ມ.ສະມ້ວຍຫົນທາງໄປມາ ລໍາບາກ
2017.06.07
ປະຊາຊົນໃນ 30 ປາຍບ້ານ ຢູ່ເມືອງສະມ້ວຍ ແຂວງສາລະວັນ ເດີນທາງໄປ-ມາ ລໍາບາກຫລາຍ ເປັນຕົ້ນໃນຍາມຝົນ ຍ້ອນເປັນເຂດ ພູດອຍ, ຖນົນຫົນທາງບໍ່ດີ, ເປັນຂຸມ ເປັນຕົມ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ເມືອງສະມ້ວຍ:
"ມັນລັກສນະແບບວ່າ ຂຶ້ນພູ ພູທົ່ງ ເປັນເຫວ ເປັນຊັນ ທາງມັນລັບ ຖ້າຍາມຝົນຈະເສັຍນໍ ໄປໃນລະຍະຍາມຝົນ ຕາມເສັ້ນທາງ ຫະຊໍ່ານີ້ ມັນກາແບບວ່າ ເສັ້ນທາງ ມັນກໍຍາກ ໃກ້ກະຄືໄກໜີ້ໜ່າ ແຕ່ເຮົາຂີ່ລະຍະ 2 ກວ່າຫລັກ ເຮົາກໍຍັງເມື່ອຍ ບໍ່ໄດ້ເສັ້ນທາງ ຫະແລ້ວ".
ເວົ້າສະເພາະບ້ານອະຊາ ແລະບ້ານອະຈາ ຊຶ່ງຕັ້ງຢູ່ເຂດພູດອຍ, ທຸກຍາກ, ຫ່າງໄກຕົວເມືອງ 30-40 ຫລັກກິໂລແມັດ ຫຍຸ້ງຍາກຫຼາຍ ທີ່ສຸດ ໃນການເດີນທາງ ຮວມທັງເວລາ ໄປພົວພັນວຽກງານ ແລະໄປປິ່ນປົວ ໃນເມືອງສະມ້ວຍ ທີ່ຕ້ອງໃຊ້ເວລາ ເດີນທາງ ເຖິງ 4-5 ຊົ່ວໂມງຈຶ່ງຮອດ.
ທ່ານກ່າວວ່າ ປັດຈຸບັນ ບໍຣິສັດ ທີ່ຍັງບໍ່ຮູ້ຊື່ ຊຶ່ງຂຶ້ນກັບ ໂຄງການພັທນາ ຂອງຣັຖບາລ ໄດ້ສ້ອມແປງ ຖນົນຫົນທາງ ໄປຫາບ້ານຕ່າງໆ ໃນເຂດຫ່າງໄກ ມາຕັ້ງແຕ່ປີ 2015 ນັ້ນໄດ້ພຽງ 2-3 ຫຼັກ ເທົ່ານັ້ນ ແລະຢຸດໂຄງການ ນັ້ນໄວ້ມາແຕ່ ປີ 2016:
"ຫລັງຈາກເສັ້ນທາງແລ້ວ ກະແມ່ນເຣຶ່ອງຟືນໄຟ ລັກສນະໄຟຟ້າໜ່າ ເຂົາກໍຕ້ອງການ ແຕ່ວ່າເສັ້ນທາງ ມັນຍາກເດ້ ແຕ່່ວ່າທາງໄຟຟ້າ ຍັງບໍ່ຮອດທົ່ວ ແຕ່ວ່າຂັ້ນຕອນ ກະຂໍເສັ້ນທາງ ແລ້ວໄປກ່ອນ ຕາມໃນຟືນໄຟ ນີ້ກະຍັງຂາດແຄນ ຫລາຍແລ້ວ".
ທ່ານເວົ້າຕື່ມວ່າ ນອກຈາກຄວາມຫຍຸ້ງຍາກ ໃນການເດີນທາງໄປ-ມາ ຂອງປະຊາຊົນ 30 ປາຍບ້ານ ຍ້ອນທາງບໍ່ດີ ທີ່ວ່ານັ້ນແລ້ວ ປະຊາຊົນ ເມືອງສະມ້ວຍ 50 ປາຍບ້ານ ກໍຍັງຂາດທາງດ້ານ ໂຄງຮ່າງພື້ນຖານ ອີກຫລາຍຢ່າງ ເຊັ່ນວ່າ ຂາດເຂີນ ນໍ້າສະອາດ, ໄຟຟ້າ ແລະໂຮງຮຽນ.