ຜູ້ຖືກຜົລກະທົບທາງຣົຖໄຟ ຕຣຽມຍ້າຍໄປຢູ່ບ້ານຈັດສັນ

ປະຊາຊົນ 4 ບ້ານ ຢູ່ເມືອງຫລວງນໍ້າທາ, ແຂວງຫລວງນໍ້າທາ ທີ່ຖືກຜົລກະທົບ ຈາກໂຄງການທາງຣົຖໄຟ ຈະໄດ້ໂຍກຍ້າຍໄປ ຢູ່ບ້ານຈັດສັນ 159 ຫລັງ ໃນເຂດບ້ານນາເຕີຍ ໃນທ້າຍເດືອນມິນາ ປີນີ້.

ບ້ານຈັດສັນ ບ້ານນາເຕີຍ ເມືອງແລະແຂວງຫຼວງນ້ຳທາ ທີ່ໂຄງການທາງຣົຖໄຟລາວ-ຈີນສ້າງຊົດເຊີຍ 27 ທັນວາ 2021 ນັກຂ່າວ ພົລເມືອງ

ປະຊາຊົນບ້ານນາເຕີຍ, ບ້ານບໍ່ເຕັນ, ບ້ານບໍ່ປຽດ ແລະບ້ານຕີນຕົກ ຢູ່ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ທີ່ຖືກຜົລກະທົບ ຈາກໂຄງການກໍ່ສ້າງ ທາງທາງຣົຖໄຟລາວ-ຈີນ ຈະໂຍກຍ້າຍໄປຢູ່ ບ້ານຈັດສັນ ໃນເຂດບ້ານນາເຕີຍ ທີ່ມີ 159 ຫລັງ ໃນທ້າຍເດືອນມິນາປີນີ້. ຜູ້ທີ່ຈະໄດ້ໂຍກຍ້າຍໄປຢູ່ ບ້ານຈັດສັນນັ້ນ ແມ່ນຜູ້ທີ່ໄດ້ເສັຍເຮືອນ ແລະສິ່ງປຸກສ້າງ ໃຫ້ແກ່ໂຄງການ, ບໍ່ໄດ້ຄ່າຊົດເຊີຍເປັນເງິນ ແຕ່ໄດ້ເປັນເຮືອນແທນ.

ຊາວບ້ານຄົນນຶ່ງ ໃນຈໍານວນຜູ້ທີ່ຈະຖືກ ໃຫ້ໂຍກຍ້າຍໄປຢູ່ບ້ານຈັດສັນ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ກຸມພານີ້ວ່າ:

ເພິ່ນກະວ່າແຫລະ ຄັນເຮົາພ້ອມກະຄືເຂົ້າໄປຢູ່ ເລີຍແຕ່ວ່າທີ່ບໍ່ພ້ອມ ກະມີແຕ່ວ່າລໍໂຄງການໂຕນີ້ ມອບເປັນທາງການ ທ້າຍເດືອນມີນາກະຄືຈັ່ງຈະເຂົ້າໄປຢູ່ໄດ້ ຂອງເຮົາຈະໄດ້ເປັນບ້ານຈັດສັນເລີຍ ຕອນແລກເພິ່ນກະວ່າຈະຊົດເຊີຍເປັນເງິ ລໍມາເປັນຄິວໆນ່າ ເພາະວ່າຂອງເຮົາ ມັນຈະບໍ່ຖືກແລວທາງ ເຮົາມັນຈະເປັນເຂດສງວນ.

ນາງເວົ້າຕື່ມວ່າ ບ້ານຈັດສັດ ທີ່ນາງຈະໄປຢູ່ນັ້ນ ເປັນເຮືອນມາຕຖານ ແລະມີສິ່ງອໍານວຍຄວາມສະດວກຄົບຖ້ວນ ແລະກໍຢູ່ບໍ່ໄກຈາກເຮືອນຫລັງເກົ່າ. ນາງໄດ້ມີໂອກາດເຂົ້າໄປເບິ່ງພື້ນທີ່ ໃນບ້ານຈັດສັນນັ້ນແລ້ວ, ຮູ້ສຶກພໍໃຈຢູ່ ເຖິງແມ່ນວ່າ ບໍ່ໄດ້ຄ່າຊົດເຊີຍ ເປັນເງິນກໍຕາມ.

ໃນຂະນະດຽວກັນ ຊາວບ້ານໃກ້ຄຽງອີກນາງນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ພີ່ນ້ອງຂອງນາງ ກໍກຽມໄປຢູ່ບ້ານຈັດສັນຄືກັນ, ແຕ່ຍັງບໍ່ຮູ້ວ່າ ຈະມີພິທີ ມອບ-ຮັບ ບ້ານຈັດສັນນັ້ນເມື່ອໃດ, ສ່ວນຄອບຄົວຂອງນາງບໍ່ໄດ້ຮັບຜົລກະທົບ ບໍ່ໄດ້ໂຍກຍ້າຍ.

ມີຜູ້ເອື້ອຍ ເອື້ອຍລາວໄດ້ເຮືອນຫລັງນຶ່ງ ຢູ່ບ້ານຈັດສັນຢູ່ໃກ້ໆຫັ້ນແຫລະ ດິນນ້ອງຫັ້ນຢູ່ໃກ້ກັບສະຖານີ ແຕ່ຈະຢູ່ອີກຟາກ ເພາະວ່າດິນນ້ອງຫັ້ນ ແມ່ນຢູ່ເບື້ອງຄ່ຽນຖ່າຍສິນຄ້າ.

ແລະປະຊາຊົນທີ່ຢູ່ໃກ້ ກັບບ້ານຈັດສັນ ອີກຜູ້ນຶ່ງກໍເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ກຸມພານີ້ວ່າ ບ້ານຈັດສັນ ກໍໄດ້ສ້າງແລ້ວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍຈະມອບໃຫ້ຊາວບ້ານ ໃນອີກບໍ່ດົນນີ້.

ເຂົາວ່າສິເປີດແລ້ວວ່າຊັ້ນນິ ຜູ້ໄປກະບໍ່ມີບ່ອນຢູ່ ພວກບໍ່ມີບ່ອນຢູ່ອາສັຍແຫລະ ເຂົາຈະໃຫ້ໄປຢູ່ ເຂົາເອົາລົງເຟສຢູ່ວ່າ ສິເປີດແລ້ວ ກະບໍ່ຮູ້ນໍາຂະເຈົ້າ.

ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ ຈັນທະຈອນ ແກ້ວລະຄອນ ຫົົວໜ້າຫ້ອງການ ປະສານງານ ໂຄງການ ຣົຖໄຟລາວ-ຈີນ ປະຈໍາແຂວງຫລວງນໍ້າທາ ກ່າວຕໍ່ສື່ມວນຊົນລາວ ໃນມື້ວັນທີ 27 ມົກກະຣາ ທີ່ຜ່ານມາວ່າ ປັດຈຸບັນ ການກໍ່ສ້າງ ບ້ານຈັດສັນ ໄດ້ສໍາເລັດແລ້ວ.

ການກໍ່ສ້າງນີ້ ຊ່ວງໃນໄລຍະຜ່ານມາກະພົບຄວາມຫຍູ້ງຍາກ ກະຄືຖືກຊ່ວງຣະດູຝົນເນາະ ຄວາມຫຍູ້ງຍາກທາງດ້ານເທັກນິກ ແຕ່ວ່າເຖິງຢ່າງໃດກໍຕາມ ບໍຣິສັດແລ້ວກໍຄະນະຄຸ້ມຄອງ ໂຄງການກະໄດ້ເອົາໃຈໃສ່ ຕິດຕາມຊຸກຍູ້ ເຮັດໃຫ້ວຽກງານນີ້ ຈົນມາເຖິງປັດຈຸບັນສໍາເຣັດ.

ທ່ານກ່າວຕື່ມວ່າ ໃນຈໍານວນເຮືອນຢູ່ບ້ານຈັດສັນ 159 ຫລັງ ທີ່ຈະມີພິທີ ມອບ-ຮັບ ໃນເດືອນມິນາປີນີ້ນັ້ນ ມີ 3 ຂນາດ ຄືຂນາດ 9x14 ແມັດ 76 ຫລັງ, ຂນາດ 8x11 ແມັດ 45 ຫລັງ ແລະຂນາດ 6x10 ແມັດ 38 ຫລັງ. ມຸນຄ່າການກໍ່ສ້າງທັງໝົດ 164 ຕື້ກີບ, ເປັນທຶນຊ່ອຍເຫລືອຂອງຣັຖບານຈີນ.

ໃນເຂດບ້ານຈັດສັນ ມີສິ່ງອໍານວຍຄວາມສະດວກ ຫລາຍຢ່າງ ຮວມທັງໄຟຟ້າ, ນໍ້າໃຊ້, ທາງເຂົ້າບ້ານ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ ແລະອື່ນໆ, ອີງຕາມຂໍ້ມູນຂອງ ກຸ່ມບໍຣິສັດຊຽງໄຮ ກໍ່ສ້າງຫຸ້ນສ່ວນຈໍາກັດ ປະຈໍາ ສປປ ລາວ.   

ແຕ່ຢູ່ນະຄອນຫລວງວຽງຈັນ ການຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງ ຣົຖໄຟນັ້ນ ຍັງບໍ່ທັນສໍາເລັດ ແລະຍັງບໍ່ມີຄວາມຄືບໜ້າ ແນວໃດເທື່ອ ເຖິງແມ່ນວ່າ ເວລາຜ່ານມາເຖິງເດືອນກຸມພານີ້ແລ້ວກໍຕາມ, ເຮັດໃຫ້ຊາວບ້ານ ຜູ້ໄດ້ຮັບຜົລກະທົບ ຈໍາຕ້ອງໄດ້ໄປກູ້ຢືມເງິນ ນອກລະບົບ ມາໃຊ້ຈ່າຍ ໃນຄອບຄົວ ແລະບໍ່ມີເງິນໃຊ້ໜີ້, ຍິ່ງເຮັດໃຫ້ພວກເຂົາເຈົ້າ ທຸກຍາກຕື່ມອີກ.

ດັ່ງຊາວບ້ານນາງນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ບໍ່ ຍັງບໍ່ໄດ້ເງິນເລີຍ ຈັກສິແຈ້ງຈັ່ງໃດແຫລະເນາະ ກະມີແຕ່ວ່າຖ້າຟັງນີ້ແຫລະ ມີແຕ່ປະຊຸມໆຢູ່ເດ້ລະ ບໍ່ມີເງິນຈ່າຍໜີ້ແລ້ວ ດຽວນີ້ແຮງເປັນໜີ້ຫລາຍກວ່າເກົ່າ ດອກເບັ້ຽແລ່ນຂຶ້ນໆ ປານນໍ້າພຸ້ນແຫລະເນາະ.

ແລະປະຊາຊົນ ຢູ່ນະຄອນຫລວງວຽງຈັນ ອີກນາງນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກໂຄງການທາງ ຣົຖໄຟ ແລະໂຄງການໂລຈິສຕິກ ທ່າບົກ-ທ່ານາແລ້ງ ກໍເວົ້າວ່າ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນເມືອງ ມີແຕ່ໃຫ້ໄປທວງຂໍຄ່າຊົດເຊີຍ ຈາກບໍຣິສັດ ເຈົ້າຂອງໂຄງການ ໃນຂະນະທີ່ທາງ ບໍຣິສັດເວົ້າວ່າ ຍັງບໍ່ມີເງິນຈ່າຍໃຫ້ເທື່ອ.

ແມ່ນຖືກ 2 ໂຄງການຮວບກັນ ເພິ່ນວ່າເພິ່ນບໍ່ມີເງິນມາຈ່າຍເທື່ອ ບໍຣິສັດໂລຊິສຕິກ ທ່າບົກທ່ານາແລ້ງ ເຂົ້າໄປຫາເພິ່ນ ເພິ່ນວ່າເງິນເພິ່ນບໍ່ມີ ບໍ່ມີພາກສ່ວນໃດກ່ຽວໃດກ່ຽວຂ້ອງ ສິມາຊ່ວຍປະຊາຊົນເລີຍ.

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາພາກສ່ວນທີ່ກ່ຽວຂ້ອງ ກັບເຣື່ອງການຊົດເຊີຍຄວາມເສັຍຫາຍ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ໃຫ້ຊາວບ້ານ ຢູ່ເຂດນະຄອນຫລວງວຽງຈັນ, ແຕ່ບໍ່ມີຜູ້ໃດສະດວກ ທີ່ຈະໃຫ້ຄໍາເຫັນ.

ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ໄດ້ຣາຍງານວ່າ ຈະເປີດໃຊ້ສະຖານີຣົຖໄຟ ນາເຕີຍ ແຂວງຫລວງນໍ້າທາ ສໍາລັບຄົນໂດຍສານ ແລະຂົນສົ່ງສິນຄ້າ ແຕ່ມື້ວັນທີ 6 ກຸມພານີ້ເປັນຕົ້ນໄປ, ປັດຈຸບັນເປີດໃຊ້ແລ້ວ 6 ສະຖານີ ຄືສະຖານີ ນະຄອນຫລວງວຽງຈັນ, ໂພນໂຮງ, ວັງວຽງ, ຫລວງພຣະບາງ, ເມືອງໄຊ ແລະສະຖານີບໍ່ເຕັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org