ໂຮງງານຊີເມັນ ສ້າງ ມົລພິດ
ໂຮງງານ ຜລິດຊີເມັນ ຢູ່ ເມືອງວັງວຽງ, ຍັງສືບຕໍ່ ສ້າງມົລພິດ, ທີ່ມີຜົລກະທົບ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ.
-
ໄຊຍາ
2019-01-28 -
-
-
Your browser doesn’t support HTML5 audio
ປະຊາຊົນ ບ້ານໂພນສູງ ແລະ ບ້ານຫ້ວຍງາມ, ເມືອງວັງວຽງ ແຂວງວຽງຈັນ, ເປັນສອງບ້ານທີ່ໄດ້ຮັບຜົລກະທົບ ຈາກກິ່ນຄວັນເໝັນຂິວ, ຂອງໂຮງງານຜລິດຊີເມັນຂອງຈີນ 3 ແຫ່ງ ແລະກິ່ນເໝັນຂິວ ຈາກການຈູດຂີ້ເຫຍື້ອ. ຕໍ່ບັນຫາດັ່ງກ່າວໄດ້ແກ່ຍາວ ມາຫຼາຍປີແລ້ວ, ແລະ ຍັງບໍ່ມີພາກສ່ວນໃດ ເຂົ້າມາແກ້ໄຂ, ດັ່ງປະຊາຊົນທີ່ອາສັຍຢູ່ ໃກ້ກັບໂຮງງານຜລິດຊີເມັນ ທີ່ໄດ້ຮັບກີ່ນຂິວເໝັນ, ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 28 ມົກຣາ ນີ້ວ່າ:
"ຍັງມີຄືເກົ່າເນາະ, ເປັນຄວັນເໝັນ ຍາມມື້ເຊົ້ານະເໝັນ, ເວລາອາກາດເຢັນຫັ້ນນ່າ ລະເໝັນດຽວນີ້ລະກອງຂີ້ເຫຍື້ອເນາະ, ກໍເໝັນທີ່ສຸດ ມື້ໃດເພິ່ນຈູດ ກໍ່ມີຄວັນເໝັນຄັບທີບເລີຍແຖວນັ້ນ."
ສ່ວນສະພາບຖນົນຫົນທາງ ໃນເມືອງວັງວຽງ, ກໍໄດ້ຮັບຄວາມເສັຽຫາຍຢ່າງໜັກ, ເນື່ອງຈາກ ມີຣົດບັກທຸກດິນ, ຣົດບັນທຸກຂົນສົ່ງຊີເມັນ ເພື່ອໄປກໍ່ສ້າງທາງຣົດໄຟ ລາວ-ຈີນ, ກໍ່ສ້າງອາຄານໃນຕົວເມືອງວັງວຽງ, ຍາມແລ້ງກໍ່ຂີ້ຝຸ່ນໄງ່ຫຼາຍ, ຍາມຝົນກໍ່ເປັນຂີ້ຕົມ ເຮັດໃຫ້ການ ໄປມາ ຂອງປະຊາຊົນບໍ່ສະດວກ.
"ຍັງຫຼາຍຄືເກົ່າຫັ້ນແຫຼະ, ແຮງຮ້າຍກ່ອນເກົ່າດຽວນີ້ນະ, ທາງຫຼວງທາງຢາງພຸ້ນກໍແຮງພັງ, ທາງເຂົ້າບ້ານກໍພັງ, ພິລຶກໂພດ, ມີຜົລກະທົບ ຕໍ່ປະຊາຊົນຫຼາຍໆ ແຮງດຽວນີ້ຮ້າຍແຮງທີ່ສຸດ, ເຈົ້າເມືອງ, ເຈົ້າແຂວງ, ກໍເບິ່ງແນ່ເດ້ ແປງແນ່ເດ້ຖນົນຫົນທາງນີ້ເນາະ."
ຕໍ່ເຣື່ອງດັ່ງກ່າວ, ເມື່ອເດືອນທັນວາປີກາຍ ກໍໄດ້ມີຊາວເມືອງວັງວຽງ, ຂຽນຈົດໝາຍຮ້ອງທຸກ ເຖິງພາກສ່ວນທີ່ກ່ຽວຂ້ອງ, ໃຫ້ມາກວດກາ ໂດຍສະເພາະເສັ້ນທາງເລກທີ 13 ເໜືອ ເຂດໂຮງງານຊີເມັນເມືອງວັງວຽງ, ເສັ້ນທາງກາສີ ຫາວັງວຽງ, ຫານະຄອນຫຼວງວຽງຈັນ ທີ່ເປ່ເພ ຢ່າງໜັກ, ໃນຂນະທີ່ຄ່າທາງກໍເກັບແພງ, ຖນົນຫົນທາງກັບບໍ່ໄດ້ຮັບການສ້ອມແປງ. ສາເຫດຫຼັກແມ່ນຍ້ອນຣົດບັນທຸກໜັກ, ທີ່ຮັບໃຊ້ການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ແລະ ບັນດາໂຮງງານຊີເມັນໃນເຂດນີ້. ຖ້າມີແຕ່ປະຊາຊົນທຽວ, ເສັ້ນທາງ ຄົງບໍ່ເປ່ເພເສັຽຫາຍໜັກ ແບບນີ້.