ເຂດທ່ອງທ່ຽວ ຖ້ຳຕິ່ງ ກຳລັງຖືກພິຈາຣະນາ ໃຫ້ເອກກະຊົນ ສັມປະທານ
ແຂວງຫຼວງພຣະບາງ ກໍາລັງສຶກສາຄວາມເປັນໄປໄດ້ ເພື່ອສເນີໃຫ້ບໍຣິສັດເອກກະຊົນ ສັມປະທານ ແລະພັທນາກິຈກັມທ່ອງທ່ຽວ ຢູ່ພື້ນທີ່ອ້ອມຂ້າງ ຖໍ້າຕິ່ງ ໂດຍຈະໃຫ້ບໍຣິສັດເອກກະຊົນ ພັທນາແຕ່ພື້ນທີ່ອ້ອມຂ້າງຖໍ້າຕິ່ງເທົ່ານັ້ນ ແລະບໍ່ໃຫ້ແຕະຕ້ອງ ບໍຣິເວນຖໍ້າທີ່ມີພຣະພຸທຮູບ ເຊິ່ງເປັນຂອງຣັຖບານລາວ.
-
ສຸພັດຕາ
2023-06-15 -
-
-
Your browser doesn’t support HTML5 audio
ທາງການແຂວງຫຼວງພຣະບາງ ກໍາລັງສຶກສາຄວາມເປັນໄປໄດ້ ເພື່ອສເນີໃຫ້ບໍຣິສັດ ເອກກະຊົນ ເຂົ້າມາສັມປະທານ ແລະພັທນາກິຈກັມ ການທ່ອງທ່ຽວ ຢູ່ພື້ນທີ່ອ້ອມຂ້າງຖໍ້າຕິ່ງ ເຂດເມືອງປາກອູ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ ມີຊື່ສຽງ ພາຍໃນແຂວງຫຼວງພຣະບາງ ໂດຍຈະໃຫ້ບໍຣິສັດເອກກະຊົນ ພັທນາແຕ່ພື້ນທີ່ອ້ອມຂ້າງຖໍ້າຕິ່ງເທົ່ານັ້ນ ແລະບໍ່ໃຫ້ແຕະຕ້ອງບໍຣິເວນຖໍ້າທີ່ມີພຣະພຸທຮູບ ເຊິ່ງແມ່ນເປັນຂອງຣັຖບານລາວ, ອີງຕາມການໃຫ້ສັມພາດ ຂອງຍານາງ ວັນທອງ ພັນລັກທໍາ ຫົວໜ້າຂແນງພັທນາການທ່ອງທ່ຽວ ແຂວງຫຼວງພຣະບາງ ຕໍ່ສໍານັກຂ່າວ Laotian Times ເມື່ອວັນທີ 13 ມິຖຸນາ ທີ່ຜ່ານມານີ້.
ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ຫາ ຍານາງ ວັນທອງ ພັນລັກທໍາ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ຍານາງ ຍັງບໍ່ສະດວກໃຫ້ສັມພາດ ເນື່ອງຈາກຍັງຕິດພາຣະກິຈກອງປະຊຸມ, ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ແຫຼ່ງທ່ອງທ່ຽວຖໍ້າຕິ່ງ ຍັງຢູ່ໃນຄວາມຄຸ້ມຄອງ ຂອງຣັຖບານລາວຢູ່ ແລະກໍຍັງບໍ່ໃຫ້ບໍຣິສັດໃດ ເຂົ້າມາສັມປະທານ ພື້ນທີ່ອ້ອມຂ້າງເທື່ອ ສ່ວນວ່າໃນອະນາຄົດ ຈະມີບໍຣິສັດເອກກະຊົນ ເຂົ້າມາສັມປະທານ ຕາມຂ່າວ ຫຼື ບໍ່ນັ້ນ ກໍຍັງບໍ່ສາມາດລະບຸໄດ້.
ດັ່ງທ່ານກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 15 ມິຖຸນາ ນີ້ວ່າ:
“ໂອ້ຕອນນີ້ ບໍ່ແມ່ນ ບໍ່ມີເດີ້ ຍັງແມ່ນຣັຖຄຸ້ມຄອງຢູ່ຄືເກົ່າເນາະ ຈະບໍ່ໃຫ້ເອກກະຊົນເຮັດເທື່ອຕອນນີ້ນ່າ.”
ໃນຂະນະທີ່ ເຈົ້າໜ້າທີ່ຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ແຂວງຫຼວງພຣະບາງ ອີກນາງນຶ່ງ ກໍຍັງບໍ່ສາມາດໃຫ້ຄໍາຕອບຢ່າງຄັກແນ່ໄດ້ເທື່ອ ວ່າຈະມີບໍຣິສັດເອກກະຊົນ ເຂົ້າມາສັມປະທານພື້ນທີ່ອ້ອມຂ້າງຖໍ້າຕິ່ງແທ້ຫຼືບໍ່ ຮູ້ພຽງແຕ່ວ່າ ເຂດຖໍ້າຕິ່ງ ກໍາລັງຈະໂຍກຍ້າຍໃຫ້ທາງການແຂວງຫຼວງພຣະບາງ ເປັນຜູ້ຮັບຜິດຊອບແທນ ທາງການເມືອງປາກອູ.
ດັ່ງຍານາງ ກ່າວວ່າ:
“ບໍ່ແນ່ໃຈວ່າ ເຂົາຊິອັນນັ້ນແທ້ບໍ່ ເພາະວ່າ ເຫັນແຕ່ຊິມອບກັບຄືນມາຫາແຂວງ ເພາະປົກກະຕິທີ່ຜ່ານມາ ແມ່ນເພິ່ນມອບໃຫ້ທາງເມືອງ ເປັນຜູ້ຮັບຜິດຊອບ ແຕ່ວ່າດຽວນີ້ຫັ້ນ ເພິ່ນຊິມອບຄືນໃຫ້ແຂວງ ການປັບປຸງບໍ່ແນ່ໃຈວ່າ ແມ່ນອັນນັ້ນບໍ່.”
ສ່ວນນັກວິຊາການ ດ້ານການທ່ອງທ່ຽວ ຢູ່ແຂວງຫຼວງພຣະບາງ ກ່າວວ່າ ທ່ານເອງກໍໄດ້ຍິນຄ້າວໆ ວ່າມີບໍຣິສັດເອກກະຊົນ ສົນໃຈທີ່ຈະສັມປະທານ ແລະພັທນາກິຈກັມທ່ອງທ່ຽວ ຢູ່ອ້ອມຂ້າງຖໍ້າຕິ່ງ ແຕ່ກໍບໍ່ຮູ້ຄັກແນ່ວ່າແມ່ນບໍຣິສັດໃນລາວ ຫຼື ຈາກປະເທດໃດແດ່, ແຕ່ເຖິງຢ່າງໃດກໍຕາມ ກໍເຊື່ອວ່າ ໜ້າຈະບໍ່ສົ່ງຜົລກະທົບ ຕໍ່ລາຍໄດ້ ຂອງບັນດາຜູ້ປະກອບການໃນທ້ອງຖິ່ນ.
ດັ່ງທ່ານກ່າວວ່າ:
“ໂຕນີ້ ກະຍັງບໍ່ແນ່ໃຈເນາະ ບໍ່ໄດ້ເຊັກຂໍ້ມູນນໍາເພິ່ນດີ ໂຕນີ້ຍັງຄົງໄວ້ຢູ່ເນາະ ຍັງມໍຣະດົກ ໃຫ້ມີສ່ວນໝົດເນາະ ເນັ້ນໃສ່ທາງ Local (ທ້ອງຖິ່ນ) ທີ່ຕ້ອງໃຫ້ມີການສ່ວນຮ່ວມຢູ່ ຂໍເຊັກເບິ່ງກ່ອນເດີ້ ວ່າເພິ່ນຊິປັບປຸງໂຕໃດຕື່ມແດ່.”
ໃນຂະນະດຽວກັນ ຜູ້ປະກອບການດ້ານການທ່ອງທ່ຽວ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ ທ່ານເອງກໍບໍ່ຮູ້ຄັກແນ່ ວ່າຄັນມີບໍຣິສັດເອກກະຊົນ ມາສັມປະທານພື້ນທີ່ອ້ອມຂ້າງຖໍ້າຕິ່ງ ຈະອອກມາໃນຮູບແບບໃດແທ້ ແຕ່ຄາດວ່າ ຕໍ່ໄປ ອາຈມີເຮືອຮັບສົ່ງນັກທ່ອງທ່ຽວ ຂອງບໍຣິສັດແບບສະເພາະ ສໍາລັບຂົນສົ່ງນັກທ່ອງທ່ຽວ ຂ້າມແມ່ນໍ້າຂອງໄປຖໍ້າຕິ່ງ ໃນລັກດຽວກັນກັບບໍຣິສັດເອກກະຊົນ ທີ່ມາສັມປະທານຢູ່ຕາດກວາງຊີ, ເຊິ່ງຄັນເປັນແນວນັ້ນແທ້ ກໍອາຈເຮັດໃຫ້ເຮືອຂົນສົ່ງ ນັກທ່ອງທ່ຽວຂອງຊາວບ້ານ ຈະບໍ່ສາມາດຮັບສົ່ງຄົນໄດ້ຕາມປົກກກະຕິ.
ດັ່ງທ່່ານກ່າວວ່າ:
“ຕາດກວາງຊີນີ້ ເຮົາໄປຈອດຢູ່ລຸ່ມພີ້ເນາະ ເຮົາຈະ ມີຣົຖບໍຣິສັດຂຶ້ນໄປ ແຕ່ວ່າຖໍ້າຕິ່ງ ຈະແມ່ນປະເພດເຮືອ ເຂົາເຈົ້າຈະມີເຮືອ ແບບເຮືອເຂົາເຈົ້າຂ້າມ ໃຫ້ໂດຍສະເພາະ ຫັ້ນນ່າ.”
ສໍາລັບຊາວບ້ານ ແລະຜູ້ປະກອບການເຮືອບໍຣິການທ່ອງທ່ຽວຢູ່ບໍຣິເວນຖໍ້າຕິ່ງ ກໍຍັງສາມາດໃຫ້ບໍຣິການແກ່ນັກທ່ອງທ່ຽວຢູ່ເລື້ອຍໆ ເຊິ່ງເປັນຊ່ອງທາງຫຼັກ ສໍາລັບຫາລາຍໄດ້ເຂົ້າຄອບຄົວ ແຕ່ຫຼາຍຄົນຍັງບໍ່ທັນຮູ້ເທື່ອວ່າ ອາຈມີບໍຣິສັດເອກກະຊົນ ເຂົ້າມາສັມປະທານ ເຂດອ້ອມຂ້າງຖໍ້າຕິ່ງ ແລະຍັງບໍ່ໄດ້ມີຂໍ້ກັງວົນແຕ່ຢ່າງໃດ.
ດັ່ງຜູ້ປະກອບການ ເຮືອນໍາທ່ຽວ ນາງນຶ່ງ ກ່າວວ່າ:
“ປົກກະຕິກະມີເຮືອໄປຖໍ້າຕິ່ງ ເຂົາເຈົ້າກະເຮືອໃຜເຮືອລາວຫັ້ນແຫຼະ ມີລູກຄ້າຈອງແລ້ວກະໄປ ຖ້າວ່າມີແຂກຊິຂີ່ເຮືອ ກະພາໄປ ແຕ່ວ່າ ສ່ວນເຣື້ອງການສັມປະທານນີ້ ບໍ່ຮູ້ ບໍ່ຊ່າງຕອບອັນນີ້ ຕ້ອງໄປລົມນໍາພາກຣັຖ.”
ກ່ອນໜ້ານີ້ ເມື່ອວັນທີ 6 ມິຖຸນາ ທີ່ຜ່ານມາ ຍານາງ ສຸດາພອນ ຄົມທະວົງ ຫົວໜ້າຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ແຂວງຫຼວງພຣະບາງ ໄດ້ກ່າວຢູ່ກອງປະຊຸມປຶກສາຫາລື ກ່ຽວກັບແຜນບໍຣິການ, ຄຸ້ມຄອງ ແລະພັທນາແຫຼ່ງທ່ອງທ່ຽວຖໍ້າຕິ່ງ ວ່າ ໃນອະນາຄົດ ຈະມີການບໍຣິຫານຖໍ້າຕິ່ງ ໃນ 2 ຮູບແບບ ຄື: ໃຫ້ພາກຣັຖເປັນຜູ້ບໍຣິຫານ ແລະຄຸ້ມຄອງໂດຍຕຣົງ ຄືກັນກັບ ການບໍຣິຫານຕາດກວາງຊີ ໂດຍມີການແຕ່ງຕັ້ງ ພະນັກງານຢູ່ປະຈໍາແຫຼ່ງທ່ອງທ່ຽວ ແລະມອບໃຫ້ບໍຣິສັດເອກກະຊົນ ສັມປະທານ ພ້ອມທັງ ພັທນາພື້ນທີ່ອ້ອມຂ້າງຖໍ້າຕິ່ງ ໃຫ້ເປັນແຫຼ່ງທ່ອງທ່ຽວ ທີ່ດືງດູດນັກທ່ອງທ່ຽວໄດ້ດີກວ່າເກົ່າ ພ້ອມທັງສ້າງຫຼາຍກິຈກັມ ດ້ານການທ່ອງທ່ຽວ ແຕ່ຕ້ອງໄດ້ຜ່ານການເຫັນດີ ຈາກພາກຣັຖ.