ຊາວວຽດນາມບໍ່ຢາກໃຫ້ມີເຂື່ອນ ດອນ ສະໂຮງ

ປະຊາຊົນ ໃນເຂດ ປາກ ແມ່ນ້ຳຂອງ ບໍ່ ເຫັນພ້ອມ ນຳການ ສ້າງ ເຂື່ອນ ດອນສະໂຮງ

ເຈົ້າໜ້າທີ່ ທາງການລາວ ກໍາລັງ ອະທິບາຍ ເຖິງ ຄວາມເໝາະສົມ ໃນທີ່ຕັ້ງຂອງໂຕ ເຂື່ອນ RFA

ຊາວ ວຽດນາມ ທີ່ ອາສັຍຢູ່ ຕາມເຂດ ພື້ນທີ່ ປາກ ແມ່ນ້ຳຂອງ ພ້ອມດ້ວຍ ນັກ ຊ່ຽວຊານ ແລະ ນັກ ວິທຍາສາດ ບໍ່ ເຫັນພ້ອມ ນຳ ໂຄງການ ສ້າງ ເຂື່ອນ ໄຟຟ້າ ຢຸ່ ດອນ ສະໂຮງ ຂອງ ລາວ ແລະ ໂຄງການ ສ້າງເຂື່ອນ ແຫ່ງ ອື່ນໆ ໃນ ແມ່ນ້ຳຂອງ ໄດ້ພາກັນ ຣຽກຮ້ອງ ໃຫ້ ຣັຖບານ ວຽດນາມ ເອົາ ມາຕການ ທັກທ້ວງ ທາງການ ລາວ ຈົ່ງ ຍຸຕິ ໂຄງການ ສ້າງ ເຂື່ອນ ທັງໝົດ ຢູ່ ແມ່ນ້ຳຂອງ ຢ່າງ ສິ້ນເຊີງ.

ໜັງສືພິມ ເຄືອຂ່າຍ ຂ່າວ ອອນລາຍ ວຽດນາມ ຣາຍງານ ໃນ ວັນຈັນ ທີ 26 ມົກກະຣາ ນີ້ວ່າ ການ ທີ່ ປະຊາຊົນ ວຽດນາມ ໃນເຂດ ປາກ ແມ່ນ້ຳຂອງ ແລະ ນັກ ວິທຍາ ສາດ ຕ່າງ ກໍບໍ່ ເຫັນພ້ອມ ນຳ ໂຄງການ ສ້າງ ເຂື່ອນ ດອນ ສະໂຮງ ແລະ ແຫ່ງອື່ນໆ ຢູ່ ທາງ ເໜືອ ແມ່ນ້ຳຂອງ ກໍຍ້ອນ ມີຄວາມ ເປັນ ຫ່ວງນຳ ຜົນ ກະທົບ ຫຼາຍໆ ຢ່າງຊ່ຶງ ນອກຈາກ ເປັນການ ທຳລາຍ ຣະບົບ ນິເວດ ວິທຍາ ແລ້ວ ປະຊາຊົນ ທີ່ ຢູ່ໃຕ້ສຸດ ຂອງ ແມ່ນ້ຳຂອງ ຈະໄດ້ຮັບ ຄວາມ ເດືອດຮ້ອນ ຍ້ອນ ນ້ຳເຄັມ ຈາກ ທະເລ ຈະໄຫລ ກັບຄືນ ເຂົ້າ ໃນເຂດ ທີ່ ໃຊ້ເປັນ ບ່ອນ ປູກຝັງ ທໍາມາ ຫາກິນ.

ນອກຈາກ ນັ້ນ ໜັງສືພິມ ອອນລາຍ ວຽດນາມ ໄດ້ ແຈ້ງ ເພີ້ມວ່າ ຜົນ ຂອງການ ສຳຣວດ ປະຊາຊົນ 1,196 ຄົນ ຈາກ 13 ແຂວງ ທັງໝົດ ໃນເຂດ ປາກ ແມ່ນ້ຳຂອງ ແຕ່ ວັນທີ 13 ພຶສຈິກາ 2014 ມາ ເຖີງ ວັນທີ 15 ມົກຣາ ນີ້ ມີແຕ່ 26 ຄົນ ເທົ່ານັ້ນ ທີ່ ເຫັນ ພ້ອມ, ສ່ວນ ທີ່ເຫລືອ ແມ່ນ ບໍ່ເຫັນ ພ້ອມ. ສະນັ້ນ ເຂົາເຈົ້າ ຈຶ່ງ ໄດ້ສເນີ ໃຫ້ ທາງການ ວຽດນາມ ຫາວິທີ ແກ້ໄຂ ດ້ວຍການ ທວງໃຫ້ ຣັຖບານ ລາວ ຍຸຕິ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ແລະ ເຂື່ອນ ອື່ນໆ ຢ່າງ ສິ້ນເຊີງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org