ປະເທດລາວ ບໍ່ມີໄມ້ແລ້ວ
ຊາວລາວ ເວົ້າວ່າ ປ່າໄມ້ ຢູ່ລາວ ກຳລັງ ຫລຸດໜ້ອຍລົງ ຈົນຈະໝົດ ແລ້ວ ຍ້ອນວ່າ ມີພໍ່ຄ້າ ຕ່າງຊາດ ມາຕັ້ງ ທຸຣະກິຈ ຢູ່ລາວ.
-
2013-03-22 -
-
-
Your browser doesn’t support HTML5 audio
ຊາວລາວ ເວົ້າວ່າ ປ່າໄມ້ ຢູ່ລາວ ກຳລັງ ຫລຸດໜ້ອຍລົງ ຈົນຈະໝົດ ແລ້ວ ຍ້ອນວ່າ ມີພໍ່ຄ້າ ຕ່າງຊາດ ມາຕັ້ງ ທຸຣະກິຈ ຢູ່ລາວ.
ເຖິງແມ່ນວ່າ ການລັກລອບຕັດໄມ້ ຢູ່ລາວ ຈະຍາກຂຶ້ນ ເນື່ອງຈາກວ່າ ບໍ່ມີໄມ້ ທີ່ກຸ່ມລູກຄ້າ ຕ້ອງການ ເຫລືອຢູ່ໃນລາວແລ້ວ, ແຕ່ພໍ່ຄ້າແມ່ຄ້າລາວ ໄດ້ສັ່ງຊື້ໄມ້ ຈາກປະເທດໄທ ແລະ ນຳໄປຂາຍໃຫ້ກັບ ພໍ່ຄ້າ ຕ່າງຊາດ ທີ່ຢູ່ໃນປະເທດລາວ.
ປັຈຈຸບັນ ທຸຣະກິຈຄ້າໄມ້ ຫລື ນາຍໜ້າຊື້ໄມ້ ໃຫ້ກັບ ພໍ່ຄ້າຕ່າງຊາດ ກຳລັງເປັນທີ່ນິຍົມ ເຖິງແມ່ນວ່າ ຣັຖບານ ປະກາດວ່າ ຈະລົງໂທດ ຜູ້ທີ່ກະທຳຜິດກົດໝາຍປ່າໄມ້ ຢ່າງຈິງຈັງ ແຕ່ກໍຍັງ ມີຜູ້ກະທຳຜິດຢູ່ ແລະ ສົ່ງຜົລໃຫ້ ປ່າໄມ້ ຢູ່ໃນປະເທດລາວ ທຸກມື້ນີ້ ນັບມື້ນັບຍັງເຫລືອໜ້ອຍລົງເລື້ອຍໆ, ດັ່ງຊາວລາວ ຜູ້ນຶ່ງ ເວົ້າວ່າ:
“ເຂົາບໍ່ຕັດແລ້ວ ຢູ່ເມືອງລາວ ເຂົາໄປຕັດຢູ່ເມືອງໄທແລ້ວດຽວນີ້ ເມືອງລາວນີ້ ໝົດແລ້ວໄມ້ ເຂົາໄປຕັດຢູ່ເມືອງໄທ ເມືອງລາວ ບໍ່ມີແລ້ວ ໄມ້ຕັດ ເພາະວ່າ ຢູ່ເມືອງລາວ ບໍ່ມີປ່າໄມ້ແລ້ວ ມັນບໍ່ມີ ມັນຕລາດຕ້ອງການຫລາຍ ຄົນກໍຄ້າຂາຍຮັ່ງມີ.”
ທ່ານ ກ່າວຕື່ມວ່າ ພໍ່ຄ້າໄມ້ ຈາກປະເທດວຽດນາມ ແລະ ປະເທດຈີນ ສ່ວນຫລາຍ ຈະຮັບໄມ້ ແບບຜິດກົດໝາຍ ຈາກລາວ ແລະ ປ່ຽນເປັນເຟີນິເຈີ ສຳລັບ ສົ່ງລູກຄ້າ ໃນປະເທດອາເມຣິກາ ແລະ ຢູໂຣບ, ຊຶ່ງການຄ້າຂາຍດັ່ງກ່າວນີ້ ມີຄວາມນິຍົມຫລາຍ ສຳລັບ ພໍ່ຄ້າວຽດນາມ ແລະ ພໍ່ຄ້າຈີນ, ແລະ ຍັງສາມາດ ສ້າງຣາຍໄດ້ ຢ່າງຫລວງຫລາຍ ໃຫ້ກັບ ກຸ່ມຄົນລາວ ທີ່ເປັນນາຍໜ້າ ຊອກຊື້ໄມ້ ສົ່ງໃຫ້ກັບ ພໍ່ຄ້າ ຕ່າງຊາດ ເຫລົ່ານັ້ນ ອີກດ້ວຍ. ໃນຂະນະດຽວກັນ, ຊາວລາວ ອີກຜູ້ນຶ່ງ ມີຄວາມເຫັນ ວ່າ ການລັກລອບ ຕັດໄມ້ ທຸກມື້ນີ້ ມີຈຳນວນ ທີ່ຫລຸດລົງ ເນື່ອງຈາກ ວ່າ ຣັຖບານ ໄດ້ສັ່ງໃຫ້ມີທະຫານເຝົ້າຍາມ.
“ມັນຊິມີໜ້ອຍ ຄັ້ນມີ ມັນມີໜ້ອຍ ເພາະວ່າ ເພິ່ນໃຫ້ອ້າຍນ້ອງ ທະຫານ ອອກຕະເວນທຸກເຂດ ຖ້າເຫັນ ມັນຈະມີການ ປັບໃໝເທົ່າໂຕ. ອັນນີ້ ຍ້ອນ ຄວາມເພີ້ຝັນທະເຍີທະຍານ ຂອງກຸ່ມຄົນບໍ່ດີ ເວົ້າງ່າຍໆ ແບບສັພພື້ນເມືອງ ພື້ນບ້ານ ເຮົາ ກໍເປັນແບບ ບໍ່ພໍ ຄວາມບໍ່ພໍ ຄວາມຕ້ອງການ ຂອງກຸ່ມຄົນ ທີ່ວ່າ ຖ້າມີເງິນຫລາຍ ກໍຖືວ່າ ເຮົາເປັນພຣະເຈົ້າຄົນ.”
ທັ້ງນີ້ ອົງການ EIA ຣາຍງານ ເມື່ອວັນທີ 26 ກັນຍາ ປີ 2012 ວ່າ ປ່າໄມ້ ໃນລາວ ຍັງຕົກຢູ່ໃນກຳມື ຂອງພວກພໍ່ຄ້າ ທີ່ມີຫຸ້ນສ່ວນ ກັບເຈົ້າໜ້າທີ່ ຣັຖບານ ແລະ ທະຫານລາວ, ໂດຍສະເພາະ ບໍຣິສັດ ຂອງທະຫານວຽດນາມ ຊື່ວ່າ ວຽດນາມມິສ ຄອມພານີ໋ ອີ໋ໂກເນມິກ ຄໍໂອພີເຣເຊິນ (Vietnamese Company Economic Cooperation), ບໍຣິສັດ ໄນສ໌ວູດ (Nicewood) ແລະ ບໍຣິສັດ ພອນສັກ ຂອງລາວ, ແລະ ຣາຍງານ ຍັງບອກອີກວ່າ ແຕ່ລະປີ ມີການຂົນສົ່ງໄມ້ ຈາກລາວ ເຂົ້າໄປວຽດນາມ ບໍ່ຕ່ຳກ່ວາ 5 ແສນແມັດກ້ອນ.