ເຂື່ອນນ້ຳເອົ້າຍັງບໍ່ຊົດເຊີຍ ຊາວບ້ານ
ທາງການລາວ ຈະກົດດັນ ເຈົ້າຂອງໂຄງການ ແລະ ລົງພື້ນທີ່ ແກ້ໄຂ ການຊົດເຊີຍ ເຂື່ອນນ້ຳເອົ້າ ແຕກ ເພື່ອໃຫ້ໃຊ້ ຄ່າຊົດເຊີຍ ໄວຂຶ້ນ.
-
ພູວົງສ໌
2019-01-02 -
-
-
Your browser doesn’t support HTML5 audio
ຄນະກັມມະການແກ້ໄຂການຊົດເຊີຍ ຂອງທາງການລາວ ຕຽມລົງພື້ນທີ່ແກ້ໄຂການຊົດເຊີຍ ປະຊາຊົນທີ່ໄດ້ຮັ ບຜົລກະທົບ ຈາກເຂື່ອນ ນ້ຳເອົ້າແຕກ ຢູ່ເມືອງທ່າໂທມ, ແຂວງໄຊສົມບູນ ເປັນເທື່ອທຳອິດໃນເດືອນມົກກະຣາ ນີ້ ເພື່ອເຮັດໃຫ້ການຊົດເຊີຍ ມີຄວາມຄືບໜ້າ ໄວທີ່ສຸດ ເທົ່າທີ່ຈະເຮັດໄດ້ ພາຍຫຼັງທີ່ບໍຣິສັດບໍ່ທອ ງອິນເຕີກຣຸບ, ເຊິ່ງເປັນເຈົ້າຂອງໂຄງການເຂື່ອນນ້ຳເອົ້າ ຍັງຫຼ້າຊ້າເຣື້ອງຄ່າຊົດເຊີຍຢູ່ ເຖິງວ່າເຫຕການເຂື່ອນແຕກ ຈະຜ່ານມາເປັນເວລາ 1 ປີ 3 ເດືອນແລ້ວກໍ່ຕາມ. ດັ່ງເຈົ້າໜ້າທີ່ ທ້ອງຖິ່ນ ປະຈຳເມືອງທ່າໂທມ ໄດ້ກ່າວຕໍ່ ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ນີ້ວ່າ:
“ຄືເກົ່າ, ບໍ່ມີຫຍັງປ່ຽນແປງ. ມີແຕ່ວ່າຂັ້ນຣັຖບານເພິ່ນປ່ຽນຄນະກັມມະການຊຸດໃໝ່ມາ. ປະມານເດືອນ 1 ເພິ່ນຊິລົງມາແກ້ໃຫ້ມັນແລ້ວເລີຍ. ທັງກະໂຕເຂື່ອນ ທັງການຊົດເຊີຍຜົລກະທົບ. ອັນນີ້ກະປີກັບ 3 ເດືອນ ປະຊາຊົນມີການບໍ່ພໍໃຈ."
ທ່ານກ່າວຕື່ມວ່າ ທາງຄນະກັມມະການຈາກຣັຖບານ ຮ່ວມກັບເຈົ້າໜ້າທີ່ຂັ້ນແຂວງ ແລະຂັ້ນເມືອງ ຈະຮ່ວມສົມທົບໃນການແກ້ໄຂ ໂດຍຫາລື ກັບບໍຣິສັດ ບໍ່ທອງອິນເຕີກຣຸບ ອີກຕື່ມຄັ້ງນຶ່ງ ເພື່ອໃຫ້ຄຳແນະນຳ ແລະ ຈະຕິດຕາມຂບວນການຊົດເຊີຍ ບໍ່ໃຫ້ ແກ່ຍາວອີກຕໍ່ໄປ ແຕ່ຍັງບໍ່ ສາມາດຄາດກະໄດ້ເທື່ອວ່າ ຈະໃຫ້ສຳເຣັຈພາຍໃນເດືອນໃດ.
ທ່ານກ່າວມ້ວນທ້າຍວ່າຕລອດປີ 2018 ທີ່ຜ່ານມາ, ທາງບໍຣິສັດບໍ່ທອງອິນເຕີກຣຸບ ໄດ້ລົງພື້ນທີ່ສຳຣວຈຂໍ້ມູນ ຄວາມເສັຽຫາຍຂອງປະຊາຊົນ ໃໝ່ອີກເທື່ອນຶ່ງ ຍ້ອນຜ່ານມາຂໍ້ມູນເສັຽຫາຍ ຂອງປະຊາຊົນຫຼາຍຄົນ ເປັນຕົ້ນເນື້ອທີ່ທຳການຜລິດ ສັດລ້ຽງແລະໜອງປາ ທີ່ຖືກຜົລກະທົບ ຈາກເຂື່ອນແຕກນັ້ນ ຍັງບໍ່ສອດຄ່ອງກັບຄວາມເປັນຈິງ ເຮັດໃຫ້ການຊົດເຊີຍບໍ່ມີຄວາມຄືບໜ້າ.
ສຳລັບປະຊາຊົນເມືອງທ່າໂທມ ທີ່ຍັງລໍຖ້າການຊົດເຊີຍ ຈາກບໍຣິສັດບໍ່ທອງອິນເຕີກຣຸບ ມີຢູ່ 60 ຄອບຄົວ, ເຊິ່ງແຕ່ລະຄອບຄົວ ໄດ້ຮັບຜົລ ກະທົບຈາກເຫຕການ ກອງຂີ້ຕົມໄຫຼຖົມໃສ່ດິນນາ, ໂດຍຜູ້ທີ່ໄດ້ຮັບຜົລກະທົບສ່ວນໃຫຍ່ ຕ້ອງການຄ່າຊົດເຊີຍ ເປັນເງິນ.
ປະຈຸບັນ, ເນື້ອທີ່ການຜລິດ ທີ່ໄດ້ຮັບການຟື້ນຟູແລ້ວນັ້ນ ສ່ວນນຶ່ງສາມາດກັບມາເຮັດການຜລິດໄດ້ແລ້ວ ເປັນຕົ້ນແມ່ນເນື້ອທີ່ ການປູກມັນຕົ້ນ ແລະ ສາລີ, ແຕ່ເນື້ອທີ່ ທີ່ຖືກຟື້ນຟູ ເຫຼົ່ານີ້ ພັດຍັງບໍ່ສາມາດປູກເຂົ້າໄດ້.