ບ້ານຜາຕໍ່ຖນົນບໍ່ດີ ໄປມາ ລໍາບາກ

ໄມຊູລີ
2017.06.05
f-phato ສະພາບຖນົນ ຢູ່ບ້ານຜາຕໍ່ ເມືອງກາສີ ແຂວງວຽງຈັນ
RFA/PN

ຊາວບ້ານບ້ານຜາຕໍ່ ຊົນເຜົ່າ ກະມຸ ເມືອງກາສີ ແຂວງວຽງຈັນ ຍັງໄປມາລໍາບາກ ຍ້ອນເສັ້ນທາງ ເລກ 13 ພາຍໃນເຂດເປ່ເພ ເປັນຂູມ ແລະແຄບຫລາຍ ສ້າງຜົນກະທົບໃສ່ ປະຊາຊົນໃນພື້ນທີ່ ແລະການຂົນສົ່ງສິນຄ້າ ໄປເມືອງກາສີ ໂດຍສະເພາະ ໃນຣະດູຝົນ ການໄປມາ ຂອງປະຊາຊົນ ໃນພື້ນທີ່ ລໍາບາກຫລາຍ, ບາງເທື່ອຊາວບ້ານຕ້ອງຢຸດ ຂົນສົ່ງສິນຄ້າເຮັດໃຫ້ ຂາດຣາຍໄດ້ມາສູ່ຄອບຄົວ, ດັ່ງຊາວບ້ານ ບ້ານຜາຕໍ່ ເມືອງກາສີ ແຂວງ ວຽງຈັນ ທ່ານນຶ່ງ ກ່າວວ່າ:

“ຫົນທາງຄັນຝົນຕົກໃສ່ມັນບໍ່ດີ ມັນມີນໍ້າ ເປັນຂຸມເປັນບໍ່ ເປັນຂຸມເລີກ ວ່າແລ້ວຍັງມີ ຄວາມຍາກລໍາບາກຫຼາຍ ຍາມຝົນຕົກນີ້ ມັນໄປບໍ່ໄດ້ ຣົຖຈັກ ກໍໄປບໍ່ໄດ້ ອັນນັ້ນ ມາເບີ່ງລະເບາະ ທາງນີ້ມັນ ຫຍຸ່ງຍາກ ຄືປະຊາຊົນ ທີ່ຜລິດ ຜລິດບໍ່ໄດ້ຂາຍ”.

ບ້ານຜາຕໍ່ ເປັນບ້ານນ້ອຍໆ ມີທັງໝົດ 161 ຄອບຄົວ ຫ່າງຈາກຕົວເມືອງກາສີ ປະມານ 12 ຫລັກ ຕາມເສັ້ນທາງ ໝາຍເລກ 13 ຊຶ່ງ ຊາວບ້ານສ່ວນໃຫຍ່ ຄອງຊີພດ້ວຍການ ປູກຜຶດຜັກ ເສຖກິດ ຕລອດປີ ເຊັ່ນ ປູກໝາກເຜັດ ໝາກເດືອຍ ແລະເຮັດໄຮ່ສາລີ ເພື່ອສົ່ງໄປ ຂາຍໃນຕລາດເມືອງກາສີ ແລະ ນະຄອນຫລວງວຽງຈັນ ຊຶ່ງຜ່ານມາ ການຂົນສົ່ງ ສິນຄ້າ ກະສິກັມ ເປັນໄປຍາກລໍາບາກ ໂດຍສະເພາະ ໃນຣະດູແລ້ງ  ເຕັມໄປດ້ວຍ ຂີ້ຝຸ່ນແດງ ກະຈາຍທົ່ວ ພື້ນທີ່ປູກຝັງ ຂອງຊາວບ້ານ ສ່ວນຣະດູຝົນ ເຕັມໄປດ້ວຍ ຂີ້ຕົມ.

ຜ່ານມາບ້ານຜາຕໍ່ ໄດ້ຮັບງົບປະມານ ເພື່ອນໍາມາໃຊ້ ໃນການຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ ແຕ່ບໍ່ພຽງພໍ ກັບຄວາມຕ້ອງການ ຊາວບ້ານ ບ້ານຜາຕໍ່ ຍັງຖືວ່າເປັນ ບ້ານທີ່ທຸກຍາກ ບ້ານນຶ່ງ, ໃນນັ້ນຮວມທັງ ການມີນໍ້າສະອາດໃຊ້, ມີໄຟຟ້າ ແລະ ການສືກສາຮໍ່າຮຽນ ຂອງເດັກນ້ອຍ.

ເມື່ອປີຜ່ານມາ ມີອົງການ ຕ່າງປະເທດ ອົງການນຶ່ງ ໄດ້ໄປສໍາຣວດ ຄວາມຄິດເຫັນ ຈາກ ປະຊາຊົນລາວ ຈໍານວນນຶ່ງ ພວກເຂົາເວົ້າວ່າ ບັນຫາ ທີ່ເປັນຫ່ວງ ທີ່ສຸດ ກໍຄືເຣື້ອງ ຖນົນຫົນທາງ ໃນເຂດຫ່າງໄກ ສອກຫລີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.