ມ.ກາສີ ຫາ ມ.ນານ ທາງຂາດ

ທາງຕັດໃໝ່ ຈາກ ເມືອງກາສີ ແຂວງວຽງຈັນ ໄປເມືອງນານ ແຂວງ ຫຼວງພຣະບາງ ເປ່ເພ ຣົດບັນທຸກ ບໍ່ສາມາດ ແລ່ນໄດ້.

ເສັ້ນທາງ ເມືອງກາສີ ຫາ ເມືອງນານ ຣົດຫຼາຍຄັນໄປບໍ່ໄດ້ ທາງຫມື່ນຫລາຍ ໃຫ້ທຸກຄົນ ຫຼີກລ້ຽງທາງນີ້ ຖ້າບໍ່ຈໍາເປັນ. ນັກຂ່າວສັນຈອນ/ໂທລະໂຄ່ງ

ທາງຕັດໃໝ່ຈາກເມືອງກາສີ ແຂວງວຽງຈັນ ໄປຫາເມືອງນານ ແຂວງຫລວງພຣະບາງ ເປ່ເພ ຍ້ອນຝົນຕົກໜັກ, ດິນເຈື່ອນ ເມື່ອສັປດາ ທີ່ ຜ່ານມາ ເຮັດໃຫ້ຣົດ ບັນທຸກເຄື່ອງ ບໍ່ສາມາດແລ່ນໄດ້ ແລະມີປ້າຍເຕືອນ ໃຫ້ລະວັງ ໃນການສັນຈອນ ໄປມາ. ດັ່ງເຈົ້າໜ້າທີ່ ເມືອງນານ ເວົ້າວ່າ:

"ອັນຕະລາຍເພາະວ່າມັນຂາດ ມັນເຈື່ອນ ເບື້ອງລຸ່ມຫັ້ນນະ ແຕ່ວ່າຄັນວ່າຣົດກະບະ ວິກໂກ້ ມາໄດ້ເດ໋ ພໍມາໄດ້ ຄັນວ່າຣົດບັນທຸກ ບໍ່ໄດ້ເດີ ເພາະວ່າມີຣົດ ບັນທຸກ ບໍ່ໄດ້ເດີ ເພາະວ່າມີຣົດ ບໍຣິສັດ ຂົວທາງ ເຂົາຮັກສາທາງ ເຂົາຢູ່ຫັ້ນ".

ໃນຂນະດຽວກັນ ເຈົ້າໜ້າທີ່ເມືອງກາສີ ກໍໄດ້ແນະນຳ ຜູ້ທີ່ຈະໄປ ເມືອງຫຼວງພຣະບາງ ໃຫ້ໄປທາງເມືອງກາສີ-ພູຄູນ ຍ້ອນກອງ ຂົວ-ທາງ ຍັງເອົາດິນເຈື່ອນ ອອກຈາກທາງ ແລະ ສ້ອມແປງທາງເສັ້ນໃໝ່ ນັ້ນບໍ່ທັນແລ້ວ. ດັ່ງທີ່ທ່ານກ່າວວ່າ:

"ຄັນເຈົ້າຢາກມາໄປ ຫຼວງພຣະບາງ ເຈົ້າໄປທາງພູຄູນເລີຍ ມັນບໍ່ຍາກໄດ໊ ເຂົາຕັກດິນອອກບໍ່ທັນ ເຂົາມີກອງ ຂະເຈົ້າສ້ອມແປງ ກອງ ຂົວ-ທາງນະ".

ທາງຕັດໃໝ່ຈາກເມືອງກາສີ ແຂວງວຽງຈັນ ໄປເມືອງນານ ແຂວງຫລວງພຣະບາງ ເປັນເສັ້ນທາງທີ່ ຕັດຜ່ານພູ ເພື່ອເຮັດໃຫ້ ການເດີນທາງ ໄວກວ່າເກົ່າຫຼາຍ. ທາງສາຍນີ້ມີ ຄວາມຍາວ 69 ກິໂລແມັດ ຂນະທີ່ທາງເສັ້ນເກົ່າ ຈາກເມືອງພູຄູນ ໄປຫາເມືອງຫລວງພຣະບາງ ຍາວ 170 ປາຍກິໂລແມັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org