ທາງການລາວມີແຜນປູກຕົ້ນໄມ້
ທາງການ ນະຄອນ ຫລວງ ວຽງຈັນ ມີ ໂຄງການ ປູກ ຕົ້ນໄມ້ ໃຫ້ ໄດ້ 500 ເຮັກຕາ ໃນ ວັນ ປູກຕົ້ນໄມ້ ແຫ່ງຊາຕ ວັນທີ 1 ມິຖຸນາ 2015.
-
ສົມເນ
2015-05-14 -
-
-
Your browser doesn’t support HTML5 audio
ກ່ອນຮອດ ວັນ ປູກ ຕົ້ນໄມ້ ແຫ່ງຊາຕ ວັນທີ 1 ມິຖຸນາ ນີ້, ທາງ ນະຄອນ ຫລວງ ວຽງຈັນ ໄດ້ ວາງ ເປົ້າໝາຍ ໄວ້ວ່າ ຈະ ປູກ ຕົ້ນໄມ້ ໃຫ້ ໄດ້ 500 ເຮັກຕາ, ແຕ່ ຊາວ ນະຄອນ ຫລວງ ຫລາຍຄົນ ເປັນຫ່ວງ ວ່າ ປູກແລ້ວ ຄົງຈະບໍ່ ສາມາດ ຮັກສາ ໃຫ້ ຕົ້ນໄມ້ ເຕີບໃຫ່ຽ ໄດ້ ດັ່ງ ທີ່ ເຄີຍ ເປັນມາ ຊຶ່ງ ເປັນການ ເສັຽ ງົບປະມານ ໄປ ໂດຍ ເປົ່າ ປະໂຫຍດ. ຕາມ ຣາຍງານ ຈາກ ນະຄອນ ຫລວງ ວຽງຈັນ.
ຣາຍງານ ທີ່ ອ້າງຕາມ ຄໍາເວົ້າ ຂອງ ທ່ານ ຄໍາເພັດ ມູນທະດີ ຫົວໜ້າ ຂແນງ ປ່າໄມ້ ຜແນກ ກະສິກັມ ແລະ ປ່າໄມ້ ເມື່ອ ວັນທີ 12 ພຶສພາ ນີ້ວ່າ ທາງ ຜແນກ ໄດ້ ລົງຊຸກຍູ້ ໃຫ້ ສວນ ກ້າເບັ້ຽ ໄມ້ ຂອງ ຣັດ, ບໍຣິສັດ, ແລະ ເອກກະຊົນ ສາມາດ ກ້າ ເບັ້ຽໄມ້ ຫຼາຍຊນິດ ຕາມ ຄໍາ ແນະນໍາ ໄດ້ແລ້ວ ຫລາຍກ່ວາ 1 ລ້ານ ຕົ້ນ. ເບັ້ຽໄມ້ ທີ່ ຈະນໍາໄປ ປູກ ໃຫ້ໄດ້ ທັງໝົດ 500 ເຮັກຕາ ກໍມີ: ໄມ້ດູ່, ໄມ້ສັກ, ໄມ້ແຕ້ຂ່າ, ໄມ້ແຄນ, ໄມ້ຄະຍອມ, ໄມ້ແຄນເຮືອນ, ໄມ້ດູ່ລາຍ, ໄມ້ວິກ, ໄມ້ປະດັບ.
ຣາຍງານ ແຈ້ງວ່າ ການ ປູກ ຕົ້ນໄມ້ ແມ່ນໃຫ້ ປູກໃສ່ ດິນ ຂອງ ຕົນເອງ, ປູກໃສ່ ດິນ ຣັຖ, ປູກໃສ່ ເນື້ອທີ່ ທົ່ງໄຮ່ ທົ່ງນາ ຂອງ ປະຊາຊົນ ໃນເຂດ ນອກເມືອງ, ປູກໃສ່ ຕາມ ໂຮງລ້າ ໂຮງການ, ປູກໃສ່ ປ່າ ສງວນ ຂອງຣັດ ແລະ ແຫ່ງອື່ນໆ ທີ່ ມີເງື່ອນໄຂ ໂດຍ ມີການ ວາງມາຕການ ປົກປັກ ຮັກສາ ໃຫ້ ຕົ້ນໄມ້ ເຕີບໃຫຽ່.
ຊາວ ນະຄອນ ຫລວງ ຫລາຍຄົນ ເວົ້າວ່າ ເມື່ອ ໃກ້ ຈະຮອດ ວັນທີ 1 ມິຖຸນາ ຂອງ ແຕ່ລະປີ ກໍມີການ ຣະດົມ ໃຫ້ ມີການ ປູກ ຕົ້ນໄມ້, ແຕ່ວ່າ ຕົ້ນໄມ້ ທີ່ ປູກ ນັ້ນ ບໍ່ຄ່ອຍມີ ຕົ້ນໃດ ເຕີບໃຫຽ່. ປູກ ໄປແລ້ວ ບໍ່ຮູ້ວ່າ ຕົກຢູ່ ໃນ ຄວາມ ຮັບຜິດ ຊອບ ຂອງ ພາກສ່ວນ ໃດ. ເຂົາເຈົ້າ ວ່າ ມີແຕ່ປູກ ແຕ່ ບໍ່ມີ ຕົ້ນໄມ້ ໃດ ເກີດ. ມັນ ເປັນການ ເສັຽ ເວລາ ຊື່ໆ.
ບາງຄົນ ໃຫ້ ຄໍາເຫັນ ວ່າ ການປູກ ຕົ້ນໄມ້ ນີ້ ຕ້ອງເອົາ ໄປ ເຂົ້າຢູ່ ໃນ ຫລັກສູຕ ການສອນ ຂອງ ກະຊວງ ສຶກສາ ນັບແຕ່ ຊັ້ນ ປະຖົມ ຂຶ້ນໄປ ເພື່ອ ໃຫ້ເກີດ ຈິດ ສໍານຶກ ຮັບຜິດຊອບ ຂອງ ທຸກຄົນ ໃນ ຊາຕ ມັນຈິ່ງຈະ ບັນລຸ ຜົນ ໄດ້.