ຜູ້ເຄາະຮ້າຍຈາກດິນເຈື່ອນ ໄດ້ດິນ ຈັດສັນ: ມ.ພູຄູນ

ປະຊາຊົນ ເມືອງພູຄູນ ແຂວງຫຼວງພຣະບາງ ທີ່ໄດ້ຮັບ ຜົລກະທົບ ຈາກ ພັຍນ້ຳຖ້ວມ ແລະ ດິນເຈື່ອນ ໄດ້ຮັບ ທີ່ດິນຈັດສັນ ຈາກທາງການ ເພື່ອປຸກສ້າງ ບ່ອນຢູ່ອາສັຍ.

ໃນປີ 2018 ເດືອນ ສິງຫາ ວັນທີ 31 ທີ່ເມືອງພູຄູນ ເກີດດິນເຈື່ອນຖົມເສັ້ນທາງຫຼວງ ເລກທີ 13 ເໜືອ ຫຼາຍຈຸດ ແລະເຮືອນຈຳນວນໜຶ່ງ ບ້ານສາມແຍກພູຄູນ ຖືກເສັຽຫາຍ. ຮູບພາບຈາກ : ນັກຂ່າວພົລເມືອງ

ປະຊາຊົນເມືອງພູຄູນ ແຂວງຫຼວງພຣະບາງ 58 ຄອບຄົວ ທີ່ໄດ້ຮັບ ຜົລກະທົບຈາກ ພັຍນໍ້າຖ້ວມ ແລະ ດິນເຈື່ອນ ໃສ່ເຮືອນເມື່ອປີກາຍ ໄດ້ຮັບດິນຈັດສັນ ຈາກຣັຖບານ ເພື່ອສ້າງ ບ່ອນຢູ່ອາສັຍໃໝ່ແລ້ວ ຢູ່ເຂດ ບ້ານສາມແຍກ, ດັ່ງເຈົ້າໜ້າທີ່ທາງການ ເມືອງພູຄູນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ກໍຣະກະດາ ນີ້ວ່າ:

"ກໍາລັງບຸກເບີກ ສະຖານທີ່ຫັ້ນ ເພື່ອຈະຈັດສັນໃຫ້ປະຊາຊົນ ພາກສ່ວນທີ່ຖືກຜົລກະທົບ ຈາກ ພັຍພິບັດປີ 2018 ຫັ້ນມັນມີປະຊາຊົນ ຫຼາຍຄອບຄົວ ຖືກດິນເຈື່ອນ ເຮືອນຍຸບ ບໍ່ມີບ່ອນຢູ່ເນາະ ຂໍທຶນນໍາຣັຖບານ ໜ້ອຍນຶ່ງ ແກ້ໄຂພັຍພິບັດຫັ້ນ."

ໃນການບຸກເບີກພື້ນທີ່ຈັດສັນ ໃຫ້ປະຊາຊົນ ເມືອງພູຄູນ ທັງໝົດ 48 ພັນແມັດມົນທົນ ທາງການໃຊ້ປະມານ 3 ຕື້ກີບ ຮວມທັງເປັນຄ່າ ຊົດເຊີຍ ຄວາມເສັຽຫາຍ ຈາກພັຍພິບັດ ແລະຜູ້ເສັຽຊີວິດ 5 ຄົນ ຈາກ ເຫດການດັ່ງກ່າວ.

ທ່ານກ່າວຕື່ມວ່າ ຫລັງຈາກໄດ້ຮັບດິນຈັດສັນແລ້ວ ປະຊາຊົນ 58 ຄອບຄົວ ກໍຈະລົງມື ປຸກສ້າງ ເຮືອນຂອງຕົນເອົາເອງ ໂດຍທີ່ທາງການ ຈະບໍ່ຊ່ອຍ. ແລະວ່າ ປັດຈຸບັນຍັງມີ ປະຊາຊົນອີກຫລາຍຮ້ອຍ ຄອບຄົວ ທີ່ຢູ່ໃນພື້ນທີ່ສ່ຽງຕໍ່ ພັຍພິບັດ ທາງທັມຊາດ ໂດຍສະເພາະ ດິນເຈື່ອນໃສ່ເຮືອນ ເນື່ອງຈາກວ່າ ຫຼາຍຄອບຄົວ ປຸກເຮືອນຢູ່ຕາມຕີນພູ,

ແຕ່ທາງການຍັງບໍ່ສາມາດ ໂຍກຍ້າຍພວກເຂົາເຈົ້າ ອອກມາສ້າງເຮືອນ ຢູ່ບ່ອນຈັດສັນ ໃຫ້ໄດ້ໝົດເທື່ອ ຍ້ອນມີງົບປະມານຈໍາກັດ. ແຕ່ກໍມີແຜນທີ່ຈະຄ່ອຍໆໂຍກຍ້າຍ ໃຫ້ໝົດໃນອະນາຄົດ. ປັດຈຸບັນ ເມືອງພູຄູນ ມີ 40 ບ້ານ, 4,260 ຄອບຄົວ, ມີປະຊາຊົນ ປະມານ 25,000 ພັນຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org