ຂຶ້ນທະບຽນໄມ້ ກ່ອນການຕັດໄມ້ ທັມມະຊາຕ ໃນທີ່ດິນສ່ວນບຸກຄົນ
ທາງການລາວ ໄດ້ອນຸຍາດໃຫ້ ບຸກຄົນ ສາມາດຕັດໄມ້ ໃນທີ່ດິນຂອງໂຕເອງໄດ້ ແຕ່ຕ້ອງຂຶ້ນທະບຽນກ່ອນລ່ວງໜ້າ ເພື່ອປ້ອງກັນກຸ່ມຄົນບໍ່ດີ ລັກລອບຕັດໄມ້ ໃນທີ່ດິນທີ່ຣັຖບານຄຸ້ມຄອງ.
-
ພອນ ພູມມີທອນ
2022-11-07 -
-
-
Your browser doesn’t support HTML5 audio
ໃນໄລຍະ 2 ປີທີ່ຜ່ານມາ ກະຊວງກະສິກັມ ແລະປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ອນຸຍາດໃຫ້ບຸກຄົນທົ່ວໄປ ສາມາດຕັດໄມ້ທັມມະຊາຕ ແລະ ໄມ້ປູກໃຫ້ໝາກ ໃນທີ່ດິນຂອງຕົວເອງໄດ້ແລ້ວ ແຕ່ຕ້ອງຂຶ້ນທະບຽນເພື່ອຢັ້ງຢືນລ່ວງໜ້າ ກ່ອນດຳເນີນການຕັດໄມ້ ທັງນີ້ ເພື່ອເປັນການປ້ອງກັນກຸ່ມຄົນບໍ່ດີ ລັກລອບຕັດໄມ້ຫວງຫ້າມ ໃນທີ່ດິນທີ່ຣັຖບານຄຸ້ມຄອງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 3 ພຶສຈິກາ 2022 ນີ້ວ່າ:
“ເພາະວ່າບາງຄົນ ມັນຈະສວຍໂອກາດ ເອົາໄມ້ທີ່ຢູ່ປ່າທັມມະຊາຕ ມາສວມຮອຍວ່າເປັນໄມ້ ຂ້ອຍຢູ່ສວນ ໄມ້້ຂ້ອຍປູກ ເພິ່ນຢາກຫລີກລ້ຽງ ການສວຍໂອກາດໄປຕັດໄມ້ ທຳລາຍປ່າ ຢູ່ໃນປ່າທີ່ວ່າເປັນຂອງຣັຖບານຄຸ້ມຄອງ ຖ້າວ່າເປັນດິນສ່ວນ ບຸກຄົນຫັ້ນ ບໍ່ເປັນຫຍັງ ສາມາດນຳໃຊ້ໄດ້ ແຕ່ວ່າ ກໍເພິ່ນຕ້ອງໄດ້ຜ່ານການກວດກາ.”
ທ່ານກ່າວຕື່ມວ່າ ສຳລັບຜູ້ທີ່ຕ້ອງການຕັດໄມ້ ໃນທີ່ດິນຂອງຕົວເອງ ຈະຕ້ອງແຈ້ງໃຫ້ທາງການຮັບຮູ້ ເພື່ອໃຫ້ເຂົາເຈົ້າສຳຣວຈວ່າ ຕົ້ນໄມ້ທີ່ຕ້ອງການຕັດ ສຳລັບໄປໃຊ້ປໂຍດນັ້ນ ຢູ່ບ່ອນໃດ, ມີຈຳນວນເທົ່າໃດ ແລະ ໝາຍເລຂຕົ້ນ ເພື່ອອອກໃບຢັ້ງຢືນວ່າ ເຈົ້າຂອງທີ່ດິນມີຕົ້ນໄມ້ ຈຳນວນເທົ່າໃດ ໃຊ້ປໂຍດ ແລະ ເຫລືອຕົ້ນໄມ້ ທີ່ຍັງບໍ່ໄດ້ຕັດເທົ່າໃດ ຖ້າຫາກວ່າ ການຕັດຕົ້ນໄມ້ ຈົນຄົບຕາມຈຳນວນ ໃບຢັ້ງຢືນໂຕນີ້ກໍຈະຖືກຍົກເລີກ ແລະ ຖ້າຫາກຍັງມີການສືບຕໍ່ ຕັດຕົ້ນໄມ້ທີ່ບໍ່ໄດ້ຮັບການຢັ້ງຢືນ ຫລື ນອກເຂດທີ່ີດິນຂອງໂຕເອງ ກໍຈະຖືກດຳເນີນຄະດີ ຕາມກົດໝາຍ.
ທາງການລາວແລະ ພາກສ່ວນທີ່ກ່ຽວຂ້ອງ ຈະດຳເນີນການ ຂຶ້ນທະບຽນໄມ້ທັມມະຊາຕ ແລະ ໄມ້ປູກໃຫ້ໝາກ ໃຫ້ທາງການຮັບຮູ້ ເຊັ່ນດຽວກັນ ແຕ່ຈະມີເງືອນໄຂ ຕ່າງກັນຄື ສຳລັບຜູ້ທີ່ໄດ້ຮັບອນຸຍາດ ໃຫ້ຕັດໄມ້ປູກໃຫ້ໝາກ ບໍ່ຕ້ອງເສັຍອາກອນ ໃຫ້ແກ່ທາງການ ຂະນະທີ່ການຕັດໄມ້ທັມມະຊາຕນັ້ນ ຈະຕ້ອງເບິ່ງເຈຕນາຄື ຖ້າເປັນການຕັດໄມ້ ເພື່ອນຳໃຊ້ໃນການປຸກເຮືອນ ສ້າງໂຮງຮຽນ ຫລືໂຮງໝໍ ຈະບໍ່ຈຳເປັນຕ້ອງເສັຽອາກອນ ແຕ່ຖ້າເປັນການຕັດໄມ້ ເພື່ອນຳໃຊ້ປໂຍດທາງເສຖກິຈ ເປັນຕົ້ນເຮັດເຟິຣ໌ນິເຈີ້ຣ໌ ສົ່ງອອກໄປຕ່າງປະເທດນັ້ນ ຈະຕ້ອງໄດ້ເສັຍອາກອນ.
ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການກວດປ່າໄມ້ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ດຽວນີ້ມັນມີໄມ້ດູ່ ໄມ້ແຕ້ ໄມ້ຍາງໄມ້ແຄນ ຫລາຍຊະນິດໄມ້ນ່າ ດຽວນີ້ເຂົາເອົາໝົດ ແຕ່ກີ້ເອົາແຕ່ 4-5 ໄມ້ຫລັກໆ ກໍມີແຕ່ໄມ້ສັກ, ໄມ້ດູ່, ໄມ້ແຕ້, ໄມ້ແຄນ, ໄມ້ຍະສາງ, ໄມ້ບາກ ຢູ່ລາວເຮົາເອີ້ນໄມ້ຊະນິດຄຸ້ມຄອງ ດຽວນີ້ເຂົາປູກເດ້ ເຂົາປູກຫລາຍ ເຂົາຕັດໆແລ້ວເຂົາເຮັດເຟິຣ໌ນິເຈີ້ຣ໌ ສົ່ງໄປຈີນໄປວຽດ.”
ທ່ານກ່າວຕື່ມວ່າ ສຳລັບການເຄື່ອນຍ້າຍໄມ້ ທັມມະຊາຕ ພາຍໃນແຂວງດຽວກັນ ຈະຕ້ອງໄດ້ຮັບອະນຸຍາດ ຈາກຫ້ອງການກສິກັມ ແລະ ປ່າໄມ້ເມືອງ, ສ່ວນການເຄື່ອນຍ້າຍໄມ້ ລະຫວ່າງແຂວງ ຈະຕ້ອງໄດ້ຮັບອະນຸຍາດ ຈາກຜແນກກສິກັມ ແລະ ປ່າໄມ້ແຂວງ ທັງນີ້ ການຂົນສົ່ງໄມ້ ທັມມະຊາຕ ອອກໄປຕ່າງປະເທດ ຈະຕ້ອງປຕິບັດ ຕາມຣາຍການຜລິຕພັນໄມ້ ທີ່ທາງການກຳນົດ ຂະນະທີ່ໄມ້ປູກ ໃຫ້ໝາກ ສາມາດເຄື່ອນຍ້າຍໄດ້ ໂດຍບໍ່ຈຳເປັນຕ້ອງ ຂໍອະນຸຍາດ ແຕ່ເຈົ້າຂອງ ຈະຕ້ອງຣາຍງານ ບໍຣິມາດ ຫລືນໍ້າໜັກໄມ້ ໃຫ້ທາງການຮັບຮູ້ ເພື່ອຮີບໂຮມຂໍ້ມູນ, ສ່ວນການສົ່ງໄມ້ປູກນັ້ນ ເຮັດໄດ້ທັງແບບຜ່ານ ການປຸງແຕ່ງ ຫລື ບໍ່ຜ່ານກາປຸງແຕ່ງກໍໄດ້.
ທີ່ຜ່ານມາ ການແປຮູບໄມ້ທັມມະຊາຕ ຫລື ໄມ້ເສຖກິຈ ເພື່ອສົ່ງອອກໄປຕ່າງປະເທດ ໂດຍສະເພາະ ປະເທດວຽດນາມ ແລະ ຈີນ, ສ່ວນຫລາຍ ແມ່ນເປັນການສົ່ງອອກ ຜ່ານທາງການລາວ ຫລືໂຮງງານແປຮູບໄມ້ ຂນາດໃຫຍ່ ເຊິ່ງຕ້ອງມີການເຮັດໜັງສື ການສົ່ງອອກ ຢ່າງເປັນທາງການ ຈາກກະຊວງ ອຸຕສະຫະກັມ ແລະ ການຄ້າ ທັງນີ້ແຕ່ລະປະເທດ ທີ່ສົນໃຈນຳເຂົ້າໄມ້ ຈາກປະເທດລາວ ກໍຈະມີຄວາມຕ້ອງການ ປະເພດໄມ້ ທີ່ແຕກຕ່າງກັນ.
ດັ່ງ ເຈົ້າຂອງຮ້ານ ຂາຍເຟິຣ໌ນິເຈີ້ຣ໌ ຢູ່ແຂວງທາງພາກໃຕ້ ທ່ານນຶ່ງກ່າວວ່າ:
“ຈີນ, ວຽດນາມ ຫລື ໄທຍ ຫັ້ນແຫລະ ໄມ້ແຕ້ຂ່າ, ໄມ້ແຕ້ຂ່າ, ໄມ້ດູ່ ນິຍົມສົ່ງໄປຈີນ ແຕ່ໄທຍນີ້ສ່ວນຫລາຍນີ້ ຂະເຈົ້ານິຍົມເປັນໄມ້ສັກ ອົບກອບແຫ້ງນີ້ແຫລະ ຂະເຈົ້າຈະນິຍົມ. ເອີ! ໂຕນີ້ນີ້ ຈະຕ້ອງມີເອກສານ ຈາກໂຮງງານເຮົາ ໄດ້ຂື້ນທະບຽນສົ່ງໄປຕ່າງປະທດ ໂຕນີ້ນີ້ ຕ້ອງແລ່ນໃນສື່ສານຫລາຍຢ່າງວ່າຊັ້ນສາ.”
ສຳລັບການສົ່ງໄມ້ເສຖກິຈ ອອກໄປປະເທດເພື່ອນບ້ານ ສ່ວນນຶ່ງ ແມ່ນເປັນການລັກລອບ ຂົນຍ້າຍຂ້າມຊາຍແດນ ເພື່ອຫລີກເວັ້ນ ການກວດສອບ ຈາກເຈົ້າໜ້າທີ່ຣັຖ ແລະ ການເສັຽອາກອນ ໃຫ້ແກ່ທາງການ ຂະບວນການດັ່ງກ່າວນິີ້ ເກີດຂຶ້ນໄດ້ຍ້ອນ ມີເຈົ້າໜ້າທີ່ ຣັຖບາງຄົນ ທີ່ມີພຶດຕິກັມ ຊ່ວຍອຳນວຍຄວາມສະດວກ.
ດັ່ງຜູ້ທີ່ຮູ້ຈັກ ຂະບວນການ ຂົນສົ່ງໄມ້ເສຖກິຈ ອອກຕ່າງປະເທດ ທ່ານນຶ່ງກ່າວວ່າ:
“ກໍມີລັກລອບສົ່ງຄື ກໍແລ້ວແຕ່ເນາະ ພວກພໍ່ຄ້າຫັ້ນເນາະ ບາງເທຶ່ອກໍ (ເຄລັຽ) Clear ພນັກງານໄປຫັ້ນນ່າ ສູ່ມື້ນີ້ກໍອັນນັ້ນແດ່ ກໍເຂົາລັກລອບໄປຫັ້ນແຫລະ ສ່ວນຫລາຍກໍໄດ້ມີເອກກະສານແດ່ ໂຕລັກລອບກໍຊິປະມານນັ້ນ ວຽດນີ້ເຂົາຈະບໍ່ຫ້າມເນາະ ມັນຍາກ ມັນຍາກຢູ່ຂ້າງລາວນີ້ ມັນຍາກ ມັນຈະໄປຍາກຢູ່ພນັກງານເບື້ອງລາວນີ້ ຖ້າໄປເບື້ອງວຽດແລ້ວ ຈາກລາວນີ້ໄປ ເຂົາກໍອ້າແຂນຮັບ.”
ມາຮອດປັຈຸບັນ ໄມ້ປ່າທັມມະຊາຕ ພາຍໃນປະເທດລາວ ບາງປະເພດ ພັດເຫລືອໜ້ອຍແລ້ວ ເປັນຕົ້ນໄມ້ດູ່ ມີເນື້ອແຂງແລະ ສີແດງລວດລາຍງາມ ຍ້ອນຖືກສົ່ງອອກໄປ ປະເທດວຽດນາມ ແລະ ປະທດຈີນ ຢ່າງຫລວງຫລາຍ ໃນໄລຍະທີ່ຜ່ານມາ.
ດັ່ງຊາວບ້ານ ຜູ້ຮູ້ເຫຕການ ທ່ານນຶ່ງກ່າວວ່າ:
“ໄມ້ດູ່. ໄມ້ດູ່, ໄມ້ສັກແທ້ ຂອງເຮົາໝົດແລ້ວ ເຮົາຍັງເຫລືອໄມ້ເຕັນ ແລ້ວໄມ້ເຫລັກເປັນສ່ວນໃຫຍ່ ໄມ້ເຕັນມັນຈະຄ້າຍໆ ໄມ້ແຕ້ຮໍ ໄມ້ແຕ້ມັນຈະມີໄມ້ແຕ້ຂ່າ ກັບແຕ້ຮໍເນາະ ໂຕໄມ້ເຕັນແທ້ ມັນຈະບໍ່ແຂງຫລາຍປານໃດ ແຕ່ວ່າໄມ້ເຫລັກແທ້ຂະເເຂງໆ ແລ້ວກໍໜັກ ໄມ້ທັມມະຊາດ ໄມ້ຈາກປ່າ ສ່ວນໃຫຍ່ຈະທາງວຽດກັບຈີນ ໄທຍແທ້ບໍ່ຄ່ອຍ ເຮົາຍັງບໍ່ຄ່ອຍມີລູກຄ້າ ທາງນັ້ນຫັ້ນນ່າ.”
ອີງຕາມຄວາມເວົ້າ ກ່ຽວກັບການຢັ້ງຢືນ ແລະ ການຕັດຕົ້ນໄມ້ ທັມມະຊາຕ ແລະ ໄມ້ປູກໃຫ້ໝາກ ທີ່ມີໃບຕາດິນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສະບັບເລຂທີ່ 3684/ກປ ລົງວັນທີ່ 16 ສິງຫາ 2022 ທີ່ຜ່ານມາ ໂດຍລະບຸເງືອນໄຂ ເບື້ອງຕົ້ນວ່າ ຜູ້ທີ່ຕ້ອງການຕັດໄມ້ ໃນທີ່ດິນຂອງໂຕເອງ ຈະຕ້ອງມີເອກສານ ກັມມະສິດຄອບຄອງ ເປັນຕົ້ນ ໃບຕາດິນ, ໃບຢັ້ງຢືນການນຳໃຊ້ທີ່ດິນ ແລະໃບຢັ້ງຢືນສິດຄອບຄອງ ແລະສິດນຳໃຊ້ ທີ່ດິນຕາມປະເພນີ ຢ່າງໜ້ອຍ 20 ປີ ແລະ ຕົ້ນໄມ້ ທີ່ຈະນຳໃຊ້ ຕ້ອງມີຂນາດ ວົງຮອບ 30 ເຊັນຕີແມັດຂຶ້ນໄປ.