ຂ່າວຄືບໜ້າຂີ້ເຫຍື້ອເຄື່ອງໃຊ້ ໄຟຟ້າ

ຄວາມຄືບໜ້າ ກ່ຽວກັບ ໂຮງງານ ລະລາຍ ຂີ້ເຫຍື້ອ ຊິ້ນສ່ວນ ເຄື່ອງ ເອເລັກໂທຣນິກ ຢູ່ເຂດ ເສຖກິຈ ພິເສດ ບ້ານໂນນທອງ ທີ່ ປ່ອຍນໍ້າເສັຽ ລົງໃສ່ ທົ່ງນາ ຂອງ ປະຊາຊົນ.

ຣົດບັນທຸກ ກໍາລັງຂົນສົ່ງ ຕູ້ຄອນເທນເນີ ທີ່ບັນຈຸສິ່ງເສດເຫລືອ ເຄື່ອງໃຊ້ໄຟຟ້າ ຫລື ຂີ້ເຫຍື້ອ ເອເລັກໂທຼນິກ ຂອງບໍຣິສັດ Hokeng Metal Processing ຂອງຈີນ ຢູ່ສາງ ທ່ານາແລ້ງ ໃນວັນທີ 28 ມີນາ. RFA/ST

ໃນ ກໍຣະນີ ເຈົ້າຂອງ ໂຮງງານ ຂີ້ເຫຍື້ອ ເສດເຫຼືອ ເຄື່ອງ ເອເລັກໂທຣນິກ ທີ່ ເປັນຂອງ ບໍຣິສັດ Hokeng Metal Processing ຂອງຈີນ ຢູ່ນິຄົມ ອຸດສາຫະກັມ ເຂດ ເສຖກິຈ ພິເສດ ບ້ານໂນນທອງ ເມືອງ ໄຊທານີ ນະຄອນຫຼວງ ວຽງຈັນ ໄດ້ ປ່ອຍນໍ້າເສັຽ ທີ່ ປົນເປື້ນ ສາຣພິດ ລົງໃສ່ ທົ່ງນາ ທີ່ ຢູ່ໃກ້ຄຽງ.

ຄວາມຄືບຫຼ້າສຸດ ໃນວັນທີ 28 ມິນາ ທີ່ ຜ່ານມາ ກໍຄື ກົມພາສີ ກະຊວງ ການເງິນ ໄດ້ ກັກສິນຄ້າ ທີ່ ເປັນວັດຖຸ ເສດເຫຼືອ ເຄື່ອງ ເອເລັກໂທຣນິກ ທີ່ບັນຈຸຢູ່ໃນ ຄອນເທນເນີ 58 ຕູ້ ທີ່ເປັນຂອງ ບໍຣິສັດ Hokeng Metal Processing ຢູ່ ສາງສິນຄ້າ ທະນາແລ້ງ ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ແລະ ບໍ່ອະນຸຍາດ ໃຫ້ ເອົາສິນຄ້າ ອອກຈາກສາງ.

ວັດຖຸ ເສດເຫຼືອ ເຄື່ອງ ເອເລັກໂທຣນິກ ດັ່ງກ່າວ ມີທັງ ໝໍ້ໄຟເກົ່າ, ແຜງວົງຈອນ ຄອມພິວເຕີ, ໂທຣະທັດ ແລະ ອື່ນໆ ທີ່ເປັນສິ່ງ ເສດເຫລືອ ຈາກ ເຄື່ອງໃຊ້ ໄຟຟ້າ ຫລື ເອີ້ນກັນວ່າ ຂີ້ເຫຍື້ອ ເອເລັກໂທຣນິກ ຊຶ່ງ ນໍາມາຈາກ ຮົງກົງ. ເຈົ້າໜ້າທີ່ ທີ່ເຮັດວຽກ ໃກ້ຊິດ ກັບ ບໍຣິສັດ Hokeng Metal Processing ໄດ້ກ່າວຕໍ່ ເອເຊັຽເສຣີ ວັນທີ 4 ເມສາ ວ່າ ກົມພາສີ ໃຫ້ເຫດຜົນ ໃນການ ສັ່ງກັກ ສິນຄ້າ ມີຄື:

1.ໃບນໍາສົ່ງສິນຄ້າ ບໍ່ໄດ້ ຣະບຸຊນິດ ຂອງສິນຄ້າ

2.ບໍ່ໄດ້ປະຕິບັດ ຕາມສັນຍາ ບາແຊວ ແລະ ຣະບຽບການ ທີ່ ກ່ຽວຂ້ອງ ຕັ້ງໃຈຫລົບຫລີກ ການກວດສອບ ຂອງ ເຈົ້າໜ້າທີ່.

3.ບໍ່ມີການແຈ້ງ ຣາຍລະອຽດ ແລະ ເຈດຈໍານົງ ໃນການນໍາເຂົ້າ ສິນຄ້າ ທີ່ ເປັນສິ່ງເສດເຫລືອ ທີ່ ເປັນ ອັນຕະລາຍ.

4.ບໍ່ມີການແຈ້ງຂໍ້ມູນ ກ່ອນລ່ວງໜ້າ ຂອງ ປະເທດ ທີ່ສົ່ງອອກ ແລະ ບໍ່ມີການ ຕອບຮັບ ຈາກປະເທດ ນໍາເຂົ້າ ຄື ປະເທດລາວ.

ເຈົ້າໜ້າທີ່ ກ່າວ ຕື່ມອີກວ່າ: ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ຣັຖມົນຕຣີ ຜູ້ຊີ້ນໍາ ວຽກງານ ເສຖກິຈ ແລະ ຈໍຣະຈອນ ໄດ້ເຊີນເອົາ ພາກສ່ວນ ກ່ຽວຂ້ອງ ມາປະຊຸມກັນ ເພື່ອ ແກ້ໄຂບັນຫາ ດັ່ງກ່າວ ແລະ ຄາດວ່າ ຈະມີປະຊຸມ ກັນຂຶ້ນ ໃນທ້າຍ ເດືອນ ເມສາ ນີ້.

ອີງຕາມ ຂໍ້ມູນ ຈາກ ໜ່ວຍງານ ຂອງ ກະຊວງ ຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຮູ້ວ່າ ທີ່ຜ່ານມາ ເຄີຍມາກວດ ປະຣິມານ ສາຣປົນເປື້ອນ ໃນນໍ້າເສັຽ ຈາກ ໂຮງງານ ດັ່ງກ່າວ ແລະ ຜົນປະກົດ ວ່າ ສາຣປົນເປື້ອນ ຢູ່ໃນນໍ້າເສັຽ ແມ່ນ ປະເມີນໄດ້ 3.4, ຊຶ່ງຖືວ່າ ໃນ ຂີດ ອັນຕະລາຍ ສູງ ເພາະຕາມ ປົກກະຕິ ສານປົນເປື້ອນ ຈະຕ້ອງ ບໍ່ໃຫ້ເກີນ 0.2 ຈຶ່ງຖືວ່າ ຢູ່ໃນຂີດ ປອດພັຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org