ການຂຸດຄໍາຢູ່ ມ.ຄໍາເກີດ ກະທົບ ຊາວບ້ານ

ຊາວບ້ານ 196 ຄອບຄົວ ທີ່ ຢູ່ລຸ່ມເຂດ ຂຸດຄົ້ນບໍ່ຄໍາ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ຮັບຜົລກະທົບ ໜັກ.

ການຂຸດຄົ້ນບໍ່ຄໍາ ຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃນປະຈຸບັນ ຮູບພາບຈາກ: ນັກຂ່າວພົລເມືອງ

ຊາວບ້ານວັງກອກ 196 ຄອບຄົວ, ທີ່ອາສັຍຢູ່ລຸ່ມເຂດຂຸດຄົ້ນບໍ່ຄໍາ, ຂອງກຸ່ມບໍຣິສັດພອນສັກ ທີ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ພາກັນ ກັງວົນນໍາເຣຶ່ອງ ຜົລກະທົບຕໍ່ສຸຂພາບ ຂອງພວກເຂົາເຈົ້າ, ຍ້ອນທາງບໍຣິສັດນີ້ປ່ອຍນໍ້າເສັຍ, ນໍ້າປົນເປື້ອນສານເຄມີ ທີ່ເປັນພິດລົງສູ່ຫ້ວຍ, ໂດຍທີ່ທາງບໍຣິສັດບໍ່ໄດ້ເອົາໃຈໃສ່ດູແລ, ຕາມຄໍາເວົ້າຂອງຊາວບ້ານວັງກອກທ່ານນຶ່ງ, ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ມິນາ ນີ້:

"ມີຢູ່ ຊຶມລົງແບບເຂົາປ່ອຍຢູ່ອ່າງນໍ້າເສັຍປ່ອຍອອກ, ມາມັນເລີຍຊຶມອອກມາ, ກໍບໍ່ໄດ້ປູກຜັກປູກຫຍັງດອກ, ມັນບໍ່ມີບ່ອນທີ່ເໝາະສົມ, ແຕ່ບ້ານນັ້ນກໍເຮົາສິບໍ່, ບໍ່ໄດ້ກິນ, ໄປຫາບ່ອນກິນບໍ່ຢາກໄດ້ ມັນຂິວ, ບໍ່ໄດ້ລົງນໍ້າຈັກເທື່ອ ບໍ່ໄດ້ອາບ ບໍ່ໄດ້ລົງເລີຍໜະ."

ທ່ານເວົ້າວ່າ ນັບຕັ້ງແຕ່ກຸ່ມບໍຣິສັດພອນສັກເຂົ້າມາຂຸດຄົ້ນບໍ່ຄໍາ ຫຼາຍປີມານີ້, ຊາວບ້ານບໍ່ສາມາດ ອາບ ແລະດູດເອົານໍ້າໃນຫ້ວຍມາໃຊ້ໄດ້, ບໍ່ໄດ້ຫາປາມາກິນ, ຍ້ອນຢ້ານສານພິດເຄມີ ທີ່ໄຫລ ຊຶມລົງຫ້ວຍນັ້ນທໍາລາຍສຸຂພາບ.

ທີ່ຜ່ານມາທາງບໍຣິສັດນີ້ກໍໄດ້ເອົານໍ້າໃນຫ້ວຍ, ແລະດິນທ່າໃນເຂດບ້ານໄປວິຈັຍ, ວ່າມີສານພິດເຄມີເຈືອປົນຢູ່ໜ້ອຍຫຼາຍປານໃດ, ຈະມີ ຜົລກະທົບຕໍ່ສຸຂພາບຂອງຊາວບ້ານຫລືບໍ່. ແຕ່ຈົນມາ ເຖິງປັດຈຸບັນ, ທາງບໍຣິສັດກໍບໍ່ໄດ້ແຈ້ງຜົລ ຂອງການວິໃຈນັ້ນ ໃຫ້ຊາວບ້ານຮູ້ນໍາ.

ເຈົ້າໜ້າທີ່ຜແນກສາທາລະນະສຸຂ ແຂວງບໍລິຄໍາໄຊ ເວົ້າວ່າ, ຣະຍະຜ່ານມາ ແພດ, ໝໍ, ຍັງບໍ່ໄດ້ໄປກວດກາສຸຂພາບ ຂອງປະຊາຊົນ ທີ່ ຢູ່ລຸ່ມເຂດຂຸດຄົ້ນ ບໍ່ຄໍານັ້ນເທື່ອ ຍ້ອນຊາວບ້ານບໍ່ໄດ້ສເນີ ບັນຫາຂຶ້ນມາ:

"ບໍ່ ! ບໍ່ໄດ້ໄປເທື່ອ ຄືວ່າບໍ່ເຄີຍເຫັນ, ບໍ່ໄດ້ໄປຈັກເທື່ອ, ວ່າໄປກວດສຸຂພາບນອກ ສະຖານທີ່ ຜູ້ໃຫຍ່ລະວ່າເປັນຫຍັງລະ ເຂົ້າມາຫ້ອງການ ຢູ່ໂຮງໝໍນ້ອຍເລີຍ ເພາະວ່າພວກເຮົາບໍ່ໄດ້ ລົງກວດຢູ່ ນອກສະຖານທີ່."

ໂຄງການຂຸດຄົ້ນບໍ່ຄໍາແຫ່ງນີ້ ມີເນື້ອທີ່ສໍາປະທານທັງໝົດ 1,800 ກິໂລແມັດມົນທົນ, ໃນນັ້ນມີເນື້ອທີ່ຂຸດຄົ້ນ 53 ກິໂລແມັດມົນທົນ. ເມື່ອ ທ້າຍປີ 2017 ຣັຖບາລ ສປປລາວ ຕໍ່ອາຍຸສໍາປະທານ ໃຫ້ກຸ່ມບໍຣິສັດ ພອນສັກອີກ 7 ປີ, ຍ້ອນທາງບໍຣິສັດຄາດວ່າ ໃນພື້ນທີ່ບໍ່ຄໍາ ຫລັກ 20 ນັ້ນອາດມີຄໍາເຫລືອຢູ່.

ເມື່ອວັນທີ 27 ກຸມພາ ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ສປປລາວ ໄດ້ຊີ້ນໍາ ແລະຢໍ້າໃຫ້ທາງກຸ່ມ ບໍຣິສັດ ພອນສັກ ເອົາໃຈໃສ່ຄໍາເຫັນ ຂອງປະຊາຊົນເປັນສໍາຄັນ, ກໍາກັບ ເຣຶ່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຄວາມປອດພັຍ ຂອງສັງຄົມ, ບໍ່ໃຫ້ປະຊາຊົນໃນພື້ນທີ່ນັ້ນ ໄດ້ຮັບຜົລກະທົບ.

ກ່ຽວກັບບັນຫາດັ່ງກ່າວ ວິທຍຸເອເຊັPເສຣີ ໄດ້ຕິດຕໍ່ໄປຍັງກຸ່ມບໍຣິສັດພອນສັກ, ໄດ້ຮັບຄໍາຕອບວ່າ ບໍ່ຮູ້ບັນຫານັ້ນ ແລະຂໍເວົ້າກັບຜແນກ ກ່ຽວຂ້ອງກ່ອນ ແລະເວົ້າວ່າ ຈະໂທກັບມາຫາ, ແຕ່ບໍ່ໄດ້ ບອກວ່າ ຈະໂທກັບມາເມື່ອໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org