ການປະຕິບັດ ກົດໝາຍວ່າດ້ວຍ ຂຸດຄົ້ນແຮ່ທາດ ບໍ່ມີຄວາມສັກສິດ
ການຂຸດຄົ້ນ ແລະສຳຣວດ ແຮ່ທາດ ໄປພ້ອມກັນນັ້ນ, ຫຼາຍບໍຣິສັດ ບໍ່ປະຕິບັດຕາມກົດໝາຍ ວ່າດ້ວຍການຂຸດຄົ້ນແຮ່ທາດ ເປັນຕົ້ນ ບໍ່ມີບົດສຶກສາຄວາມເປັນໄປໄດ້ ໃນທາງເສຖກິຈ, ເທັກນິກ ແລະບົດປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທັມມະຊາຕ.
-
ໄຊຍາ
2023-07-03 -
-
-
Your browser doesn’t support HTML5 audio
ອີງຕາມການຣາຍງານຂອງ ທ່ານ ທອງແດງ ປະທຸມທອງ ສະມາຊິກສະພາແຫ່ງຊາຕ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ມີຄຳເຫັນຕໍ່ກອງປະຊຸມ ສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 27 ມິຖຸນາ 2023 ທີ່ຜ່ານມາ ກ່ຽວກັບເຣື່ອງການຂຸດຄົ້ນ ແລະສຳຣວດ ແຮ່ທາດ ໄປພ້ອມກັນນັ້ນ ຫຼາຍບໍຣິສັດບໍ່ປະຕິບັດຕາມກົດໝາຍ ວ່າດ້ວຍການຂຸດຄົ້ນແຮ່ທາດ ເປັນຕົ້ນບໍ່ມີບົດສຶກສາຄວາມເປັນໄປໄດ້ ໃນທາງເສຖກິຈ, ເທັກນິກ ແລະບົດປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທັມມະຊາຕ.
ນອກນີ້ ຍັງສ້າງຄວາມຫຍຸ້ງຍາກ ໃນການຕິດຕາມ ບັນຫາການຄວບຄຸມຄຸນນະພາບ ລວມເຖິງຄວາມເຂັ້ມຂຸ້ນ ຂອງແຮ່. ຍັງບໍ່ທັນມີພະນັກງານ ຂອງຣັຖເຂົ້າຮ່ວມ ໃນການກວດກາ ມີແຕ່ຝ່າຍບໍຣິສັດ ທີ່ໄດ້ສັມປະທານເທົ່ານັ້ນ ເປັນຜູ້ກຳນົດຄວາມເຂັ້ນຂຸ້ນ ຂອງແຮ່ທາດ ແລະບໍຣິສັດ ກໍແຈ້ງຄວາມເຂັ້ມຂຸ້ນ ຕໍ່າກ່ວາຄວາມເປັນຈິງ ເພາະວ່າຖ້າຄວາມເຂັ້ມຂຸ້ນແຕ່ 61.9% ລົງມາ, ບໍຣິສັດຕ້ອງຈ່າຍເພີ່ມ 30 ໂດລ້າຣ໌ສະຫະຣັຖຕໍ່ຕັນ ແຕ່ຖ້າ 62% ຂຶ້ນໄປບໍຣິສັດຕ້ອງຈ່າຍ 40 ໂດລ້າຣ໌ຕໍ່ຕັນ.
ອີກບັນຫານຶ່ງ ການສັ່ງນໍ້າໜັກ ແລະ ການຄວບຄຸມແຮ່ທາດ, ເຈົ້າໜ້າທີ່ຂອງຣັຖ ກໍບໍ່ທັນເຂົ້າໄປເຮັດນຳບໍຣິສັດ ສະນັ້ນທາງບໍຣິສັດ ຈຶ່ງແກ່ແຮ່ທາດເກີນກຳນົດ ເຣື່ອງນີ້ກໍສົ່ງຜົລກະທົບໃຫ້ ຖນົນເປ່ເພ. ບັນຫາດັ່ງກ່າວ ເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງໄຊສົມບູນ ຜູ້ຂໍສງວນຊື່ ແລະຕຳແໜ່ງ ກ່າວໃນວັນທີ 03 ກໍຣະກະດາວ່າ ການຂຸດຄົ້ນແຮ່ທາດ ໃນແຂວງໄຊສົມບູນນີ້ ທີ່ຜ່ານມາ ປະຕິບັດຕາມກົດໝາຍທຸກຂັ້ນຕອນ ໂດຍຕລອດ ສ່ວນລາຍຮັບໃນໄລຍະຜ່ານ ມາກໍມີການປະເມີນ ສົມທຽບ ຕາມປົກກະຕິ.
“ບໍ່ໄດ້ມີລະບຽບ ຊະຊາຍເດ້. ເຮັດຕາມຂັ້ນຕອນໝົດ. ບໍ່ເຮັດຕາມຂັ້ນຕອນນີ້ ກໍບໍ່ສາມາດຈັດຕັ້ງ ປະຕິບັດໄດ້ມີລະບົບເອກະສານ ຜ່ານການອະນຸມັດ ອີງໂຕຢ່າງ ທາງເຮົານີ້ ມີດຳຣັດ 414 ໃນການພັທນານີ້. ການຈັດຕັ້ງປະຕິບັດ ກໍຕ້ອງໄດ້ໄດ້ປະສານກັບ ກະຊວງ ສາຍຕັ້ງ ໃນຄອດແລ້ວຂັ້ນຕອນອິຫຍັງຕ່າງໆ ຫັ້ນ ເຮົາຈະບໍ່ໄດ້ເຮັດແບບຕາມ ອຳເພີໃຈເລີຍ ເຣື່ອງລາຍຮັບເພີ່ມ ກໍມີແຕ່ສົມທຽບເບິ່ງຢູ່ແລ້ວ ໃນໄລຍະຜ່ານມາ.”
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາຕ ກໍໄດ້ສເນີໃຫ້ກະຊວງພລັງງານ ແລະບໍ່ແຮ່ເບິ່ງຄືນ ເຣື່ອງການສັມປະທານ ແຮ່ທາດນຳດ້ວຍ ໂດຍສະເພາະເຣື່ອງການໃຫ້ສັມປະທານ ຊະຊາຍບໍ່ສົມເຫດສົມຜົລ ແລະພາກຣັຖຄວນຢຸດເຊົາ ການທົດລອງຂຸດຄົ້ນແຮ່ທາດ ບໍ່ຄວນຂຍາຍຕື່ມອີກ ຍ້ອນຈະສູນເສັຍຊັພຍາກອນດິນ, ປ່າໄມ້ ໄປຫຼາຍກ່ວານີ້.
ດັ່ງທ່ານໄດ້ກ່າວວ່າ:
“ບາງຄົນຈັກແມ່ນມືອາຊີບ ຫຼື ບໍ່ຄືຮ້ານອາຫານ ກໍເຮັດບໍ່ແຮ່ໄດ້ ແລ່ນເປັນາຍໜ້າຂຸດຄົ້ນບໍ່ແຮ່ ກໍອະນຸມັດໄດ້ ກໍຫຼາຍຄົນຍັງເຮັດຢູ່ ເປັນແນວນັ້ນຄວນຢຸດເຊົາ ການຂຸດຕົ້ນແຮ່ທົດລອງ ແຮ່ຫາຍາກນີ້ ແມ່ນວ່າປັດຈຸບັນ ກໍຍາກຫຼາຍແລ້ວເດ້. ຄັນວ່າຈຳກັດຕື່ມກໍດີເດ້ ບໍ່ຄວນຂຍາຍອີກ. ກໍຈົ່ງແຮ່ໃຫ້ລູກ ໃຫ້ກຫຼານ ເຮົາໄດ້ໃຊ້ແດ່ ຕໍ່ໄປເຮົາກໍຈະເອົາໝົດ ບາດດຽວ ກໍຍາກເດ້ ຣັຖບານຄົ້ນຄ້ວາເບິ່ງໂຕນີ້.”
ບັນຫາ ການໃຫ້ສັມປະທານ ໃນຂຸດຄົ້ນແຮ່ທາດຕ່າງໆ ຍັງສ້າງຜົລກະທົບ ໃຫ້ປະຊາຊົນ ໃນປັດຈຸບັນເຊັ່ນບັນຫາເຣື່ອງກິ່ນເໝັນຂີວ ໃນການລະເບີດ ເພື່ອຂຸດຄົ້ນແຮ່ທາດ ລວມໄປເຖິງຜົລກະທົບ ເຣື່ອງສຽງດັງ ແລະ ສະເທືອນໄປເຖິງບ້ານເຮືອນ ຂອງຊາວບ້ານ ບ່ອນໃດຢູ່ໃກ້ເຮືອນ ຂອງຊາວບ້ານ ກໍແຕກແຫງ ແລະບໍ່ມີການຊົດເຊີຍໃດໆ.
ດັ່ງຊາວບ້ານ ບ້ານນໍ້າຍອນໃນເມືອງອະນຸວົງ ແຂວງໄຊສົມບູນກ່າວວ່າ:
“ກໍກະທົບຫັ້ນແຫຼະ ລະເບີດກໍສະເທືອນໄປໝົດ. ບ້ານເຮືອນກໍຫຼຸບ ເພໄປໝົດແຫຼະ ທຸກມື້ນີ້ເຂົາລະເບີດກໍສະເທືອນ ຢູ່. ບາງເທື່ອກໍກິ່ນເໝັນ ກໍມື້ເຂົາລະເບີດຫັ້ນ ກໍກິ່ນເໝັນ. ເໝັນລະເບີດເຂົາຫັ້ນ ຢູ່ອ່າງນໍ້າເສັຍເຂົາກໍມີບາງມື້ ກໍເໝັນ ບາງມື້ກໍເໝັນ. ເໝັນຂີວຫັ້ນ ຄັນລົງໄປໃຫ້ກໍໄດ້ມີກິ່ນເໝັນຂີວ.”
ຊາວບ້ານ ໃນເມືອງອະນຸວົງ ອີກຜູ້ໜຶ່ງກ່າວວ່າ ການຂຸດຄົ້ນແຮ່ທາດ ຍັງສ້າງຜົລກະທົບ ເຣື່ອງຖນົນຫົນທາງ ມີສະພາບເປ່ເພ ຝຸ່ນຫຼາຍນຳດ້ວຍ ເປັນຄື ທ່ານ ສສຊ ໃນແຂວງ ໄຊສົມບູນໄດ້ກ່າວ ຕໍ່ສະພາ. ດັ່ງຊາວບ້ານ ກ່າວວ່າ:
“ກໍຄືມັນຢູ່ໃນກອງປະຊຸມ ສະພາຫັ້ນແຫຼະ ເຂົາເຈົ້າສເນີໄປຫັ້ນແຫຼະ ມັນເປັນແບບນັ້ນແຫຼະ ຫຼາຍອັນຫຼາຍຢ່າງຫັ້ນແຫຼະ ເພາະວ່າມັນທາງດິນ ທາງໄປ ມາກໍຍາກ ເພາະວ່າເຂົາເຈົ້າຂຸດໄປແລ້ວ ມັນກໍມາແກ່ໄປ ແລ້ວກໍມັນກໍທາງເປ່ເພ ໄປໝົດ ແລ້ວກໍໄປຍາກມາຍາກ.”
ສ່ວນຊາວບ້ານ ບ້ານນໍ້າຊານ ເມືອງລ່ອງແຈ້ງ ແຂວງໄຊສົມ ກ່າວວ່າ ປັດຈຸບັນນີ້ ກໍພົບບັນຫາເຣື່ອງນໍ້າ ຊາວບ້ານບໍ່ມີໃຊ້ພຽງພໍ ເພາະຊາວບ້ານເຂດນີ້ ອາສັຍໃຊ້ນໍ້າຈາກຫ້ວຍໜອງ ທີ່ໄຫຼມາຈາກເທິງພູແຕ່ປັດຈຸບັນ ທາງບໍຣິສັດສັມປະທານ ແຮ່ທາດ ທີ່ຢູ່ທາງເທິງເຂດບ້ານ ໄດ້ມີການຂຸດບໍ່ນໍ້າຂນາດໃຫຍ່ ໃກ້ຫ້ວຍນໍ້າ ເອົາໄວ້ໃຊ້ໃນການຂຸດຄົ້ນແຮ່ທາດ ແລ້ວນໍ້າຈາກຫ້ວຍໄຫຼມາບໍ່ສະອາດ ບໍ່ສາມາດໃຊ້ໄດ້ ເຊັ່ນ ອາບນໍ້າ ເຮັດໃຫ້ຄັນຕົນໂຕ. ຊາວບ້ານກໍຕ້ອງໄປຫານໍ້າ ເຂດບ່ອນອື່ນທີ່ຢູ່ໄກອອກໄປ ຫຼືຕໍ່ທໍ່ເພື່ອອາສັຍນໍ້າລິນ ແຕ່ກໍໍບໍ່ພໍພຽງ ບາງຄົນກໍຕ້ອງໄດ້ຊື້ນໍ້າໃຊ້, ນໍ້າກິນ ເຊິ່ງໃຊ້ຊີວິດຫຍຸ້ງຍາກ ລຳບາກຫຼາຍ.
“ປະຊາຊົນ ເຂົາບໍ່ມີຫ້ວນໍ້າພຽງພໍ ຄືແຕ່ກີ້ເພາະວ່າຫ້ວຍນໍ້າ ດຽວນີ້ຍົກໃຫ້ຄົນຈີນໝົດ ເຂົາເຈົ້າຂຸດຄົ້ນໝົດແລ້ວ ສາຍນໍ້າໂຕຫັ້ນນ່າ ເຂົາເຈົ້າຕັດເປັນໜອງ ຂອງບໍຣິສັດເລີຍນ່າ ໂຕທີ່ໄຫຼຜ່ານບ້ານ ມັນກໍບໍ່ສະອາດມັນເປື້ອນ. ທຸກປີມັນໃຊ້ບໍ່ໄດ້ແລ້ວ ເອົາໄປອາບແລ້ວຮູ້ສຶກຄັນໝົດຕົນໂຕ ແລ້ວພໍ່ແມ່ເພິ່ນວ່າ ມີເຄມີແລ້ວບໍ່ຕ້ອງອາບ.”
ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ກ່າວຣາຍງານ ຕໍ່ກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 26 ມິຖຸນາ 2023 ຜ່ານມາວ່າ ສຳລັບວຽກງານ ຂຸດຄົ້ນແຮ່ທາດ ຈະຊຸກຍູ້ຕິດຕາມ ການປະຕິບັດໂຕຈິງ ໂຄງການບໍ່ແຮ່ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນຕາມສັນຍາ ເພື່ອໃຫ້ສາມາດສ້າງລາຍຮັບ ໃຫ້ຣັຖໄດ້ໄວຂຶ້ນ ພ້ອມດຽວກັນ ກໍຈະເລັ່ງກວດກາ ແລະປະເມີນຢ່າງເປັນລະບົບ ກໍຣະນີໂຄງການໃດ ບໍ່ມີຄວາມຄືບໜ້າ ຫຼື ລະເມີດສັນຍາ ແລະກົດໝາຍ ກ່ຽວຂ້ອງແມ່ນຈະໄດ້ຍົກເລີກ ຢ່າງເດັດຂາດ. ໃນທົ່ວປະເທດ ຣັຖບານ ອະນຸຍາດໃຫ້ນັກລົງທຶນຈີນ ຂຸດແຮ່ທາດ ຈຳນວນ 108 ບໍຣິສັດ ໃນນັ້ນ ມີຫຼາຍບໍຣິສັດ ໄດ້ຂຸດຄົ້ນບໍ່ແຮ່ ໃນແຂວງໄຊສົມບູນ.