ໂຮງຮຽນຫຼາຍແຫ່ງຢູ່ລາວ ປິດ

ໂຮງຮຽນ ຫຼາຍແຫ່ງ ໃນລາວ ຍັງບໍ່ທັນ ໄດ້ເປີດສົກຮຽນ ຍ້ອນ ນໍ້າຖ້ວມ.

ສະພາບນໍ້າຖ້ວມ ຢູ່ໂຮງຮຽນປະຖົມສົມບູນ ບ້ານນາກຸງ ເມືອງໄຊທານີ RFA/LX - screen captured from video clip

ໂຮງຮຽນຫຼາຍແຫ່ງໃນທົ່ວປະເທດ ຍັງບໍ່ທັນເປີດສົກຮຽນ ປີ 2018-19 ໄດ້ຕາມກຳໜົດ ຍ້ອນວ່າ ໂຮງຮຽນຖືກນໍ້າຖ້ວມ ເຊັ່ນວ່າ ໂຮງຮຽນ ປະຖົມສົມບູນ ເມືອງຫີນບູນ ແຂວງຄຳມ່ວນ ກໍມີໂຮງຮຽນປະຖົມປະມານ 5 ແຫ່ງຍັງບໍ່ທັນເປີດຮຽນເປີດສອນເທື່ອ, ດັ່ງເຈົ້າໜ້າທີ່ຜແນກ ສຶກສາທິການ ແລະກິລາ ແຂວງຄຳມ່ວນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 7 ກັນຍາ ນີ້ວ່າ:

“ມີຢູ່ ມີແຫຼະ 4 ໂຮງຮຽນ 5 ໂຮງຮຽນພຸ້ນແຫຼະ ແຕ່ວ່າເປີດນີ່ ເຮົາກໍ່ເປີດແຕ່ວັນທີ່ 3 ເດືອນ 9 ຫັ້ນແຫຼະ ກໍ່ເປີດຫຼາຍໂຮງຮຽນ ແລ້ວແຫຼະ ຢູ່ໃນ 100 ແຫ່ງ ໄທເຮົາກໍ່ໄດ້ເປີດໄປແລ້ວ 96 ໄປປະມານນີ້ແຫຼະ ບາງບ່ອນນີ້ກໍ່ມັນນໍ້າຖ້ວມ ຢູ່ໃນຢູ່ໂຮງຮຽນເຮົາກໍ່ໄດ້ ຍ້າຍໄປຮຽນຢູ່ ນຳວັດ ໃນຫ້ອງການບ້ານ ເຮົາກໍ່ໄດ້ພຍາຍາມແກ້ໄຂ ໄປແບບນັ້ນຢູ່.”

ທ່ານກ່າວຕື່ມວ່າ ຢູ່ເມືອງຫີນບູນ ໂຮງຮຽນບາງແຫ່ງໄດ້ພານັກຮຽນ ໄປຮຽນຢູ່ວັດ ແລະຫ້ອງການບ້ານຊົ່ວຄາວ ຈົນກວ່າວ່ານໍ້ານັ້ນຈະຫຼຸດລົງ ເປັນປົກກະຕິ ແລະຈະສ້ອມແປງໂຮງຮຽນ ໃຫ້ແລ້ວກ່ອນ ຈຶ່ງຈະພານັກຮຽນກັບໄປຮຽນຢູ່ໂຮງຮຽນຄືນ. ສ່ວນເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາ ແຂວງອຸດົມໄຊ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ອຸທົກກະພັຍນໍ້າຖ້ວມ ມີແຕ່ຢູ່ເມືອງຫຼານີ້ເນາະ ເມືອງຫຼານີ້ ພວກເຮົາໄດ້ແກ້ໄຂ ໃຫ້ຊຸມຊົນກັບສຶກສາເມືອງ ເອົາສັງກະສີໄປປຸກໃຫ້ຂະເຈົ້າ ໄດ້ຮຽນກ່ອນ ແຕ່ສ່ວນເມືອງອື່ນໆ ມັນກໍ່ບໍ່ມີຜົນຫຍັງເນາະ ຕໍ່ການສຶກສາເຮົາເລື່ອງໄພພິບັດ ສ່ວນຫຼາຍກໍ່ເປັນ ຫ້ອງນໍ້າຫ້ອງໃນ ແລ້ວກໍ່ເປັນ ຮົ້ວ ດຽວນີ້ມີແຕ່ ເມືອງຫຼາ ເນາະ ຢູ່ບ້ານມົກຕົ້ນຫັ້ນ.”

ເຖິງຢ່າງໃດກໍຕາມ ໃນທົ່ວປະເທດ ມີໂຮງຮຽນບໍ່ຕໍ່າກວ່າ 100 ແຫ່ງ ຍັງເລື່ອນເປີດສົກຮຽນ ປະຈຳປີ 2018-2019 ເນື່ອງຈາກໂຮງຮຽນ ດັ່ງກ່າວ ໄດ້ຮັບຜົນກະທົບຈາກພັຍພິບັດນໍ້າຖ້ວມ ໂດຍສະເພາະໂຮງຮຽນ ຢູ່ເມືອງທຸຣະຄົມ ແຂວງວຽງຈັນ, ເມືອງໄຊທານີ ນະຄອນຫຼວງ ວຽງຈັນ, ເມືອງໂຂງ ແຂວງຈຳປາສັກ ຮວມເຖິງໂຮງຮຽນປະຖົມ ແລະມັທຍົມ ຢູ່ເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກ ນໍາດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org