນອີກ ແລ້ວ ກໍມີຊີມັງ ຫລັງສາມ.”
ການຂຸດຄົ້ນ ບໍ່ຄຳ ໃຊ້ ສານເຄມີ ທີ່ອັນຕະຣາຍ ຫລາຍຢ່າງ ເຊັ່ນສານ Cyanide ແລະ ບາຫລອດ. ສານເຄມີ ເຫລົ່ານີ້ ຈະພາໃຫ້ເກີດ ໂຣກສມອງ ເຊື່ອມ ໝາກໄຂ່ຫລັງ ອັກເສບ ນອນ ບໍ່ຫລັບ ເຈັບຫົວ ປວດຕາມ ກ້າມເນື້ອ ໂຣກຜິວໜັງ ແລະ ໂຣກຣະບົບ ຫາຍໃຈອັກເສບ. ຢູ່ບໍ່ຄຳ ຫລາຍແຫ່ງ ໃນຕ່າງປະເທດ ຄົນແລະປາ ປ່ວຍ ແລະ ເສັຍຊີວິດ ຍ້ອນຫລາຍແລ້ວ.