ຂ.ຫຼວງນ້ຳທາຍັງຂາດນ້ຳ ສະອາດ
ໃນຫຼາຍ ໝູ່ບ້ານ ຢູ່ ແຂວງ ຫຼວງນ້ຳທາ ຍັງບໍ່ມີ ນ້ຳ ສະອາດ ໃຊ້ ແລະ ດື່ມກິນ ເທື່ອ.
-
ສິດນີ
2015-12-30 -
-
-
Your browser doesn’t support HTML5 audio
ຫລາຍບ້ານ ຢູ່ ແຂວງ ຫລວງນ້ຳທາ ຍັງບໍ່ມີ ນ້ຳສະອາດ ໃຊ້ ເທື່ອ ເປັນຕົ້ນ ທີ່ ເມືອງສີງ ເມືອງລອງ ແລະ ເມືອງນາແລກ. ດັ່ງ ເຈົ້າຫນ້າທີ່ ສາທາຣະນະສຸກ ແຂວງ ຫຼວງນ້ຳທາ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ກໍຍັງມີ ເມືອງສິງ ເມືອງລອງ ກັບ ເມືອງນາແລ ເມືອງນຶ່ງ ກະປະມານ 5 - 6 ບ້ານ ນີ້ແຫລະ ທີ່ຍັງບໍ່ທັນ ມີນ້ຳສະອາດ ໃຊ້ ເຂົາຍັງໃຊ້ ນ້ຳຫ້ວຍ ນ້ຳຫນອງ ຢູ່ ຊຶ່ງ ວ່າມັນກະເປັນ ສາຍເຫດ ຂອງການເກີດ ພຍາດ ຕ່າງໆ ແຕ່ລະປີ ກະມີເດັກນ້ອຍ ເສັຽຊີວິດ ຍ້ອນເປັນ ພຍາດ ຖອກທ້ອງ ເຂົາຊິເອົາ ກັນມາໂຮງຫມໍນັ້ນ ກໍຫຍຸ້ງຍາກ ຫລາຍ".
ທ່ານ ກ່າວຕື່ມວ່າ ການທີ່ ບ້ານຕ່າງໆ ທີ່ກ່າວມາ ຂ້າງເທິງນີ້ ບໍ່ມີນ້ຳ ສະອາດໃຊ້ ນັ້ນ ກໍເປັນຍ້ອນ ຫຼາຍສາເຫດ ນຶ່ງໃນນັ້ນ ກໍແມ່ນ ຣັຖບານ ຍັງຂາດ ງົປມານ ຫລາຍຢູ່ ແລະ ເສັ້ນທາງ ຄົມມະນາຄົມ ກໍຍັງບໍ່ ສະດວກ ສະບາຍ ໃນການ ເຂົ້າໄປຫາບ້ານ ເພື່ອ ການ ພັທນາ ສ້າງອ່າງ ເກັບນ້ຳໃຫ້ ແກ່ ຊາວບ້ານ ຮ່ວມດ້ວຍ ຄວາມຮູ້ ກ່ຽວກັບ ການດື່ມນ້ຳ ສະອາດ ຂອງ ຊາວບ້ານ ຍັງຕ່ຳ ຢູ່.
ຍ້ອນເຫດ ດັ່ງກ່າວ ແຕ່ ລະປີ ກໍຈະມີ ເດັກນ້ອຍ ເສັຽຊີວິດ ຍ້ອນໂຣຄ ຖອກທ້ອງ ຫຼາຍຄົນ. ຜແນກ ສາທາຣະນະສຸຂ ແຂວງ ມີແຜນການ ຈະສ້າງ ສຸຂສາລາ ພ້ອມທັງ ສົ່ງນາຍແພດ ລົງໄປ ປະຈຳການ ໃນບາງເຂດ ເພື່ອປີ່ນປົວ ພຍາດ ດັ່ງກ່າວ ແລະ ພຍາດອື່ນໆ ໃຫ້ ທັນເວລາ ເພື່ອ ຫລຸດຜ່ອນ ອັດຕຣາ ການຕາຍ ຂອງເດັກນ້ອຍ ລົງໃຫ້ໄດ້ ຕາມເປົ້າຫມາຍ ສະຫັດ ສະຫວັດ ໃນປີ 2020.