ຊາວບ້ານຈຳນວນນຶ່ງ ເຂົ້າໄປຂຸດຄຳ ໃນພື້ນສັມປະທານ

ໃນສະພາວະ ທີ່ເສຖກິຈ ມີບັນຫາ, ຊາວບ້ານຕ້ອງໄດ້ດິ້ນຮົນ ຫາທາງຢູ່ລອດດ້ວຍຕົນເອງ ແລະກໍມີຊາວບ້ານ ຈຳນວນນຶ່ງ ເຂົ້າໄປຂຸດຄໍາ ໃນເຂດບ້ານນາກະດົກ ເມືອງຄໍາເກີດ ເຊິ່ງເປັນພື້ນທີ່ ສັມປະທານ ຂອງບໍຣິສັດນຶ່ງ, ແຕ່ຊາວບ້ານ ຢາກຂຸດຄຳໃຫ້ໄດ້ ກ່ອນຈະຖືກຫ້າມ ຈົນກາຍເປັນຂ່າວ.

ຮູບໂຕຢ່າງ ໂຄງການຂຸດຄົ້ນຄໍາ ໃນພື້ນທີ່ສັມປະທານ ຂອງບໍຣິສັດນຶ່ງ ໃນແຂວງພາກໃຕ້ຂອງລາວ. ນັກຂ່າວ ພົລເມືອງ

ຊາວບ້ານທີ່ມາຈາກຫຼາຍເມືອງ ໃນແຂວງບໍຣິຄໍາໄຊ ໄດ້ພາກັນໄປຍາດຂຸດຄໍາ ຢູ່ເຂດບ້ານນາກະດົກ ເມືອງຄໍາເກີດ ເຊິ່ງເປັນການຂຸດຄົ້ນຄໍາ ໃນພື້ນທີ່ ທີ່ບໍຣິສັດແຫ່ງນຶ່ງ (ທີ່ບໍ່ຮູ້ຊື່ຢ່າງຄັກແນ່) ກໍາລັງບຸກເບີກເນື້ອທີ່ ສໍາລັບສັມປະທານຂຸດຄົ້ນຄໍາ ຢູ່ເຂດດັ່ງກ່າວ ໃນອະນາຄົດ ດັ່ງນັ້ນ ຈຶ່ງເຮັດໃຫ້ຊາວບ້ານພາກັນສວຍໂອກາດ ໄປຂຸດຄໍາໃນລະວ່າງ ການບຸກເບີກນັ້ນ ກ່ອນທີ່ທາງບໍຣິສັດ ຈະເຮັດໂຄງການຂຸດຄົ້ນແຮ່ຄໍາ ແລະສັ່ງຫ້າມ ບໍ່ໃຫ້ຊາວບ້ານໄປຂຸດຄໍາອີກ.

ດັ່ງທ່ານ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 27 ມິຖຸນາ ນີ້ວ່າ:

“ໂອ້ ດຽວນີ້ ອັນນ່າເຂົາເຈົ້າໄປຍາດເອົາ ນໍາຣົຖຈົກເລີຍຫັ້ນນ່າ ຊາວບ້ານ ໄປຍາດເອົາບ່ອນເຂົາເຈົ້າປະມູນໄດ້ຫັ້ນ ແລ້ວເຂົາປະມູນໄດ້ ຣັຖບານຍັງບໍ່ແກ້ ແບບ 100% ຫັ້ນນ່າເນາະ ພວກຊາວບ້ານລະໂຫ້ກັນໄປຍາດ ໄປຊິງເອົາຢູ່ໃນປາກຣົຖຈົກຫັ້ນເລີຍ ຄັນແມ່ນເພິ່ນສັມປະທານໄດ້ຄັກແນ່ແລ້ວ ຢ້ານເພິ່ນຊິຫ້າມບໍ່ໃຫ້ຄົນເຂົາໄປເຮັດຫັ້ນແຫຼະ.”

ທ່ານກ່າວຕື່ມວ່າ ໃນໄລຍະທີ່ຜ່ານມາ ທ່ານເອງກໍເຫັນທາງການ ອອກແຈ້ງການ ບໍ່ໃຫ້ຊາວບ້ານໄປຂຸດຄໍາຢູ່ຫຼາຍເຂດ ໃນເມືອງຄໍາເກີດ ແຕ່ກໍມີຊາວບ້ານໄປຂຸດຄໍາຢູ່ເລື້ອຍໆ ແລະໃນປັດຈຸບັນກໍເຫັນວ່າ ບໍ່ໄດ້ຖືກເຈົ້າໜ້າທີ່ກັກໂຕ ແຕ່ຢ່າງໃດ, ເຊິ່ງທ່ານກໍເຄີຍໄດ້ຍິນມາວ່າ ສໍາລັບຢູ່ບ້ານໃນເມືອງຄໍາເກີດ ເປັນເຂດທີ່ມີແຮ່ຄໍາຈໍານວນຫຼາຍ ແລະກໍເປັນແຮ່ຄໍາທີ່ມີຄຸນນະພາບ ດັ່ງນັ້ນ ຈຶ່ງເຮັດໃຫ້ຫຼາຍບໍຣິສັດ ໄດ້ມາຂໍອະນຸຍາດ ຈາກທາງການລາວ ເພື່ອຂໍສັມປະທານຂຸດຄົ້ນຄໍາ ຢູ່ເມືອງຄໍາເກີດ ແຕ່ທ່ານກໍບໍ່ຮູ້ຄັກແນ່ວ່າ ມີຈັກບໍຣິສັດ ແລະເປັນບໍຣິສັດ ຈາກປະເທດໃດ.

“ໂອ້ຍເນາະ ອັນນີ້ມັນກະແນວຫາຄໍາເນາະ ກະຄືຫ້າມ ກະຄືບໍ່ຫ້າມ ກະບໍ່ເຂົ້າໃຈ ອັນນັ້ນປານໃດ ບໍ່ເຫັນຈັບເດ້ ຊ່ວງນີ້ນ່າ ຊ່ວງນີ້ຫັ້ນຖືກຈັບ ຊ່ວງນີ້ບໍ່ເຫັນຖືກຈັບແລ້ວ ບໍ່ຄືບ່ອນອື່ນ ບ່ອນອື່ນ ຄໍາກະຍັງບໍ່ດີ ຢູ່ນີ້ ລະແມ່ນຄໍາແທ້ໆເລີຍນ່າ.”

ໃນຂະນະດຽວກັນ ຊາວບ້ານ ຢູ່ເມືອງຄໍາເກີດອີກທ່ານນຶ່ງ ກໍຢືນຢັນວ່າ ໃນໄລຍະ 3-4 ມື້ມານີ້ ກໍມັກເຫັນຊາວບ້ານ ຫຼັ່ງໄຫຼກັນໄປຊາດຂຸດຄໍາຢູ່ເຂດບ້ານ ນາກະດົກ ເພື່ອເອົາໄປຂາຍຫາຣາຍໄດ້ ໂດຍທີ່ບໍ່ມີພາກສ່ວນໃດ ເຂົ້າມາກວດກາ ຫຼືກັກໂຕຊາວບ້ານ ທີ່ໄປຂຸດຄໍາ, ສ່ວນຣາຍລະອຽດ ເຣື່ອງບໍຣິສັດ ມາສັມປະທານຢູ່ເຂດດັ່ງກ່າວ ທ່ານເອງ ກໍບໍ່ຮູ້ຂໍ້ມູນຢ່າງລະອຽດ.

ດັ່ງທ່ານກ່າວວ່າ:

“ມັນກະຢູ່ເມືອງຄໍາເກີດນີ້ເນາະ ນາກະດົກ ກະມີຫຼາຍຕອນ ຂອງປະຊາຊົນແນ່ ສ່ວນຫຼາຍມັນກະເປັນດິນຂອງປະຊາຊົນ ກະມີເຂດ ເພິ່ນຫ້າມຫັ້ນແຫຼະ ແຕ່ວ່າ ເພິ່ນກະຫ້າມບໍ່ໄດ້ ບໍ່ຮູ້ນໍາຣາຍລະອຽດເພິ່ນ ເພາະວ່າດິນກະເປັນດິນຂອງບຸກຄົນ ໄທບ້ານ ນາກະດົກຫັ້ນ.”

ສ່ວນຊາວບ້ານ ຢູ່ແຂວງບໍຣິຄໍາໄຊ ອີກນາງນຶ່ງ ກໍເຫັນວ່າ ຊາວບ້ານຢູ່ຫຼາຍໆເມືອງ ຂອງແຂວງບໍຣິຄໍາໄຊ ກໍຍັງພາກັນໄປຂຸດຄໍາ ຢູ່ເຂດດັ່ງກ່າວຢູ່ເລື້ອຍໆ ກ່ອນທີ່ຈະຖືກສັ່ງຫ້າມຢ່າງເດັດຂາດ ແຕ່ນາງເອງກໍບໍ່ໄດ້ໄປຂຸດຄໍາ ຮ່ວມກັບຊາວບ້ານດັ່ງກ່າວ ແລະບໍ່ໄດ້ສົນໃຈ ວ່າ ຄໍາທີ່ຂຸດໄດ້ນັ້ນ ສ່ວນໃຫຍ່ເອົາໄປຂາຍຢູ່ບ່ອນໃດ ແລະລາຄາເທົ່າໃດ.

ດັ່ງນາງກ່າວວ່າ:

“ຍິນຂ່າວມາແຕ່ດົນແລ້ວ ຢູ່ນາກະດົກ ເຫັນເຂົາເຈົ້າມັກໄປເອົາຄໍາ ເອົາຫຍັງ ແຕ່ວ່າ ບໍ່ຮູ້ເຣື່ອງຣາຍລະອຽດ ເຂົາເຈົ້າໄປຮ່ອນຄໍາ ຮ່ອນຫຍັງນ່າ ໂອ້ອັນນີ້ບໍ່ຮູ້ເດີ້ຣາຍລະອຽດ ບໍ່ຮູ້ກ່ຽວກັບອັນນີ້ເລີຍ ເຣື່ອງຄໍາເຣື່ອງເງິນນີ້ແລ້ວເລີຍ.”

ກ່ອນໜ້ານີ້ ເມື່ອວັນທີ 24 ມິຖຸນາ ທີ່ຜ່ານມານີ້ ເພຈເຟສບຸກ ທີ່ໃຊ້ຊື່ວ່າ ຫຼັກ 20 ໄດ້ເຜີຍແຜ່ວີດີໂອ ເຫດການຊາວບ້ານຫຼາຍກວ່າ 100 ຄົນ ໄດ້ໄປຍາດກັນຂຸດຄໍາ ຢູ່ເຂດບ້ານນາກະດົກ ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ໂດຍມີຣົຖຈົກດິນກໍາລັງບຸກເບີກເນື້ອທີ່ ໃນບ່ອນທີ່ຊາວບ້ານ ກໍາລັງໃຊ້ຊວ້ານຂຸດຄໍານັ້ນ ແຕ່ບໍ່ໄດ້ບັລຍາຍຢ່າງຄັກແນ່ວ່າ ເປັນເນື້ອທີ່ ທີ່ບໍຣິສັດສັມປະທານ ຫຼືແມ່ນ ພື້ນທີ່ສ່ວນບຸກຄົນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງຄໍາເກີດ ທ່ານນຶ່ງ ກ່າວວ່າ ສໍາລັບຣາຍລະອຽດ ເຣື່ອງການບຸກເບີກເນື້ອທີ່ຂຸດຄົ້ນຄໍາ ຢູ່ເຂດບ້ານນາກະດົກນັ້ນ ແມ່ນຂຶ້ນກັບທ່ານເຈົ້າເມືອງ ທີ່ຈະສາມາດໃຫ້ຣາຍລະອຽດຢ່າງຄັກແນ່ໄດ້ ເຊິ່ງທາງຫ້ອງວ່າການ ທ່ານເຈົ້າເມືອງກໍບໍ່ທັນໄດ້ ໃຫ້ຂໍ້ມູນອັນໃດແດ່ພວກທ່ານ ຈຶ່ງບໍ່ສາມາດໃຫ້ຄໍາເຫັນກ່ຽວກັບເຣື່ອງນີ້ໄດ້.

ດັ່ງທ່ານກ່າວວ່າ:

“ໂຕນີ້ ວຽກໂຕນີ້ ຂ້າພະເຈົ້າບໍ່ຮູ້ ອັນນີ້ຂຶ້ນກັບຫ້ອງວ່າການ ຂຶ້ນກັບເຈົ້າເມືອງພຸ້ນເດີ້ ທາງເມືອງ ທາງແຂວງເພິ່ນ ທາງເຮົາຫັ້ນເພິ່ນບໍ່ໄດ້ໃຫ້ ເພິ່ນບໍ່ໄດ້ໃຫ້ເຂົ້າ.”

ນອກຈາກນີ້ ວິທຍຸ ເອເຊັຽ ເສຣີ ຍັງໄດ້ຕິດຕໍ່ໄປຍັງ ຜແນກພະລັງງານ ແລະບໍ່ແຮ່ ແຂວງບໍຣິຄໍາໄຊ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ກ່ຽວກັບການຂຸດຄໍາ ຢູ່ເມືອງຄໍາເກີດ ຮວມທັງຂໍ້ມູນຂອງບໍຣິສັດ ທີ່ໄດ້ຮັບສັມປະທານຂຸດຄົ້ນຄໍາ ຢູ່ເມືອງດັ່ງກ່າວ ແຕ່ເຈົ້າໜ້າທີ່ຜູ້ຮັບຜິດຊອບ ຍັງບໍ່ສາມາດໃຫ້ຮູ້ເຖິງຣາຍລະອຽດໄດ້ເທື່ອ, ຢ່າງໃດກໍຕາມ ກ່ອນໜ້ານີ້ ສໍາລັບຊາວບ້ານ ທີ່ຂຸດຄໍາຢູ່ແຂວງຕ່າງໆ ກໍມັກຖືກຈັບຢູ່ເລື້ອຍໆ ເນື່ອງຈາກເປັນຂຸດຄໍາ ຢູ່ຂອບເຂດ ທີ່ມີບໍຣິສັດໄດ້ສັມປະທານ ຫຼື ເຂດທີ່ີຣັຖໄດ້ສງວນໄວ້ ໃຫ້ບໍຣິສັດມາສັມປະທານ ໃນອະນາຄົດ ເປັນຕົ້ນ ເມື່ອວັນທີ 12 ມິຖຸນາ ທີ່ຜ່ານມາ ຊາວບ້ານ ຈໍານວນ 40 ຄົນ ຢູ່ແຂວງຊຽງຂວາງ ໄດ້ຖືກເຈົ້າໜ້າທີ່ຕໍາຣວດ ແຂວງຊຽງຂວາງກັກໂຕ ພາຍຫຼັງຊາວບ້ານດັ່ງກ່າວ ໄດ້ພາກັນໄປລັກຂຸດຄົ້ນແຮ່ທາດ ຢູ່ບໍຣິເວນພູແຮ້ ເຂດເມືອງແປກ ເຊິ່ງເປັນເຂດທີ່ຣັຖໄດ້ສງວນໄວ້ໃຫ້ແກ່ບໍຣິສັດ ພູເບັ້ຍ ມາຍນີ້ງ ເຊິ່ງມາຮອດປັດຈຸບັນ ກໍບໍ່ມີຄວາມຄືບໜ້າວ່າ ຊາວບ້ານດັ່ງກ່າວ ໄດ້ຖືກສົ່ງດໍາເນີນຄະດີ ຫຼືວ່າ ຖືກປ່ອຍໂຕກັບບ້ານໝົດແລ້ວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org