ຊາວບ້ານບໍ່ຢາກຍ້າຍຈາກ ເຂື່ອນ ເຊລະນອງ 1
ປະຊາຊົນ ໃນ ສອງບ້ານ ທີ່ໄດ້ຮັບ ຜົນກະທົບ ຈາກ ໂຄງການ ເຂື່ອນ ເຊລະນອງ 1 ບໍ່ຢາກຍ້າຍ ໄປຢູ່ບ້ານຈັດສັນ.
-
ສຸພັດຕາ
2019-03-07 -
-
-
Your browser doesn’t support HTML5 audio
ຫ້ອງການເມືອງນອງ ແຂວງສະຫວັນນະເຂດ, ເລັ່ງໂຍກຍ້າຍປະຊາຊົນຈໍານວນ 101 ຄອບຄົວ ຢູ່ບ້ານລະເບົານໍ້າ ແລະບ້ານລອຍນໍ້າທີ່ ໄດ້ຮັບຜົນກະທົບ ຈາກເຂື່ອນເຊລະນອງ 1 ໄປຢູ່ບ້ານຈັດສັນ, ໂດຍການໂຍກຍ້າຍນັ້ນ, ທາງການກໍານົດໃຫ້ແລ້ວ ພາຍໃນເດືອນພຶສພາ 2019 ນີ້, ຍ້ອນເຂື່ອນຈະຕັນນໍ້າ 100%, ແຕ່ປະຊາຊົນບໍ່ຢາກຍ້າຍ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໃນວັນທີ 7 ມີນາ ນີ້:
“ເຊລະນອງ 1 ນີ້, ຜົນກະທົບ 2 ບ້ານນີ້, ຕອນສໍາຣວດຂໍ້ມູນເບື້ອງຕົ້ນ, ມີບ້ານລອຍນໍ້າ ກັບບ້ານລະເບົານໍ້າ, ພວກເຮົາມີແຕ່ຕ້ອງຍ້າຍ ຂະເຈົ້າ ໄປບ້ານຈັດສັນ ຕ້ອງຫາທີ່ໃຫ້ ກໍເວົ້າກັນຢູ່ ເພາະວ່າດຽວນີ້ ຕາມແຜນຂອງບໍຣິສັດແລ້ວ ຂ້າພະເຈົ້າຮັບຮູ້ນີ່ ວັນທີ 31 ເດືອນ 5 2019 ນີ້ ແມ່ນຈະຕັນນໍ້າເຕັມ 100 ຕາມແຜນຂອງບໍຣິສັດສເນີ.”
ທ່ານກ່າວຕື່ມວ່າ ຜູ້ທີ່ໄດ້ຮັບຜົນກະທົບ ບ້ານລະເບົານໍ້າ ມີ 56 ຄອບຄົວ, ແລະບ້ານລອຍນໍ້າ 45 ຄອບຄົວ, ຕາມແຜນເກົ່າແລ້ວຈະຕ້ອງ ຍ້າຍໄປຢູ່ບ້ານຈັດສັນ ຕັ້ງແຕ່ທ້າຍປີ 2018, ແຕ່ຊາວບ້ານ ກໍຂໍເລື່ອນເວລາມາເລື້ອຍໆ, ສາເຫດນຶ່ງກໍຍ້ອນ ທາງບໍຣິສັດ ຍັງສ້າງເຮືອນໃໝ່ ບໍ່ແລ້ວເທື່ອ, ອີກທັງບ້ານຈັດສັນໃໝ່ ຕັ້ງຢູ່ບ້ານເຊລະນອງ, ເມືອງພິນ ຊຶ່ງຢູ່ອີກເມືອງນຶ່ງ ຊາວບ້ານຈຶ່ງບໍ່ຢາກຍ້າຍ.
ເຖິງຢ່າງໃດກໍຕາມ ປະຊາຊົນໃນເຂດບ້ານ ທີ່ຖືກໂຍກຍ້າຍກໍເວົ້າວ່າ, ຜູ້ທີ່ເຫັນດີນໍາການໂຍກຍ້າຍກໍມີ, ແຕ່ບາງຄອບຄົວບໍ່ຢາກຍ້າຍ:
“ໂຕນີ້ເຮົາມັນກໍເວົ້າລວມ, ມັນກໍຈໍານວນນຶ່ງນັ້ນ ກໍສິເຫັນດີໄປກັບໂຄງການ ຈໍານວນນຶ່ງຫັ່ນນະ, ແຕ່ວ່າຈໍານວນນຶ່ງເຂົາກໍມີພີ່ມີນ້ອງ, ຈິດໃຈເຂົາກໍຢາກຍ້າຍຢູ່ນໍາພີ່ນ້ອງຫັ້ນນາ ກໍມີຈໍານວນນຶ່ງຫັ່ນນາ.”
ເຈົ້າໜ້າທີ່ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ກ່າວເພີ້ມວ່າ, ເຖິງແມ່ນວ່າຊາວບ້ານ ໃນປະມານ 50 ຈາກ 100 ຄອບຄົວ, ຈະບໍ່ຢາກຍ້າຍໄປຢູ່ບ້ານຈັດສັນແຫ່ງໃໝ່, ແຕ່ກໍຕ້ອງໄດ້ຍ້າຍແບບ ບໍ່ມີທາງເລືອກ ຍ້ອນວ່າ ເມື່ອເຂື່ອນຕັນນໍ້າ 100% ໃນເດືອນພຶສພານີ້ ນໍ້າຈາກເຂື່ອນຈະຖ້ວມ ເຂດເຮືອນເກົ່າຂະເຈົ້າໝົດ.
ເຂື່ອນເຊລະນອງ 1 ເປັນເຂື່ອນຂອງຣັຖວິສາຫະກິຈໄຟຟ້າລາວ, ແຕ່ບໍຣິສັດຈີນ ເປັນຜູ້ສັມປະທານກໍ່ສ້າງ ເຂື່ອນເຊລະນອງ 1 ມີຂນາດ 70 ເມກາວັດ, ເຂື່ອນດັ່ງກ່າວຕັ້ງຢູ່ເຂດ ຊາຍແດນເມືອງພິນ ແລະເມືອງນອງ, ແຂວງສະຫວັນນະເຂດ.
ປັດຈຸບັນ ຊາວບ້ານຜູ້ໄດ້ຮັບຜົນກະທົບ, ເຣີ່ມພາກັນໂຍກຍ້າຍມາຢູ່ ບ້ານຈັດສັນແລ້ວ ສ່ວນອີກຈໍານວນນຶ່ງ ຍັງຢູ່ບ້ານເດີມ ຍ້ອນເຮືອນໃໝ່ ຍັງບໍ່ແລ້ວເທື່ອ.