ຮ່າງກົດໝາຍວ່າດ້ວຍ ຄວາມປອດພັຍຂອງເຂື່ອນ
ທາງການລາວ ກຳລັງອອກ ຮ່າງກົດໝາຍ ວ່າດ້ວຍ ຄວາມປອດພັຍ ຂອງການ ສ້າງເຂື່ອນ ຫຼັງຈາກທີ່ ຫຼາຍເຂື່ອນໃນລາວ ສ້າງບໍ່ໄດ້ມາຕຖານ ສາກົລ ແລະ ມີຄວາມສ່ຽງ ທີ່ຈະເກີດ ເຫດການຮຸນແຮງ ສ້າງຄວາມເສັຽຫາຍ ຫຼາຍຢ່າງ.
-
ໄຊຍາ
2022-01-21 -
-
-
Your browser doesn’t support HTML5 audio
ກະຊວງພລັງງານ ແລະບໍ່ແຮ່ ກຳລັງທາບທາມຮ່າງກົດໝາຽ ວ່າດ້ວຍຄວາມປອດພັຍ ຂອງເຂື່ອນເພື່ອສເນີໃຫ້ ສະພາແຫ່ງຊາດຮັບຮອງໃນໝໍ່ໆ ນີ້ພາຍຫຼັງທີ່ເຂື່ອນໄຟຟ້າຫຼາຍແຫ່ງ ໃນລາວກໍ່ສ້າງຂຶ້ນມາໂດຍບໍ່ຜ່ານມາຕຖານ ສາກົລ ແລະມີຄວາມສ່ຽງສູງ ທີ່ຈະເກີດເຫດຮຸນແຮງ ໂດຍສະເພາະເຂື່ອນຂນາດນ້ອຍ ແລະຂນາດກາງ ທີ່ທ້ອງຖິ່ນເປັນຜູ້ຄຸ້ມຄອງ.
ດັ່ງເຈົ້າ ໜ້າທີ່ກະຊວງພລັງງານ ແລະບໍ່ແຮ່ທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຽເສຣີໃນວັນທີ 21 ມົກກະຣານີ້ວ່າ:
“ກ່ຽວກັບກົດໝາຽຄວາມປອດພັຍ ຂອງເຂື່ອນນີ້ແຫຼະຫຼັກໆ ກາໃຊ້ມາຕຖານດຽວກັນໝົດ ແຕ່ກີ້ຫຼັກໆ ຫັ້ນມັນຄຸມຍາກເນາະ ວ່າໃຫ້ການຄວບຄຸມແລ້ວ ມັນຈະບໍ່ໄປຕາມລະບຽບການປານໃດ ບາດນີ້ຈະເຂົ້າມາສູນຮວມມາສູນກາງ ໝົດມັນຈະຄຸມງ່າຍ”
ທ່ານກ່າວຕື່ມວ່າກົດໝາຽ ສຳລັບຄວາມປອດພັຍຂອງເຂື່ອນຫຼັກໆ ແລ້ວຈະເນັ້ນເຣື່ອງຄວາມປອດພັຍ ຂອງເຂື່ອນທັງເຂື່ອນທີ່ສ້າງມາແລ້ວ ແລະເຂື່ອນທີ່ກຳລັງຈະສ້າງ ຕາມແຜນພັທນາ ດ້ານພລັງງານໂດຍທຸກເຂື່ອນ ຈະຕ້ອງຮ່າງຂອບເຂດຂອງງານຫຼື Term of Reference (TOR), ຄວາມປອດພັຍເຂື່ອນ ຫຼື Dam Safety, ຣາຍງານກວດສອບ ທາງເທັກນິກ ຫຼື Technical Review Report ແລະ ບົດຣາຍງານການປະເມີນຜົລກະທົບ ສິ່ງແວດລ້ອມແລະສັງຄົມ ຫຼື Environmental and Social Impact Assessment ແລະ ຣາຍງານອື່ນໆ ຕາມລະບຽບມາຕຖານ ຂອງກະຊວງພລັງງານ ແລະບໍ່ແຮ່ກຳນົດໄວ້.
ໄລຍະຜ່ານມາ ມາຕຖານຄວາມປອດພັຍ ຂອງເຂື່ອນໄຟຟ້າລາວຍັງຖືວ່າ ກໍ່ສ້າງບໍ່ໄດ້ມາຕຖານ ສາກົລໂດຍບໍ່ມີການປະເມີນ ເຣື່ອງຄວາມປອດພັຍ ຂອງເຂື່ອນ ແລະຣາຍງານການ ກວດສອບເທັກນິກເຮັດໃຫ້ເຂື່ອນໄຟຟ້າຫຼາຍແຫ່ງ ມີຄວາມສ່ຽງສູງທີ່ຈະ ເກີດຮຸນແຮງຂຶ້ນເປັນຕົ້ນເຂື່ອນ ແຕກ, ຮອຍແຕກ, ຮອຍຮົ່ວແລະໂຄງສ້າງ ຂອງເຂື່ອນຍຸບໂຕແລະອື່ນ ໆ .
ກ່ຽວກັບເຣື່ອງນີ້ ຊາວລາວຈຳນວນນຶ່ງ ກໍເຫັນວ່າເປັນເຣື່ອງທີ່ດີທີ່ທາງການລາວ ຈະອອກກົດໝາຽວ່າດ້ວຍຄວາມປອດພັຍ ຂອງເຂື່ອນເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ກັບປະຊາຊົນລາວເພາະປັດຈຸບັນປະເທດລາວ ກໍມີເຂື່ອນໄຟຟ້າເປັນຈຳນວນຫຼາຍ ແລະທຸກແຫ່ງກໍມີຄວາມສ່ຽງ ບໍ່ຫຼາຍກໍໜ້ອຍທີ່ຈະເກີດຄວາມຮຸນແຮງ.
ນອກຈາກນີ້ ຊາວລາວຍັງຕ້ອງການ ໃຫ້ທາງການລາວ ແລະຜູ້ພັທນາເຂື່ອນໄຟຟ້າ ບໍ່ວ່າຈະເປັນເຂື່ອນໃດກໍຕາມຕ້ອງແຈ້ງ ຂໍ້ມູນກ່ຽວກັບໂຄງການເຂື່ອນ, ຄວາມປອດພັຍຂອງເຂື່ອນ, ຜົລກະທົບສິ່ງແວດລ້ອມແລະສັງຄົມໃຫ້ປະຊາຊົນລາວ ຮັບຮູ້ຢ່າງລະອຽດ ແລະເຂົ້າໃຈຢ່າງຈະແຈ້ງເພື່ອ ຮັບປະກັນຄວາມປອດພັຍຂອງຊີວິດ, ຊັບສິນ ແລະ ຊັພຍາກອນທັມຊາດໃນພື້ນທີ່ນັ້ນໆ ຈະບໍ່ໄດ້ຮັບຜົລກະທົບຮຸນແຮງເມື່ອເຂື່ອນໄຟຟ້າກໍ່ສ້າງສຳເຣັດ ແລ້ວແຕ່ຜ່ານມາຊາວບ້ານເກືອບຈະບໍ່ຮູ້ຂໍ້ມູນໃດໆ ກ່ຽວກັບໂຄງການເຂື່ອນໄຟຟ້າ.
ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງພຣະບາງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 21 ມົກກະຣາ ນີ້ວ່າ:
“ແຕ່ເຂົາ ກາບໍ່ອະທິບາຍເຣື່ອງນັ້ນເຣື່ອງນີ້ ມັນເປັນແນວນັ້ນແນວນີ້ ເຮົາມີຄວາມຮັບປະກັນແນວນັ້ນແນວນີ້ເຂົາກາບໍ່ເວົ້າຍ້າຍກາຍ້າຍໄປ ປະຊາຊົນເຂົາກາບໍຮູ້ຫຍັງແລ້ວເນາະ ຄວາມປອດພຍແນວໃດໆ ເຂົາກາບໍ່ຊ່າງຖາມ, ເງິນຊົດເຊີຍມັນຂາດໆ ເຂີນໆ ແດ່ແລ້ວຄ້າງຄາຫຼາຍແນວມັນຊັກຊ້າ”
ຊາວລາວອີກຜູ້ນຶ່ງ ໃນເມືອງສນາມໄຊແຂວງອັດຕະປື ຊຶ່ງເຄີຍປະເຊີນກັບເຫດການທີ່ຮ້າຍແຮງ ທີ່ສຸດຈາກເຫດການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກໃນປີ 2018 ກໍກ່າວວ່າເຖີງຈະຜ່ານ ເຫດການເຂື່ອນແຕກມາແລ້ວ 3 ປີ ແຕ່ຊາວບ້ານທີ່ໄດ້ຮັບຜົລກະທົບ ໃນຄັ້ງນັ້ນກໍບໍ່ເຄີຍລືມແລະຍັງເປັນກັງວົນ ເຣື່ອງຄວາມປອດພັຍຂອງເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຕລອດເວລາເຖີງແມ່ນວ່າ ທາງການລາວ ແລະບໍຣິສັດຜູ້ພັທນາໂຄງການຈະຮັບປະກັນ ເຣື່ອງຄວາມປອດພັຍຂອງເຂື່ອນກໍຕາມ.
ຜ່ານມາຊາວບ້ານ ໃນເມືອງສນາມໄຊກໍເຄີຍສເນີ ຢາກໄປເບິ່ງເຂື່ອນ ເຊປຽນ-ເຊນໍ້ານ້ອຍ ພາຍຫຼັງທີ່ໄດ້ຮັບການກໍ່ສ້າງຄືນໃໝ່ ແຕ່ທາງການລາວກໍປະຕິເສດ ຂໍ້ສເນີດັ່ງກ່າວເພາະອ້າງວ່າ ຈະເຮັດໃຫ້ຊາວບ້ານຄິດເຫັນພາບເຫດການ ໃນຄັ້ງນັ້ນແຕ່ນັ້ນຫຍີ່ງເຮັດໃຫ້ຊາວບ້ານ ບໍ່ມີຄວາມເຊື່ອໝັ້ນ ແລະກັງວົນໃຈຕລອດເວລາວ່າຈະເກີດເຫດການຊໍ້າຮອຍ ຂຶ້ນອີກຄັ້ງ.
ດັ່ງຊາວບ້ານຜູ້ນຶ່ງໃນເມືອງສນາມໄຊ ແຂວງອັດຕະປືກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 21 ມົກກະຣານີ້ວ່າ:
“ເອີເຂົາກັງວົນຄືເກົ່າຫັ້ນແລ້ວ ລູກເອີຍຊິເປັນຫ່ວງກັບເຂື່ອນເຊປຽນຫັ້ນ ດຽວນີ້ເພິ່ນບໍ່ໃຫ້ເຮົາໄປເບິ່ງຢ້ານເຮົາຄິດເຫັນຕລອດນ່າ ກາຢາກໃຫ້ເຂົາ (ປະຊາຊົນ) ໄປເບິ່ງຫັ້ນແລ້ວ.”
ຂະນະທີ່ນັກວິຊາການດ້ານພລັງງານໄຟຟ້າກໍເຫັນວ່າເປັນເຣື່ອງທີ່ດີຫຼາຍທີ່ກະຊວງພັລງ ງານແລະບໍ່ແຮ່ຈະອອກກົດໝາຽວ່າດ້ວຍຄວາມປອດພັຍເຂື່ອນເພື່ອກຳນົດມາຕຖານແລະ ຂອບເຂດໜ້າທີ່ໃນການກຳກັບດູແລໂຄງການໃຫ້ມີຄວາມຈະແຈ້ງແລະສະດວກໃນການລົງ ຕິດຕາມກວດກາບັນດາໂຄງການເຂື່ອນຕ່າງ ໆ .
ທີ່ສຳຄັນເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ກໍຄວນຈະມີໜ້າທີ່ຕິດຕາມກວດກາ ບັນດາເຂື່ອນໄຟຟ້າທີ່ຢູ່ພາຍໃນພື້ນທີ່ຂອງຕົນແທນ ທີ່ຈະໃຫ້ແຕ່ຂັ້ນສູນກາງ ແລະຂັ້ນແຂວງເປັນຜູ້ຕິດຕາມກວດກາ ພຽງໜ່ວຽງານດຽວເພື່ອຮ່ວມກັນປະເມີນມາຕຖານ, ເທັກນິກ ແລະ ຄວາມສ່ຽງຈາກພັຍທັມ ມະຊາດຕາມລະບຽບຂອງກົດໝາຽ.
ດັ່ງເຈົ້າໜ້າທີ່ວິຊາການເຂື່ອນໄຟຟ້າ ແຂວງຈຳປາສັກ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ມົກກະຣາ ນີ້ວ່າ:
“ແທ້ຈິງກາວຽກຄຸ້ມຄອງພລັງງານກາບ່ອນໃດມີທີ່ຕັ້ງຫັ້ນນ່າກາຕ້ອງຕິດຕາມເຮົາຕ້ອງໄດ້ເຂົ້າເຖິງພາລະບົດບາດໜ້າທີ່ຫັ້ນນ່າເຮົາບໍ່ຮູ້ວ່າການປ່ຽນແປງຂອງດິນຟ້າອາກາດເຮົາກາຕ້ອງໄດ້ເວົ້າຕາມລະບຽບການຕາມເຕັກນຶກຫັ້ນແຫຼະ.”
ສ່ວນນັກວິຊາການ ດ້ານສິ່ງແວດລ້ອມທ່ານນຶ່ງກ່າວວ່າ ຕາມຫຼັກການສາກົລຫາກເປັນໂຄງ ການເຂື່ອນໄຟຟ້າບໍ່ວ່າ ຈະເປັນເຂື່ອນຂນາດໃດກໍຕາມກໍຄວນຈະມີ ບໍຣິສັດທີ່ປຶກສາທັງເຣື່ອງ ການປະເມີນຜົລກະທົບສິ່ງແວດລ້ອມແລະສັງຄົມ, ຣາຍງານຄວາມປອດພັຍ ຂອງເຂື່ອນແລະຣາຍງານກວດສອບ ທາງເທັກນິກຈື່ງຈະສາມາດດຳເນີນການກໍ່ສ້າງໄດ້, ແຕ່ໄລຍະຜ່ານມາ ທາງລາວບໍ່ໄດ້ປະຕິບັດເຊັ່ນນັ້ນ ເຮັດໃຫ້ເຂື່ອນໄຟຟ້າຈຳນວນຫຼາຍແຫ່ງ ໃນປະເທດມີຄວາມສ່ຽງສູງທີ່ຈະເກີດຄວາມຮຸນແຮງ ໂດຍສະເພາະຈາກພັຍທັມມະຊາດ ທີ່ບໍ່ສາມາດຄາດ ການໄດ້.
ດັ່ງນັກວິຊາການດ້ານສິ່ງແວດລ້ອມ ແລະສັງຄົມຈາກ ມຫາວິທຍາລັຍແຫ່ງຊາຕລາວ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 21 ມົກກະຣາ ນີ້ວ່າ:
“ທັມມະດາເຈົ້າຕ້ອງມີບໍຣິສັດທີ່ປຶກສາແມ້ບໍ່ຊັ້ນລະບໍ່ໃຫ້ເຮັດເລີຍໄດ໋ໂຕນີ້ນ່າໃຜຊິຢັ້ງຢືນໃຫ້ ເຈົ້າແມ່ນເບາະບໍ່ມີຜູ້ຢັ້ງຢືນທາງດ້ານເຕັກນິກບໍ່ໄດ້ເຮັດແລ້ວລະມີແຕ່ວ່າຢາກສເນີກວດໂລດມັນບໍ່ໄດ້ມັນໃຫ້ຄຳຕອບບໍ່ໄດ້ໃດ໋ພັຍທັມມະຊາຕນ່າ”
ໄລຍະຜ່ານມາ ບັນດາກົດໝາຽແລະນິຕິກັມ ທີ່ຄຸ້ມຄອງຄວາມປອດພັຍ ຂອງເຂື່ອນໄຟຟ້າຢູ່ປະ ເທດຍັງມີໜ້ອຍແລະບໍ່ທັນເໝາະສົມ ກັບສະພາບການຂອງໂລກປັດຈຸບັນ ທີ່ມີພັຍທັມມະຊາຕ ເກີດຂຶ້ນຫຼາຍແລະຮ້າຍແຮງຂຶ້ນ ນັບມື້ອີກທັງນີຕິກັມ ກໍຍັງມີລັກສະນະການສົ່ງເສີມ ການລົງທຶນຫຼາຍແຕ່ບໍ່ທັນກ່າວເຖິງ ເຣື່ອງຄວາມປອດພັຍຫຼາຍ, ການຈັດຕັ້ງປະຕິບັດ ແລະການບັງຄັບໃຊ້ກົດໝາຽ ຫຼືນິຕິກັມຍັງບໍ່ທັນແຂງແຮງ, ການແບ່ງຂັ້ນຄຸ້ມຄອງ ແລະຄວາມຮັບຜິດ ຊອບໃຫ້ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງໃນດ້ານຄວາມປອດພັຍຂອງເຂື່ອນ ຍັງບໍ່ທັນຈະແຈ້ງ ແລະລະອຽດ. ຄວາມຮູ້ຄວາມສາມາດ ແລະເອົາໃຈໃສ່ຄຸ້ມຄອງເຂື່ອນໃຫ້ມີຄວາມປອດພັຍ ຂອງຂແນງການພລັງງານ ແລະບໍ່ແຮ່ແລະທ້ອງຖິ່ນ ຍັງບໍ່ທັນເຮັດໄດ້ດີແລະມີປະສິດຕິພາບ.
ປັດຈຸບັນປະເທດລາວ ມີເຂື່ອນໄຟຟ້າແລ້ວຈຳນວນ 88 ແຫ່ງ ມີກຳລັງການຜລິດໄຟຟ້າແລ້ວ 9,972 ເມກາວັຕ ຊຶ່ງຕາມແຜນຈະສ້າງເຂື່ອນໄຟຟ້າ ໃຫ້ໄດ້ 100 ແຫ່ງ ນອກຈາກ ຍັງມີແຫຼ່ງພລັງງານລົມ, ແສງຕາເວັນ ແລະ ຖ່ານຫີນອີກຈຳນວນນຶ່ງ ເພື່ອເປົ້າໝາຽໃຫ້ມີກຳ ລັງການຜລິດ 28,000 ເມກາວັຕໃນປີ 2030. ແຕ່ໄລຍະຜ່ານມາປະເທດລາວ ແມ່ນໄປປະເຊີນກັບເຫດການເຂື່ອນໄຟຟ້າແຕກມາແລ້ວຈຳນວນ 4 ຄັ້ງຊຶ່ງເຫດການທັງໝົດເກີດຈາກ ການກໍ່ສ້າງທີ່ບໍ່ໄດ້ມາຕຖານດັ່ງນີ້.
ຄັ້ງທີ 1 ໃນວັນທີ 16 ທັນວາປີ 2016 ເກີດເຫດອຸໂມງສົ່ງນໍ້າແຮງດັນສູງຂອງເຂື່ອນໄຟຟ້າເຊກະໝານ 3 ແຕກທີ່ມີບໍຣິສັດວຽດນາມ ເປັນຜູ້ພັທນາເຮັດໃຫ້ປະລິມານນໍ້າມະຫາ ສານໄຫຼຖ້ວມບ້ານເຮືອນປະຊາຊົນຢູ່ເມືອງ ດາກຈຶງ ແຂວງເຊກອງ ຊຶ່ງປັດຈຸບັນກໍຍັງຢູ່ໃນ ລະຫວ່າງການສ້ອມແປງ ບໍ່ທັນສຳເຣັດເທື່ອ.
ຄັ້ງທີ 2 ໃນມື້ວັນທີ 11 ກັນຍາ ປີ 2017 ເຂື່ອນນໍ້າອ້າວແຕກໃນເມືອງຜາໄຊ ແຂວງຊຽງຂວາງຊຶ່ງເປັນເຂື່ອນທີ່ກຳລັງກໍ່ສ້າງ ເຮັດໃຫ້ປະຊາຊົນຈຳນວນ 8 ບ້ານຢູ່ເມືອງທ່າໂທມ ແຂວງໄຊສົມບູນຖືກນໍ້າຖ້ວມເສັຽຫາຍຢ່າງໜັກ.
ຄັ້ງທີ 3 ໃນມື້ວັນທີ 23 ກໍຣະກະດາ ປີ 2018 ເກີດເຫດສັນເຂື່ອນ D ຂອງເຂື່ອນເຊປຽນ ເຊນໍ້ານ້ອຍແຕກສົ່ງຜົລໃຫ້ປະລິມານນໍ້າມະຫາສານໄຫຼຖ້ວມ 19 ບ້ານຢູ່ເມືອງສນາມໄຊ ແຂວງອັດຕະປຶ ແລະ ເຮັດໃຫ້ມີຜູ້ເສັຽຊີວິດຈຳນວນ 71 ຄົນ ແລະ ເປັນເຫດການເຂື່ອນແຕກທີ່ຮ້າຍແຮງທີ່ສຸດໃນປະເທດລາວ.
ແລະຄັ້ງທີ 4 ໃນວັນທີ 4 ສິງຫາປີ 2019 ເຂື່ອນແກ້ງຄວັນແຕກຢູ່ເມືອງແປກ ແຂວງຊຽງຂວາງຍ້ອນຝົນຕົກໜັກ ເຮັດໃຫ້ເຂື່ອນຮັບປະລິມານ ນໍ້າບໍ່ໄຫວຈົນເຂື່ອນຍຸບ ແລະແຕກໃນທີ່ສຸດຈົນເກີດນໍ້າຖ້ວມຈຳນວນ 3 ບ້ານຈົນເກີດຄວາມເສັຽຫາຍຢ່າງໜັກ.
ສຳລັບຮ່າງກົດໝາຽ ວ່າດ້ວຍຄວາມປອດພັຍຂອງເຂື່ອນ ຈະປະກອບມີ 13 ພາກ 92 ມາຕຣາ ແມ່ນນຶ່ງໃນກົດໝາຽ ທີ່ນອນຢູ່ໃນແຜນການສ້າງຂອງຣັຖບານລາວ ແຕ່ປີ 2021-2025 ພ້ອມດຽວກັນສະພາແຫ່ງຊາຕຈະໄດ້ຮັບຮອງເອົາຮ່າງກົດໝາຽນີ້ ຜ່ານໃນກອງປະ ຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ໃນເດືອນມິຖຸນາປີ 2022 ນີ້.
ນອກຈາກນີ້ໃນປີ 2021 ຜ່ານມາກະຊວງພລັງງານ ແລະບໍ່ແຮ່ ຍັງໄດ້ປັບປຸງພາລະບົດບາດ ຂອງກະຊວງພລັງງານ ແລະບໍ່ແຮ່ຄືນໃໝ່ ຊຶ່ງຈະໄດ້ສ້າງຕັ້ງກົມຄຸ້ມຄອງ ຄວາມປອດພັຍຂອງອຸດສາຫະກັມພລັງງານ ເພື່ອຮັບປະກັນໃຫ້ການກໍ່ສ້າງ ແລະດຳເນີນງານບັນດາ ເຂື່ອນແຕ່ລະປະເພດ ໃຫ້ມີຄວາມປອດພັຍທີ່ສຸດ.