ມ.ຜົ້ງສາລີ ມ.ນໍ້າບາກ ນໍ້າຖ້ວມ ໜັກ
ນໍ້າຖ້ວມ ໜັກ ຢູ່ ເມືອງຜົ້ງສາລີ ແຂວງ ຜົ້ງສາລີ ແລະ ເມືອງ ນໍ້າບາກ ແຂວງ ຫຼວງພຣະບາງ ແຕ່ຍັງບໍ່ຮູ້ ຄວາມເສັຽຫາຍ.
-
ມະນີຈັນ
2018-08-30 -
-
-
Your browser doesn’t support HTML5 audio
ໃນຕອນແລງວັນທີ 29 ສິງຫາ ນີ້ເກີດພັຍນໍ້າຖ້ວມ ໄຫລຊຸແຮງ ຢູ່ບ້ານວັງດອຍເມືອງຜົ້ງສາລີ ແຂວງຜົ້ງສາລີ ຖ້ວມເຮືອນປະຊາຊົນ ຫລາຍຫລັງແລະເສັ້ນທາງ ຖືກຕັດຂາດ ສ້າງຄວາມຢ້ານກົວໃຫ້ແກ່ປະຊາຊົນ, ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງທຸກພາກສ່ວນ ກໍາລັງອອກ ສໍາຣວດຄວາມເສັຽຫາຍ ແລະຈໍານວນ ປະຊາຊົນທີ່ຖືກຜົລກະທົບ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ອຸຕຸນິຍົມ ແຂວງຜົ້ງສາລີ ຕໍ່ RFA ໃນມື້ວັນທີ 30 ສິງຫາ ນີ້ວ່າ:
"ນໍ້າຖ້ວມຢູ່ບ້ານວັງດອຍຫັ້ນ ວ່າຊັ້ນແຕ່ວ່າເປັນແນວໃດ ກະບໍ່ຮູ້ເນາະ ເປັນນໍ້າຖ້ວມຊຸ ແມ່ນຫຍັງນີ້ເບາະ ໂຕນີ້ຂະເຈົ້າວ່າແຮງແຫລະ ເມື່ອວານນີ້ປະມານ 6-7 ໂມງ."
ທ່ານກ່າວຕື່ມວ່ານໍ້າຖ້ວມ ໄຫລຊຸຢູ່ເຂດດັ່ງກ່າວ ແມ່ນເປັນຍ້ອນຝົນຕົກໜັກ ແລະຄາດວ່າຈະໄດ້ຮັບຂໍ້ມູນ ຄວາມເສັຽຫາຍ ໃນໄວໆນີ້. ຫລັງຈາກນັ້ນກໍຈະຣາຍງານ ໃຫ້ພາກສ່ວນກ່ຽວຂ້ອງ ປະເມີນການຊ່ວຍເຫລືອ ປະຊາຊົນແລະສ້ອມແປງຫົນທາງ ທີ່ຖືກຕັດຂາດນັ້ນ.
ໃນຂນະດຽວກັນ ຢູ່ເມືອງນໍ້າບາກ ແຂວງຫລວງພຣະບາງ ກໍເກີດນໍ້າຖ້ວມເຊັ່ນດຽວກັນ ເຮັດໃຫ້ປະຊາຊົນ 20 ປາຍບ້ານທີ່ຢູ່ແຄມນໍ້າງິ້ວ ໄດ້ຮັບຜົລກະທົບ, ນໍ້າຖ້ວມເນື້ອທີ່ທໍາການຜລິດ, ນໍ້າປະປາຂອງເມືອງ ໃຊ້ການບໍ່ໄດ້. ດັ່ງເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງນໍ້າບາກ ກ່າວໃນມື້ດຽວກັນນີ້ວ່າ:
"ປະມານ 20 ປາຍບ້ານນີ້ແຫລະ ນາທີ່ຢູ່ລຽບຕາມນໍ້າງິ້ວ ເປັນນໍ້າຫ້ວຍແຮງມາແລ້ວມັນເຊາະ ແລ້ວເຮັດໃຫ້ດິນບໍ໊ ຫລືວ່າເສດຂີ້ເຫຍື້ອ ໝາກຫີນອີ່ຫຍັງມັນລົງຫັ້ນນະ, ສອງ ແມ່ນນໍ້າປະປາຂອງເມືອງ ຖືວ່າໃຊ້ບໍ່ໄດ້ເທົ່າປັດຈຸບັນນີ້ ໝາກຫີນໝາກອີ່ສັງໄປຕັນທໍ່."
ຫ້ອງການປົກຄອງເມືອງນໍ້າບາກ ໄດ້ປະກາດໃຫ້ປະຊາຊົນ ຫຼາຍບ້ານເຝົ້າຣະວັງ ພັຍນໍ້າຖ້ວມ ແບບກະທັນຫັນ ໂດຍສະເພາະຜູ້ທີ່ອາສັຍ ຢູ່ຕາມແຄມນໍ້າ ແລະໃຫ້ໂຍກຍ້າຍເຄື່ອງຂອງ ໄປໄວ້ບ່ອນທີ່ປອດພັຍ ຍ້ອນຍັງຈະມີຝົນຕົກ ແລະນໍ້າປ່າ ໄຫລຫລາກຕື່ມອີກ.