ພະນັກງານຣັຖ ຖືກກ່າວຫາວ່າ ໂກງເອົາດິນຊາວບ້ານ

ເຈົ້າຂອງທີ່ດິນຜູ້ນຶ່ງ ຢູ່ບ້ານທ່າແຮ່ ເມືອງທ່າແຂກ ແຂວງຄໍາມ່ວນ ຕູ່ຫາວ່າມີ ພະນັກງານຣັຖ ໄປໂກງເອົາດິນຂອງຕົນ ໃນຂະນະທີ່ ຊາວບ້ານໃນພື້ນທີ່ ບອກວ່າ ດິນຕອນດັ່ງກ່າວ ເປັນດິນຂອງຊາວບ້ານຜູ້ນັ້ນແທ້ ແຕ່ອາຈຖືກໂຄງການ ພັທນາຂອງຣັຖ ຫຼືເອກະຊົນ ກໍເປັນໄປໄດ້.

ແຜນທີ່ ສແດງ ໃຫ້ເຫັນເຖິງ ເຂດບ້ານທ່າແຮ່ ເມືອງທ່າແຂກ ແຂວງຄຳມ່ວນ ພື້ນທີ່ ທີ່ຊາວບ້ານນາງນຶ່ງຕູ່ຫາວ່າ ພະນັກງານຣັຖໂກງເອົາດິນຂອງນາງ. RFA

ຊາວບ້ານ ນາງນຶ່ງ ຢູ່ບ້ານທ່າແຮ່ ເມືອງທ່າແຂກ ແຂວງຄໍາມ່ວນ ຕູ່ຫາວ່າ ມີພະນັກງານຣັຖ ທີ່ອ້າງໂຕວ່າ ເປັນຕໍາຣວດ ປກສ ເມືອງທ່າແຂກ ແລະອໍານາດການປົກຄອງບ້ານ ໄປໂກງເອົາດິນຂອງຕົນ 1 ຕອນ ຢູ່ບ້ານທ່າແຮ່ ເມືອງທ່າແຂກ ແຂວງຄໍາມ່ວນ, ແຕ່ຕົນບໍ່ຍອມ ເພາະດິນຕອນນີ້ ຕົນມີໃບຕາດິນຖືກຕ້ອງ ແລະເສັຍພາສີທີ່ດິນເປັນຈໍາທຸກປີ ແລະຂໍຄວາມເປັນທັມຈາກຂັ້ນເທິງ ໃຫ້ແກ້ໄຂບັນຫານີ້ໃຫ້.

ດັ່ງຊາວບ້ານຜູ້ນີ້ ກ່າວໃນຂະນະທີ່ໄລ້ສົດ ຜ່ານເຟສບຸກຄ໌ສ່ວນໂຕ ໃນມື້ວັນທີ່ 22 ມິນາ 2022 ນີ້ ຕອນນຶ່ງວ່າ:

ຂໍຄວາມເປັນທັມ ຮອດຂັ້ນເທິງແດ່ ດິນດອນຕອນນີ້ນ່າ ເສັຍພາສີທຸກປີ ແຕ່ເປັນຫຍັງ ພັກຣັຖຈຶ່ງມາເອົາ ນາຍບ້ານການຈັດຕັ້ງ ມາເອົາ ວ່າໃຫ້ມອບໃຫ້ເປັນຂອງບ້ານ ພວກຂ້ອຍ ເຮັດມາແຕ່ພໍ່ແຕ່ແມ່ ແລ້ວເປັນຫຍັງ ບ້ານຈຶ່ງມາເອົາ ເອົາໄປເປັນຂອງບ້ານ ຖາມວ່າບ້ານມີສິດບໍ່ ໃບຕາດິນພວກຂ້ອຍເສັຍຄູ່ປີ.”

ຊາວບ້ານຜູ້ນີ້ ຍັງກ່າວໃນໄລ້ສົດ ຜ່ານທາງເຟສບຸກຄ໌ອີກວ່າ ດິນຕອນດັ່ງກ່າວນີ້ ລາວໄດ້ມາແບບຖືກຕ້ອງຕາມກົດໝາຍ ມີເອກະສານໃບຕາດິນ ແລະການເສັຍພາສີທີ່ດິນ ປະມານ 3-4 ແສນກີບຕໍ່ປີ ແລະນໍາໃຊ້ມາແຕ່ສມັຍພໍ່-ແມ່ ເມື່ອຫຼາຍສິບປີມາແລ້ວ, ແຕ່ເມື່ອບໍ່ດົນມານີ້ ອໍານາດການປົກຄອງບ້ານທ່າແຮ່ ພັດມາບອກວ່າ ຈະຂໍເອົາດິນຕອນດັ່ງກ່າວໄປ ໂດຍບໍ່ໄດ້ບອກເຫດຜົນ ວ່າຈະເອົາໄປເຮັດຫຍັງ. ຫຼັງຈາກໂອ້ລົມກັນບໍ່ຮູ້ເຣື່ອງ ອໍານາດການປົກຄອງບ້ານທ່າແຮ່ ຈຶ່ງໄດ້ພາພະນັກງານຣັຖ ທີ່ອ້າງໂຕວ່າ ເປັນຕໍາຣວດ ປກສ ເມືອງທ່າແຂກ ມາຂົ່ມຂູ່ ເພື່ອໃຫ້ຕົນ ຍົກດິນຕອນດັ່ງກ່າວ ຄືນໃຫ້ກັບບ້ານ.

ໃນຂະນະທີ່ ຊາວບ້ານໃນພື້ນທີ່ ຜູ້ນຶ່ງກ່າວວ່າ ດິນຕອນດັ່ງກ່າວ ແມ່ນເປັນດິນຂອງຊາວບ້ານແທ້ ແລະຂະເຈົ້າ ກໍເຮັດການກະເສດທຸກປີ ແຕ່ອາຈຖືກໂຄງການພັທນາຂອງຣັຖ ຫຼືເອກະຊົນ ກໍເປັນໄປໄດ້ ແລ້ວບໍ່ຢາກຈ່າຍເງິນຊົດເຊີຽໃຫ້ກັບເຈົ້າຂອງດິນ ເພາະຜ່ານມາ ກໍເຄີຍເກີດເຫດການລັກສະນະແບບນີ້ມາກ່ອນແລ້ວ. ແຕ່ເຖິງແນວໃດກໍຕາມ ກໍບໍ່ສົມຄວນເປັນຢ່າງຍິ່ງ ທີ່ພະນັກງານຣັຖ​ ຫຼືອໍານາດການປົກຄອງບ້ານ ຈະອອກມາຂົ່ມຂູ່ຊາວບ້ານແບບນີ້ ຍ້ອນຕ້ອງການທີ່ດິນ ແທນທີ່ຈະເຫັນໃຈ ແລະຊ່ອຍເຫຼືອຊາວບ້ານດ້ວຍກັນ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງທ່າແຂກ ແຂວງຄໍາມ່ວນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 30 ມິນາ ນີ້ວ່າ:

ຄືດິນຕອນນັ້ນ ມັນກະເປັນດິນທີ່ປະຊາຊົນ ເຮັດການຜລິດແລ້ວ ແຕ່ວ່າ ກະບໍ່ຮູ້ວ່າດິນຫັ້ນ ຊິຖືກໂຄງກອນໂຄງການຫຍັງ ເຂົາບໍ່ໃຫ້ເວົ້າໄປທົ່ວທີບ ຄວາມໝາຍວ່ານ່າ ບາງຄັ້ງກະຂູ່ເຂົາ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ໄປຫາ ອໍານາດການປົກຄອງບ້ານ ບ້ານທ່າແຮ່ ແລະຕໍາຣວດ ປກສ ເມືອງທ່າແຂກ ເພື່ອສອບຖາມລາຍຣະອຽດ ຕໍ່ກັບເຫດການທີ່ເກີດຂຶ້ນ ແຕ່ບໍ່ສາມາດຕິດຕໍ່ໄດ້.

ທາງດ້ານເຈົ້າໜ້າທີ່ ກອງກວດກາປ່າໄມ້ ຜແນກກະສິກັມແລະປ່າໄມ້ ແຂວງຄໍາມ່ວນ ກ່າວວ່າ ຍັງບໍ່ໄດ້ຮັບແຈ້ງການ ກ່ຽວກັບບັນຫານີ້ເທື່ອ ແລະຢັ້ງຢືນວ່າ ບໍ່ມີພະນັກງານຜແນກະສິກັມແລະປ່າໄມ້ແຂວງ ເຂົ້າໄປມີສ່ວນພົວພັນກັບບັນຫານີ້ຢ່າງແນ່ນອນ.

ດັ່ງເຈົ້າໜ້າທີ່ໃນຜແນກດັ່ງກ່າວນີ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ມື້ດຽວກັນນີ້ວ່າ:

ຫ້ອງການເຮົາກະບໍ່ເຄີຍໄດ້ຍິນ ເຈົ້າໜ້າທີ່ເຮົາ ໄປເອົາດິນເຂົາເບາະ ຢ້ານມັນເປັນ ພວກເມືອງທ່າແຂກ.”

ຂະນະທີ່ ເຈົ້າໜ້າທີ່ຜແນກຍຸຕິທັມ ແຂວງຄໍາມ່ວນ ກ່າວວ່າ ຫາກຊາວບ້ານຜູ້ເສັຍຫາຍ ເຫັນວ່າ ບໍ່ໄດ້ຮັບຄວາມເປັນທັມ ຫຼືຖືກຂົ່ມຂູ່ ຈາກອໍານາດການປົກຄອງບ້ານ ຫຼືພະນັກງານຣັຖ ກໍສເນີໃຫ້ຊາວບ້ານຜູ້ເສັຍຫາຍ ໃຫ້ນໍາເອກະສານຕ່າງໆທີ່ກ່ຽວຂ້ອງມາຢັ້ງຢືນ ແລະຮ້ອງຂໍຄວາມເປັນທັມ ຈາກເຈົ້າໜ້າທີ່ຜແນກຍຸຕິທັມ ແຂວງຄໍາມ່ວນໄດ້ ເພື່ອໃຫ້ເຈົ້າໜ້າທີ່ ຊ່ອຍໄປຕິດຕາມກວດກາບັນຫາດັ່ງກ່າວ.

ດັ່ງເຈົ້າໜ້າທີ່ຜແນກຍຸຕິທັມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 30 ມິນານີ້ວ່າ:

ໂດຍໆ ມີແຕ່ຂຽນໃບຄໍາຮ້ອງທຸກມາ ແລ້ວກະ ເຊັນນາຍບ້ານ ເຊັນເຈົ້າຂອງຄໍາຮ້ອງ ໂອ້ ຫຼືວ່າອັນ ເຊັນແຕ່ເຈົ້າຂອງຄໍາຮ້ອງທຸກກະໄດ້ ຂຽນຄໍາຮ້ອງທຸກມາໂລດ ແລ້ວກະມາຍື່ນ ຂາອອກ-ຂາເຂົ້າ.”

ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ ຫາກຊາວບ້ານ ມີເອກະສານໃບຕາດິນ ແລະການເສັຍພາສີທີ່ດິນປະຈໍາປີ ຖືກຕ້ອງຕາມກົດໝາຍ ສະແດງວ່າ ດິນຕອນດັ່ງກ່າວ ເປັນກັມມະສິດຂອງຊາວບ້ານ ຖືກຕ້ອງຕາມຣະບຽບກົດໝາຍ ຂອງ ສປປ ລາວ.

ຫາກອໍານາດການປົກຄອງບ້ານ, ທາງການລາວ ຫຼືພາກເອກະຊົນ ຕ້ອງການດິນຕອນດັ່ງກ່າວເພື່ອໄປພັທນາໂຄງການ ຫຼືນໍາໃຊ້ປະໂຍດເພື່ອສາທາຣະນະ ກໍຄວນຈະຈ່າຍເງິນຊົດເຊີຽ ຫຼືທົດແທນດິນຕອນໃໝ່ ໃຫ້ກັບຊາວບ້ານຜູ້ເສັຍຫາຍ ບໍ່ສາມາດນໍາໃຊ້ອໍານາດຈາກຕໍາແໜ່ງໜ້າທີ່ ເພື່ອຂໍທີ່ດິນຄືນໄດ້.

ດັ່ງເຈົ້າໜ້າທີ່ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ໂອ້ ຄັນຖ້າຕາມຣະບຽບກົດໝາຍແທ້ ຄັນເຂົາມີກັມມະສິດແທ້ ເຮົາກະຕ້ອງໄດ້ ຄັນວ່າຊິ ຖືກໂຄງການໃດນຶ່ງເຊັ່ນນີ່ ເຮົາກະໄດ້ຊົດເຊີຽ ແລ້ວກະໄດ້ໄປຊອກບ່ອນໃໝ່ໃຫ້ຂະເຈົ້າ ພັທນາປໂຍດ ຂອງພັກຣັຖອື່ນໆນີ້ນ່າ ກະໄດ້ເຮັດແນວນັ້ນຄືກັນ.”

ບັນຫາຂໍ້ຂັດແຍ້ງເຣື່ອງທີ່ດິນໃນລາວ ມັກຈະເກີດຂຶ້ນເປັນປະຈໍາ ຄື: ເມື່ອປີ 2017 ທີ່ຜ່ານມາ ກໍມີປະຊາຊົນຜູ້ທຸກຍາກ ຈໍານວນ 14 ຄົນ ຢູ່ເມືອງທ່າແຕງ ແຂວງເຊກອງ ຖືກເຈົ້າໜ້າທີ່ທາງການລາວ ຈັບຂັງຄຸກ ສາເຫດມາຈາກເຣື່ອງບັນຫາທີ່ດິນ ເຊິ່ງຖືກບໍຣິສັດຢາງພາຣາ ຂອງນັກລົງທຶນຊາວວຽດນາມ ຍຶດເອົາທີ່ດິນເມື່ອປີ 2006 ເຊິ່ງເຮັດໃຫ້ປະຊາຊົນຜູ້ນຶ່ງ ເສັຍຊີວິດ ເພາະຖືກທໍຣະມານຢ່າງໜັກໜ່ວງ ຢູ່ໃນຄຸກ ເມືອງລະມາມ.

ບັນຫາຂໍ້ຂັດແຍ້ງເຣື່ອງທີ່ດິນໃນລາວ ຖືວ່າ ເປັນບັນຫາສໍາຄັນ ທີ່ຣັຖບານລາວ ພຍາຍາມຈະແກ້ໄຂໃຫ້ໝົດໄປຈາກສັງຄົມ ຂະນະທີ່ ປະຊາຊົນລາວ ໄດ້ຮ້ອງຮຽນບັນຫາທີ່ດິນ ສູງເປັນອັນດັບ 1 ຜ່ານສາຍດ່ວນ 156 ຂອງສະພາແຫ່ງຊາດ ປະມານ 600-700 ຄັ້ງ ນັບຕັ້ງແຕ່ເປີດສາຍດ່ວນຄັ້ງທໍາອິດ ໃນປີ 2017 ເປັນຕົ້ນມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org