ໜ່ວຍກູ້ຣະເບິດຕ້ອງການ ເພີ້ມ ທີມງານ

ແຂວງຫຼວງພຣະບາງ ຕ້ອງການທຶນ ເພື່ອຂຍາຍທີມ ເກັບກູ້ຣະເບິດ ທີ່ ຍັງບໍ່ທັນແຕກ ພາຍຫລັງ ທີ່ມີຄົນ ເສັຽຊີວິດ ຍ້ອນຣະເບິດ ທີ່ບໍ່ທັນແຕກ ຢູ່ເມືອງນໍ້າບາກ

ຂ.ຊຽງຂວາງ ມີເສດເຫຼືອ ຂອງຣະເບີດ ຢ່າງຫຼວງຫຼາຍ ຊາວບ້ານນໍາມາໝຸນໃຊ້ ເປັນປໂຍດ RFA/PX

ໂຄງການເກັບກູ້ຣະເບິດ ແຂວງຫລວງພຣະບາງ ຕ້ອງການທຶນເພື່ອຂຍາຍທີມເກັບກູ້ຣະເບິດ ບໍ່ທັນແຕກຕື່ມອີກ 3 ທິມ ຊື່ງປັຈຈຸບັນມີພຽງ 3 ທິມປະມານ 71 ຄົນ, ພາຍຫລັງທີ່ລູກຣະເບິດ ບອມບີ-26 ແຕກໃສ່ ພໍ່ເຖົ້າ ຄໍາແກ້ວ ອາຍຸ 83 ປີ ປະຊາຊົນບ້ານ ທ່າສີເໜືອ ເມືອງນໍ້າ -ບາກ ຈົນເສັຽຊີວິດໃນຂນະທີ່ຜູ້ກ່ຽວໄປຂຸດ ຕົ້ນກ້ວຍຢູ່ຂ້າງເຮືອນຄົວ ເພື່ອຍ້າຍໄປປູກບ່ອນໃໝ່, ອິງຕາມຄໍາເວົ້າຂອງເຈົ້າໜ້າທີ່ຜແນກ ແຮງງານ ແລະ ສວັດດິການແຂວງ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 30 ກັນຍາ:

"ດຽວນີ້ອ້າຍມີບັນຫານຶ່ງ ກ່ຽວກັບບັນຫາ ປະຊາຊົນຖືກຣະເບິດ ຕາຍຢູ່ນໍ້າບາກນີ້ ເຂົາຂຸດປູກໝາກກ້ວຍ ແລ້ວລາວໄປຂຸດ ຂຸດຖືກບອມບີ ຕາຍຄາທີເລີຍ, ຕ້ອງການຊ່ວຍຕື່ມທິມ 3 ທິມ ເພາະວ່າຣະເບິດຍັງຫລາຍ ເພາະວ່າພາກສ່ວນ,ໃຫ້ທຶນມັນຈໍາກັດ ໃຫ້ໄດ້ 3 ທີມ ບໍ່ມີຜູ້ ໃຫ້ທຶນຕື່ມ.”

ເຈົ້າໜ້ທີ່ທ່ານນີ້ ອະທິບາຍວ່າ ທີມເກັບກູ້ຣະເບິດ 3 ທີມ ທີ່ມີຢູ່ນີ້ບໍ່ພຽງພໍກັບຄວາມຕ້ອງການ ເພາະສາມາດເກັບກູ້ຣະເບິດ ໄດ້ພຽງແຕ່ 105 ເຮັກຕ່າຣ໌ ຕໍ່ປີເທົ່ານັ້ນ ໃນຂນະທີ່ສະພາບໂຕຈິງ ຕາມເຕັກນິກວິຊາການ ແຂວງຫລວງພຣະບາງ ຕ້ອງເກັບກູ້ ຣະເບິດ ທີ່ບໍທັນແຕກ ໃຫ້ໄດ້ ຢ່າງນ້ອຍ 300 ເຮັກຕ່າຣ໌ ຕໍ່ປີຮວມທັງໝົດ ປະຊາຊົນ ເສັຍຊີວິດ ຍ້ອນຣະເບິດແຕກໃສ່ ຢູ່ເມືອງນໍ້າບາກ ມີ 5 ຄົນແລ້ວ.

ທ່ານວ່າ ແຂວງຫລວງພຣະບາງ ເປັນແຂວງນຶ່ງ ທີ່ໄດຮັບຜົນກະທົບ ໜັກທີ່ສຸດໃນ ສປປລາວ ສະນັ້ນຈຶ່ງສົ່ງຜົນກະທົບ ຕໍ່ການໃຊ້ຊີວິດ ຂອງປະຊາຊົນ ໂດຍສະເພາະ ໃນເຂດທໍາການຜລິດກະສິກັມ ເຂດຈອມພູຫ່າງໄກ ທາງທີມເກັບກູ້ຣະເບິດຍັງບໍ່ ສາມາດສໍາຣວດກວດກາ ຢ່າງທົ່ວເຖິງ ຍ້ອນ ພະນັກງານບໍ່ພຽງພໍ:

“ຍັງ ຍັງ ຍັງຫລາຍເພາະ ວ່າເຮົາມີແຕ່ 3 ທີມ ເຮົາຢາກໄດ້ຕື່ມ 3 ທີມ ບໍ່ໄດ້ເພາະວ່່າເຮົາກວດກູ້ນີ້ ຣັຖບານອະນຸຍາດ ໃຫ້ເຮັດແຕ່ປີໜື່ງ 105 ກໍມີ 3 ທີມ ທີມໜື່ງ 35 ເຮັກຕ່າຣ໌ ຕໍ່ປີເດ້ ແລ້ວບາດນີ້ ເມືອງໃດ ກໍຕ້ອງການກວດກ່ອນ ເມືອງນີ້ ກໍຕ້ອງການ ກວດກ່ອນ ໂອ້ ທຸກໃຈເດ້ນີ້, ເຮັດໄດ້ເມືອງໜື່ງ ກໍຍັງເມືອງໜື່ງ ແຕ່ວ່າເຮັດເອົາແຕ່ບ່ອນ ດ່ວນກ່ອນ ກ່ຽວກັບການສ້າງສາທາຣະນະ ການປູກເຮືອນ ການສ້າງໂຮງຮຽນ ແລະ ກໍພື້ນທີ່ ພັທນາ ຊາວໄຮ່ຊາວນາເຮັດສວນ ຍັງບ່ອນຈອມພູ ຍັງບໍ່ໄດ້ກວດເທື່ອ.”

ນອກຈາກນີ້ ທ່ານ ໂຈມແຍງ ແພງທອງສວັດ ຮອງຫົວໜ້າ ກົມຜແນກການ ແລະ ການຮ່ວມມື ກະຊວງແຮງງານ ແລະ ສວັດດິການ ສັງຄົມ ກ່າວວ່າ ຫາກປະຊາຊົນ ຢູ່ເຂດສ່ຽງພັຍ ແລ້ວພົບເຫັນຣະເບິດ ທີ່ບໍ່ທັນແຕກນັ້ນ ໃຫ້ຮິບແຈ້ງເຂົ້າສາຍດ່ວນ 1603 ໂລດ ເພື່ອ ໃຫ້ເຈົ້າໜ້າທີ່ ເຂົ້າໄປກູູ້ຣະເບິດ ໄວທັນການ ແລະຫ້າມຈັບ ຫ້າມຫລີ້ນ ແລະ ຫ້າມກິ້ງລູກຣະເບິດນັ້ນ ຢ່າງເດັດຂາດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org