ບັນຫາການປຸ້ນຈີ້-ດຶງກະເປົາ ຢູ່ລາວ
ບັນຫາ ການ ປຸ້ນຈີ້ ຫລື ດຶງ ກະເປົາ ຕາມ ສະຖານທີ່ ຕ່າງໆ ແລະ ຖນົນ ຫົນທາງ ໃນລາວ ມີເພີ້ມ ຂຶ້ນ ນັບມື້.
-
ໄມໂຊລີ
2014-05-13 -
-
-
Your browser doesn’t support HTML5 audio
ຢູ່ ສປປ ລາວ ເປັນເມືອງ ທີ່ ເຄີຍມີ ຄວາມ ອຸດົມ ສົມບຸນ ແລະ ສງົບສຸຂ ແຫ່ງໜຶ່ງ ໃນ ເອເຊັຽ ແຕ່ ປັຈຈຸບັນ ປາກົດ ວ່າ ມັກມີ ບັນຫາ ເຣື້ອງ ງັດແງະ ລັກເລັກ ຂະໂມຍ ນ້ອຍ ຮວມທັງ ການ ປຸ້ນ-ຈີ້ ຫລື ດຶງ ກະເປົາ ຊຶ່ງ ສ່ວນຫລາຍ ເປັນນັກ ທ່ອງທ່ຽວ ຊາວ ຕ່າງ ປະເທດ ທີ່ ນັບມື້ ມີຫລາຍ ຂຶ້ນຈົນ ທາງການ ຂອງລາວ ໄດ້ ປະກາດ ເຕືອນ ປະຊາຊົນ ໃຫ້ ຣະມັດ ຣະວັງ ໃນ ສັປດາ ທີ່ ຜ່ານມາ.
ໜັງສືພີມ The Telegraphs ຂອງ ອັງກິດ ໄດ້ນຳ ອອກແຈ້ງ ໃນ ວັນທີ່ 12 ພືສພາ ນີ້ ຊຶ່ງ ເປັນການ ເຕືອນ ນັກ ທ່ອງທ່ຽວ ໂດຽທົ່ວໄປ ໃຫ້ ນຸ່ງຮົ່ມ ເຄື່ອງທີ່ ສະອາດ ແລະ ເປັນ ຣະບຽບ ຮຽບຮ້ອຽ ພ້ອມກັບ ໄດ້ ເຕືອນ ນັກ ທ່ອງທ່ຽວ ບໍ່ໃຫ້ ເດີນທາງ ໃນຍາມ ກາງຄືນ ໂດຽການ ໃຊ້ ຣົຖຖີບ ຫລື ຣົຖຈັກ ໂດຽ ສະເພາະ ຫາກ ໄປ ຄົນດຽວ ແລະ ໃຫ້ ຫລີກເວັ້ນ ບ່ອນມືດ ບໍ່ມີ ແສງໄຟ ແລະ ບໍ່ຄວນ ໄປຢູ່ ຕາມບ່ອນ ທີ່ ຕົນເອງ ບໍ່ ຄຸ້ນເຄີຍ.
ພ້ອມດຽວກັນ ນັ້ນ ກໍວ່າ ຣະຍະ ເວລາ ທີ່ມີ ນັກ ທ່ອງທ່ຽວ ທັງ ຊາວລາວ ແລະ ຕ່າງປະເທດ ຫລາຍ ຄວນ ຈະເພີ້ມ ຄວາມ ຣະມັດ ຣະວັງ ຫລາຍ ທີ່ສຸດ ນັ້ນ ກໍແມ່ນ ເວລາ ມີງານ ເທສການ ຕ່າງໆ ຍ້ອນ ມີຜູ້ຄົນ ແໜ້ນໜາ ແລະ ແອອັດ.
ໜັງສືພີມ ຂອງ ອັງກິດ ຍັງໄດ້ ແຈ້ງເພີ່ມ ວ່າ ຖ້າ ເວົ້າຮວມ ແລ້ວ ເມືອງລາວ ຍັງເປັນ ທີ່ ນິຍົມ ຂອງ ຊາວ ຕ່າງຊາດ ໃນການ ໄປ ທ່ຽວຊົມ ຢູ່ຕລອດ ແລະ ວ່າ ເມືອງ ວັງວຽງ ກໍຍັງ ມີຜູ້ຄົນ ເດີນທາງ ໄປ ທ່ຽວຊົມ ຢ່າງ ຫລວງຫລາຍ ຢູ່ຄືເກົ່າ ເຊັ່ນກັນ ເຖີງວ່າ ໃນ ຣະຍະ ໜຶ່ງ ຈະມີ ເຫດການ ທີ່ ຊາວຕ່າງ ປະເທດ ໄປ ເສັຍ ຊີວີດ ໃນ ແຫ່ງ ນັ້ນ ຫລາຍຄົນ ແລ້ວ ກໍຕາມ. ປັຈຈຸບັນ ທາງການ ລາວ ກໍໄດ້ ປັບປຸງ ການ ຮັກສາ ຄວາມ ປອດໄພ ຫລາຍ ກວ່າເກົ່າ.