ຣະວັງພວກຕົ້ມເງິນຜ່ານອິນເທີເນັດ

ກະຊວງ ປ້ອງກັນ ຄວາມສງົບ ເຕືອນ ໃຫ້ລະວັງ ການຫລອກ ເອົາເງິນ ທາງ ອິນເທີເນັດ.

ການເຂົ້າຫາອິນເທີເນັດ ມີຄຸນປໂຍດ ແຕ່ໃຫ້ມີສະຕິວ່າ ເຮົາຊອກຫາຫຍັງ kalipedia

 

ກະຊວງ ປ້ອງກັນ ຄວາມສງົບ ເຕືອນ ໃຫ້ລະວັງ ການຫລອກ ເອົາເງິນ ທາງ ອິນເທີເນັດ.

ເມື່ອບໍ່ນານມານີ້ ກະຊວງປ້ອງກັນ ຄວາມສງົບພາຍໃນ ເປີດເຜີຽວ່າ ປັດຈຸບັນນີ້ ຢູ່ປະເທດລາວ ໄດ້ພົບເຫັນ ມີການຕົວະ ຫລອກເອົາເງິນ ທາງອິນເທີເນັດ ໃນຫລາຍຮູບແບບ  ຫລາຍຂຶ້ນ ເຊັ່ນການໂຄສະນາຂາຍສິນຄ້າການໄດ້ຮັບລາງວັນ ຈາກການ ຫລິ້ນເກມ ການໂຄສະນາ ຮັບສມັກ ວຽກງານ ຈົນເກີດເປັນ ຄະດີ ຢ່າງນ້ອຍ 9 ກໍຣະນີ ຄິດເປັນຄ່າ ເສັຽຫາຍ ເຖິງ 1 ລ້ານ 7 ແສນໂດລາ. ຜູ້ທີ່ຕົກ ຢູ່ໃນຄວາມສ່ຽງ ເປັນເປົ້າໝາຍ ສ່ວນຫລາຍ ແມ່ນນັກຮຽນ ນັກສຶກສາທີ່ໃຊ້ ອິນເທີເນັດ ຫລາຍກ່ວາພາກສ່ວນອື່ນ. ນັກສຶກສາ ປີທີ 4 ຈາກມະຫາວິທຍາໄລ ແຫ່ງຊາຕ ຄົນນຶ່ງ ທີ່ໃຫ້ສັມພາດ ຕໍ່ເອເຊັຽເສຣີ ກໍເວົ້າຄືກັນວ່າ ລາວ ກໍໄດ້ພົບເຫັນ ພືດຕິກັມ ທີ່ວ່ານີ້ຫລາຍຢູ່ ໃນອິນເທີເນັດ:

"ເຂົາເຈົ້າມັກຫລີ້ນ ສ່ວນຫລາຍແມ່ນ  facebook ບໍ໋  Hotmail ບໍ໋ ແບບໄປຕິດ ປະກາດວ່າ ຕ້ອງການຮັບ ພະນັກງານ ເຂົາເຈົ້າສະເໜີ ເງິນເດືອນໃຫ້ ບາງເທື່ອ ກໍບໍ່ໄດ້ ສ່ວນຫລາຍນີ້ ນັກຮຽນ ມັນຈະບໍ່ຮູ້ ເຣື້ອງນີ້ ປານໃດ".

ລາວເວົ້າວ່າ ນັກສືກສາ ມະຫາວິທຍາລັຍ ແຫ່ງຊາຕ ເກືອບຈະວ່າ ທັງໝົດ ໃຊ້ອິນເທີເນັດ ເຂົ້າຫລິ້ນ facebook  ຫລືວ່າ  Youtube, ເມື່ອເຫັນໂຄສະນາ ແລ້ວ ກໍອາດຫລົງເຊື່ອ ກໍມີ. ນັກສຶກສາ ອີກຄົນນຶ່ງ ເວົ້າວ່າ ລາວ ໄດ້ຍິນຂ່າວ ວ່າມີການຈັບ ຂະບວນການ ຕົວະຕົ້ມ ທາງ ອິນເທີເນັດ ແຕ່ກໍຍັງ ບໍ່ຮູ້ເຣື້ອງນີ້ ດີພໍ ຍ້ອນຂາດຂໍ້ມູນ:

"ກໍເຫັນເຂົາເຈົ້າ ໄປໂປສນໍາ  youtube  ກໍມີຂ່າວ ທີ່ວ່າຈັບໄດ້ຢູ່ ມັນກໍເລີ້ມໆ ຫລາຍຂຶ້ນ ເພາະວ່າມັນມີ ຫາງສຽງມາຈາກ ຕ່າງປະເທດ".

ຢູ່ລາວ ປັດຈຸບັນນີ້ ຈໍານວນຜູ້ໃຊ້ ອິນເທີເນັດ ເພີ້ມຂື້ນຫລາຍ ກວ່າແຕ່ກອນ, ແຕ່ການໃຫ້ ຄວາມຮູ້ ໃນການໃຊ້ ຍັງຈໍາກັດຢູ່ ຫລືວ່າ ຜູ້ໃຊ້ ບໍ່ສົນໃຈ ຮຽນຮູ້ອັນຕຣາຍ ຂອງ ອິນເທີເນັດ ມີແນວໃດແດ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org