ທາງການລາວ ໄດ້ອະນຸຍາດໃຫ້ທຸຣະກິຈຈີນ ຈຳນວນ 108 ບໍຣິສັດ ຂຸດຄົ້ນບໍ່ແຮ່
ມາຮອດປັດຈຸບັນ ຣັຖບານລາວ ໄດ້ອະນຸຍາດໃຫ້ນັກທຸຣະກິຈຈີນ 108 ບໍຣິສັດ ເຂົ້າມາຂຸດຄົ້ນບໍ່ແຮ່ ພາຍໃນປະເທດລາວ ແລະໃນນີ້ ຢູ່ໃນໄລຍະ ການຊອກຄົ້ນ ແລະ ສຳຣວດ 54 ບໍຣິສັດ ລວມ 59 ກິຈການ ສ່ວນທີ່ເຫຼືອ ຢູ່ໃນໄລຍະການເຮັດບົດວິພາກ ເສຖກິຈ-ເທັກນິກ ແລະ ຂຸດຄົ້ນປຸງແຕ່ງ 54 ບໍຣິສັດ.
-
ໄຊຍາ
2023-05-31 -
-
-
Your browser doesn’t support HTML5 audio
ມາຮອດປັດຈຸບັນ ຣັຖບານລາວ ໄດ້ອະນຸຍາດໃຫ້ນັກທຸຣະກິຈຈີນ 108 ບໍຣິສັດ ເຂົ້າມາຂຸດຄົ້ນບໍ່ແຮ່ ພາຍໃນປະເທດລາວ. ໃນນີ້ຢູ່ໃນໄລຍະ ການຊອກຄົ້ນ ແລະ ສຳຣວດ 54 ບໍຣິສັດ ລວມ 59 ກິຈການ ສ່ວນທີ່ເຫຼືອ ຢູ່ໃນໄລຍະການເຮັດບົດວິພາກ ເສຖກິຈ-ເທັກນິກ ແລະຂຸດຄົ້ນປຸງແຕ່ງ 54 ບໍຣິສັດ ລວມ 91 ກິຈການ ໂດຍສະເພາະ ໃນພື້ນທີ່ແຂວງຊຽງຂວາງ.
ດັ່ງເຈົ້າໜ້ທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 31 ພຶສພາ 2023 ນີ້ວ່າ:
“ອ່າ ທົ່ວປະເທດ ຊຽງຂວາງ ຂ້ອນຂ້າງຈະຫຼາຍ ໜ້າຈະແມ່ນເຣື່ອງຈຸດ ປະກົດວ່າມັນມີເຂດນັ້ນຫຼາຍ ຕອນນີ້ ເພິ່ນກຳລັງຄົ້ນຄ້ວາຢູ່ເນາະ ຕອນນີ້ມັນກໍມີຫຼາຍປະເພດ ທີ່ມັນຢູ່ນຳກັນຫັ້ນ ມັນກໍມີທັງເຫຼັກ ທັງທອງແດງ ທັງເມການີດ ອິຫຍັງຕ່າງໆ ມັນກໍປົນກັນໄປຫັ້ນນ່າ ມັນກໍມີຫຼາຍປະເພດ.”
ນັກທຸຣະກິຈຈີນ ທີ່ໄດ້ຮັບອະນຸຍາດສຶກສາ ສຳຣວດ ແລະຂຸດຄົ້ນບໍ່ແຮ່ ພາຍໃນປະເທດລາວນີ້ ສ່ວນຫຼາຍເຂົ້າມາເຣີ່ມດຳເນີນການ ໃນໄລຍະ 2 ປີມານີ້ ແລະມາຮອດປັດຈຸບັນ ທາງການລາວ ກໍບໍ່ອະນຸມັດໃຫ້ນັກລົງທຶນ ທັງພາຍໃນ ແລະຕ່າງປະເທດ ຂໍສັມປະທານ ໃນຂແນງການດັ່ງກ່າວເພີ່ມຕື່ມແລ້ວ ນັບແຕ່ປີ 2023 ເປັນຕົ້ນມາ.
ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຕອນນີ້ເພິ່ນປິດບໍ່ໄປເບິດແລ້ວເນາະ ແຕ່ບໍ່ລົງທຶນສ່ວນຫຼາຍກໍຈະຢູ່ແຖວຊຽງຂວາງ ຈະຫຼາຍ ອາເພິ່ນບໍ່ອະນຸຍາດໃຫ້ມີການລົງທຶນເພີ່ມສັນຍາ ເພິ່ນກໍຈະບໍ່ບໍ່ອະນຸຍາດແລ້ວ ມີແຕ່ ພິຈາຣະນາແຕ່ສະເພາະ ຜູ້ທີ່ດຳເນີນໂຄງການຢູ່ ກໍໃຫ້ດຳເນີນສືບຕໍ່ ບໍ່ໃຫ້ໃໝ່ແລ້ວ ຫວ່າງປະມານຕົ້ນປີມານີ້ ແຫຼະ.”
ໃນໄລຍະຫຼາຍປີມານີ້ ມີນັກທຸຣະກິຈຈີນເຣີ່ມ ເຂົ້າມາດຳເນີນການຊອກຄົ້ນ ແລະສຳຣວດບໍ່ແຮ່ ເປັນຈຳນວນຫຼາຍ ໂດຍສະເພາະ ເມືອງຄູນ ແລະ ເມືອງພູກູູດ ແຂວງຊຽງຂວາງ ຊຶ່ງເປັນພື້ນ ທີ່ທີ່ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ຄົ້ນພົບວ່າ ເປັນພື້ນທີ່ທີ່ມີແຮ່ທາດ ຫຼາຍຊະນິດ ເປັນຕົ້ນແຮ່ຄຳ, ທອງ, ເຫຼັກ, ກົ່ວ, ຊືນ, ສັງກະສີ, ຫີນອ່ອນ, ແຮ່ມັງການ, ຫີນກາວ, ແຮ່ ບຣິດ, ແຮ່ເກືອໂປຕັສ ແລະ ແຮ່ຫາຍາກ.
ດັ່ງຊາວບ້ານ ຢູ່ເມືອງຄູນ ແຂວງຊຽງຂວາງ ທ່ານນຶ່ງກ່າວວ່າ:
“ໂອ້ ມີຢູ່ໆ ສ່ວນຫຼາຍຂະເຈົ້າໄປທາງເມືອງຄູນ ກັບເມືອງພູກູດ ມີຫຼາຍຄືຊິແມ່ນທາງຣັຖບານເພິ່ນອະນຸຍາດໃຫ້ ຂະເຈົ້າມາສັມປະທານ ແມ່ນຫຍັງບໍ່ມາຂຸດຄົ້ນ ບໍ່ ຫຼືວ່າ ແນວໃດມັນກໍມີຫຼາຍ ບໍຣິສັດນ່າສ່ວນຫຼາຍ ຂອງຈີນ ແລ້ວກໍຂອງວຽດນາມ ຫຼາຍນ່າມີເປັນປະເພດ ອ່າ ທອງຄຳ ສ່ວນຫຼາຍທອງຄຳ.”
ທີ່ຜ່ານມາມີບາງບໍຣິສັດ ຂອງນັກທຸຣະກິຈຈີນ ກໍໄດ້ດຳເນີນການຂຸດຄົ້ນ ບໍ່ແຮ່ພາຍໃນພື້ນທີ່ແດ່ແລ້ວ ພ້ອມຂໍຄວາມຮ່ວມມື ໃຫ້ພໍ່-ແມ່ ປະຊາຊົນທີ່ອາສັຍ ແລະເຮັດການຜລິດ ໃນເນື້ອທີ່ດິນທີ່ ຖືກໂຄງການຍ້າຍອອກ ພ້ອມຈ່າຍຄ່າຊົດເຊີຍ ໂດຍບໍ່ໄດ້ຖາມຄວາມສະມັກໃຈ ຂອງພວກເຂົາເຈົ້າເລີຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ:
“ແຂວງຊຽງຂວາງ ແຕ່ວ່າມັນຢູ່ຫຼາຍເມືອງຫັ້ນນ່າ ແຕ່ລະເມືອງຫັ້ນມີເບິດ ຂະເຈົ້າສຳຣວດເນາະ ສຳຣວດແລ້ວຖືກອັນບ່ອນທີ່ປະຊາຊົນ ຢູ່ມີແຮ່ມີຫຍັງຫັ້ນນ່າ ແລ້ວຂະເຈົ້າກໍທົດແທນໃຫ້ ແລ້ວກໍໄດ້ຍ້າຍຕາມເຂດນໍ້າທານ ຖືກເຂດ...2 ບໍຣິສັດ ແລ້ວຂະເຈົ້າກໍທົດຄ່າເສັຍຫາຍໃຫ້ ຂະເຈົ້າກໍອອກມາຊື້ດິນ ຕອນໃໝ່ຢູ່ຫັ້ນແຫຼະ ຢູ່ເມືອງຄູນຄືດິນຕອນໄຮ່ ຕອນນາ ແລ້ວຂະເຈົ້າກໍທົດແທນໃຫ້ ແລ້ວກໍຂຸດຄົ້ນເລີຍ.”
ເຖິງແມ່ນວ່ານັກທຸຣະກິຈຈີນ ຈະຈ່າຍເງິນຄ່າຊົດເຊີຍໃຫ້ ແກ່ຊາວບ້ານ ທີ່ຈຳເປັນຍ້າຍອອກຍ້ອນດິນທີ່ຢູ່ອາສັຍ ແລະດິນນາຂອງພວກເຂົາເຈົ້າ ຖືກໂຄງການສັມປະທານຂຸດຄົ້ນບໍ່ແຮ່ ແຕ່ຊາວບ້ານຫຼາຍຄອບຄົວບໍ່ພໍໃຈ ກັບເງິນທີ່ຊົດເຊີຍ ທີ່ໄດ້ຮັບຍ້ອນເປັນຈຳນວນເງິນ ທີ່ບໍ່ສາມາດນຳໄປຊື້ດິນ ສຳລັບຢູ່ອາສັຍ ແລະເຮັດການຜລິດໄດ້ ຄືເກົ່າ.
ດັ່ງຊາວບ້ານ ຢູ່ເມືອງຄູນ ແຂວງຊຽງຂວາງ ກ່າວວ່າ:
“ມີຫຼາຍແລ້ວ ບໍ່ແຮ່ສ່ວນຫຼາຍແມ່ນຈີນນ່າ ເຂດມັນຖືກເຂດລ້ຽງງົວ ແລ້ວກໍສວນໄຮ່ສວນຫຍັງແລ້ວ ຂະເຈົ້າກໍຖືກທົດແທນໃຫ້ເນາະ ສ່ວນຫຼາຍມີແຮ່ຫາຍາກ ແລ້ວກໍຄຳຫັ້ນນ່າແມ່ນ ແລ້ວຂະເຈົ້າທົດແທນນາ ບໍ່ອິຫຍັງໃຫ້ທົດແທນ ເປັນເງິນ ເພິ່ນກໍບໍ່ຢາກອັນນັ້ນໃດ ກໍມີບາງຄອບຄົວບໍ່ໄດ້ບໍ່ຮັບປານໃດນ່າ ເພາະວ່າຄັ້ງນຶ່ງມັນກໍ 100 ປາຍລ້ານ...ຊື້ນາບໍ່ໄດ້ເນາະຍ້າຍໆ ກໍມີບາງບ້ານມີບາງເຮືອນ ກໍຍ້າຍເນາະບາງເຮືອນ ກໍຍັງເພາະວ່າ ມັນຖືກໂຮງງານຖ່ານຫີນ ໂຕນຶ່ງເນາະອັນໂຕແຮ່ຫາຍາກ ສ່ວນຫຼາຍມັນຖືກໄຮ່ ຖືກສວນ.”
ກ່ອນໜ້ານີ້ໃນວັນທີ 22 ພຶສພາຜ່ານມາ ຍານາງ ຈັນສະຫວາດ ບຸບຜາ ຮອງຣັຖມົນຕຣີ ກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ແລະ ດຣ. Li Jinfa ຮອງຣັຖມົນຕຣີ ກະຊວງຊັພຍາກອນ ທັມມະຊາຕ ແລະ ຫົວໜ້າກົມໃຫຍ່ ສຳຣວດທໍຣະນີສາຕ ແຫ່ງຊາຕຈີນ ໄດ້ປະຊຸມຫາລື ກ່ຽວກັບການຈັດຕັ້ງ ປະຕິບັດແຜນພັທນາ ວຽກງານພະລັງງານ ແລະບໍ່ແຮ່ ໂດຍສະເພາະການສ້າງແຜນ ທີ່ທໍຣະນີສາຕ ແລະແຮ່ທາດໃນທົ່ວປະເທດລາວ.
ກ່ອນໜ້ານັ້ນ ຍານາງ ຄຳຈັນ ວົງແສນບູນ ຮອງຣັຖມົນຕຣີ ກະຊວງແຜນການ ແລະການ ລົງທຶນຂອງລາວ ໄດ້ກ່າວໃນກອງປະຊຸມ ທົບທວນການຄຸ້ມຄອງ ໂຄງການລົງທຶນສັມປະທານ ດ້ານແຮ່ທາດທົ່ວປະເທດ ແລະການປະເມີນການຈັດຕັ້ງ ປະຕິບັດໂຄງການຂຸດຄົ້ນ ແຮ່ເຫຼັກໃນໄລຍະທົດລອງ ທີ່ຈັດຂຶ້ນໃນໄລຍະຕົ້ນປີ 2022 ວ່າ ທາງການລາວ ໄດ້ຄົ້ນຄ້ວາ ແລະອະນຸຍາດ ໃຫ້ມີການລົງທຶນ ດ້ານແຮ່ທາດໃນທົ່ວປະເທດຈຳນວນ 308 ໂຄງການເຊັ່ນໂຄງການແຮ່ທາດ ຫາຍາກ 8 ໂຄງການ, ໂຄງການຂຸດຄົ້ນແຮ່ເຫຼັກ 31 ໂຄງການ ແລະ ໂຄງການຫີນອ່ອນ ມາຣ໌ໂບ້ 2 ໂຄງການ.