ບໍຣິສັດຈ່າຍຄ່າຊົດເຊີຍ ກໍຣະນີ ດິນເຈື່ອນ

ຄອບຄົວ ຄົນງານ ທີ່ ເສັຍຊີວິດ ຈາກເຫດການ ດິນເຈື່ອນທັບ ຍ້ອນ ໂຄງການ ວາງທໍ່ນໍ້າ ໄປຫາ ເຂື່ອນ ເຊກະຕາມ 1 ໄດ້ຮັບຄ່າ ຊົດເຊີຍແລ້ວ.

ເຫດດິນເຈື່ອນ ຂອງໂຄງການ ວາງທໍ່ນໍ້າໄປຫາ ເຂື່ອນເຊກະຕາມ 1 ເມືອງປາກຊ່ອງ ແຂວງຈໍາປາສັກ ເມື່ອວັນທີ 28 ກຸມພາ 2019 ຮູບພາບຈາກ: ນັກຂ່າວພົລເມືອງ

ຄອບຄົວຄົນງານລາວ 3 ຄົນ, ທີ່ເສັຍຊີວິດຈາກເຫດດິນເຈື່ອນທັບ ໃນຂນະທີ່ເຮັດວຽກ ຢູ່ໂຄງການວາງທໍ່ນໍ້າໄປຫາເຂື່ອນເຊກະຕາມ 1 ເມືອງປາກຊ່ອງ ແຂວງຈໍາປາສັກ ເມື່ອວັນທີ 28 ກຸມພາ ຜ່ານມານັ້ນ ຫາກໍໄດ້ຮັບຄ່າຊົດເຊີຍ ແລະຄ່າຈັດພິທີ ຊາປະນະກິດສົບ ຈາກ ທາງບໍຣິສັດ ເອສວີ ກຣຸບ, ທີ່ເປັນເຈົ້າຂອງໂຄງການ ວາງທໍ່ດັ່ງກ່າວ ອັນມີ ທ່ານ ໄຊສົງຄາມ ວໍລະຈິດ ເປັນປະທານ, ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຊຶ່ງເປັນຜູ້ຕາງໜ້າ ຂອງຄົນງານຜູ້ນຶ່ງ ໃນຈໍານວນ ຄົນງານທີ່ໄດ້ເສັຍຊີວິດ ຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 8 ມິນາ ນີ້:

"ກະບໍຣິສັດເຂົາຮັບຜິດຊອບໝົດດອກອັນນັ້ນ, ບໍຣິສັດກະມັນຄົນຮັກແພງເຂົາເອງນະ, ກະຫັ້ນແຫລະມາຈັດງານຈັດຫຍັງໝົດຢູ່ໃນຫັ້ນ, ບໍຣິສັດເຂົາຮັບຜິດຊອບໝົດ ທັງຄ່າຕ່າງໆອີ່ຫຍັງຫັ້ນນະ."

ເວົ້າເຖິງເຣຶ່ອງຄ່າຊົດເຊີຍທີ່ວ່ານັ້ນ, ທ່ານກ່າວວ່າ ບໍ່ຮູ້ຣາຍລະອຽດວ່າທາງບໍຣິສັດ, ໃຫ້ຄ່າຊົດເຊີຍແກ່ຄອບຄົວຄົນງານທີ່ເສັຍຊີວິດ ຈໍານວນ ເທົ່າໃດແທ້, ເນື່ອງຈາກວ່າທາງບໍຣິສັດ ມອບເງິນໃຫ້ແກ່ຄອບຄົວ ຂອງຜູ້ເສັຍຊີວິດໂດຍກົງ ບໍ່ໄດ້ຜ່ານເຈົ້າໜ້າທີ່ ທ້ອງຖິ່ນ. ແຕ່ເຖິງຢ່າງໃດ ທ່ານກໍເຊື່ອວ່າ ໜ້າຈະໄດ້ຫລາຍພໍສົມຄວນ ຍ້ອນຄົນງານທີ່ເຮັດວຽກນໍາ ບໍຣິສັດນີ້ ປົກກະຕິໄດ້ເງິນດືອນ ຫລາຍຢູ່ແລ້ວ ແລະອີກທັງຍັງໄດ້ ສະຫວັດດິການດີນໍາດ້ວຍ.

ກ່ຽວກັບເຣຶ່ອງນີ້ ວິທຍຸເອເຊັຍເສຣີ ພຍາຍາມຕິດຕໍ່ໄປຫາຄອບຄົວ ຂອງຄົນງານທີ່ເສັຍຊີວິດນັ້ນອີກ 2 ຄົນ ແລະທັງຄົນງານ ທີ່ໄດ້ຮັບ ບາດເຈັບ ຈາກເຫດດິນເຈື່ອນ ອີກຄົນນຶ່ງ ແຕ່ຍັງບໍ່ສາມາດຕິດຕໍ່ໄດ້.

ຄົນງານ 3 ຄົນ ທີ່ເສັຍຊີວິດ ຍ້ອນເຫດດິນເຈື່ອນທັບນັ້ນ ຄືທ້າວ ຮັງ ອາຍຸ 41 ປີ ອາຊີບກັມມະກອນ, ຄົນບ້ານໂພນດົກ ເມືອງຈໍາພອນ ແລະທ້າວ ໂກ້ ອາຍຸ 32 ປີ, ອາຊີບຊ່າງກົນຈັກ, ຄົນບ້ານສີບຸນເຮືອງ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ແລະ ທ້າວ ກ້ອຍ ອາ ຍຸ 35 ປີ ອາຊີບຊ່າງຈອດ, ຄົນບ້ານນາທົ່ງ ເມືອງລະຄອນເພັງ ແຂວງສາລະວັນ. ສ່ວນຄົນງານທີ່ໄດ້ຮັບບາດເຈັບຄື, ທ້າວ ກັນຍາ ອາຍຸ 49 ປີ, ອາຊີບຂັບຣົດ, ຄົນບ້ານ  ໜອງນໍ້າຈັນ ເມືອງຈໍາພອນ ແຂວງສະຫວັນນະເຂດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org