ລະເບີດແຕກຢູ່ ຂ.ຊຽງຂວາງ

ລະເບີດ ທີ່ຕົກຄ້າງ ແຕກ ຢູ່ ແຂວງຊຽງຂວາງ ມີຜູ້ເສັຽຊີວິດ 1 ຄົນ ແລະ ບາດເຈັບ ອີກ 12 ຄົນ.

ເຈົ້າໜ້າທີ່ ເກັບກູ້ຣະເບີດ ທີ່ຕົກຄ້າງ ກໍາລັງຝຶກວິທີ ຄົ້ນຫາຣະເບີດ ທີ່ຝັງດິນ RFA

ລະເບີດແຕກຢູ່ບ້ານໜອງເປັດ ສາມແຍກ ເມືອງແປກ ແຂວງຊຽງຂວາງ ໃນວັນທີ 21 ມິນາ ເມື່ອປະມານ ຕອນທ່ຽງ, ມີຜູ້ເສັຽຊີວິດ 1 ຄົນ ແລະ ບາດເຈັບ ອີກ 12 ຄົນ.

ເຈົ້າໜ້າທີ່ປ້ອງກັນຄວາມສງົບ ເມືອງແປກ ແຂວງຊຽງຂວາງ ໄດ້ໄປກວດກາ ສະຖານທີ່ ເກີດເຫດ ແລະ ມີປະຊາຊົນ ຜູ້ເຫັນເຫດການ ເວົ້າວ່າ ຄອບຄົວ ຂອງຜູ້ເສັຽຊີວິດ ໄດ້ຈູດຂີ້ເຫຍື້ອ ໂດຍບໍໍ່ຮູ້ວ່າ ຢູ່ໃນພື້ນດິນ ບ່ອນຈູດນັ້ນ ມີລະເບີດຝັງຢູ່ ແລະ ທັງອາກາດ ກໍຮ້ອນ. ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ມິນາ ນີ້ວ່າ:

"ກໍຊາວບ້ານທັມມະດາ ນີ້ລະຈູດຂີ້ເຫຍື້ອນີ້ແຫລະ ຢູ່ໃນຫັ້ນກະມີ ແມ່ເຖົ້າ ກະມີລູກ ເດັກນ້ອຍ ຢູ່ໃນຄອບຄົວນີ້ ສ່ວນລາຍລະອຽດ ຖ້າ ປປສ ລາຍງານມາ ອ້າຍຈະເຮັດ ບົດລາຍງານ ຄືນໃຫ້ ອ້າຍກະໂທ ແຕ່ເຂົາໃຫ້ ເມືອງແປກ ລາຍງານ ດ່ວນແລ້ວ ແຕ່ຂະເຈົ້າ ສົ່ງລາຍງານ ໃຫ້ອ້າຍ ບໍ່ທັນເທື່ອ".

ແຂວງຊຽງຂວາງ ຊຶ່ງມີເນື້ອທີ່ 1 ລ້ານ 5 ແສນ ເຮັກຕາ ເປັນແຂວງນຶ່ງ ທີ່ມີລະເບີດ ບໍ່ທັນແຕກ ຕົກຄ້າງ ມາແຕ່ປາງ ສົງຄາມວຽດນາມ ນັ້ນຫລາຍຢູ່ ທີ່ຍັງບໍ່ທັນ ສາມາດ ເກັບກູ້ອອກໄດ້ໝົດ. ໄດ້ເລີ້ມເກັບກູ້ ມາຕັ້ງແຕ່ປີ 1987 ຈົນມາເຖິງ ປັດຈຸບັນ, ສາມາດ ເກັບກູ້ໄດ້ ໃນແຕ່ລະປີ ປະມານ 500 ຫາ 600 ເຮັກຕາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org