ໂຄງການປູກຕົ້ນໄມ້ ຂອງພາກຣັຖ ຍັງຂາດການຮັກສາ ເບິ່ງແຍງ

ວັນທີ່ 1 ມິຖຸນາ ຂອງທຸກປີ ຈະມີການປູກຕົ້ນໄມ້, ແຕ່ທີ່ຜ່ານມາ ຕົ້ນໄມ້ທີ່ປູກແລ້ວ ຈຳນວນຫຼາຍ ບໍ່ການເອົາໃຈໃສ່ ປົກປັກຮັກສາ ເຊິ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃຫ້ຄຳເຫັນວ່າ ຕົ້ນໄມ້ທີ່ປູກຜ່ານມາ ກໍຈະເຣີນເຕີບໂຕ ຕາມທັມມະຊາຕ, ສ່ວນການປູກຕົ້ນໄມ້ ແມ່ນນະໂຍບາຍ ຂອງຣັຖ ເພື່ອນຳພື້ນທີ່ປ່າ ທີ່ຖືກບຸກລຸກ ແລະທຳລາຍ ກັບຄືນ.

ພິທີ ປູກຕົ້ນໄມ້ ໃນວັນທີ 1 ມິຖຸນາ (2020), ທີ່ສວນດົງໝາກຄາຍ ຊຶ່ງກົງກັບ ວັນປູກຕົ້ນໄມ້ ແຫ່ງຊາຕ. ນັກຂ່າວ ພົລເມືອງ

ໃນວັນທີ 1 ມິຖຸນາ ທີ່ຜ່ານມາ, ຫຼາຍແຂວງ ກໍມີການເປີດເຮັດພິທີ ປູກຕົ້ນໄມ້ ເພື່ອຟື້ນຟູປ່າ ທີ່ເສັຽຫາຍຈາກໄຟໄໝ້ປ່າ ແລະ ໄພພິບັດ ຈາກທັມມະຊາຕ ເປັນຕົ້ນ ຢູ່ນະຄອນຫລວງວຽງຈັນ ກໍໄດ້ມີການສ້າງຂະບວນການ ປູກຕົ້ນໄມ້ ຢູ່ປ່າສງວນແຫ່ງຊາຕ ພູພະນັງ ຢູ່ເຂດບ້ານນາຍາງ ເມືອງນາຊາຍທອງ ເຊິ່ງເປັນເຂດທີ່ຖືກໄຟໄໝ້ປ່າ ໂດຍຕົ້ນໄມ້ ທີ່ປູກໃນເຂດດັ່ງກ່າວ ຈະເປັນໄມ້ຍາງ, ໄມ້ແຕ້ຄ່າ, ໄມ້ດູ່ ແລະ ໄມ້ແຄນ. ໃນທົ່ວ ນະຄອນຫລວງວຽງຈັນ ທາງການຈະປູຕົ້ນໄມ້ ໃຫ້ໄດ້ປະມານ 100 ເຮັກຕ້າຣ໌ ໂດຍຈະປູກເບັ້ຍຕົ້ນໄມ້ ໃຫ້ໄດ້ທັງໝົດປະມານ 100,000 ເບັ້ຍ. ທີ່ຜ່ານມາ ຕົ້ນໄມ້ທີ່ປູກ ໃນແຕ່ລະປີ ສ່ວນໃຫຍ່ ກໍຍັງບໍ່ຕາຍ ເຊິ່ງຍັງເຕີບໂຕຕາມທັມມະຊາຕ ສິ່ງສໍາຄັນຄື ພາກສ່ວນກ່ຽວຂ້ອງ ຈະຊ່ວຍກັນປົກປັກຮັກສາ ເພື່ອໃຫ້ປະເທດລາວ ມີພື້ນທີ່ປ່າປົກຫຸ້ມເຖິງ 70% ຕາມນະໂຍບາຍຂອງຣັຖບານ.​

ເຈົ້າໜ້າທີ່ກ່ຽວຂ້ອງ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ໄດ້ກ່າວໃນວັນທີ 5 ມິຖຸນາ ວ່າ:

ປູກແລ້ວເດ້ ປູກແຖວໄຟໄໝ້ນີ້ແຫຼະ. ຫຼາຍແທ້ ຫຼາຍໆໆ ແຕ່ລະປີ ກໍມີ ເປັນຈຸດໆ ຫັ້ນແຫຼະ ບໍ່ມແມ່ນແຕ່ປີດຽວນີ້ເດ້ ເພື່ອຟື້ນຟູປ່າຫັ້ນແຫຼະ ທີ່ມັນໄປໃໝ້ຫຼາຍໆ ຫັ້ນແຫຼະ ເຮົາປູກຜ່ານມາສ່ວນຫຼາຍ ກໍບໍ່ຕາຍ ແຕ່ວ່າ ສິ່ງສໍາຄັນຄື ການປົກປັກ ຮັກສາຫັ້ນແຫຼະ.​

ຂະນະທີ່ເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ທ່ານນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າ ທີ່ຜ່ານມາ ໄມ້ທີ່ປູກໄປໃນແຕ່ລະປີ ຕາມແຕ່ລະຈຸດ ກໍມີຈາຍໄປຈໍານວນນຶ່ງ ບໍ່ແມ່ນວ່າ ຈະບໍ່ຕາຍເລີຍ ແລະ ສ່ວນນຶ່ງ ກໍຍັງເຕີບໂຕ. ​

“ເພິ່ນກໍປູກທົດລອງ ມັນກໍຍັງຢູ່ນ່າ ສ່ວນຫຼາຍ ສາເຄີຍເຫັນ ມັນມີເບົ້າຂອງມັນເນາະ ເພິ່ນເອົາໄປ ມັນກໍຮັບປະກັນຢູ່ເດ້ ເຣື່ອງປູກຕົ້ນໄມ້ນີ້ ບໍ່ໃຫ້ຕາຍຈັກຕົ້ນມັນເປັນໄປ ບໍ່ໄດ້ ແຕ່ເປີເຊັນຮອດ ໜ່ວຍກໍຍາກວ່າກາຍ 70% ພຸ້ນແລ້ວ ໃນປີນຶ່ງມັນກໍໃຫຍ່ ຕາມການຂຍາຍໂຕ ຂອງຕົ້ນໄມ້ ຊີ້ໃຫ້ມັນໃຫຍ່ໄວ ກໍບໍ່ໃຫຍ່ໄວ ທັມມະຊາຕເດ້.”

ການປູກຕົ້ນໄມ້ ທົດແທນ ຂອງທາງການລາວ ກໍເຫັນວ່າ ທາງການສ້າງຂະບວນການ ປູກທຸກໆ ປີ ໃນວັນທີ 1 ມິຖຸນາ. ບາງເທື່ອກໍລະດົມຊາວບ້ານ ໄປປູກຕາມແຄມທາງ ແລະ ເຂດປ່າສງວນແຫ່ງຊາຕ ຈໍານວນນຶ່ງ.

ຊາວລາວ ທ່ານນຶ່ງ ໄດ້ກ່າວວ່າ:

ວັນເພິ່ນປູກຕົ້ນໄມ້ ເຂົາເຈົ້າກໍປູກທຸກປີ ກະຢາກໃຫ້ທາງການເພິ່ນແບບເອີ ໄປຕິດຕາມເບິ່ງຫັ້ນນ່າມັນເປັນຈັງໃດ ບາງເທື່ອຕົ້ນໄມ້ ເຮົາປູກມາຂຶ້ນບໍ່ ຫຼືວ່າ ມັນມີຕົ້ນທີ່ວ່າ ຕາຍບໍ່ ແລ້ວ ມັນຂຶ້ນ ໃຫຍ່ສູງດີ ບໍ່ ອີ່ຫຍັງຊິນ່າ ສ່ວນຫຼາຍກະປູກແລ້ວ ກະແລ້ວເລີຍຫັ້ນນ່າ.

ນັບແຕ່ວັນທີ 1 ມິຖຸນາ ທີ່ຜ່ານມາ, ຢູ່ ແຂວງອຸດົມໄຊ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ປູກຕົ້ນໄມ້ທົດແທນປ່າກັນໄປແລ້ວ ໂດຍສະເພາະ ເຂົາເຈົ້າປູກຢູ່ແຄມທາງ ແຄມເຫວ ແລະ ປູກພືດແລ້ງນໍ້າ.

ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ກ່າວວ່າ: 

ປູກທຸກປີ ຫັ້ນແຫຼະ ຕາມກົດໝາຍປ່າໄມ້ເພິ່ນວ່າ ໄລ່ໃຫ້ຊາວບ້ານປູກເດ້ ປີນີ້ປູກຕາມເສັ້ນທາງເຫວ ແລ້ວກະໄປປູກປ່າແລ້ງນໍ້າ.”

ວັນທີ 1 ມິຖຸນາ ທາງການແຂວງບໍລິຄໍາໄຊ ກໍເຮັດພິທີປູກຕົ້ນໄມ້ ໄປແລ້ວ ສ່ວນຢູ່ເມືອງຄໍາເກີດ ຈະເຣີ່ມປູກວັນທີ 16 ມິຖຸນາ ແຕ່ຈະປູກໃນເຂດໂຮງຮຽນ ແລະ ປູກຕາມສະຖານທີ່ສໍານັກງານຕ່າງໆ.

ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວວ່າ:

“ແຂວງເຂົາເຈົ້າປູກວັນທີ 1 ແລ້ວ ແຕ່ວ່າ ເມືອງຄໍາເກີດຈະປູກວັນທີ 16 ນີ້ ສ່ວນຫຼາຍ ມີແຕ່ຊຸກຍູ້ລະດົມໃຫ້ໂຮງຮຽນ ປູກສໍານັກງານຫ້ອງການຫັັ້ນ ຂ້ອຍໄປເບິ່ງວ່າງທິດທີ່ແລ້ວຫັ້ນ ກໍຖືກວ່າຂຶ້ນຫຼາຍຢູ່ ເປີເຊັນຕາຍໜ້ອຍດຽວນີ້ນ່າ.”

ອີງຕາມການຣາຍງານ ຂອງທ່ານ ທອງພັດ ວົງມະນີ, ຮອງຣັຖມົນຕຣີ ກະຊວງກະສິກັມ ແລະ ປ່າໄມ້ ທີ່ກ່າວໃນວັນທີ 1 ມິຖຸນາ 2023 ວ່າ ທີ່ຜ່ານມາ ເນື້ອທີ່ປູກຕົ້ນໄມ້ ໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຈາກ 400 ປາຍ ເຮັກຕ້າຣ໌ ໃນປີ 1978 ມາເປັນ 1,000 ປາຍ ເຮັກຕ້າຣ໌ ໃນປີ 1985 ແລະ ໄດ້ເພີ່ມຂຶ້ນປະມານ  500,000​ ໃນປີ 2022.​

ໄມ້ທີ່ມີການປູກ ໃນປ່າຜລິດ ລວມມີຕົ້ນຢາງພາຣາ, ໄມ້ສັກ, ໄມ້ເກດສະໜາ, ໄມ້ພື້ນເມືອງອື່ນໆ ເຊິ່ງຈຸດປະສົງ ທີ່ທາງຣັຖບານ ສົ່ງເສີມໃຫ້ມີການປູກ ກໍເພື່ອຟື້ນຟູປ່າໄມ້ໃຫ້ໄດ້ 70% ຕາມນະໂຍບາຍຂອງຣັຖບານ.

ອີງຕາມການຣາຍງານ ຂອງກົມປ່າໄມ້, ກະຊວງກະສິກັມ ແລະ ປ່າໄມ້ ພົບວ່າ ປ່າໄມ້ເສັຽຫາຍ ຈາກໄຟໃໝ້ປ່າ 300,000 ປາຍເຮັກຕ້າຣ໌ ຢູ່ແຂວງອຸດົມໄຊ, ແຂວງຫລວງນໍ້າທາ, ແຂວງບໍ່ແກ້ວ, ແຂວງຫລວງພຣະບາງ, ແລະ ແຂວງ ໄຊຍະບູລີ.​

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org