ທາງການລາວ ເດີນໜ້າພັທນາ ໂຄງການເຂື່ອນໄຟຟ້າ ພູງອຍ

ທາງການລາວ ເດີນໜ້າພັທນາໂຄງການ ເຂື່ອນໄຟຟ້າ ພູງອຍ ໃນແຂວງຈຳປາສັກ ຊຶ່ງເປັນເຂື່ອນຂນາດໃຫຍ່ ທີ່ຈະສ້າງໃສ່ແມ່ນໍ້າຂອງ ເພື່ອສນອງໄຟຟ້າ ໃຫ້ກັບປະເທດໄທຍ ແລະ ປັດຈຸບັນໂຄງການດັ່ງກ່າວ ຢູ່ລະຫວ່າງ ການປະກອບຄຳຄິດ-ຄຳເຫັນ ຈາກຜູ້ມີສ່ວນໄດ້ສ່ວນເສັຍ ສະບັບສຸດທ້າຍ ຄັ້ງທີ 2.

ແຜນທີ່ ສະແດງໃຫ້ເຫັນເຖິງ ທີ່ຕັ້ງໂຄງການກໍ່ສ້າງເຂື່ອນ ພູງອຍ ແຂວງຈຳປາສັກ ສປປ ລາວ ຊຶ່ງຣັຖບລານລາວ ເດີນໜ້າພັທນາໂຄງການ. RFA

ທາງການລາວ ຍັງເດີນໜ້າພັທນາໂຄງການ ເຂື່ອນໄຟຟ້າພູງອຍຂນາດ 720 ເມກາວັດ ໃນແຂວງຈຳປາສັກ ຊຶ່ງເປັນເຂື່ອນຂນາດໃຫຍ່ ທີ່ຈະສ້າງໃສ່ແມ່ນໍ້າຂອງ ເພື່ອສນອງໄຟຟ້າ ໃຫ້ກັບປະເທດໄທຍ. ປັດຈຸບັນໂຄງການດັ່ງກ່າວ ຢູ່ລະຫວ່າງການປະກອບຄຳຄິດ ຄຳເຫັນ ຈາກຜູ້ມີສ່ວນໄດ້ສ່ວນເສັຍ ສະບັບສຸດທ້າຍ ຄັ້ງທີ 2 ກ່ອນຈະສເນີ ຕໍ່ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ໄດ້ຮັບຮູ້ ແລະເຂົ້າສູ່ຂະບວນການ ປຶກສາຫາລືລ່ວງໜ້າ ຫຼື PNPCA. ເຈົ້າໜ້າທີ່ແຂວງຈຳປາສັກ ທ່ານນຶ່ງກ່າວວ່າ ການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແບບລະອຽດພົບວ່າ ໂຄງການດັ່ງກ່າວຈະມີຊາວບ້ານ ຈຳນວນ 86 ບ້ານໃນແຂວງຈຳປາສັກ ໄດ້ຮັບຜົລກະທົບຊຶ່ງຖືວ່າ ຜົລກະທົບໜັກ ແລະຮຸນແຮງຫຼາຍ.

ດັ່ງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 23 ພຶສພາ ນີ້ວ່າ:

ເພິ່ນຜ່ານບົດສຶກສາ ຂັ້ນຕົ້ນ ໂອ້ຍບໍ່ທັນໄດ້ກໍ່ສ້າງ່າຍດອກຍັງໆ ຫຼາຍແນວຢູ່ຜົລການສຶກສາຫັ້ນນ່າ ມັນເບື້ອງຕົ້ນກາເວົ້າເຣື່ອງພື້ນທີ່ ຖືກຜົລກະທົບ ຜົລປໂຍດທີ່ຈະໄດ້ຮັບຫັ້ນ ມັນຊິຫຼາຍປານໃດ.

ສຳລັບຊາວບ້ານ ຈຳນວນ 86 ບ້ານທີ່ຈະໄດ້ຜົລກະທົບ ຈະແຍກເປັນ 2 ກຸ່ມຄື ເຂດພື້ນທີ່ກໍ່ສ້າງ ແລະເຂດເທີງເຂື່ອນດັ່ງນີ້. ເຂດພື້ນທີ່ກໍ່ສ້າງມີ 5 ບ້ານ ລວມມີ 709 ຄອບຄົວ ປະຊາກອນປະມານ 4,000 ປາຍຄົນທີ່ຈະຖືກຍັບຍ້າຍ ຈາກບ່ອນເກົ່າ ເນື່ອງຈາກລະດັບນໍ້າ ໃນແມ່ນໍ້າຂອງສູງຂຶ້ນ ແລະເປັນພື້ນທີ່ ທີ່ຈະຖືກນໍ້າຖ້ວມ ຊຶ່ງຢູ່ໃນເມືອງປະທຸມພອນ 3 ບ້ານຄື ບ້ານຜັກແຜວ, ບ້ານໝໍ້ພຸ, ບ້ານເວີນ ແລະ ເມືອງຈຳປາສັກ 2 ບ້ານຄື ບ້ານຂອນແກ່ນ ແລະ ບ້ານຫົວປາຄໍ່. ສ່ວນເຂດພື້ນທີ່ເທິງ ເຂື່ອນມີ 81 ບ້ານ ລວມມີ 550 ຄອບຄົວ, ປະຊາກອນ 3,600 ປາຍຄົນ ທີອາດຈະໄດ້ຮັບຜົລກະທົບ ຈາກລະດັບນໍ້າເພີ່ມສູງຂຶ້ນ ແຕ່ບໍ່ຖືກຍັບຍ້າຍອອກຈາກພື້ນທີ່ ໃນນັ້ນມີປະຊາກອນ 32 ບ້ານຢູ່ເມືອງປາກເຊ, 30 ບ້ານຢູ່ເມືອງໂພນທອງ, 18 ບ້ານຢູ່ເມືອງຊະນະສົມບູນ ແລະ 1 ບ້ານຢູ່ເມືອງບາຈຽງຈະເລີນສຸກ.

ກ່ຽວກັບເຣື່ອງນີ້ ຊາວບ້ານຜູ້ນຶ່ງ ໃນເມືອງຈຳປາສັກ ແລະອາດຈະໄດ້ຮັບຜົລກະທົບ ຍັບຍ້າຍອອກຈາກພື້ທີ່ ກ່າວວ່າ ຍັງບໍ່ໄດ້ມີການລົມກັນຢ່າງຈິງຈັງເທື່ອ ກ່ຽວກັບຜົລກະທົບ ຈາກໂຄງການເຂື່ອນດັ່ງກ່າວ ຊຶ່ງຊາວບ້ານໃນພື້ນທີ່ ກໍຂ້ອນຂ້າງເປັນກັງວົນຫຼາຍ ສົມຄວນ ເພາະຢ້ານບໍ່ໄດ້ຮັບຄວາມເປັນທັມ.

ສ່ວນການສຳຣວດ ຂອງບໍຣິສັດຜູ້ລົງທຶນ ແລະທາງການລາວ ກໍແມ່ນກວມເອົາເນື້ອ ທີ່ໄປຈົນ

ໝົດປະມານ 200 ເຮັກຕ້າຣ໌ ທັງເຮືອນຢູ່ອາໄສ, ທີ່ດິນປຸກສ້າງ, ທີ່ດິນກະສິກັມ, ເຮືອນແພ, ຮ້ານອາຫານແລະອື່ນໆ ຫາກຈະພັທນາໂຄງການ ດັ່ງກ່າວ ແທ້ກໍຕ້ອງປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຢ່າງລະອຽດຮອບດ້ານ ທີ່ສຸດ.

ດັ່ງຊາວບ້ານຜູ້ນີ້ກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຄືວ່າເຂົາມາສຳຣວດ ຕອນນັ້ນ ແຖວເຮືອນແພນໍ້າເພັດ ແຖວເຮືອນຝຣັ່ງແຖວນັ້ນ ກະຊິແມ່ນຖືກໝົດຫັ້ນແຫຼະຂໍ້ມູນ ເພີ່ນເອົາມາຫຼ້າສຸດຫັ້ນນ່າ ຄັນວ່າເພິ່ນຊິຍາກແດ່ ເພາະວ່າມັນມີເຮືອນມີຊານ ມາກມາຍກາຍກອງຫຼາຍ.

ຊາວບ້ານອີກຜູ້ນຶ່ງ ໃນເມືອງຈຳປາສັກ ກ່າວວ່າການພັທນາໃດ ທີ່ຈະສົ່ງຜົລກະທົບ ຕໍ່ວິຖີຊີວິດຂອງຊາວບ້ານ ໃນພື້ນທີ່ບໍຣິສັດຜູ້ພັທນາ ໂຄງການ ແລະທາງການລາວ ຄວນຈະຂໍຄຳຄິດຄຳເຫັນ ຈາກປະຊາຊົນໃນພື້ນທີ່ກ່ອນ ເພື່ອສ້າງການຮັບຮູ້ ແລະຄວາມເຂົ້າໃຈ ກ່ຽວກັບໂຄງການພັທນາ ດັ່ງກ່າວ ແລະເພື່ອບໍ່ໃຫ້ເກີດຜົລກະທົບຂຶ້ນ ໃນໄລຍະລາວ ໂດຍສະເພາະເຣື່ອງເງິນຊົດເຊີຍ, ການຍັບຍ້າຍ, ຈັດສັນທີ່ຢູ່ ບ່ອນໃໝ່ ແລະການຟື້ນຟູຄຸນນະພາບ ຊີວິດການເປັນຢູ່ ຂອງປະຊາຊົນ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຊິເຮັດແທ້ ມັນກາຕ້ອງໄດ້ມາຖາມ ຄວາມຄິດເຫັນ ປະຊາຊົນ ກ່ຽວກັບໂຍກຍ້າຍ ການປ່ຽນໄປຢູ່ໃສ ເຮັດຫຍັງຢູ່ໃສ ຖ້າວ່າຍ້າຍໄປປ່ຽນໄປ ຊີວິດຄອບຄົວ ຂະເຈົ້າກາຊິແຍ່ລົງ.

ຊາວບ້ານອີກຜູ້ນຶ່ງ ໃນເມືອງປະທຸມພອນ ກ່າວວ່າຍັງບໍ່ເຫັນພາກສ່ວນໃດ ລົງມາແຈ້ງຂໍ້ມູນ ກ່ຽວກັບໂຄງການ ເຂື່ອນໄຟຟ້າ ພູງອຍ ເທື່ອແຕ່ກາບໍ່ເປັນກັງວົນ ກ່ຽວກັບໂຄງການດັ່ງກ່າວ ແຕ່ຢ່າງໃດເນື່ອງຈາກເຊື່ອໝັ້ນວ່າ ຫາກມີປະຊາຊົນໄດ້ຮັບຜົລກະທົບ ກໍຈະໄດ້ຮັບເງິນຊົດເຊີຍ ຢ່າງເໝາະສົມ.

ດັ່ງຊາວບ້ານຜູ້ນີ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ບໍ່ເພິ່ນກາບໍ່ໄດ້ວ່າຈັ່ງໃດຫັ້ນນ່າ ໄດ້ຍີນບ້ານເຂົາວ່າຢູ່ຄັນຖືກ ເພິ່ນກາຊິຊົດເຊີຍໃຫ້ ລະວ່າເຂົາຈ້າຍໃຫ້ ເຂົາກາຈ່າຍສູງຢູ່ຫັ້ນນ່າ ຂອງຂ້ອຍຢູ່ຄອນພະເພັງ 2 ຕື້ເດ້ 9 ເຮັກຕ້າຣ໌.”

ທາງດ້ານເຈົ້າໜ້າທີ່ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ກ່າວວ່າ ໂຄງການເຂື່ອນໄຟຟ້າພູງອຍ ຍັງຢູ່ລະຫວ່າງການປະກອບ ຄຳຄິດຄຳເຫັນ ຈາກຜູ້ມີສ່ວນໄດ້ສ່ວນເສັຍ ສະບັບສຸດທ້າຍ ຄັ້ງທີ 2 ພາຍໃຕ້ ບົດປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຊຶ່ງຄາດວ່າ ຈະເຂົ້າສູ່ຂະບວນການ ປຶກສາຫາລືລ່ວງໜ້າ ຫຼື PNPCA ຫຼັງຈາກໂຄງການ ເຂື່ອນໄຟຟ້າ ຊະນະຄາມສຳເຣັດ.

ດັ່ງເຈົ້າໜ້າທີ່ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຍັງໆ ເພາະວ່າຢູ່ຂັ້ນຕອນ EIA ຍັງໆ ບໍ່ມີກອບເວລາເທື່ອ ຍັງຊະລໍ ຂອງຊະນະຄາມຢູ່.

ນອກຈາກຜົລກະທົບ ຕໍ່ສັງຄົມແລ້ວ ໂຄງການດັ່ງກ່າວຍັງມີຜົລກະທົບ ແລະຄວາມສ່ຽງອີກຫຼາຍດ້ານ ເປັນຕົ້ນການໄຫຼຂອງນໍ້າ, ການຂຶ້ນລົງຂອງລະດັບນໍ້າ, ການເຊາະເຈື່ອນ ຂອງຕະລິ່ງ, ສັດນໍ້າຫຼາຍຊະນິດສ່ຽງສູນພັນ, ການໄຫຼຂອງຝຸ່ນຕົມຂນາດນ້ອຍ ຫຼື ຕະກອນ, ທາງເດີນເຮືອ, ທ່າງຜ່ານປາ ແລະ ຄວາມປອດພັຍຂອງເຂື່ອນ.

ໂຄງການເຂື່ອນໄຟຟ້າ ນໍ້າຂອງ ພູງອຍຂນາດ 728 ເມກາວັດ ແມ່ນບໍຣິສັດ Charoen Energy and Water Asia (CEWA) ຂອງປະເທດໄທຍ ເປັນຜູ້ພັທນາ ຮ່ວມກັບຣັຖບານລາວ ໂດຍຈະໃຫ້ບໍຣິສັດ Doosan Heavy Industries & Construction ແລະ ບໍຣິສັດ Korea Western Power ປະເທດເກົາຫຼີໃຕ້ ເປັນຜູ້ຮັບເໝົາກໍ່ສ້າງ. ໂຄງການດັ່ງກ່າວນີ້ ຈະມີມູນຄ່າກໍ່ສ້າງ ປະມານ 2,400 ລ້ານໂດລ້າຣ໌ສະຫະຣັຖ ໂຄງການຍັງບໍ່ມີຄວາມຄືບໜ້າ ເຣື່ອງສັນຍາສັມປະທານ, ສັນຍາຜູ້ຖືຮຸ້ນ ແລະ ສັນຍາຊື້-ຂາຍໄຟຟ້າ ຢ່າງເປັນທາງການເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org