ພົບສັດປ່າຫວງຫ້າມ ຢູ່ສວນ ນໍ້າເໝີຍຢົກ
ເຈົ້າໜ້າທີ່ ແຂວງ ຫຼວງພຣະບາງ ກວດພົບ ສັດປ່າ ຫວງຫ້າມ ທີ່ ສວນ ນໍ້າເໝີຍຢົກ ຫຼັງຈາກ ນັກທ່ອງທ່ຽວ ຕ່າງປະເທດ ໄດ້ເຂົ້າໄປເຫັນ.
-
ໄຊຍາ
2018-10-10 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ແຂວງຫຼວງພຣະບາງ ເຂົ້າກວດກາສັດປ່າຫວງຫ້າມ ຫຼາຍຊນິດ ຢູ່ພາຍໃນສວນນໍ້າເໝີຍຢົກ ຫຼັງຈາກນັກທ່ອງທ່ຽວຕ່າງປະເທດ ເຂົ້າໄປເຫັນແລະຮຽກຮ້ອງ ໃຫ້ທາງການລາວກວດກາ ເມື່ອກາງເດືອນກັນຍາຜ່ານມາ ແລະພົບເຫັນເສືອ 2 ໂຕ, ໝີ 6 ໂຕ ແລະ ສັດປ່າ ຊນິດອື່ນໆ ຈຳນວນນຶ່ງຖືກຂັງຢູ່ໃນຄອກ ຂນາດນ້ອຍ ເຊິ່ງບໍ່ແມ່ນແບບວິທີ ການລ້ຽງສັດປ່າແບບຖືກຕ້ອງ. ດັ່ງເຈົ້າໜ້າທີ່ ສູນອານຸຮັກ ໝີ Free The Bears ແຂວງຫຼວງພຣະບາງ ກ່າວຕໍ່ RFA ໃນມື້ນີ້ ວ່າ:
"ແມ່ນແຫຼະ ເພິ່ນຕ້ອງການມີການກວດສອບແຫຼ່ງທີ່ມາຄັກແນ່ກ່ອນ ວ່າສັດຫັ້ນມາແຕ່ໃສ ຖືກກົດໝາຍ ຫຼືວ່າຜິດກົດໝາຍ ຖ້າຜິດກົດໝາຍ ກໍ່ຕ້ອງມິການມອບຄືນໃຫ້ຣັຖ ແລ້ວທາງຣັຖກໍມອບຕໍ່ມາໃຫ້ທາງໂຄງການ Free The Bears ເປັນຜູ້ຮັບຜິດຊອບ ເພາະວ່າຂະເຈົ້າຍັງບໍ່ໄດ້ ພັທນາແບບວ່າ ຂະເຈົ້າສ້າງມາແລ້ວ ຂະເຈົ້າບໍ່ເປີດບໍ່ເຫັນເປີດເລີຍ ແລ້ວປ່ຽນເຈົ້າຂອງມາ 3 ຄົນ ແລ້ວ."
ທາງການລາວກຳລັງຊອກຮູ້ແຫຼ່ງທີ່ມາ ຂອງສັດປ່າທັງໝົດ ວ່າໄດ້ມາຈາກໃສ ຖືກກົດໝາຍຫຼືບໍ່ ຖ້າພົບວ່າໄດ້ສັດປ່າມາ ແບບບໍ່ຖືກຕ້ອງ ກໍຈະຖືກດຳເນີນຄະດີ ຕາມກົດໝາຍ ໂດຍຈະໃຊ້ເວລາກວດກາສັດປ່າທັງໝົດ ບໍ່ໃຫ້ກາຍທ້າຍປີ.
ສ່ວນເຈົ້າໜ້າທີ່ ອະນຸຮັກໝີ Free The Bear ທີ່ແຂວງຫຼວງພຣະບາງ ທີ່ໄດ້ຮັບມອບໝາຍໜ້າທີ່ ໃຫ້ກວດກາສັດປ່າ ຄາດວ່າທ້າຍປີນີ້ ຈະກວດແຫຼ່ງທີ່ມາ ຂອງສັດປ່າຫວງຫ້າມ ໃຫ້ສໍາເຣັດ ຖ້າພົບວ່າສັດປ່າ ໄດ້ມາບໍ່ຖືກຕ້ອງຕາມກົດໝາຍ ກໍ່ພ້ອມທີ່ຈະ ຍ້າຍໄປຟື້ນຟູ ສະພາບຮ່າງກາຍ ແລະ ຄວາມເປັນຢູ່ພາຍໃນສູນ ອະນຸຮັກໝີ Free The Bear ແຂວງຫຼວງພຣະບາງ.
ປັດຈຸບັນສວນນໍ້າເໝີຍຢົກ ຍັງປິດປັບປຸງ ແລະ ສັດປ່າ ຫຼາຍຊນິດ ທີ່ລ້ຽງຢູ່ພາຍໃນສວນນັ້ນ ຖືກຂັງໄວ້ແບບແອອັດ ແລະ ຄັບແຄບຫຼາຍ ພ້ອມທັງສະຖານທີ່ ພາຍໃນສວນນໍ້າເໝີຍຢົກ ບໍ່ໄດ້ມາຕຖານ ທີ່ຈະລ້ຽງສັດປ່າ ປະເພດຫວງຫ້າມ. ດັ່ງຜູ້ຈັດການ ສວນນໍ້າເໝີຍຢົກ ກ່າວຕໍ່ RFA ໃນມື້ນີ້ວ່າ:
"ໂດຍອັນນັ້ນປ່ຽນເຈົ້າຂອງແລ້ວຂາຍອອກແລ້ວ ເຈົ້າອັນນີ້ເປັນເຈົ້າຂອງໃໝ່ແລ້ວ ສວນນໍ້າເໝີຍຢົກ ເປັນເຈົ້າຂອງໃໝ່ແລ້ວ ແມ່ນແຫຼະ ຂາຍໄປດົນແລ້ວ ພໍດີເຂົາປີດຢູ່ ໄລຍະນີ້ ພໍດີຊຸມຂ້ອຍໄປເຫັນເຂົາປິດຢູ່ ເຂົາກຳລັງປັບປຸງ ກໍ່ຍັງບໍ່ທັນເປີດເທື່ອ."
ນັບແຕ່ສ້າງສວນນໍ້າເໝີຍຢົກ ມາໄດ້ປະມານ 4 ປີ ໄດ້ປ່ຽນເຈົ້າຂອງມາແລ້ວ 3 ເທື່ອ ທຳອິດຊາວຈີນ ເຂົ້າມາສ້າງສວນພາຍໃຕ້ຊື່ ເໝີຍຢົກ ເພື່ອໃຫ້ເປັນແຫຼ່ງທ່ອງທ່ຽວ ແລະສວນສັດ ຈາກນັ້ນຂາຍຕໍ່ໃຫ້ຄົນຈີນ ສຸດທ້າຍມາຂາຍໃຫ້ຄົນລາວ ເຖິງປັດຈຸບັນ.