ກຸ່ມທະຫານ ລັກຂຸດຄຳ
ມີກຸ່ມ ທະຫານ ບາງກຸ່ມ ລັກຂຸດຄຳ ໂດຍບໍ່ໄດ້ ຮັບ ອະນຸຍາດ.
-
2013-06-03 -
-
-
Your browser doesn’t support HTML5 audio
ມີກຸ່ມ ທະຫານ ບາງກຸ່ມ ລັກຂຸດຄຳ ໂດຍບໍ່ໄດ້ ຮັບ ອະນຸຍາດ. ເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ ມີທະຫານ ບາງກຸ່ມ ໃນເມືອງ ໄຊສົມບູນ ແຂວງວຽງຈັນ ພາກັນລັກ ຂຸດຄຳ ໂດຍບໍ່ໄດ້ ຮັບອະນຸຍາດ ຈາກ ທາງການ ການຂຸດຄົ້ນ ດັ່ງກ່າວ ໃຊ້ສານເຄມີ ໃນການ ສະກັດຄຳ ສົ່ງມົລພິດ ລົງໃສ່ ນ້ຳໂມ ແລະ ສ້າງຄວາມເສັຽຫາຍ ຕໍ່ຣະບົບ ນິເວດ ແລະ ວິຖີຊິວິດ ຂອງ ປະຊາຊົນ ໃນທ້ອງຖີ່ນ. ດັ່ງທ່ານກ່າວວ່າ:
"ຕົວນ້ຳໂມ ມັນມີ ທະຫານ ຫລື ຄົນວຽດນາມ ທີ່ຢູ່ຫົວນ້ຳໂມ ຂະເຈົ້າເຮັດ ເປັນຂຸດຄຳ ແບບໄມນິ້ງ ສະຊາຍ ຂອງທະຫານ ເຂົາຂຸດຄຳ ມັນບໍ່ເປັນ ທາງການ ປານໃດ ຮູ້ແຕ່ວ່າ ຢູ່ເຫນືອນ້ຳ ໂມ ບໍ່ມີຜູ້ໃດ ເຂົ້າໄປໄດ້ ເຂດນັ້ນ ເປັນເຂດ ຍຸທສາດ ມັນມີ ຈຳນວນນື່ງ ທີ່ວ່າຂະເຈົ້າ ນຳໃຊ້ເຄມີ ຫລື ໃຊ້ ບາລອດ ໄປສະກັດ ເອົາຄຳ ໂດຍທີ່ບໍ່ໄດ້ ອອກໃບ ອະນຸຍາດ ຈາກ ຣັຖບານ".
ທ່ານກ່າວ ຕໍ່ໄປວ່າ ການຂຸດ ດ່ັງກ່າວ ເກີດຂື້ນເທີງ ນ້ຳໂມ ຈຶ່ງ ສົ່ງກະທົບ ຕໍ່ ຊິວະນານາພັນ ຊນິດຕ່າງໆ ໃນນ້ຳ ເຮັດໃຫ້ສິ່ງທີ່ ມີຊິວິດຕາຍ ເປັນຈຳນວນ ຫລວງຫລາຍ ເຂດດັ່ງກ່າວ ເປັນເຂດ ຫວງຫ້າມ ຈະມີແຕ່ ກຸ່ມທະຫານ ເຂົ້າໄປໄດ້ ເພາະຍັງມີກຸ່ມ ຊົນເຜົ່າ ທຳການ ເຄື່ອນໄຫວ ຢູ່. ທ່ານກ່າວ ເພີ້ມອີກວ່າ:
"ເພາະວ່າ ເປັນເຣື້ອງ ຣັຖບານ ຕົວນີ້ເປັນ ບັນຫາ ຂອງ ຣັຖບານ ຣັຖບານ ຕ້ອງໄປແກ້ໄຂ ບັນຫາ ຣະດັບຊາດ ຣັຖບານ ຕ້ອງແກ້ໄຂ ທະຫານ ແລະ ສູນກາງ ເຂົາຕ້ອງໄປ ປະສານງານ ນື່ງໃນນັ້ນ ກໍແມ່ນ ກົມບໍ່ແຮ່ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຂແນງການ ທີ່ ກ່ຽວຂ້ອງ".
ມົລພິດ ທີ່ເກີດຂື້ນ ໃນນ້ຳໂມ ມາຈາກຫລາຍ ສາເຫດ ແຕ່ສາເຫດ ຫລັກນັ້່ນ ກໍແມ່ນ ສານພິດ ຈາກການຂຸດຄຳ ທີ່ປ່ອຍນ້ຳເສັຽ ລົງໃສ່ ນ້ຳໂມ ແຕ່ ເຈົ້່າຫນ້າທີ່ ສິ່ງແວດລ້ອມ ເວົ້າວ່າ ນ້ຳໃນ ນ້ຳໂມ ຍັງຢູ່ໃນເກນ ມາຕຖານ ດີ ຢູ່.